Breaking News

Fitness

ຢາກຮູບຮ່າງດີແຕ່ເວລາໜ້ອຍຈະເຮັດແນວໃດ? ລອງມາເບິ່ງສູດເດັດຫຼຸດນໍ້າໜັກພາຍໃນ 5 ນາທີ

ສູດຫຼຸດນໍ້າໜັກ ພາຍໃນ 5 ນາທີ ຢາກຮູບຮ່າງດີ ແຕ່ເວລາໜ້ອຍ ເຮັດແນວໃດດີນໍ້? ບໍ່ຕ້ອງກັງວົນອີກຕໍ່ໄປ ລອງເອົາເຄັດລັບການຫຼຸດນໍ້າໜັກງ່າຍໆໃຜໆກໍ່ເຮັດໄດ້ມາແນະນໍາ ເຊິ່ງໃຊ້ເວລາໃນການອອກກໍາລັງກາຍພຽງແຕ່ 5 ນາທີຕໍ່ມື້ເທົ່ານັ້ນ ສາວໆກໍສາມາດມີຫຸ່ນທີ່ດີທີ່ງາມໄດ້ ແລະຈະມີທ່າໃດແດ່ນັ້ນເຮົາໄປເບິ່ງກັນເລີຍ… ໜ້າທ້ອງແບນລຽບດ້ວຍການຢືດຮ່າງກາຍ ກໍານົດລົມຫາຍໃຈໄວ້ຢູ່ທ້ອງ ຍົກມືຂຶ້ນສູງເໝືອຫົວ ໃຫ້ແຂນແນບໄວ້ຂ້າງຫູທັງສອງຂ້າງ ອ້າຂາອອກໃຫ້ເປັນມຸມ 45 ອົງສາ ງໍຫົວເຂົ່າ ໃຫ້ຮູ້ສຶກວ່າຢືນສະບາຍໆຄ້າງໄວ້ 30 ວິນາທີ ຫາຍໃຈເຂົ້າທາງດັງ ແລະ ຫາຍໃຈອອກທາງປາກ 30 ວິນາທີຄືກັນ ຍົກມືຂຶ້ນສູງເໜືອຫົວ ໃຫ້ແຂນແນບໄວ້ຂ້າງຫູທັງສອງຂ້າງຄືເກົ່າ ງ່ຽງລໍາຕົວໄປດ້ານຫຼັງ ເພື່ອກໍານົດລົມຫາຍໃຈທີ່ໜ້າທ້ອງໄດ້ຢ່າງສົມບູນ ຍົກມືຂຶ້ນສູງ ຈາກນັ້ນຜ່ອນຄາຍດ້ວຍການຄ່ອຍໆໂນ້ມຕົວກົ້ມລົງໄປດ້ານໜ້າ ຕາມດ້ວຍບິດຕົວໄປດ້ານຊ້າຍ ແລະ ຂວາເພື່ອໃຫ້ຮູ້ສຶກຜ່ອນຄາຍ ຫຼຸດກົ້ນ ແລະ ສະໂພກດ້ວຍການອອກກໍາລັງກາຍທ່ານີ້ ນັ່ງຕັ້ງເຂົ່າ ຈາກນັ້ນນໍາຂາຂ້າງຊ້າຍວາງພາດໄວ້ເທິ່ງຫົວເຂົ່າດ້ານຂວາ ໂດຍໃຊ້ແຂນທັງສອງຂ້າງຢັນພື້ນເອົາໄວ້ ການຍົກຕີນຂຶ້ນພາດຫົວເຂົ່າ ຈະຊ່ວຍເປີດສະໂພກ, ກົ້ນ ແລະ ແອວໃຫ້ມີຂະໜາດນ້ອຍລົງ …

Read More »

ໃຜວ່າຫຼຸດໄຂມັນໜ້າທ້ອງເປັນເລື່ອງທີ່ເຮັດໄດ້ຍາກ??? (ເຮັດແບບນີ້ເລີຍ)

ຖ້າສາວໆຮູ້ສຶກວ່າການອອກກໍາລັງກາຍເພື່ອຫຼຸດໄຂມັນໜ້າທ້ອງເປັນເລື່ອງທີ່ເຮັດໄດ້ຍາກແລ້ວ ໃນມື້ນີ້ມີ 4 ກິດຈະກໍາການອອກກຳລັງກາຍທີ່ຮັບຮອງວ່າໜ້າທ້ອງຂອງສາວໆນັ້ນ ຈະຕ້ອງນ້ອຍລົງຢ່າງແນ່ນອນ!!!\ ປັ່ນລົດຖີບກາງອາກາດ ທ່າອອກກຳລັງກາຍງ່າຍໆ ທີ່ສາວໆສາມາດເຮັດໄດ້ຢູ່ເທິງຕຽງນອນ ພຽງແຕ່ສາວໆນອນປັ່ນລົດຖີບກໍສາມາດເພີ່ມກ້າມຊີ້ນ ໜ້າທ້ອງໄດ້ແລ້ວ ໂດຍໃຊ້ມືທັງສອງຂ້າງຈັບທາງຫຼັງຫົວເອົາໄວ້ ແຂນສອກ ແລະ ລຳຕົວຈະບິດໄປມາຕາມແຮງປັ່ນລົດຖີບ ເກັງໜ້າທ້ອງເອົາໄວ້ ຈາກນັ້ນຍົກຫົວເຂົ່າຂຶ້ນ ແລ້ວກຽມປັ່ນລົດຖີບໄດ້ ເຮັດແນວນີ້ຢ່າງນ້ອຍ 12 – 16 ຄັ້ງຕໍ່ 1 ຮອບ ເຮັດປະມານ1-3 ຮອບ. ໝາກບານໂຍຄະ ການອອກກໍາລັງກາຍດ້ວຍໝາກບານໂຍຄະນອກຈາກຈະມ່່ວນແລ້ວຍັງເຮັດໃຫ້ໜ້າທ້ອງນ້ອຍລົງ ພຽງແຕ່ໃຊ້ມືທັງ 2 ຈັບຫົວເອົາໄວ້ ແລ້ວກໍແອນຫຼັງລົງໃສ່ໝາກບານ ແລ້ວກໍSit upຂຶ້ນລົງ ເຮັດແນວນີ້ຢ່າງນ້ອຍ 12-16 ຄັ້ງຕໍ່ 1 ຮອບ ເຮັດປະມານ 1-3 ຮອບ. ນອນຍົກຂາ ນອນຍົກຂາຂຶ້ນສູງທ່ານີ້ນອກຈາກຈະຊ່ວຍໃຫ້ຂານ້ອຍແລ້ວ ຍັງຊ່ວຍຫຼຸດໜ້າທ້ອງໄດ້ດີອີກດ້ວຍ ພຽງແຕ່ເອົາມືຈັບຫົວ ຍົກຫົວຂຶ້ນ ຈາກນັ້ນຍົກຂາຂຶ້ນສູງຄ້າງເອົາໄວ້ປະມານ 12-16 ວິນາທີ …

Read More »

(ຕຸ້ຍ ຕຸ້ຍ ຕຸ້ຍ ເບື່ອກັບຄຳນີ້ບໍ່?) ວີທີຄວບຄຸມອາຫານ ສຳລັບມືໃໝ່ໄດ້ຜົນດີ ເຫັນຜົນໄວ!!!

ຖ້າຢາກຈະມີຫຸ່ນງາມ ສິ່ງທີ່ຕ້ອງເຮັດຄວບຄູ່ກັບການອອກກຳລັງກາຍກໍຄື ການຄວບຄຸມອາຫານ ເຊິ່ງການຮູ້ຈັກເລືອກບໍລິໂພກແຕ່ສິ່ງທີ່ມີແຕ່ສານອາຫານດີໆ ເປັນປະໂຫຍດຕໍ່ຮ່າງກາຍ ແຕ່ບັນຫາທີ່ສາວໆຫຼາຍຄົນຕ້ອງພົບເລີຍກໍຄື ຮູ້ສຶກທໍ້ຖອຍໃຈ ຮູ້ສຶກທໍລະມານ ແລະ ຝືນໃຈສຸດໆ ຢາກກິນຫຍັງແຊບໆຕາມໃຈມັກກໍບໍ່ໄດ້ ໂດຍສະເພາະມືໃໝ່ທີ່ເບື່ອກັບຄົນອື່ນທ້ວງວ່າ ຕຸ້ຍ ຕຸ້ຍ ຕຸ້ຍ ຈົນຢາກຫັນມາອອກກຳລັງກາຍ ແລະ ຄວບຄຸມອາຫານ, ດັ່ງນັ້ນ!!! ໃນມື້ນີ້ເຮົາຈະມາບອກວິທີຄວບຄຸມອາຫານສະບັບມືໃໝ່ຫັດຄວບຄຸມຢ່າງຖືກວິທີ ໄດ້ຜົນດີ ແລະ ບໍ່ທໍລະມານ… ເຄັບລັບການຄວບຄຸມອາຫານທີ່ໄດ້ຜົນ ຫຼຸດແບບຮຸນແຮງອາດບໍ່ແມ່ນທາງອອກທີ່ດີ ກ່ອນອື່ນເຮົາຕ້ອງທຳຄວາມເຂົ້າໃຈກ່ອນວ່າ ຮ່າງກາຍເຮົາຕ້ອງການສານອາຫານໃຫ້ຄົບ 5ໝູ່ ເພາະດັ່ງນັ້ນການໃຊ້ວິທີຫຼຸດແປ້ງ ນໍ້າຕານ ແລະຫຼຸດໄຂມັນແບບຮຸນແຮງ ມັກຈະບໍ່ແມ່ນທາງອອກທີ່ດີ ຂອງແບບນີ້ມັນຕ້ອງຄ່ອຍໆເປັນໄປ ໃຫ້ເລີ່ມຈາກການຫຼຸດປະລິມານໃນການກິນລົງ ເພື່ອໃຫ້ຮ່າງກາຍໄດ້ປັບຕົວກ່ອນ ແລະ ຕ້ອງຫຼຸດປະລິມານໃນການກິນອາຫານບໍ່ກິນຫວານ ເຄັມ ແລະ ລົດຈັດຈົນເກີນໄປ ເປັນຄົນຕິດເຂົ້າໜົມຫວານ ກິນໄດ້ບໍ່??? ໝູ່ເພື່ອນຫຼາຍຄົນຕິດການກິນເຂົ້າໜົມ ຂອງຫວານ ເອົາແທ້ໆ…ຢາກຈະບອກວ່າມັນກໍຍັງສາມາດກິນໄດ້ຢູ່ ເພາະຮ່າງກາຍກໍຕ້ອງການຄວາມແຊບຈາກລົດຊາດຂອງອາຫານ ພຽງແຕ່ວ່າຄວບຄຸມໃຫ້ເປັນ ຢ່າຕາມໃຈປາກ ມີວິໄນໃນການກິນ ແລະ …

Read More »

ຕ້ອງການເພີ່ມກ້າມແມ່ນບໍ່? ມາຮູ້ຈັກກັບ ອາຫານສ້າງກ້າມຊີ້ນ!!!

3 ສຸດຍອດ ອາຫານສ້າງກ້າມຊີ້ນ ມີຫຍັງແດ່? ໜຸ່ມໆສາວໆຄົນໃດທີ່ຕ້ອງການຢາກສ້າງກ້າມຊີ້ນໃຫ້ຕົນເອງນັ້ນ ບໍ່ເປັນເລື່ອງຍາກອີກຕໍ່ໄປ ພຽງແຕ່ເລືອກກິນອາຫານຕາມນີ້ ຮັບຮອງໄດ້ເລີຍວ່າມີກ້າມຊີ້ນຢ່າງແນ່ນອນ ໄປເບິ່ງພ້ອມກັນເລີຍ… ອາຫານປະເພດໄຂ່ ເປັນທີ່ຮູ້ຈັກກັນດີແລ້ວວ່າ ໄຂ່ເປັນແຫຼ່ງ protein ຊັ້ນດີ ທີ່ສາມາດຫາຊື້ໄດ້ງ່າຍຕາມຕະຫຼາດ ແລະ ຍັງມີລາຄາຖືກອີກ ໄຂ່ 1 ໜ່ວຍ ຈະມີສ່ວນປະກອບຂອງ protein ປະມານ 6 ກຼາມ ປະກອບດ້ວຍໄຂ່ຂາວ 4 ກຼາມ ແລະໄຂ່ແດງ 2 ກຼາມ ນອກຈາກນີ້ ໃນໄຂ່ຍັງມີແຮ່ທາດ ແລະ ສານອາຫານທີ່ຈໍາເປັນຕໍ່ຮ່າງກາຍຢູ່ຫຼາຍ ມີທັງໄຂມັນທີ່ຈໍາເປັນ, vitaminD, vitaminB6, vitaminB12, ເຫຼັກ, calcium, phosphorus ແລະ potassium ເຊິ່ງສານອາຫານເຫຼົ່ານີ້ ລ້ວນແຕ່ຈໍາເປັນ ແລະມີປະໂຫຍດຕໍ່ຮ່າງກາຍ ແຕ່ຄົນທີ່ມີອາຍຸຂ້ອນຂ້າງຫຼາຍແລ້ວ ອາດຈະເນັ້ນກິນສະເພາະໄຂ່ຂາວເປັນຫຼັກ ເພາະໃນໄຂ່ແດງຈະມີ …

Read More »

ໄຂຄວາມຂ້ອງໃຈ! ຄວາມແຕກຕ່າງລະຫວ່າງ ເວສເທນນິ່ງ (Weight Training) vs ຄາດິໂອ (Cardio)

ເຊື່ອວ່າໝູ່ເພື່ອນຫຼາຍໆຄົນຄົງຈະ ຮັກ ແລະ ມັກ ໃນການເບິ່ງແຍງສຸຂະພາບ ຄວບຄຸມນໍ້າໜັກ ແລະ ອາຫານການກິນ ລວມເຖິງການອອກກຳລັງກາຍ ແລະ ກໍ່ຄົງຈະເຄີຍໄດ້ຍິນຄຳວ່າ ເວສເທນນິ່ງ (Weight Training) ແລະ  ຄາດິໂອ (Cardio) ມາແດ່ແລ້ວ, ແຕ່ເຄີຍສົງໃສບໍ່ວ່າການອອກກຳລັງກາຍທັງ 2 ຢ່າງນີ້ແຕກຕ່າງກັນຢ່າງໃດ ຖ້າອອກກຳລັງກາຍໄປແລ້ວຜົນທີ່ໄດ້ຈະເປັນແນວໃດ… ຖ້າຍັງບໍ່ເຂົ້າໃຈ ລອງມາໄຂຄວາມຂ້ອງໃຈກັນລອງເບິ່ງເນາະ ເອົາໃຫ້ມັນຮູ້ກັນໄປເລີຍ… ຄວາມແຕກຕ່າງລະຫວ່າງ ເວສເທນນິ່ງ (Weight Training) vs ຄາດິໂອ (Cardio) ເວສເທນນິ່ງ (Weight Training) ການອອກກຳລັງກາຍແບບ  ເວສເທນນິ່ງ ຄຶ ການກະຊັບກ້າມຊີ້ນ ເຮັດໃຫ້ກ້າມຊີ້ນຂອງເຮົາເບິ່ງເປັນຮູບເປັນຮ່າງ ແລະ ເຫັນແຈ້ງຍິ່ງຂຶ້ນ ເຊິ່ງການອອກກຳລັງກາຍແບບ  ເວສເທນນິ່ງ ໄດ້ແກ່: ການຊິດອັບ ຄຣັ້ນ ລວມເຖິງການເຝິກກັບອຸປະກອນອອກກຳລັງກາຍຊະນິດຕ່າງ ເຊັ່ນ ດຳເບວ ເປັນຕົ້ນ… ຄາດິໂອ (Cardio) ສ່ວນການອອກກຳລັງກາຍແບບ ຄາດິໂອ ຈະເປັນການເຜົາຜານໄຂມັນ ກຳຈັດໄຂມັນສ່ວນເກີນທີ່ຢູ່ໃນຮ່າງກາຍອອກມາ ໂດຍຈະເນັ້ນໄປທີ່ການຫຼຸດຕາມສັດສ່ວນຕ່າງໆ ຂອງຮ່າງກາຍ …

Read More »