Breaking News

Daily Archives: 10/10/2017

Mattie Do ຜູ້ກຳກັບຍິງ ຜູ້ພາຮູບເງົາລາວສູ່ເວທີໂລກ

ຖ້າໃຜຢູ່ໃນວົງການ ຫຼືຕິດຕາມຮູບເງົາລາວ ກໍອາດເຄີຍໄດ້ຍິນຊື່ຮູບເງົາເລື່ອງ “ຈັນທະລີ” ເຊິ່ງເປັນຮູບເງົາແນວຜີໆ ໃນສັງກັດຂອງບໍລິສັດ Lao Art Media ທີ່ອອກສາຍເມື່ອປະມານປີ 2013 ເປັນຮູບເງົາທີ່ໄວໜຸ່ມລາວບອກວ່າເບິ່ງແລ້ວບໍ່ຄ່ອຍເຂົ້າໃຈ ແຕ່ພັດເປັນທີ່ສົນໃຈຢ່າງລົ້ນເຫຼືອໃນເວທີສາກົນ ເພາະໄດ້ຮັບກຽດເຂົ້າສາຍໃນເທສະການຮູບເງົາກວ່າ 30 ງານ ທົ່ວໂລກເລີຍ ບໍ່ວ່າຈະເປັນ ເກົາຫຼີ, ອາເມລິກາ, ສະວີເດັນ ແລະອື່ນໆ ພິເສດແມ່ນໄດ້ຊັກນຳໃຫ້ທີມງານຄົນລາວຊຸດທຳອິດໄປຢຽບຍ່າງເທິງພົມແດງໃນ “ງານເທສະການຮູບເງົາເມືອງຄານ” (Cannes Film Festival) ອັນໂດ່ງດັງນໍາອີກ Wow!!! ຕົບມືດ່ວນເລີຍສາວໆ!!! ກ່າວໄດ້ວ່າ “ຈັນທະລີ” ເປັນຮູບເງົາລາວເລື່ອງທຳອິດຂອງລາວ ທີ່ໄດ້ໂກອິນເຕີ (Go inter) ໄປສ້າງຄວາມຕື່ນຕາຕື່ນໃຈໃຫ້ແກ່ຊາວໂລກຢ່າງຫຼວງຫຼາຍ ເພາະພວກເຂົາບໍ່ເຄີຍເຫັນຮູບເງົາລາວ ບໍ່ເຄີຍໄດ້ຍິນພາສາລາວ ບໍ່ເຄີຍຮູ້ຈັກວັດທະນະທຳລາວ ແລະທີ່ສຳຄັນທີ່ສຸດແມ່ນ ຮູບເງົາເລື່ອງນີ້ ຖືກກຳກັບໂດຍ “ແມ່ຍິງລາວ” ຕື່ນເຕັ້ນແລ້ວແມ່ນບໍ່ສາວໆຂວັນໃຈ ກັບຄວາມສາມາດຂອງແມ່ຍິງລາວ ທີ່ເກັ່ງບໍ່ແພ້ຊາດໃດໃນໂລກ ເຮົາມາຮູ້ຈັກຜູ້ກຳກັບຄົນເກັ່ງກັນເລີຍເນາະ ນາງຊື່ວ່າ ມາລາວັນ …

Read More »

ງາດໍາເປັນສະໝຸນໄພທີ່ບໍາລຸງຜິວໜ້າໃຫ້ຂາວ ງາມ ສົດໃສນຳອີກໃດຮູ້ບໍ

ສະບາຍດີສາວໆ ມືນີ້ເຮົາຈະມາເວົ້າເລື່ອງງາດຳ ກັບຄວາມງາມ!!!. ເພາະງາດໍານອກຈາກເປັນອາຫານເພື່ອສຸຂະພາບແລ້ວ ງາດໍາຍັງຈັດເປັນສະໝຸນໄພທີ່ບໍາລຸງຜິວໜ້າໃຫ້ຂາວ ງາມ ສົດໃສນຳອີກໃດຮູ້ບໍ່ ເຊິ່ງສູດລັບກໍງ່າຍໆດັ່ງນີ້: ສ່ວນປະສົມ: ງາດໍາຂົ້ວ ແລະ ເຂົ້າໜຽວ ຊະນິດລະ 1 ບ່ວງກາເຟ, ຫົວສີໄຄແຫ້ງ, ຂິງແຫ້ງ ແລະ ຫົວຫອມແຫ້ງ ຊະນິດລະ 1/2 ບ່ວງກາເຟ ເກືອໜ້ອຍໜຶ່ງ ຜ້າແພຝ້າຍສີຂາວ ຂະໜາດກວ້າງ ແລະ ຍາວ 30 ຊັງຕີແມັດ ເຊືອກສໍາລໍາມັດ ວິທີເຮັດ: ເອົາສ່ວນປະສົມທຸກຢ່າງມາປະສົມກັນ ແລ້ວເອົາມາໃສ່ຜ້າຂາວບາງ ເອົາແຈຜ້າຝ້າຍທັງ 4 ມາມັດໃສ່ກັນ ແລ້ວປັ້ນຢາໃຫ້ເປັນກ້ອນ ແລ້ວເອົາເຊືອກມັດໃຫ້ແໜ້ນ (ຕາມຮູບ) ວິທີໃຊ້: ເອົາໜ່ວຍປະຄົບມາຈຸ່່ມນໍ້າທີ່ສະອາດ ຈາກນັ້ນເອົາໄປໜຶ້ງບຶດໜຶ່ງ ແລ້ວເອົາອອກປະໄວ້ໃຫ້ອຸ່ນຈຶ່ງເອົາມາປະຄົບໃບໜ້າ ວິຕາມິນ ແລະ ສານຕ້ານອະນຸມູນອິດສະຫຼະໃນງາດໍາ ຈະຊຶມເຂົ້າໄປບໍາລຸງຜິວໜັງເຮົາໃຫ້ຊຸ່ມ ແລະ ຂາວໃສ ແຕ່ມີຂໍ້ຄວນລະວັງຄື …

Read More »

ຕາຊັ້ນດຽວ ຕາບໍ່ເທົ່າກັນ ກາຍເປັນບັນຫາໜຶ່ງທີ່ເຮັດໃຫ້ສາວໆຫຼາຍຄົນໜັກໃຈ, ໃຜຢາກຕາງາມ ຟັງທາງນີ້!!!

ຕາຊັ້ນດຽວ ຕາບໍ່ເທົ່າກັນ ກາຍເປັນບັນຫາໜຶ່ງທີ່ເຮັດໃຫ້ສາວໆຫຼາຍຄົນໜັກໃຈ ຫຼາຍຄົນກໍເລືອກທີ່ຈະແຕ້ມ Eyeliner ໃຫ້ເຂັ້ມຂຶ້ນ ຈົນເຮັດຕາເບິ່ງຮ້າຍຢູ່ຕະຫຼອດ ຫຼືເສຍເວລາຕິດສະກ໊ອດໃສ່ຊັ້ນຕາເບື້ອງໃດໜຶ່ງ ເພື່ອໃຫ້ຕາທັງສອງເບື້ອງເທົ່າກັນ ເຮັດໃຫ້ສາວໆຫຼາຍຄົນເກີດຄວາມຂີ້ຄ້ານ ແລະ ຢາກຈະເຮັດສັນຍະກໍາໃຫ້ມັນແລ້ວໆໄປພຽງຄັ້ງດຽວກໍຈົບເລີຍ ຈາກຂໍ້ມູນຂອງວອນຈິນ ໂຮງໝໍສັນຍະກໍາປະເທດເກົາຫຼີລະບຸວ່າ ອະໄວຍະວະທີ່ດາຣາເກົາຫຼີນິຍົມເຮັດສັນຍະກໍາຫຼາຍທີ່ສຸດກໍຄື ການສັນຍະກໍາດວງຕາ ບໍ່ວ່າຈະເປັນການສັນຍະກໍາຕາສອງຊັ້ນ ຫຼືແກ້ໄຂກ້າມເນື້ອຕາ ຕັ້ງແຕ່ກ່ອນທີ່ດາຣາເຫຼົ່ານີ້ຈະເຂົ້າວົງການອີກ ເນື່ອງຈາກ ຕາມີຄວາມສໍາພັນກັບຄວາມສົດໃສ ຊ່ວຍໃຫ້ອ່ອນໄວລົງ ແຖມລາຄາກໍບໍ່ສູງ ແລະ ບໍ່ຕ້ອງພັກຟື້ນດົນ ໃນຂະນະທີ່ສາວອາຍຸເຂົ້າເລກ 3 ກໍຍັງມາເຮັດສັນຍະກໍາເພີ່ມຂຶ້ນເລື້ອຍໆ ເພາະຍິ່ງອາຍຸຫຼາຍຂຶ້ນ ກໍຕ້ອງປະເຊີນກັບບັນຫາ ໜັງຕາຕົກ ຫຼືຫາງຕາຍານຄວບຄູ່ກັນໄປ. ຜູ້ຊ່ຽວຊານດ້ານການສັນຍະກໍາ ລະບຸວ່າ ເປັນເລື່ອງທໍາມະດາທີ່ເຮົາຈະມີຕາຊ້າຍ ແລະຕາຂວາ ຂະໜາດບໍ່ເທົ່າກັນ ເຊິ່ງເກີດມາຈາກຫຼາຍສາເຫດເຊັ່ນ: ກ້າມເນື້ອທີ່ໃຊ້ໃນການມືນຕາອ່ອນແຮງ ສາມາດເປັນຕັ້ງແຕ່ກໍາເນີດ ຫຼືເມື່ອອາຍຸຫຼາຍຂຶ້ນ ກ້າມເນື້ອອ່ອນລ້າຕາມໄວ ເຮັດໃຫ້ຕາທັງສອງຂ້າງເປີດບໍ່ເທົ່າກັນ. ອີກສາເຫດໜຶ່ງຄື ປະລິມານໄຂມັນທີ່ດວງຕາທັງສອງຂ້າງບໍ່ເທົ່າກັນ ເຮັດໃຫ້ໜັງຕາອູມ ເບື້ອງໜຶ່ງມີລັກສະນະຕາສອງຊັ້ນ ອີກເບື້ອງໜຶ່ງເປັນຕາຊັ້ນດຽວ ການຮູ້ສາເຫດຈະເຮັດໃຫ້ສາມາດເລືອກວິທີແກ້ໄຂໃຫ້ຕົງຈຸດ, ງາມ …

Read More »

“Too Good At Goodbyes” ບົດເພງໃໝ່ຊຶ້ງກິນໃຈຈາກ Sam Smith!!!

ອັບເດດເພງແນວ Inter ກັນແດ່ ມື້ນີ້ ຊະນີIndy  ເອົາໃຈແຟນໆທີ່ມັກຟັງບົດເພງຮັກ ແນວເພງຊຶ້ງໆ ນໍ້າຕາແຕກໄຫຼເປັນສາຍທາງ…(555) ເປັນບົດເພງຂອງໜຸ່ມຕານໍ້າເຂົ້າ ແຫ່ງເມືອງຜຸ້ດີ ປະເທດ ອັງກິດ Sam Smith ນັກຮ້ອງສຽງດີ ເຈົ້າຂອງບົດເພງຮັກ ບົດເພງຊຶ້ງຫຼາຍບົດເພງເຊັ່ນ: Stay With Me, Lay Me Down, I’m not the only one ແລະ ຫຼ້າສຸດ  Sam Smith ກໍໄດ້ປ່ອຍບົດເພງໃໝ່ “Too Good At Goodbyes” ເປັບບົດເພງທີ່ມີຄວາມໝາຍເຖິງການບອກລາ ແຕ່ໃນການບອກລານັ້ນມັນຍິ່ງເຮັດໃຫ້ຄົນທີ່ຖືກບອກລາມີຄວາມເຂັ້ມແຂງ ບໍ່ໄດ້ຫວັ່ນ ຫຼື ອ່ອນແອຕໍ່ຄຳທີ່ຄົນເຄີຍຮັກທີ່ຕ້ອງການຈະລາຈາກເຮົາເລີຍ…ເດະໆ ຊະນີIndy ເກິ່ນຄຣາວໆແບບນີ້ຮູ້ສຶກອິນ ຮູ້ສຶກຢາກຟັງກັນແດ່ບໍ່? ບໍ່ຊ້າເດີ້ລອງມາຟັງກັນເບິ່ງ ມ່ວນບໍ່ມ່ວນແນວໃດຄອມເມັ້ນບອກກັນແດ່.

Read More »