Breaking News

ອາຫານເສີມ

ຄຸນປະໂຫຍດ ແລະ ໂທດຂອງນົມງົວທີ່ເຈົ້າອາດຍັງບໍ່ຮູ້

ນົມງົວທີ່ເຮົາດື່ມທຸກມື້ນີ້ອຸດົມໄປດ້ວຍຄຸນປະໂຫຍດຫຼາຍຢ່າງ ຫຼັກໆແມ່ນແຄນແຊ້ມທີ່ຊ່ວຍເລື່ອງກະດູກ ແຕ່ໜ້ອຍຄົນທີີ່ອາດຈະຮູ້ວ່ານົມງົວກໍມີຂໍ້ເສຍຄືກັນ ເຮົາເລີຍຮວບຮວມທັງປະໂຫຍດ ແລະ ຂໍ້ເສຍຂອງນົມງົວມາຝາກ ປະໂຫຍດຂອງນົມງົວ 1 ຊ່ວຍເສີມສ້າງກະດູກ ແລະ ແຂ້ວໃຫ້ແຂງແຮງ 2 ຊ່ວຍລົດຄວາມຢາກອາຫານ 3 ຊ່ວຍປ້ອງກັນໂລກຫົວໃຈ ແລະ ຫຼອດເລືອດ 4 ຊ່ວຍປ້ອງກັນໂລກເບົາຫວານ 5 ຫຼຸດການອັກເສບ 6 ຊ່ວຍໃນການຈະເລີນເຕີບໂຕ 7 ອຸດົມໄປດ້ວຍວິຕາວິນຫຼາກຫຼາຍເຊັ່ນ ວິຕາມິນ D, B2,B12, ຟົດສະຟໍລັສ, ແຄນແຊ້ມ, ຊີລີນຽມ ແລະ ໂພແທສຊຽມ ຜົນເສຍຂອງນົມງົວ 1 ເຮັດໃຫ້ເກີດສິວ ເພາະມັນຈະໄປກະຕຸ້ນຕ່ອມໄຂມັນໃຫ້ເຮັດວຽກຫຼາຍຂຶ້ນ ສົ່ງຜົນໃຫ້ເກີດອອາການໜ້າມັນ ແລະ ເປັນສິວ 2 ເຈັບທ້ອງ ດື່ມແລ້ວອາດເຮັດໃຫ້ມີລົມໃນລໍາໄສ້ຫຼາຍ, ຍື່ງທ້ອງ, ປວດຮາກ ແລະ ບາງຄົນອາດຈະເຖິງຂັ້ນເຈັບທ້ອງນໍາ. 3 ພະຍາດຂອງຄົນແພ້ນົມງົວ ແມ່ນພົບໄດ້ທັງເດັກອ່ອນ …

Read More »

ອາຫານທີ່ຜູ້ຕິດເຊື້ອໂຄວິດຄວນຫຼີກລ້ຽງ ເພາະອາດເປັນອັນຕະລາຍໄດ້!!!

ສໍາລັບຜູ້ທີ່ຕິດເຊື້ອໂຄວິດ -19 ນອກຈາກຈະຕ້ອງກິນຢາພັກຜ່ອນໃຫ້ພຽງພໍແລ້ວ ອາການກໍເປັນເລື່ອງສໍາຄັນເພາະອາຫານບາງປະເພດອາດເຮັດໃຫ້ອາການຊຸດໂຊມລົງກ່ອນເກົ່າ ແລ້ວຈະມີອາຫານປະເພດໃດແນ່ທີ່ຄົນຕິດເຊື້ອໂຄວິດຄວນຫຼີກລ້ຽງມາເບີ່ງກັນເລີຍ!!! ກ່ອນອື່ນຕ້ອງທໍາຄວາມເຂົ້າໃຈອາການຂອງຜູ້ຕິດເຊື້ອກ່ອນ ເຊິ່ງຈະແບ່ງອອກເປັນ 3 ກຸ່ມຄື ກຸ່ມທີ1 ກຸ່ມທີ່ມີອາການໄອ, ເຈັບຄໍ, ມີນໍ້າມູກ ແລະ ເປັນຫອບເປັນເມື່ອຍ ກຸ່ມທີ2 ອາຫານບໍ່ຍ່ອຍ, ປວດຮາກ, ມີລົມໃນກະເພາະອາຫານ ຫຼືຂັບຖ່າຍແຫຼວ ກຸ່ມ 3 ມີອາການປວດເມື່ອຍ ແລະ ອ່ອນເພຍ ອາຫານທີ່ເຮັດໃຫ້ອາການຊຸດໂຊມລົງສໍາລັບກຸ່ມທີ 1 ເຄື່ອງດື່ມແຊ່ເຢັນ ແລະ ເຄື່ອງດື່ມທີ່ມີລົດຫວານເຊັ່ນ ນໍ້າອັດລົມ, ເບຍ, ຊານົມ ເນື່ອງຈາກການຮັບປະທານອາຫານທີ່ມີລົດຫວານ ແລະ ເຢັນຈະເຮັດໃຫ້ອາການທີ່ເປັນຢູ່ເພີ່ມທະວີຂຶ້ນ ອາຫານລົດຈັດ: ອາຫານມັນຈັດ, ຫວານຈັດ, ເຜັດ ມີເຄື່ອງເທດ, ເຄື່ອງແກງ ອາຫານທີ່ມີນໍ້າມັນຫຼາຍ ຂອງທອດຕ່າງໆ ແລະ ອາຫານຟາດຟູດ ເຂົ້າໜົມທີ່ມີຊີສ, ນົມ ຫຼືເນີຍ ກຸ່ມອາຫານທີ່ຄວນຫຼີກລ່ຽງສໍາລັບກຸ່ມທີ …

Read More »

ໂອກາດດີທີ່ບໍ່ຄວນພາດ!! ສໍາລັບໃຜທີ່ຢາກເປັນຕົວແທນຂາຍສິນຄ້າຄຸນນະພາບດີຈາກຍີ່ປຸ່ນ…

ຂ່າວ​ດີສໍາລັບສາວໆ ຫຼື ນັກທຸລະກິດທ່ານໃດທີ່ຕ້ອງການຢາກເປັນຕົວແທນຂາຍສິນຄ້າຈາກຍີ່ປຸ່ນ ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈໍາ ສ​ປ​ປ ລາວ ຫຼື ອົງການ JETRO VIENTIANE ໄດ້ຈັດງານວາງສະແດງສິນຄ້າຈາກປະເທດຍີ່ປຸ່ນ ຫຼື “Japan Product Exhibition 2021” ເປັນ​ທາງ​ການ​ໃນວັນທີ 03 ກຸມພາ 2021 ທີ່ໂຮງແຮມ ຄຣາວພລາຊ່າ, ພາຍໃນງານມີສິນຄ້າຫຼາຍເຖິງ 82 ລາຍການ ຈາກ 28 ບໍລິສັດ, ໃນນັ້ນມີສິນ​ຄ້າປະເພດອາຫານ ເຊັ່ນ: ພາສຕ້າ ທີ່ເຮັດຈາກເຂົ້າ, ສາຫລ່າຍຍີ່ປຸ່ນ, ໃບຊາຍີ່ປຸ່ນ…. ​ສິນ​ຄ້າປະເພດເຄື່ອງສໍາອາງ ເຊັ່ນ: ຄີມທາຝ້າ, ໂລຊັນ, ຢາຟື້ນຟູເສັ້ນຜົມ ແລະ ນໍ້າຢາຍ້ອມຜົມ, ນອກຈາກນີ້​ ຍັງມີສິນ​ຄ້າປະເພດອາຫານເສີມ ເຊັ່ນ ຄໍລະເຈັນ, ເມັດຈຸລິນຊີທີ່ດີຕໍ່ລໍາໄສ້ ແລະ ອື່ນໆ. ທ່ານ …

Read More »

ເຄີຍສົງໃສບໍວ່າ! ຫຼັງຈາກ ກິນເຂົ້າສວາຍແລ້ວ ຮູ້ສຶກຢາກນອນປະຈຳ ເປັນຍ້ອນຫຍັງ….?

ເຄີຍສົງໃສບໍວ່າ ກິນເຂົ້າສວາຍແລ້ວຍາມໃດຮູ້ສຶກງ່ວງ ຢາກລົ້ມນອນທຸກໆເທື່ອ ເຊິ່ງອາການດັ່ງກ່າວທາງການແພດເອີ້ນວ່າ Food Coma  ເກີດຈາກການທີ່ຮ່າງກາຍເຮົາເກີດການກະຕຸ້ນ ເມື່ອເຮົາກິນອາຫານຫຼາຍຈົນເກີນໄປ ໂດຍສະເພາະການກິນອາຫານປະເພດຄາໂບໄຮເດສຈຳພວກແປ້ງ ແລະ ນໍ້າຕານ ເຊັ່ນ ເຂົ້າ ເຂົ້າໜົມປັງ ຊຶ່ງຮ່າງກາຍສາມາດດູດຊຶມໄດ້ຢ່າງໄວວາ ດັ່ງນັ້ນ! ຈຶ່ງເຮັດໃຫ້ຮ່າງກາຍຮູ້ສຶກງ່ວງ ຫຼືຢາກນອນໄດ້ງ່າຍ… ເມື່ອຮ່າງກາຍຍ່ອຍອາຫານທີ່ເຮົາກິນເຂົ້າໄປໂດຍການປ່ຽນໃຫ້ເປັນນໍ້າຕານ ເຮັດໃຫ້ປະລິມານໃນຮ່າງກາຍສູງຂຶ້ນ ຈາກນັ້ນຮ່າງກາຍຈະຫຼັ່ງສານ ອິນຊູລີນ ເພື່ອເຮັດໜ້າທີ່ຄວບຄຸມນໍ້າຕານ ໂດຍການປ່ຽນນໍ້າຕານໃຫ້ເປັນໄຂມັນ ເພື່ອເປັນການຊ່ວຍຫຼຸດລະດັບນໍ້າຕານໃຫ້ກັບມາເປັນປົກກະຕິ ຈາກນັ້ນຮ່າງກາຍຈະຫຼັງສານເຊໂລໂທນິນເຊິ່ງເປັນສານແຫ່ງຄວາມສະຫງົບ ທີ່ເຮັດໃຫ້ຮູ້ສຶກຜ່ອນຄາຍ ນອນຫຼັບສະບາຍ ແລະ ຄວບຄຸມວົງຈອນການນອນຫຼັບ ແລ້ວສານເຊໂລໂທນິນຈະຖືກສົ່ງຕໍ່ໄປທີ່ຕ່ອມບໍລິເວນສ່ວນກາງຂອງສະໝອງໃຫ້ຫຼັງສານເມລາໂທນິນອອກມາສູ່ກະແສເລືອດຈຶ່ງເຮັດໃຫ້ຮ່າງກາຍຮູ້ສຶກງ່ວງນອນນັ້ນເອງ ເປັນແນວໃດແດ່ ເມື່ອຮູ້ສາເຫດຂອງອາການຢາກນອນໃນຊ່ວງບ່າຍໆ ຫຼັງຈາກກິນເຂົ້າສວາຍແລ້ວ ແຕ່ຖ້າແຟນໆທ່ານໃດຢາກລອງວິທີແບບນີ້ ເຮັດເປັນປະຈຳກໍບໍ່ຫວງສູດເດີ້ ແນະນຳເລີຍ  ເມນູ ປັ່ນໝາກໄມ້ ເພື່ອສຸຂະພາບ  ກິນແລ້ວຈະຮູ້ສຶດສົດຊື່ນ ເພີ່ມພະລັງໃນຊ່ວງບ່າຍ ແຖມກິນແລ້ວຍັງຊ່ວຍເຮັດໃຫ້ສຸຂະພາບດີອີກດ້ວຍ.         ທີ່ມາ Health Mthai Team  

Read More »

ເຊຍລາວ!!! ຮ່ວມສົ່ງກໍາລັງໃຈໃຫ້ ປຸກກີ່ ຕົວແທນນັກກິລາປັນສີລັກທີມຊາດລາວ ໃນຊີເກມ ຄັ້ງທີ 30 (ປະເທດ ຟີລິບປິນ)

ເຊຍລາວ!!! ຮ່ວມສົ່ງກໍາລັງໃຈໃຫ້ ປຸກກີ່ ຕົວແທນນັກກິລາປັນສີລັກທີມຊາດລາວ ໃນຊີເກມ ຄັ້ງທີ 30 (ປະເທດ ຟີລິບປິນ) ໄລຍະນີ້ຖືເປັນໄລຍະສໍາຄັນຂອງນັກກິລາລະດັບຊາດຂອງບັນດາປະເທດໃນອາຊຽນ ເພື່ອກະກຽມໃນການລົງຊິງຂັນໃນ ມະຫາກໍາກິລາຊີເກມ ຄັ້ງທີ່ 30 ທີ່ຈະຈັດຂຶ້ນໃນວັນທີ 30 ພະຈິກ ຫາ 12 ທັນວາ 2019 ໂດຍເຈົ້າພາບ ປະເທດ ຟີລິບປິນ… ສະນັ້ນ ມື້ນີ້ແອັດມີ້ນກໍເລີຍຈະມາຊວນແຟນໆ ຂວັນໃຈ ແລະ ແຟນຄຣັບນັກກິລາມາຮ່ວມສົ່ງກໍາລັງໃຈໄປເຖິງນັກກິລາທີມຊາດທຸກໆຄົນ. ແລະ ຢາກຈະມາແນະນໍາໃຫ້ຮູ້ຈັກກັບ ນັກກິລາສາວປັນຈັກສີລັດ ສາວງາມຄົນນີ້ ນັ້ນກໍຄື ນ້ອງ ປຸກກີ່ ສະເຫຼີມບຸນຕາ ທີ່ເປັນຕົວແທນນັກກິລາໄປຮ່ວມແຂ່ງຂັນໃນງານ ມະຫາກໍາກິລາຊີເກມໃນຄັ້ງນີ້ ໃນປະເພດຟ້ອນດ່ຽວຍິງ ຫຼືລາຍການ tuggal ເຊິ່ງມີຄວາມໝັ້ນໃຈຢ່າງເຕັມຮ້ອຍເປີເຊັນ ຫຼັງໄດ້ຝຶກຊ້ອມໜັກໃນໄລຍະ 1 ເດືອນເຕັມກັບຄູຝຶກທີ່ປະສົບການລະດັບຂັ້ນສູງ ທີ່ສສ ຫວຽດນາມ ພ້ອມຈະນໍາເອົາທ່າຟ້ອນ 100 ທ່າ …

Read More »