Breaking News

Cosmatic

ຮູ້ບໍ່!!! ນີ້ແມ່ນຊູດເຜົ່າໃດຂອງລາວ (ມີຄໍາຕອບ)

ຮູ້ບໍ່!! ນີ້ແມ່ນຊຸດຂອງເຜົ່າໃດ (ມີຄໍາຕອບ) ມາພົບກັນໃນມື້ສຸດທ້າຍຂອງການເຮັດວຽກໃນອາທິດນີ້ (ບາງຄົນເອີ້ນວັນເສົານ້ອຍ) ມາພົບກັບ BeautyGuru ຄົນຜູ້ຮ້າຍໃຫຍ່ຄົນເກົ່າຄົນເດີມ ເຊິ່ງວ່າມື້ນີ້ກໍມາພ້ອມກັບເລຶ່ອງລາວດີໆເຊັ່ນເກົ່າເຊັ່ນເຄີຍ ແລະ ຖ້າສາວໆຄົນໃດຢາກຮູ້ວ່າມື້ນີ້ມີຫັຍງມາຕ້ອນນັ້ນມາຕິດຕາມກັນເລີຍ!! ມື້ນີ້ມາພ້ອມກັບຊຸດສາວລາວທີ່ແປກຕາ ບາງຄົນອາດຈະບໍ່ເຄີຍເຫັນ ຫຼືເຄີຍເຫັນແຕ່ຍັງບໍ່ຮູ້ວ່ານີ້ແມ່ນຊຸດຂອງຊົນເຜົ່າໃດນັ້ນມື້ນີ້ BeautyGuru ມີຄໍາຕອບມາໃຫ້     ຊຸດທີ່ທ່ານເຫັນນັ້ນມັນແມ່ນຊຸດທີ່ເປັນເອກະລັກຂອງຊົນເຜົ່າໄຕເໝີ້ຍນັ້ນເອງ, ເຜົ່າໄຕເໝີ້ຍແມ່ນຊົນເຜົ່າໜຶ່ງທີ່ຂຶ້ນກັບຊົນເຜົ່າລາວໄຕ-ລາວລຸ່ມໜຶ່ງໃນສາມຊົນເຜົ່າໃຫຍ່ຂອງລາວທີ່ປະກອບດ້ວຍ ຊົນເຜົ່າລາວລຸ່ມ, ລາວສູງ ແລະ ລາວເທິງນັ້ນເອງ ເຜົ່າໄຕເໝີ້ຍນີ້ສ່ວນຫຼາຍຈະອາໄສຢູ່ທາງແຂວງບໍລິຄໍາໄຊ ເມຶອງຄໍາເກີດ (ຫຼັກຊາວ) ເປັນຕົ້ນ. ເປັນແນວໃດສາວໆແຕ່ລະຊຸດນັ້ນງາມແມ່ນບໍ່? ຖ້າສາວໆຢາກລອງໃສ່ເບິ່ງກໍບໍ່ຍາກເດີ້ພຽງແຕ່ສາວໆລອງໄປທ່ອງທ່ຽວທາງຫຼັກຊາວ ເມຶອງຄໍາເກີດເບິ່ງຊົນເຜົ່າໄຕເໝີ້ຍເຂົາຈະມີເຮຶອນບູຮານທີ່ເປັນເອກະລັກຂອງຊົນເຜົ່າໃຫ້ຊົມ ແຖມຍັງມີຊຸດເໝີ້ຍງາມໆໃຫ້ສາວໆໄດ້ລອງໃສ່ນໍາອີກ. ວ້າວ! ມັນດີຫຼາຍເລີຍລະມື້ໜ້າ BeautyGuru ກະຊິໄດ້ໄປລອງເບິ່ງຄືກັນລະ! By: BeautyGrru ເຄຼດິດຮູບຈາກ: Kid Studio Lao

Read More »

ຊຸດໄໝໃນແບບຂອງເຈົ້າ ເປັນແນວໃດ?

ຜ່ານພົ້ນໄປແລ້ວສໍາລັບ Valentine’s Day ແອດກໍຍັງຢູ່ຄທເກົ່າເຖິງຈະບໍ່ມີຄູ່ກໍຍັງລອດມາໄດ້ (ກະວ່າໄປຊັ້ນລະ) ຖ້າຈະເວົ້າໄປກໍບໍ່ມີປະໂຫຍດແລ້ວຜ່ານແລ້ວກະຜ່ານໄປມັນກະມີທຸກປີເປັນເລຶ່ອງທໍາມະດາໄປແລ້ວສາວໆບໍ່ຕ້ອງຄິດຫຍັງຫຼາຍກັບມັນດອກ ຖ້າສາວໆຮູ້ສຶກເບຶ່ອແນະນໍາໃຫ້ມາຕິດຕາມແອດດີກວ່າເພາະຮັບຮອງວ່າສາວໆຈະບໍ່ເບຶ່ອອີກຕໍ່ໄປ ເພາະມີແຕ່ເລຶ່ອງລາວດີໆມາຕ້ອນສາວໆກັນເປັນປະຈໍາກັນທຸກໆມື້ເລີຍ ແລະ ມື້ນີ້ກໍເຊັ່ນເກົ່າເຊັ່ນເຄີຍທີ່ມາພ້ອມກັບເລຶ່ອງດີໆ ສາວໆຄົງຮູ້ກັນດີວ່າຊຸດໄໝນັ້ນເປັນຊຸດປະຈໍາຊາດຂອງຄົນລາວເຮົາມາແຕ່ສະໄໝບູຮານ ແລ້ວສາວໆກໍຄົງຄິດວ່າ ການນຸ່ງຊຸດໄໝລາວເບິ່ງຄືສຸພາບ ຮຽບຮ້ອຍເນາະ ແຕ່ຖ້າສາວໆບໍ່ແມ່ນຄົນທີ່ຮຽບຮ້ອຍເດ້ສາວງໆຈະນຸ່ງແນວໃດໃຫ້ເຂົ້າກັບບຸກຄະລິກຂອງຕົວເອງ ມາເບິ່ງນີ້ກັນເລີຍເພາະປັດຈຸບັນການນຸ່ງຊຸດໄໝລາວບໍ່ແມ່ນແຕ່ຕ້ອງໄປຕັດສິ້ນ, ຕັດເສຶ້ອນຸ່ງເປັນຊຸດທີ່ເບິ່ງຮຽບຮ້ອຍຄືແຕ່ກ່ອນເພາະໄດ້ມີການປະຍຸກໃກ້ເຂົ້າກັບຍຸກສະໄໝ ສະນັ້ນຜ້າໄໝລາວຈຶ່ງມີຫຼາກຫຼາຍແບບໃຫ້ສາວໆໄດ້ເລຶອກໃສ່ໃຫ້ເຂົ້າກັບບຸກຄະລິກຂອງຕົນເອງເລີຍລະ ບໍ່ວ່າຈະເປັນຊຸດລາຕີຍາວ, ຊຸດກະໂປງຍາວ-ສັ້ນ, ເສຶ້ອໄໝປະຍຸກຫຼາກຫຼາຍແບບຕາມ ເຮົາລອງໄປເບິ່ງວ່າມີແບບໃດແດ່? ແລະ ແບບໃດຈະເໝາະກັບສາວຄົນໃດ? By: BeautyGuru ເຄຼດິດຮູບຈາກ: ສະເໜຜ້າໄໝລາວ

Read More »

ວິທີແຕ້ມອາຍໄລເນີສຸດເລີດ ເຄັດລັບທີ່ບໍ່ມີໃຜເຄີຍຮູ້ມາກ່ອນ!!!

ວິທີແຕ້ມອາຍໄລເນີສຸດເລີດ ເຄັດລັບທີ່ບໍ່ມີໃຜເຄີຍຮູ້ມາກ່ອນ!!! ການແຕ້ມອາຍໄລເນີເປັນທັກສະຂອງການແຕ່ງໜ້າ ບໍ່ແມ່ນວ່າສາວໆທຸກທ່ານຈະເຮັດອອກມາໄດ້ດີໝົດ ບາງຄົນກໍໃຊ້ຕົວຊ່ວຍຫຼາຍໆຢ່າງ ທັງເປີດເບິ່ງວິທີຈາກມືອາຊີບ ແຕ່ຜົນງານອອກມາກໍຍັງບໍ່ຄ່ອຍພໍໃຈປານໃດ ແຕ່ຖ້າຮູ້ວິທີທີ່ເຮົາກໍາລັງຈະບອກຕໍ່ໄປນີ້ເຊື່ອເທາະວ່າວຽກທີ່ຍາກຈະກາຍເປັນວຽກທີ່ງ່າຍພາຍໃນວິນາທີ ສິ່ງທີ່ທ່ານຕ້ອງມີ: ແນ່ນອນວ່າຈະແຕ້ມອາຍໄລເນີ ກໍຕ້ອງມີອາຍໄລເນີທີ່ທ່ານມັກ ແລະ ທີ່ຂາດບໍ່ໄດ້ກໍຄືແວ່ນແຍງນັ້ນເອງ. ວິທີແຕ້ມ: ເມື່ອມີອຸປະກອນແລ້ວກໍມາເບິ່ງວິທີແຕ້ມກັນເລີຍເລີ່ມຈາກການວາງແວ່ນແຍງໄວ້ບ່ອນທີ່ຕໍ່າກວ່າຕົວທ່ານເຊັ່ນ ເທິງໂຕະ ທ່ານຈະຕ້ອງເບິ່ງລົງຕໍ່າໃນຂະນະທີ່ແຕ້ມຂອບຕາ ວິທີນີ້ຈະເຮັດໃຫ້ທ່ານແຕ້ມລາຍເສົ້ນໄດ້ຢ່າງຊັດເຈນສະໝໍ່າສະເໝີ ເສັ້ນບໍ່ຂາດກັນ ວິທີນີ້ໃຫ້ງໍຫົວໂປ້ຕີນໃນເວລາທີ່ທ່ານກໍາລັງແຕ້ມອາຍໄລເນີ ຂໍບອກວ່າເປັນຄວາມຈິງ. ວິທີນີ້ໄດ້ຜົນແບບໃດ: ເຕັກນິກທີ່ອະທິບາຍໄປວ່າ ເມື່ອເຮົາງໍຫົວໂປ້ຕີນສ່ວນອື່ນຂອງຮ່າງກາຍຈະຜ່ອນຄາຍ ໂດຍສະເພາະມື ດັ່ງນັ້ນເສັ້ນທີ່ອອກມາຈຶ່ງສະໝໍ່າສະເໝີທ່ານອາດຈະລອງທົດລອງດ້ວຍຕົວເອງກັບການແຕ້ມຕາທັງສອງເບຶ້ອງເບິ່ງກໍໄດ້ ແລ້ວທ່ານຈະເຫັນຄວາມແຕກຕ່າງເອງ.  

Read More »

ວິທີທາ Lipstick ສີເຂັ້ມໃຫ້ງາມແບບມືອາຊີບ!!!

ສຳລັບລະດູໜາວ ເທຼນລິບສະຕິກສີເຂັ້ມກຳລັງມາແຮງ ແຕ່ການທີ່ຈະທາລິບສະຕິກສີເຂັ້ມນັ້ນບໍ່ແມ່ນຈະທາໆຖູໆກໍແລ້ວເລີຍ ສາວໆຈະຕ້ອງມີເຄັດລັບກັນແກ່ຈັກໜ້ອຍເຊິ່ງ ມື້ນີ້ເຮົາໄດ້ນຳເອົາຄັດລັບດັ່ງກ່າວມາຝາກກັນ ໄປເບິ່ງກັນເລີຍວ່າມີວິທີຫຍັງໃດແດ່ທີ່ເພື່ອໃຫ້ການທາລິບສະຕິກສີເຂັ້ມທາແລ້ວອອກມາງາມທີ່ສຸດ. ກຽມຮີມສົບໃຫ້ພ້ອມ ການຈະສ້າງຫຍັງໃຫ້ໝັ້ນຄົງຕ້ອງເລີ່ມຈາກຮາກຖານທີ່ດີການທາສະຕິກກໍ່ເຊັ່ນດຽວກັນ ຖ້າຮີມສົບຂອງສາວໆ ແຫ້ງ ແຕກ ແລະ ລອກ ເຖິງສາວໆຈະທາສະຕິກລົງໄປຈັກຊັ້ນກໍບໍ່ອອກມາງາມຄືທີ່ຝັນໄວ້ເດີ້, ດັ່ງນັ້ນຂັ້ນຕອນການກຽມຮີມສົບຈຶ່ງສຳຄັນເຊິ່ງສາວໆອາດຈະໃຊ້ຜ້າຂົນໜູ ຫຼື ແປງຖູແຂ້ວຖູຄ່ອຍໆ ເພື່ອໃຫ້ໜັງທີ່ເປັນຂົນອອກມາຫຼຸດອອກໄປ ເຊິ່ງວິທີນີ້ບໍ່ຈຳເປັນຕ້ອງໃຊ້ກັບສະຕິກສີຊ້ຳເທົ່ານັ້ນ ແຕ່ສະຕິກສີອື່ນກໍ່ໃຊ້ໄດ້ເຊັ່ນກັນ. ທາລິບສະຕິກໄພຼເມີເພີ່ມຄວາມແຈ້ງ ກ່ອນທີ່ຈະທາສະຕິກສີຊ້ຳທີ່ມັກລົງໄປ ສາວໆຄວນທາສະຕິກໄພຼເມີ ຂອງເຮົາກ່ອນເພາະນອກຈາກຈະຊ່ວຍເພີ່ມຄວາມແໜ້ນ ແລະ ຄວາມຄົມຊັດຂອງລິບສະຕິກແລ້ວຍັງຊ່ວຍໃຫ້ລິບສະຕິກຢູ່ຕິດຖາວອນບໍ່ຫຼຸດອອກງ່າຍ ແລະ ມີສ່ວນປະສົມບຳລຸງຮີມສົບໄປໃນຕົວພ້ອມຊ່ວຍໃຫ້ຮີມສົບຂອງສາວໆອ່ອນນຸ້ມ. ສະຕິກໄລເນີ ທາແຄມຮີມສົບ ໃຜທີ່ຄິດວ່າສະຕິກໄລເນີບໍ່ສຳຄັນຄິດຜິດແລ້ວເພາະສະຕິກໄລເນີນີ້ລະທີ່ເປັນຕົວເສີມໃຫ້ແຄມຮີມສົບຂອງສາວໆງາມຂື້ນ ຫຼື ຈະແກ້ໄຂຮູບປາກກໍ່ຍັງໄດ້ເຊັ່ນ: ຖ້າສາວໆເປັນຄົນມີຮີມສົບບາງ ແລະ ນ້ອຍກໍໃຊ້ສະຕິກໄລເນີນີ້ລະແຕ້ມກາຍອອກມາກໍຈະໄດ້ຮີມສົບທີ່ໃຫຍ່ເຊິ່ງການທາສີປາກສີຊ້ຳຄວນເລືອກໃຊ້ສະຕິກໄລເນີທີ່ມີສີເຂັ້ມກ່ວາໜ້ອຍໜື່ງ. ເກັບລາຍລະອຽດດ້ວຍຄອນຊີລເລີ ໃນບາງເທື່ອສີຮີມສົບຂອງເຮົາງາມຢູ່ແລ້ວແຕ່ຍັງຮູ້ສຶກວ່າມັນຍັງບໍ່ຄັກໃຈປານໃດ ກໍໃຫ້ເກັບລາຍລະອຽດອ້ອມໆ ດ້ວຍຄອນຊີລເລີເລີຍດ້ວຍການເອົາແປງຫົວນ້ອຍມາແຕ້ມລົງເທີງຈຸດດຳນ້ອຍໆ ທີ່ເຮົາຕ້ອງການລົບແລ້ວທາແປ້ງພັບປົກ ຢ່າລຶມເລຶອກສີຄອນຊີລເລີໃຫ້ໃກ້ຄຽງກັບສີຜີວບໍລິເວນອ້ອມຮອບຮີມສົບນຳເດີ້. ຢ່າລືມບຳລຸງຮີມສົບເປັນປະຈຳ ທາລິບສະຄິກສີເຂັ້ມງາມໄປແລ້ວກໍຢ່າລືມໝັ່ນຮັກສາ ແລະ ບຳລຸງ ບໍ່ດັ່ງນັ້ນຮີມສົບຂອງສາວໆອາດຈະແຫ້ງ ແລະ ແຕກເປັນຂຸຍຈົນເຮັດໃຫ້ທາສະຕິກບໍ່ງາມ ເຊິ່ງການບຳລຸງກໍງ່່າຍໆ …

Read More »

Lip Tint ທີ່ໄດ້ຮັບຄວາມນິຍົມ

         Lip Tint ທີ່ໄດ້ຮັບຄວາມນິຍົມ Benefit Benetint: ແບບນໍ້າທີ່ເຮັດມາຈາກນໍ້າດອກກຸລາບ ທາແລ້ວຈະໄດ້ຮີມສົບ ແລະ ແກ້ມສີບົວຄືເອົາກີບກຸຫຼາບແທ້ໆມາທາເລີຍສາວໆ ແລະ ທີ່ສໍາຄັນຕິດໄດ້ດົນ ແລະ ສາມາດໃຊ້ໄດ້ງ່າຍໆເປັນອີກຕົວໜຶ່ງເລີຍທີ່ສາວໆຄວນມີໄວ້.   Mistine Dream Lip And Tint: ສາວໆທີ່ຢາກມີຮີມສົບທີ່ງາມໆແບບດາລາ Lip Tint ຕົວນີ້ລະທີ່ສາວໆກໍາລັງຊອກຫາ ທາແລ້ວສີສັນສວຍງາມຕິດດົນໃນຫຼອດດຽວກັນທີ່ມີທັງ Lip Tint ແລະ ລິບມັນ ເຮັດໃຫ້ຮີມສົບມີມິຕິຫຼາຍຂຶ້ນ. Etude House Dear Darling Tint: ເລີ່ມກັນທີ່ Lip Tint ສຸດຮິດຈາກແບຣນເກົາຫລີ ດີຊາຍໜ້າຮັກໆຕົວນີ້ທາແລ້ວຕິດດົນດີ ແລະ ຍັງມີກິ່ນຫອມຫຼາຍໆໃຊ້ໄດ້ທັງແກ້ມທັງປາກ ທາແລ້ວຈະຊ່ວຍໃຫ້ຮີມສົບແດງເປັນທໍາມະຊາດ ພວງແກ້ມແດງອົມບົວ ຖືວ່າເປັນລິບສະຕິກທີ່ສາວໆເກົາຫລີເຂົານິຍົມກັນຫຼາຍ ຖ້າສາວໆຄົນໃດທີ່ບໍ່ຢາກຕົກເທຣນກໍ່ໄປຊອກມາໃຊ້ເລີຍ. In …

Read More »