Breaking News

Cosmatic

10 Idea ແຕ່ງຕົວໃຫ້ “ສູງຂຶ້ນ” ສໍາລັບສາວຕົວນ້ອຍ (ຕ້ອງອ່ານ)

ເລື່ອງການແຕ່ງຕົວນີ້ເປັນຫຍັງທີ່ສາວໆທຸກຄົນຕ້ອງຄິດຫຼາຍຢູ່ຢ່າງແນ່ນອນ ໃນທຸກໆຄັ້ງກ່ອນອອກຈາກເຮືອນໄປໃສ ກໍຕ້ອງຄິດແລ້ວຄິດອີກວ່າຈະແຕ່ງຕົວແບບໃດ ໂດຍສະເພາະສາວໆທີ່ຕົວນ້ອຍ ບໍ່ຄ່ອຍສູງ ເຮັດໃຫ້ຕ້ອງຄິດຫຼາຍໜ້ອຍໜຶ່ງ ບໍ່ວ່າຈະໃສ່ຊຸດໃດກໍຕ້ອງຄໍານຶງເຖິງແຕ່ວ່າ ຈະເຮັດໃຫ້້ເຮົາເຕ້ຍລົງຕຶ່ມບໍ່ ແຕ່ບັນຫາເຫຼົ່ານີ້ຈະໝົດໄປ ເມື່ອສາວໆໄດ້ອ່ານສິ່ງທີ່ຂັວນໃຈເອົາມາຕ້ອນກັນໃນມື້ ນັ້ນກໍຄື 10 Idea ໃນການແຕ່ງຕົວໃຫ້ສູງຂຶ້ນສໍາລັບສາວຕົວນ້ອຍ ຫຼືເຕ້ຍນັ້ນເອງ ໄປເບີ່ງເລີຍ! 1. ຊຸດອ້ຽມແບບກະໂປງສັ້ນ 2. Mini Skirt ແຍກສ່ວນກັບເສື້ອ 3. ໃສ່ຖົງຕີນຍາວຄຸມຮອດຫົວເຄົ່າ 4. Dresses ສີສັນສົດໄສ 5. ກະໂປງຢີນສັ້ນແບບຊື່ 6. ໂສ້ງຂາສັ້ນ 7. ໂສ້ງຢີນຂາຍາວສີອ່ອນ 8. ເສື້ອຜ້າສີອ່ອນ 9. ເສື້ອຄຸມສີເຂັ້ມ 10. ໃສ່ໝວກ By: BeautyGuru ເຄຼດິດຮູບຈາກ: Sprice

Read More »

ງາມຫຼາຍ… ທຽບກັນເລີຍ! ນາງສັງຂານ ຫຼວງພະບາງ, ນະຄອນຫຼວງ, ຄໍາມ່ວນ ປະຈໍາປີ 2017 ນີ້

ສະບາຍດີສາວໆແຟນຂັວນໃຈທີ່ໜ້າຮັກທັງຫຼາຍ ປີໃໝ່ກໍຜ່ານມາແລ້ວ ຫຼີ້ນປີໃໝ່ດໍາສໍ່າໃດກໍຄົງຮູ້ຕົວເອງດີແລ້ວ (ແອດບໍ່ຢາກຈະເວົ້າຫຼາຍເລື່ອງນີ້ ມັນຊໍ້າໃຈ) ທີ່ສໍາຄັນ ນາງສັງຂານ ຂອງແຕ່ລະແຂວງເຮົາກໍຮູ້ໄປໝົດແລ້ວ ແຕ່ເຊື່ອວ່າສາວໆຄົງຍັງບໍ່ເຄີຍເຫັນທີ່ວ່າ ຖ້າທຽບກັນແລ້ວ ລະຫວ່າງ ນາງສັງຂານ ຫຼວງພະບາງ, ນາງສັງຂານ ນະຄອນຫຼວງ ແລະ ນາງສັງຂານ ແຂວງຄໍາມ່ວນນັ້ນ ໃຜຈະງາມກວ່າກັນ (ຄວາມຈິງກະງາມກວ່າແອດໝົດທຸກຄົນຫັ່ນລະ) ມື້ນີ້ ແອດເລີຍເອົາຄວາມງາມທັງ 3 ສາວມາປະທະກັນ ເອີ້ນໄດ້ວ່ານະບ່ອນນີ້ເພສ ຂວັນໃຈ ຂອງເຮົາຈະງາມ ແລະ ມີສີສັນຂື້ນຕຶ່ມຫຼາຍດ້ວຍຮູບຂອງ 3 ສາວ ນາງສັງຂານ ຈາກ 3 ແຂວງນີ້ເອງ ວ່າແລ້ວເຮົາກໍໄປເບິ່ງພ້ອມກັນເລີຍວ່າໃຜຈະງາມໄປແນວໃດ? ແມ່ນໃຜຈະຖືກຕາເຮົາຫຼາຍກວ່າ ແລະ ເມື່ອເຫັນແລ້ວກໍຢ່າລືມ Comment like and Share ສາວລາວທີ່ງາມບໍ່ແພ້ຊາດໃດກັນແດ່ເດີ້ແຟນໆຂວັນໃຈເຮົາ!!! ນາງສັງຂານ ຫຼວງພະບາງ ນາງສັງຂານ ນະຄອນຫຼວງ ນາງສັງຂານ ແຂວງຄໍາມ່ວນ …

Read More »

ສາວໆຮູ້ບໍ່ວ່າການເຮັດບຸນ ທີ່ນອກຈາກການໃຫ້ທານແລ້ວ ສາວໆຍັງສາມາດເຮັດບຸນໄດ້ດ້ວຍວິທີໃດແດ່? (ມີຄໍາຕອບ)

ການເຮັດບຸນບຸນ 10 ຢ່າງທີ່ບາງຄົນອາດຍັງບໍ່ຮູ້ ສະບາຍດີສາວໆມາພົບກັບແອດຄົນເກົ່າອີກແລ້ວ ມື້ນີ້ກໍຈະມານໍາສະເໜີບັນດາສາວສາຍບຸນທັງຫຼາຍ ໃຫ້ຮູ້ຈັກກັບ ການເຮັດບຸນ 10 ຢ່າງທີ່ຫຼາຍຄົນຍັງບໍ່ຮູ້ ການເຮັດບຸນໃນທາງພຸດທະສາສະໜາ ນັ້ນ ສ່ວນໃຫຍ່ຊາວພຸດເຮົາເຄີຍປະຕິບັດກັນຕະຫລອດ ກໍ່ຄືຈະລີກບໍ່ພົ້ນ ເລື່ອງການໃຫ້ທານ ຖືວ່າເປັນການເຮັດບຸນທີ່ຍິ່ງໃຫຍ່ ແລະ ກໍເຊື່ອວ່າສິ່ງທີ່ເຮົາໃຫ້ທານໄປນັ້ນຈະກັບມາຫາເຮົາໃນພົບໜ້າ ຫຼືຊາດໜ້າ ຍິ່ງໃຫ້ທານຫຼາຍເທົ່າໃດໃນຊາດນີ້ ຊາດໜ້າ ຫຼືໃນພົບໜ້າເຮົາຈະໄດ້ຫັບມາຫຼາຍກວ່າ 2 ເທົ່າ ແລະ ເຊື່ອກັນວ່າຖ້າເຮັດບຸນດ້ວຍວິທີອື່ນ ທີ່ບໍ່ໄດ້ເປັນການໃຫ້ທານນັ້ນ ຊາວພຸດເຮົາເຊື່ຶອວ່າ ອາດຈະບໍ່ໄດ້ບຸນ ຫຼືໄດ້ບຸນໜ້ອຍກວ່າກນໍານໃຫ້ທານ ແຕ່ຄວາມເປັນຈິງແລ້ວ ການເຮັດບຸນໃນທາງພຸດທະສາດສະໜານັ້ນ ພຣະພຸດທະອົງໄດ້ກຳນົດໄວ້ ມີເຖິງ 10 ຢ່າງ ເຊິ່ງເຊື່ອວ່າຫຼາຍຄົນອາດຈະຍັງບໍ່ຮູ້ ການເຮັດບຸນ 10 ຢ່າງທີ່ກ່າວມານັ້ນໄດ້ແກ່: 1. ການເຮັດບຸນດ້ວຍການໃຫ້ທານ ສະຫຼະຊັບສິ່ງຂອງຊ່ວຍເຫຼືອຄົນຍາກຈົນ ແລະ ສາທາລະນະປະໂຫຍດຕ່າງໆ 2. ເຮັດບຸນດ້ວຍການຮັກສາສິນ ປະພຶດຖືກຕ້ອງດ້ວຍກາຍ ວາຈາ ແລະ ຈິດໃຈ …

Read More »

ມາຮູ້ຈັກກັບ Brand ນ້ອງໃໝ່ ທີ່ມາຮ່ວມໃນງານ Vientiane Wow Fashion Week 2017

ສະບາຍດີສາວໆຕ້ອນຮັບສູ່ຕອນເຊົ້າວັນພະຫັດ ມື້ນີ້ກໍບໍ່ມີຫຍັງຫຼາຍ BeautyGuru ຈະມາແນະນໍາໃຫ້ສາວໆຮູ້ຈັກກັບສາວງາມ ພ້ອມກັບຄວາມສາມາດ ເຈົ້າຂອງ Brand ເຄື່ອງນຸ່ງ ນ້ອງໃໝ່ທີ່ມາຮ່ວມໃນງານ Vientiane Wow Fashion Week 2017 .  ເພາະເມື່ອເຫັນເສື້ອຜ້າ ແລະ ຊຸດທີ່ນາງອອກແບບແລ້ວ ເຫັນໄດ້ວ່າງາມສົມກັບຄົນອອກແບບ ແລະ ສະດູດຕາເຕັມໆເລີຍລະ. ສາວໆຢາກຮູ້ແລ້ວບໍ່ວ່າສາວຄົນນີ້ແມ່ນໃຜ? ມາເບີ່ງກັນເລີຍ!!! ສາວຄົນນັ້ນກໍຄື: ສາວ ວີນາ ຈັນພະນາ ເຈົ້າຂອງ Brand Vina ນັ້ນເອງ ເຮົາໄປເບີ່ງທັງໜ້າຕາ ແລະ ເສື້ອຜ້າທີ່ນາງອອກແບບກັນເລີຍດີກວ່າ. ໄປເລີຍ ວີນາ ເຈົ້າຂອງ Brand Vina ຊຸດທີ່ໃຊ້ເຂົ້າໃນງານເດີນແບບ Vientiane Wow Fashion Week 2017 By: BeautyGuru ຂໍຂອບໃຈຮູບຈາກ: Vina Brand …

Read More »

ເອກະລັກ ວັດທະນະທໍາທີ່ບໍ່ຄືໃຜ! ສາວລາວເຜົ່າກຶມມຸ

ສະບາຍດີສາວໆແຟນໆຂວັນໃຈ ໝູນວຽນມາອີກຮອບກັບວັນຈັນ ມື້ທໍາອິດຂອງອາທິດ ວັນເລີ່ມຕົ້ນຂອງການເຮັດວຽກ ແລະ ຍັງອີກແຕ່ມື້ດຽວເທົ່ານັ້ນກໍຈະເປັນມື້ສຸດທ້າຍຂອງເດືອນກຸມພາ ເດືອນແຫ່ງຄວາມຮັກແລ້ວ ເຖິງວ່າເວລາຈະໝູນວຽນປ່ຽນໄປຮອດມື້ໃດ ແຕ່ສິ່ງທີ່ບໍ່ປ່ຽນໄປຕາມເວລາກໍຄື ສິ່ງດີໆທີ່ BeautyGuru ຈະເອົາມາຕ້ອນມາຝາກສາວໆກັນເປັນປະຈໍານັ້ນເອງ ສ່ວນວ່າສິ່ງທີ່ຈະເອົາມາຕ້ອນກັນໃນມື້ນີ້ນັ້ນບໍ່ຕ້ອງໄປເດົາວ່າແມ່ນຫຍັງມີແຕ່ວ່າໄປອ່ານເອງເລີຍແລ້ວຈະຮູ້ເອງ! ສິ່ງນັ້ນກໍຄື ເອກະລັກການຸ່ງຖືຂອງຊົນເຜົ່າກຶມມຸ (ລາວເທິງ) ນັ້ນເອງ ເຊື່ອວ່າຫຼາຍຄົນຄົງຈະເຄີຍໄດ້ຍິນມາກ່ອນເນາະສໍາລັບຊໍື່ຂອງຊົນເຜົ່າກຶມມຸ ຫຼືລາວເທິງ ເພາະວ່າຊົນເຜົ່ານີ້ກໍເປັນໜຶ່ງໃນສາມຂອງຊົນເຜົ່າຂອງລາວນັ້ນເອງ ທີ່ມີການດໍາລົງຊີວິດຢູ່ຮ່ວມກັບຊາວສລາວທົ່ວໄປ ແຕ່ມີສິ່ງແຕກຕ່າງກໍອາດຈະເປັນວັດທະນະທໍາທີ່ເປັນເອກະລັກຂອງເຜົ່ານັ້ນເອງ ສິ່ງທີ່ BeautyGuru ເອົາມາຕ້ອນມື້ນີ້ກໍເປັນອີກວັດທະນະທໍາທີ່ເປັນເອກະລັກຂອງຊົນເຜົ່າກຶມມຸທີ່ມີຄວາມໝາຍຫຼາຍອີກວັດທະນະທໍາໜຶ່ງກໍຄື ວັດທະນະທໍາການນຸ່ງຖືນັ້ນເອງ. ສ່ວນວ່າຈະງາມ ແລະ ແຕກຕ່າງຈາກເຜົ່າອື່ນແນວໃດນັ້ນເຮົາໄປເບີ່ງພ້ອມກັນເລີຍ… By: BeautyGuru ເຄຼດິດຮູບຈາກ: Laos 08 ແລະ Una Studio

Read More »