Breaking News

Daily Archives: 12/10/2017

ຄືນນີ້ແລ້ວ! ຄົນລາວທຸກຄົນມາຮ່ວມສົ່ງແຮງເຊຍໃຫ້ ຟ້າໃສ ຈິນນາລີ ໃນການປະກວດຮອບຊຸດປະຈຳຊາດ Miss Grand International 2017

ຄືນນີ້ແລ້ວ! ຂໍພະລັງຄົນລາວທຸກຄົນມາຮ່ວມສົ່ງແຮງເຊຍແຮງໃຈໃຫ້ ຟ້າໃສ ຈິນນາລີ ນໍລະສິງ Miss Grand Laos ຕົວແທນສາວງາມຈາກປະເທດລາວທີ່ເດີນທາງໄປປະກວດນາງງາມໃນເວທີລະດັບໂລກ  Miss Grand International 2017.  ຄໍ່າຄືນວັນທີ 12/10/2017 ນີ້ ເວລາ 20:00ໂມງ ເປັນຕົ້ນໄປເປັນຄໍ່າຄືນທີ່ໜ້າຕື່ນເຕັ້ນ ເພາະຈະມີການປະກວດໃນຮອບຊຸດປະຈຳຊາດ (National Costume Competition) ເຊິ່ງປະເທດລາວຂອງເຮົາກໍມາໃນຊຸດ ພຣະທາດຫຼວງວຽງຈັນ ອັນເຊິ່ງເປັນເອກະລັກປະຈຳຊາດລາວ, ດັ່ງນັ້ນຈຶ່ງຂໍກຳລັງໃຈຈາກຄົນລາວທຸກຄົນໃນການສົ່ງກຳລັງໃຈໄປໃຫ້ ນ້ອງ ຟ້າໃສ ຈິນນາລີ ໃຫ້ມີກຳລັງໃຈ ແລະ ປະກວດເທິງເວທີໃຫ້ດີທີ່ສຸດ, ແຟນໆສາມາດຮ່ວມສົ່ງກຳລັງໃຫ້ ນ້ອງ ຟ້າໃສ ໄດ້ທີ່ເພສ Miss Grand International ແລະຕິດຕາມຄວາມເຄື່ອນໄຫວໄດ້ທີ່  Kuanjai Magazine ນອກຈາກນັ້ນຍັງຈະມີການຖ່າຍທອດສົດທີ່ ທໍລະພາບ ທີວີລາວ, ຫ້າມລືມຫ້າມພາດເດີ້!!! ຮັກລາວເຊຍລາວ ສູ້ໆໆໆ ຂໍຂອບໃຈສຳລັບຮູບພາບ

Read More »

ຊີວິດນີ້ຕ້ອງໄປໃຫ້ເຫັນກັບຕາ…ເມືອງງອຍ ເມືອງແຫ່ງຄວາມ Slow Life ເຕັມໄປດ້ວຍສາຍໝອກ ແລະ ພູເຂົາ!!!

ຂວັນໃຈ ເຮົາໄດ້ນຳສະເໜີເລື່ອງລາວຂອງ ເມືອງແຫ່ງຄວາມ Slow Life ຫຼວງພະບາງ ໄປແລ້ວໃນເທື່ອກ່ອນ, ມາມື້ນີ້ຈະພາແຟນໆຂວັນໃຈມາຕອກຢ້ຳຄວາມ Slow Life ຂອງແຫ່ງນີ້ຕື່ມອີກ ໂດຍການພາໄປ ນອນກອດໝອກ ສູດເອົາໂອໂຊນ (Ozone) ບໍລິສຸດໃຫ້ເຕັມປອດທີ່ ເມືອງງອຍ, ຂຶ້ນຊື່ວ່າແຂວງຫຼວງພະບາງ ເມືອງມໍລະດົກໂລກ ທີ່ໄດ້ຊື່ວ່າເປັນເມືອງທ່ອງທ່ຽວອັນດັບ 1 ຂອງປະເທດລາວ ທີ່ໃຜໆກໍນຶກເຖິງ ເມື່ອຢາກພັກຜ່ອນທ່າມກາງຄວາມ Classic ທີ່ປະສົມປະສານລະຫວ່າງວັດທະນະທຳຕາເວັນຕົກ ແລະ ຕາເວັນອອກໄດ້ຢ່າງລົງຕົວ. ເຊິ່ງນອກຈາກຄວາມອຸດົມສົມບູນທາງດ້ານຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມແລ້ວ ອີກສິ່ງໜຶ່ງທີ່ຈະບໍ່ເວົ້າເຖິງບໍ່ໄດ້ເລີຍແມ່ນ ຄວາມອຸດົມສົມບູນທາງດ້ານທຳມະຊາດ. ດ້ວຍຄວາມທີ່ແຂວງຫຼວງພະບາງຕັ້ງຢູ່ທ່າມກາງພູເຂົາອ້ອມຮອບ ຈິ່ງເຮັດໃຫ້ມີແຫຼ່ງທ່ອງທຽວທາງທຳມະຊາດຫຼາຍແຫ່ງ ແລະ ເມືອງງອຍກໍ່ເປັນອີກເມືອງໜຶ່ງທີ່ໜ້າສົນໃຈ ສາວໃດທີ່ມາຮອດແຂວງຫຼວງພະບາງແລ້ວ ບໍ່ມາເມືອງນີ້ຖືວ່າພາດ​ຢ່າງ​ແຮງ ການເດີນທາງ ເລີ່ມຈາກເມືອງຫຼວງພະບາງເລີຍ ເມື່ອອອກຈາກທີ່ພັກ ເຮົາກໍໄປທີ່ຄິວລົດສາຍເໜືອເພື່ອຂຶ້ນລົດໄປເມືອງງອຍ ລາຄາປີ້ໂດຍສານແມ່ນ 50,000 ກີບ/ຄົນ  ເພາະມີລົດຫຼາຍສາຍຜ່ານເມືອງງອຍ ເຊິ່ງສ່ວນຫຼາຍຈະແລ່ນແຕ່ຕອນເຊົ້າ ຮອດທ່ຽງເທົ່ານັ້ນ ຫຼືຖ້າໃຜຢາກກິນລົມຊົມວິວເຊົ່າລົດຈັກຂັບໄປເອງກໍບໍ່ວ່າກັນ. ຄ່າເຊົ່າລົດຈັກຈາກເມືອງຫຼວງພະບາງອອກນອກເມືອງ ລາຄາປະມານ …

Read More »

ປາມມີ່ ນັກຮ້ອງສາວສຸດເຊີ ຂວັນໃຈເດັກແນວຂອງປະເທດເພື່ອນບ້ານ ເດີນທາງພັກຜ່ອນເຊັກອິນ @ວັງວຽງ ປະເທດລາວ!!!

ຈະດາດາ ດຳ ຈາດຳ ຈາດຳ ຈາດາ ດ່າດ້າ ຈາດ່າ ດ່າດ້າດ້າດຳ ມີໃຜເກີດທັນເພງ “ຢາກຈະຮ້ອງດັງໆ” ຄືກັບ ຊະນີIndy ບໍ່ນໍ? ຮິ້ວວວວ ຂຶ້ນອິນໂທເພງແບບນີ້ເປັນເພງຂອງໃຜບໍ່ໄດ້ເລີຍ ນອກຈາກເປັນບົດເພງຂອງສາວ ປາມມີ່  ນັກຮ້ອງສາວສຸດເຊີ ຂວັນໃຈເດັກແນວ ເຈົ້າຂອງເພງດັງຫຼາຍບົດເພງເຊັ່ນ: ຄິດມາກ, ຄວາມເຈັບປວດ, ແປດໂມງເຊົ້າວັນອັງຄານ,  ຢາກຈະຮ້ອງດັງໆ ແລະ ອີກຫຼາຍຫຼາຍບົດເພງດັງ  ທີ່ຫຼ້າສຸດນາງໄດ້ເດີນທາງມາພັກຜ່ອນຢ່ອນອາລົມ ໃຊ້ຊີວິດແບບ Slow life ທີ່ວັງວຽງ ປະເທດລາວ, ພໍແຕ່ມາຮອດ ປາມມີ່ ກໍຈັດທິບລ່ອງເຮືອທີ່ແມ່ນໍ້າຊອງ ເບິ່ງແລ້ວມີຄວາມສຸກໄປກັບນາງ ແຖມປາມມີ່ຍັງຍ້ອງປະເທດລາວຜ່ານອິນສະຕາແກຼມອີກວ່າທີ່ ວັງວຽງ ອາກາດດີ ເປັນເມືອງທີ່ໜ້າຢູ່… ພໍແຕ່ໂພສຮູບເທົ່ານັ້ນແລະແຟນຄລັບທັງຊາວລາວ ແລະ ໄທກໍເຂົ້າມາຄອມເມັ້ນກັນສະໜັ່ນເລີຍ!!! เอาบรรยากาศมาฝากค่ะ A post shared by ปาล์มมี่ (@palmy.ig) on …

Read More »

3 ສາວຈີນເຮັດສັນຍະກຳຈົນໜ້າປ່ຽນ ບໍ່ຄືກັບຮູບໃນພາສປອດ ຈົນຖືກສັ່ງຫ້າມບໍ່ໃຫ້ອອກ ສ.ເກົາຫລີ!!! (ແບບນີ້ກໍມີຫວາ)

ເວັບໄຊ້ຂ່າວອອນລາຍໃນ ຮ່ອງກົງ ໄດ້ລາຍງານຂ່າວທີ່ພາໃຫ້ຕະລຶງໄປຕາມໆກັນ ເປັນເລື່ອງລາວຂອງສາວຊາວຈີນ 3 ຄົນ ທີ່ຖືກຕຳຫຼວດກວດຄົນເຂົ້າເມືອງທີ່ເດີ່ນບິນນານາຊາດ ຄິມໂພ ທາງທິດຕາເວັນຕົກຂອງກຣຸງໂຊ ໃນ ສ.ເກົາຫລີ (ເກົາຫລີໄຕ້) ຫ້າມບໍ່ໃຫ້ອອກປະເທດ, 3 ສາວຊາວຈີນໄດ້ໃຊ້ຊ່ວງເວລາພັກຍາວ 8 ມື້ ເນື່ອງຈາກເປັນວັນຊາດຂອງ ສປ ຈີນ ເດີນທາງຈາກບ້ານເກີດເດີນທາງມາຜ່າຕັດສັນຍະກຳ ຍົກເຄື່ອງໝົດທົ່ວທັງໜ້າ ທີ່ເກົາຫລີໄຕ້ ເຮັດໃຫ້ໜ້າໃໝ່ມີຄວາມແຕກຕ່າງເກົ່າຫຼາຍ ບໍ່ຄືກັບຮູບທີ່ຖ່າຍໃນປື້ມພາສປອດ ໂດຍໜ້າຂອງທັງ 3 ສາວຢູ່ໃນຊ່ວງທີ່ຕ້ອງພັກຟື້ນຫຼັງການຜ່າຕັດ ຍັງມີອາການບວມແລະມີຜ້າພັນບາດພັນອ້ອມໜ້າ ເຮັດໃຫ້ເຈົ້າໜ້າທີ່ກວດຄົນເຂົ້າເມືອງຂອງສະໜາມບິນກັກຕົວເພື່ອສອບປາກຄຳ ເພື່ອຍືນຍັນເອກະລັກບຸກຄົນ. ຮູບດັ່ງກ່າວ ໄດ້ມີຄົນຖ່າຍໄວ້ໄດ້ ແລະ ໄດ້ນຳມາໂພສທີ່ສື່ອອນລາຍຂອງຈີນ ເຮັດໃຫ້ຮູບພາບດັ່ງກ່າວເປັນທີ່ສົນໃຈຂອງຜູ້ຄົນ ມີຄົນທີ່ເຂົ້າມາສະແດງຄວາມຄິດເຫັນເປັນຈຳນວນຫຼວງຫຼາຍກວ່າ 30,000 ຄອມເມັ້ນ, ກົດໄລ້ກວ່າ 50,000 ໄລ້ ແລະ ຖືກແຊຣໄປກວ່າ 23,000 ພາຍໃນເວລາບໍ່ພຽງເທົ່າໃດມື້, ຫຼາຍຄົນກໍໄດ້ສະແດງຄວາມຄິດເຫັນວ່າກໍເຂົ້າໃຈເຈົ້າໜ້າທີ່ກວດຄົນເຂົ້າເມືອງທີ່ຕ້ອງເຮັດໜ້າທີ່ຢ່າງເຄັ່ງຄັດ ເພາະເບິ່ງແລ້ວວ່າໜ້າຂອງທັງ 3 ສາວກໍປ່ຽນໄປຫຼາຍຈົນບໍ່ມີລັກສະນະເດີມເຫຼືອເລີຍ. ເຖິງແນວໃດກໍຕາມຍັງບໍ່ມີລາຍງານວ່າທັງ 3 ສາວໄດ້ຮັບອະນຸຍາດໃຫ້ອອກ …

Read More »