Breaking News

ອາຫານເສີມ

ອ້າຍບ່າວທະຫານຫວຽດນາມ Degree ຄວາມເຈົ້າຊູ້ມາເຕັມ! ສາວລາວຄົນໃດຢາກໄປຮົບກັບອ້າຍບ່າວທະຫານແນ່ຍົກມືຂຶ້ນ! (ແອດຍົກກ່ອນ55)

ມື້ນີ້ບໍ່ມີຫຍັງຫຼາຍ ຈະມາພາສາວໆໄປນໍ້າລາຍໄຫຼ ກັບອ້າຍບ່າວຫວຽດນາມ ທີ່ເອີ້ນໄດ້ວ່າ Degree ຄວາມເຈົ້າຊູ້ທີ່ຂະໜາດນາຍແບບຍັງຕ້ອງຊິດຊ້າຍ ແອດນີ້ບໍ່ຢາກຈະເວົ້າຫຍັງຫຼາຍ ຮູ້ແຕ່ວ່າ ຄວາມເຈົ້າຊູ້ ຄວາມຫຍັງທັງໝົດລວມຢູ່ກັບອ້າຍບ່າວຄົນນີ້ ຈົນແອດຕ້ອງເທໃຈໃຫ້ໝົດເລີຍແຕ່ບໍ່ຮູ້ລາວຈະເຫັນ ຫຼືບໍ່ (ເສົ້າແປ໊ບ) ຖ້າສາວໆຄົນໃດໄດ້ເຫັນອ້າຍບ່າວທະຫານຫວຽດນາມທີ່ ແອດເອົາມາຕ້ອນມື້ນີ້ແລ້ວ ໃຜທີ່ຈະເກັບເອົາໄປຄິດໄປຝັນ ຢາກປັ້ນຈະແຕ່ງຫຍັງຂຶ້ນນີ້ແອດກໍບໍ່ຫ້າມເດີ້ ເພາະແອດກໍກໍາລັງຕົກຢູ່ໃນສະຖານະການແບບນັ້ນຄືກັນ. ເອົ້າ… ເອົາເປັນວ່າເຮົາໄປເບິ່ງກັນເລີຍດີກວ່າ! ໄປນໍາອ້າຍບໍ່ ເຂົາແກ້ມບ່ອງໃດ໋ ພະເອກ ນັ່ງຄົນດຽວອີກ ຢາກຈະໄປນັ່ງທາງຂ້າງໆ ຮ່ະ ມີຫັຍງກັບຄົນຫຼໍ່ ນອກເຄື່ອງແບບຍັງຫຼໍ່ໄດ້ອີກ ໂອ໊ຍໆໆໆ​ ໃຈລະລາຍແລ້ວ By: BeautyGuru ຂອບໃຈຮູບຈາກ: ໂຄສະນາ

Read More »

ໃຜຍັງຕຸ້ຍຢູ່ ຖືວ່າລ້າສະໄໝເດີ້!!

ສະບາຍດີ ແຟນໆ ເພສຂວັນໃຈ ມື້ນີ້ ຈະມາເລົ່າເລື່ອງ ຂອງສາວງາມຄົນໜຶ່ງ ທີ່ລາວສາມາດຫຼຸດນ້ຳໜັກ ຈາກ 75 ກິໂລ ເຫຼືອ 45 ກິໂລ ພາຍໃນ 6 ເດືອນ ຈົນມີຊີວິດທີ່ດີຂຶ້ນ ໄດ້ເປັນເຈົ້າຂອງທຸລະກິດຫຼັກລ້ານບາດ ຖືວ່າປ່ຽນແປງຂຶ້ນຫຼາຍອີ່ຫລີ. ຜູ້ຂຽນເລີຍໄປສອບຖາມເພິ່ນມາວ່າ “ໄປເຮັດຫຍັງມາ ຄືມາງາມຂຶ້ນໝັ້ນໃຈຂຶ້ນກວ່າເກົ່າແທ້” ແບບວ່າໄປໃສມາໃສໃຜກໍທັກທ້ວງວ່າ ລາວເປັນຄົນໃໝ່ໄປເລີຍ. BeautyGuru ໄດ້ ຮູ້ຈັກສາວຄົນໜຶ່ງ ຊື່ ເອື້ອຍ ຂວັນ ເຈົ້າຂອງຮ້ານເສີມສວຍ ແຖວບ້ານດົງຄຳຊ້າງ ນະຄອນຫຼວງວຽງຈັນເຮົານີ້ແຫຼະ ເພື່ອນໆຮູ້ບໍ່ວ່າ ເອື້ອຍຂວັນ ລາວອາຍຸ ເກືອບເທົ່າກັບແມ່ຂອງຜູ້ຂຽນພຸ້ນໃດ (ໃຫ້ທວາຍເບິ່ງຈາກຮູບວ່າລາວອາຍຸຈັກປີ?) ແລະ ກໍມີລູກຊາຍຄົນ 1 ອາຍຸ 16 ປີ ແຕ່ເບິ່ງເອື້ອຍຂວັນ ຄືຜູ້ສາວອາຍຸ 26-27 ປີນີ້ແຫຼະ. ເອື້ອຍຂວັນໄດ້ເລົ່າໃຫ້ຟັງວ່າ: ເມື່ອກ່ອນ …

Read More »

ໄຂຂໍ້ຂ້ອງໃຈ!!! ກິນຢາຄຸມສຸກເສີນຕອນມີປະຈຳເດືອນໄດ້ບໍ່ ແລະ ຈະເປັນອັນຕະລາຍຫຼືບໍ່?

ຂໍ້ຂ້ອງໃຈກ່ຽວກັບການກິນຢາຄຸມສຸກເສີນ ຖ້າສາວໆຈະກິນຢາຄຸມສຸກເສີນລະຫວ່າງມີປະຈຳເດືອນຈະໄດ້ບໍ່? ການມີເພດສຳພັນແບບບໍ່ໄດ້ປ້ອງກັນໃນຂະນະທີ່ເຮົາຍັງບໍ່ພ້ອມມີລູກ ເຮັດໃຫ້ຫຼາຍຄົນເລືອກໃຊ້ວິທີການກິນຢາ...

Read More »

ອາຫານເສີມພື້ນຖານທີ່ຄວນເລືອກບໍລິໂພກ

ອາຫານເສີມພື້ນຖານທີ່ຄວນເລືອກບໍລິໂພກ ວິຕາມີນບີຄອມເພຼັກ (Vitamin B-comples)ຄືອາຫານເສີມທີ່ລວມເອົາຕັ້ງແຕ່ ບີ 1 ຮອດ ບີ 12 ທີ່ປະກອບດ້ວຍສານຕ້ານອະນູມູຄນອິດສະຫຼະເປັນສ່ວນຫຼາຍ ເຊີ່ງສຳຄັນຕໍ່ລະບົບປະສາດ ແລະ ສະໝອງທີ່ຊ່ວຍກະຕຸ້ນໃຫ້ເກີດພະລັງງານແກ່ຮ່າງກາຍຜູ້ໃຫຍ່ຄວນບໍລິໂພກປະມານ 50-100 ມີລີກຼາມຕໍ່ມື້ທຸກຕອນເຊົ້າ. ວີຕາມີນຊີ (Vitamin C)ເປັນວິຕາມີນທີ່ຕັບຂອງມະນຸດເຮົາບໍ່ສາມາດຜະລິດອອກມາເອງໄດ້ຈື່ງຈຳເປັນທີ່ຈະຕ້ອງເຕີມເຕັມເຂົ້າຮ່າງກາຍ ແລະ ເປັນວິຕາມີນທີ່ລະລາຍໃນນ້ຳຈື່ງບໍ່ສະສົມຢູ່ໃນຮ້່າງກາຍສາມາດກີນໄດ້ທຸກໆ 6 ຊົ່ວໂມງ ປະລິມານບໍລິໂພກທີ່ແນະນຳຄື 60-90 ມີລີກຼາມຕໍ່ມື້ ຊ່ວຍປ້ອງກັນການຂາດສານອາຫານ ແລະ ປະລິມານ 3000-6000 ມີລີກຼາມຕໍ່ມື້ຊ່ວຍບຳລຸງຮ່າງກາຍວິຕາມີນຊີຊ່ວຍບຳລຸງລະບົບການໄຫຼວຽນຂອງເລືອດໃຫ້ດີຂື້ນ ຊ່ວຍຫຼຸດບັນຫາໃນຊ່ອງປາກ ແລະ ແຂ້ວ. ຊີງ (ZINC)ເປັນແຮ່ທາດທີ່ສົ່ງຜົນຕໍ່ລະບົບສືບພັນ ແລະ ຮ໋ອກໂມນເພດ ແລະ ຊ່ວຍທົດແທນພະລັງງານທີ່ເສຍໄປກັບເຫື່ອມີການປະກອບ ຂອງໂປຼຕີນ ເຊີ່ງເປັນໂປຼຕີນສັງເຄາະທີ່ຊ່ວຍໃນກະບວນການຈະເລີນເຕີບໂຕຂອງເຊວ ແລະ ເນື້ອເຍື່ອ ປະລິມານທີ່ຄວນບໍລິໂພກຕໍ່ວັນຄື 5.5-9.5 ມີລີກຼາມໃນຜູ້ຊາຍ ແລະ 4-7 ມີລີກຼາມໃນຜູ້ຍີງ ຄວນກີນພ້ອມອາຫານ …

Read More »

ຂໍ້ຄວນຮູ້ຂອງອາຫານເສີມຫຼຸດນໍ້າໜັກ

ຂໍ້ຄວນຮູ້ຂອງອາຫານເສີມຫຼຸດນໍ້າໜັກ      ອາຫານເສີມຫຼຸດນໍ້າໜັກ: ແບ່ງເປັນກຸ່ມໃຫຍ່ 4 ປະເພດຄື: ກຸ່ມທີ່ຊ່ວຍຫຼຸດການດູດຊຶມໄຂມັນ, ກຸ່ມທີ່ຊ່ວຍເພີ່ມການເຜົາຜານພະລັງງານ, ກຸ່ມທີ່ຊ່ວຍດຶງແປ້ງ ຫຼື Carbohydrate ມາເປັນພະລັງງານ ແລະ ກຸ່ມອາຫານໄຂມັນຕໍ່າ. ກຸ່ມອາຫານເສີມທີ່ຫຼຸດການດູດຊຶມໄຂມັນ ມັກມີສ່ວນປະກອບຂອງສານທີ່ຊ່ວຍໃຫ້ໄຂມັນທີ່ເຮົາຮັບກິນເຂົ້າໄປບໍ່ຖືກດູດຊຶມ ໂດຍຈັບເປັນກັບດັກຈັບໄຂມັນ ແລະ ຂັບຖ່າຍອອກມາ ດັ່ງນັ້ນການກິນອາຫານທີ່ມີໄຂມັນສູງເທົ່າໃດກໍຂັບຖ່າຍອອກມາໝົດກໍເລີຍຊ່ວຍຫຼຸດຄວາມຕຸ້ຍ ການຮັບປະທານອາຫານເສີມກຸ່ມນີ້ຕ້ອງລະວັງແຮ່ທາດໃນຮ່າງກາຍບໍ່ສົມດຸນເພາະສານອາຫານບາງຢ່າງໃນຮ່າງກາຍກໍຕ້ອງການໄຂມັນມາຊ່ວຍດູດຊຶມນັ້ນເອງ. ກຸ່ມອາຫານເສີມທີ່ຊ່ວຍນໍາແປ້ງ ຫຼື Carbohydrate ທີ່ຮັບປະທານເຂົ້າໄປປ່ຽນເປັນພະລັງງານແທນທີ່ຈະເປັນໄຂມັນ ອາຫານເສີມຫຼຸດໄຂມັນ ອາຫານເສີມຫຼຸດນໍ້າໜັກນີ້ຖືວ່າເປັນວິທີການຫຼຸດຄວາມຕຸ້ຍທີ່ປອດໄພວິທີໜຶ່ງ ຖ້າອອກກໍາລັງກາຍປະສິດທິພາບການເຜົາຜານໄຂມັນເປັນພະລັງງານຈະເພີ່ມເປັນສອງເທົ່າເຮັດໃຫ້ຮ່າງກາຍແຂງແຮງຫຼາຍຂຶ້ນ ເພາະຮ່າງກາຍມີພະລັງງານມາໃຊ້ພຽງພໍ ກຸ່ມອາຫານເສີມໄຂມັນຕໍ່າ: ອາຫານເສີມຊະນິດນີ້ສ່ວນໃຫຍ່ມັກແນະນຳໃຫ້ກິນແທນອາຫານບາງມື້ ໂດຍອ້າງວ່າອາຫານເສີມຊະນິດນີ້ໄດ້ຄິດສູດທີ່ມີສານອາຫານພຽງພໍ ໄຂມັນຕໍ່າເໝາະສົມແກ່ການຫຼຸດນໍ້າໜັກ ແຕ່ສິ່ງທີ່ຄວນລະວັງຄືອາຫານເສີມສູດຕ່າງໆນີ້ອາດບໍ່ພຽງພໍ ຫຼື ເໝາະສົມຕໍ່ຄວາມຕ້ອງການຂອງຮ່າງກາຍຂອງເຮົາ ອາດຈະເກີດຜົນເສຍຕາມມາ ແລະ ບໍ່ສາມາດກິນໄດ້ດົນ.

Read More »