Breaking News

ອາຫານເສີມ

ເກັ່ງເກີນເດັກ! ໜຸ່ມນ້ອຍຊາວເບລຢ່ຽມ ຮຽນຈົບປະລິນຍາຕີແຕ່ອາຍຸ 9 ປີ ແຖມຍັງສາມາເວົ້າໄດ້ເຖິງ 4 ພາສາ… ວ່າທີ່ນັກພັດທະນາເຕັກໂນໂລຊີອະໄວຍະວະທຽມໃນອານາຄົດ!!!

ເກັ່ງເກີນເດັກ! ໜຸ່ມນ້ອຍຊາວເບລຢ່ຽມ ຮຽນຈົບປະລິນຍາຕີແຕ່ອາຍຸ 9 ປີ ແຖມຍັງສາມາເວົ້າໄດ້ເຖິງ 4 ພາສາ… ວ່າທີ່ນັກພັດທະນາເຕັກໂນໂລຊີອະໄວຍະວະທຽມໃນອານາຄົດ!!! ໃນໂລກນີ້ມີຫຼາຍສິ່ງຫຼາຍຢ່າງທີ່ເກີດຂຶ້ນມາຢ່າງໜ້າອັດສະຈັນ ຈົາບາງສິ່ງບາງຢ່າງນັ້ນກໍບໍ່ຢາກເຊື່ອວ່າມັນຈະເກີດຂຶ້ນກັບມະນຸດ ຫຼືເຫຼືອເຊື່ອວ່າມະນຸດຕົວນ້ອຍໆຄືພວກເຮົາໆຈະສາມາດສ້າງໃຫ້ມັນເກີດປາກົດການເຫຼົ່ານັ້ນຂຶ້ນໄດ້ ຄືດັ່ງເລື່ອງລາວຂອງເດັດນ້ອຍຄົນໜຶ່ງທີ່ອາຍຸພຽງແຕ່ 9 ປີ ແຕ່ລາວສາມາດຮຽນຈົບໃນລະດັບປະລິນຍາຕີ ແລະ ຍັງສາມາດເວົ້າໄດ້ 4 ພາສາ ຈົນໄດ້ຂຶ້ນຊື່ວ່າເປັນ ເດັກນ້ອຍ ອັດສະລິຍະ ແລະ ຖືກບັນທຶກລົງໃນກິເນສບຸກວ່າ ເປັນຜູ້ທີ່ຮຽນຈົບໃນລະດັບປະລິນຍາຕີທີ່ອາຍຸນ້ອຍທີ່ສຸດໃນໂລກ. ໂດຍເລື່ອງລາວດັ່ງກ່າວຖືກເຜີຍແຜ່ອອກສູ່ສັງຄົມເມື່ອ ສຳນັກຂ່າວຊີເອ໊ນເອ໊ນ (ສໍານັກຂ່າວອັນດັບ 1 ຂອງໂລກ) ລາຍງານວ່າ ໂດຍທົ່ວໄປແລ້ວກວ່າຄົນໆໜຶ່ງຈະຮຽນຈົບມະຫາວິທະຍາໄລໄດ້ຕ້ອງໃຊ້ເວລາເປັນ 10 ປີ ແຕ່ສໍາລັບເລື່ອງທີ່ຈະນໍາສະເໜີຕໍ່່ໄປນີ້ຄື ເດັກຊາຍຄົນໜຶ່ງເຂົາໃຊ້ເວລາຈົບການສຶກສາໃນລະບົບພຽງ 5 ປີ ໂດຍເລີ່ມເຂົ້າຮຽນຕັ້ງແຕ່ ອາຍຸ 4 ປີ ແມ່ນແລ້ວພຽງແຕ່ 4 ປີເທົ່ານັ້ນ ຈົນປັດຈຸບັນອາຍຸໄດ້ 9 ປີ ແລະ …

Read More »

ໜຸ່ມ Choi Si Won ສິນລະປິນຊື່ດັງລະດັບໂລກ ເດີນທາງມາປະເທດລາວ ເພື່ອຮັບປະກັນເລື່ອງສິດທິເດັກນ້ອຍ ຕາມສົນທິສັນຍາຂອງ UNICEF…

ໜຸ່ມ Choi Si Won ສິນລະປິນຊື່ດັງລະດັບໂລກ ເດີນທາງມາປະເທດລາວ ເພື່ອຮັບປະກັນເລື່ອງສິດທິເດັກນ້ອຍ ຕາມສົນທິສັນຍາຂອງ UNICEF… ເປັນກະແສຮືຮາສໍາລັບແຟນຄຣັບຊາວລາວ ກັບການມາຢ້ຽມຢາມປະເທດລາວຂອງສິນລະປິນລະດັບໂລກ ຄືໜຸ່ມ Choi Si Won (ນັກຮ້ອງ, ນັກສະແດງຊື່ດັງ ປະເທດ ເກົາຫລີໃຕ້) ໂດຍໜຸ່ມ Choi Si Won ໄດ້ເດີນທາງມາຮອດລາວໃນວັນທີ 10 ພະຈິກ ທີ່ຜ່ານມາ ແລະ ມີແຟນຄຣັບຊາວລາວໄປຖ້າຕ້ອນຮັບຢ່າງຄຶກຄື້ນ, ແຕ່ການເດີນທາງມາປະເທດລາວຂອງໜູ່ມ Choi Si Won ໃນຄັ້ງນີ້ ບໍ່ໄດ້ມາເພື່ອການສະແດງໃນຖານະສິນລະປິນແຕ່ຢ່າງໃດ ແຕ່ມາເພື່ອຮັບຕໍາແໜ່ງ “ທູດສັນທະວະໄມຕີ” ຂອງອົງການສະຫະປະຊາຊາດ (UNICEF) ປະຈໍາພາກພື້ນອາຊີ ແລະ ປາຊີຟິກ ໃນງານ ກອງປະຊຸມ ລະດັບສູງ ໂອກາດວັນຄົບຮອບ 30 ປີ ສົນທິສັນຍາ ວ່າດ້ວຍ ສິດທິເດັກ Lao …

Read More »

ເກີດຫຍັງຂຶ້ນ! ກັບສາວໆໃນວົງການບັນເທີງ ເຫັນຫອບຊໍ່ດອກໄມ້ງາມໆໃນເວລາດຽວກັນ ທີ່ແທ້ເປັນແບບນີ້!!! (ມີຄຳຕອບ)

  ມື້ນີ້ ຂວັນໃຈ ໄດ້ໄປສ່ອງ ເຟສບຸກ ຂອງບັນດາສາວໆຄົນດັງໃນວົງການບັນເທີງຫຼາຍຄົນເຊັ່ນ:  ວັນໃໝ່ ທຳມະວົງ, ແກ້ວຕາ ພອນປະເສີດ, ເປ້ ເດີວ້າວ ແລະ ລິນນາ ສີປະເສີດ ວ່າເກີດຫຍັງຂຶ້ນ ແລະເປັນຫຍັງພວກນາງຈຶ່ງໄດ້ ດອກໄມ້ຊໍ່ງາມໆໃນເວລາ ແລະມື້ດຽວກັນ ແຖມຍັງສັງເກດເບິ່ງວ່າສາວໆເຫຼົ່ານີ້ ງາມໆ ມີໜ້າຕາທີ່ສົດໃສ ຜິວພັນເປັ່ງປະກາຍ ຮູບຮ່າງດີ ຈຶ່ງໄປເຈາະຈີ້ມແບບກົງໆເລີຍວ່າ ແມ່ນຫຍັງແທ້. ພ້ອມກັບສອບຖາມວ່າເຮັດແນວໃດຄືງາມ ໜ້າຮັກ ຮູບຮ່າງກໍດີໆ ແລະກໍໄດ້ຄຳຕອບເປັນສຽງດຽວກັນວ່າເຄັດລັບທີ່ເຮັດໃຫ້ພວກເຂົາງາມ ເບິ່ງມີສຸຂະພາບດີມາຝາກແຟນໆວ່າພວກເຂົາໄດ້ກິນ “ຊາກຸຫຼາບ  ກິນໄດ້ ຖ່າຍໝົດ”  Wara Rosaceae Tea Laos ເພາະຊາກຸຫຼາບໄດ້ເຮັດມາຈາກສ່ວນຜະສົມຈາກທຳມະຊາດ ດັ່ງຕໍ່ໄປນີ້: ສານສະກັດດອກກຸຫຼາບນຳເຂົ້າຈາກປະເທດ ອັງກິດ (Olivia Rose Austin) ປະໂຫຍດຂອງສານສະກັດດອກກຸຫຼາບນັກວິໄຈຈາກປະເທດ ເຢຍລະມັນ ແລະ ເດນມາກ ໄດ້ຄົ້ນຄວ້າແລະກ່າວວ່າຊາທີ່ເຮັດຈາກດອກກຸຫຼາບສາຍພັນຈາກ ປະເທດ ອັງກິດ (Olivia …

Read More »

ຢາກແນະນໍາໃຫ້ຮູ້ຈັກກັບ!!! “ລໍາພອນ ຫຼວງລາຊາ” ສະຈວດ ບ່າວລາວພຽງຄົນດຽວໃນສາຍການບິນ ກາຕາ (Qatar Airway)

ສະຈວດ ແລະ ສາວແອ ເປັນອາຊີບທີ່ຫຼາຍຄົນຢາກເປັນ ແລະ ກໍມີຫຼາຍຄົນທີ່ຝັນເປັນຈິງໄດ້ເຮັດອາຊີບທີ່ມັກ ດັ່ງທີ່ກ່ອນໜ້ານີ້ທີ່ເຮົາໄດ້ນໍາສະເໜີ ສາວລາວພຽງຄົນດຽວທີ່ເປັນສາວແອໃນສາຍການບິນ ກາຕາ (Qatar Airway) ເຊິ່ງທຸກຄົນກໍຮູ້ແລ້ວວ່າ ສາວລາວຄົນເກັ່ງຄົນນັ້ນກໍຄືສາວ ສຸມາໄລ ໂພທິສານ (ປຸ) ເຫັນວ່າຫຼາຍຄົນກໍໃຫ້ຄວາມສົນໃຈຫຼາຍ. ມື້ນີ້ ເຮົາກໍເລີຍຢາກຈະມາແນະນໍາໃຫ້ຮູ້ຈັກກັບບ່າວລາວພຽງຄົນດຽວໃນສາຍການບິນດຽວກັນນີ້ ນັ້ນກໍຄືບ່າວຄົນນີ້ “ລໍາພອນ ຫຼວງລາຊາ” ສະຈວດທີ່ເປັນບ່າວລາວພຽງຄົນດຽວໃນສາຍການບິນ ກາຕາ (Qatar Airway) ສາຍການບິນລະດັບ 5 ດາວ ເຊື່ອວ່າຫຼາຍຄົນທີ່ໄດ້ອ່ານບົດຄວາມແນະນໍາ ສາວປຸ ແລ້ວ ຄົງຈະຮູ້ຈັກກັນໄປແລ້ວກ່ຽວກັບສາຍການບິນນີ້ ແອັດເລີຍຈະບໍ່ແນະນໍາຄືນເດີ່! ແນວໃດກໍຕາມ ກໍຂໍຊົມເຊີຍໃນຄວາມຮູ້ ແລະ ຄວາມສາມາດຂອງຄົນລາວເຮົາ ທີ່ເຮັດໃຫ້ເຫັນວ່າ ຄົນລາວເຮົາກໍເກັ່ງບໍ່ໄດ້ດ້ອຍໄປກວ່າຊາດໃດໃນໂລກ! ອ້າວ ຈະຖ້າຫຍັງກໍຕົບມືຊົມເຊີຍລະແມ໋ະ! ແຕ່ຖ້າຕົບມືຢ້ານເພິ່ນບໍ່ຮູ້ກໍກົດ Like and Share ໃຫ້ຫຼາຍຄົນໄດ້ຮູ້ ເພາະເຊື່ອວ່າໃນປະເທດເຮົາຍັງມີອີກຫຼາຍຄົນທີ່ມີທັງຄວາມເກັ່ງ ແລະ ຄວາມສາມາດ …

Read More »

ໃຜວ່າ! ຜູ້ຊາຍເຈົ້າທີ່ຊູ້ໜ້າຕາດີບໍ່ແມ່ນຜູ້ຊາຍແທ້!

Hi Happy Friday ສາວໆ ວັນສຸກກັນແລ້ວ ມື້ນີ້ກໍຂໍໃຫ້ເປັນວັນສຸກທີ່ສຸກສັນກັນເດີ້! ແລະ ເພື່ອເປັນການເພິ່ມຕຶ່ມຄວາມສຸກໃຫ້ອີກ ມື້ນີ້ BeautyGuru ກໍມີສິ່ງດີໆມາຕ້ອນກັນອີກແລ້ວ ແຕ່ວ່າຈະເປັນຫຍັງນັ້ນກໍໄປຕິດຕາມກັນເລີຍ! ສາວໆບໍ່ວ່າຍຸກໃດສະໄໝໃດ ໃຜໆກໍມັກຄວາມສວຍຄວາມງາມກັນໝົດ ແຕ່ຍຸກນີ້ສະໄໝນີ້ຄວາມສວຍຄວາມງາມນັ້ນມັນໄວ້ໃຈບໍ່ຄ່ອຍໄດ້ແລ້ວ ເພາະຜູ້ຊາຍບາງຄົນສຸດແສນຈະເຈົ້າຊູ້ເປັນທີ່ຫຼົງໄຫຼຂອງສາວໆແຕ່ກໍບໍ່ໄດ້ງາບກັນດອກເພາະເຂົາຫັນໄປກິນກັນເອງໝົດ ຈົນເຮັດໃຫ້ສາວໆນັ່ງເສຍອົກເສຍໃຈວ່າ ເປັນຫຍັງຜູ້ຊາຍທີ່ໜ້າຕາອ່າຍດີໜ້ອຍໜຶ່ງຈຶ່ງຫັນໄປເປັນເກ, ເປັນກະເທີຍ ກັນໝົດແລ້ວແມ່ຍິງຄືເຮົາໆເດໃຜຈະເອົາລະ! ແລະ ກໍພາກັນເໝົາລວມໄປວ່າຜູ້ຊາຍດີໆທີ່ໜ້າຕາດີໆບໍ່ແມ່ນຜູ້ຊາຍແທ້ດອກ! ອ້າວໆໆ ອັນນີ້ມັນກໍເປັນສິ່ງຫ້າມກັນບໍ່ໄດ້ເນາະຄວາມມັກຂອງໃຜລາວ ໃຜມັກຫຍັງກໍວ່າກັນໄປຕາມທີ່ສະບາຍໃຈ ແຕ່ສາວໆຢຸດເສຍໃຈໄປເລີຍ ເພາະມື້ນີ້ແອັດໄດ້ນໍາເອົາບ່າວທີ່ແສນຈະເຈົ້າຊູ້ເປັນເຖິງສະຈວດຢູ່ສາຍການບິນ Laos Air lines ແຕ່ໝັ້ນໃຈໄດ້ເລີຍວ່າບ່າວຄົນນີ້ເປັນຜູ້ຊາຍແທ້ໆ ຮັບຮອງບໍ່ກິນກັນເອງຢ່າງແນ່ນອນຮັບປະກັນດ້ວຍກຽດຂອງ BeautyGuru ຄົນຜູ້ງາມໆໆໆ ຈົນຊອກບໍ່ເຫັນຄົນນີ້ເຈົ້າ. (ສະຫຼຸບອັນທີ່ເວົ້າມາຫຼາຍໆກະບໍ່ກ່ຽວກັບຂ່າວເລີຍ…ງົງ) ເອົາເປັນວ່າເຮົາໄປເບິ່ງໜ້າຕາຂອງລາວດີກວ່າວ່າຈະເຈົ້າຊູ້ຄືແອັດໂມ້ໄປບໍ່? ອ້າຍບ່າສະຈວດຄົນເຈົ້າຊູ້ ຍິ້ມໃຈລະລາຍ ອ່ອຍຍຍ ລວມພົນຄົນໜ້າຕາດີ 555 With team jah ກະກົດເງິນແລ້ວແຕ່ບໍ່ຮູ້ຈະໄປຫຼິ້ນໃສ? ຢູ່ໃສນີ້? ອາຊີບເສີມ ກາລັນຕີຄວາມເຈົ້າຊູ້ດ້າຍວາບນາຍແບບ. By: …

Read More »