Breaking News

Fitness

ກິນເປັນຊີວິດປ່ຽນ ວິທີບອກລາໄຂມັນໜ້າທ້ອງງ່າຍໆ…

11 Tricks ບອກລາໄຂມັນໜ້າທ້ອງງ່າຍໆ ຮູ້ສຶກບໍ່ວ່າ ໄຂມັນສະສົມຢູ່ບ່ອນໃດ ກໍຍັງບໍ່ໜັກໃຈເທົ່າກັບ ໄຂມັນໜ້າທ້ອງ ກິນຫຍັງເຂົ້າໄປກໍຈະສະສົມໄວ້ຢູ່ທ້ອງກ່ອນ ແລະ ຫຼຸດໄດ້ຍາກກວ່າສ່ວນອື່ນໆອີກ ເພາະວ່າກ່ອນຈະໄປເຖິງເປົ້າໝາຍໄດ້ນັ້ນ ມັນບໍ່ແມ່ນເລື່ອງງ່າຍ ບາງຄົນກໍລົ້ມເລີກໄປກ່ອນ ຍ້ອນທົນບໍ່ໄຫວທີ່ຕ້ອງມາອົດໃຈ ຫຼື ຫິວ ແລະ ບາງວິທີເຮັດແລ້ວກໍບໍ່ມີຄວາມສຸກ ສຸດທ້າຍກໍບໍ່ສາມາດຫຼຸດໄດ້ ແຕ່ຖ້າໃຜກໍາລັງພົບກັບບັນຫາແນວນີ້ ເຮົາມີວິທີງ່າຍໆທີ່ສາມາດຊ່ວຍໃຫ້ໜຸ່ມໆສາວໆ ຫຼຸດໄຂມັນໜ້າທ້ອງໄດ້ ດື່ມນໍ້າຮ້ອນ ນໍ້າຮ້ອນຖືເປັນວັດຖຸດິບໃນການຫຼຸດໄຂມັນໜ້າທ້ອງທີ່ດີເລີຍແຫຼະ ເພາະນໍ້າຮ້ອນຈະຊ່ວຍກະຕຸ້ນ ໃຫ້ລະບົບເຜົາຜານໄຂມັນໃຫ້ເຮັດວຽກດີຂຶ້ນ ແລະ ສະລາຍເນື້ອເຍື້ອໄຂມັນທີ່ຢູ່ກ້ອງຜິວໜັງ ປະສົມນໍ້າຮ້ອນກັບນໍ້າໝາກນາວ ແລະ ນໍ້າເຜິ້ງເພື່ອດື່ມ ຈະຍິ່ງຊ່ວຍໃຫ້ຫຼຸດໄຂມັນໄດ້ໄວຂຶ້ນ ຄືນຄວາມຊຸ່ມຊື່ນ ມາລ້າງພິດລໍາໄສ້ຕັ້ງແຕ່ເຊົ້າດ້ວຍສູດ Detox ງ່າຍໆ ເລີ່ມຈາກກຽມນໍ້າສະອາດ 300 ມິນລີລິດ ປະສົມນໍ້າໝາກນາວ 2 ບ່ວງແກງ, ນໍ້າເຜິ້ງເຄິ່ງບ່ວງກາເຟ ແລະ ພິກໄທໜ້ອຍໜຶ່ງ ດື່ມຕອນທີ່ທ້ອງວ່າງ ນອກຈາກນີ້ຄວນ Detox ລໍາໄສ້ດ້ວຍການດື່ມນໍ້າປະສົມນໍ້າໝາກນາວ 2 …

Read More »

ມາຮູ້ຈັກ! ເທນເນີ້ ເຟື້ອງ ສາວລາວຜູ້ໄດ້ລາງວັນໃນເວທີ (WFF) ທີ່ປະເທດສິງກະໂປ!!!

ທິບພະພອນ ເພັງສະຫວັນ (ເຟື້ອງ) ສາວລາວທີ່ເດີນທາງໄປຮ່ວມແຂ່ງຂັນ World Fitness Federation Universe ທີ່ປະເທດສິງກະໂປ (WFF) ແລະ ຍັງບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ເພາະນາງສາມາດຕິດທ໊ອບ ແລະ ໄດ້ລາງວັນທີ 4 ມາຝາກຄົນລາວເຮົາ, ເຊື່ອວ່າແຟນໆຫຼາຍໆຄົນກໍ່ຄົງຢາກຈະຮູ້ຈັກນາງ ວ່ານາງເປັນໃຜ? ສຳລັບ ທິບພະພອນ ເພັງສະຫວັນ (ເຟື້ອງ) ອາຍຸ 30 ປີ ປະຈຸບັນນາງເປັນຄູເຝິກສອນອອກກຳລັງກາຍ (Trainer) ຢູ່ທີ່ Up2U Fitness ແລະ ນາງມີດີຼກຼີເປັນເຖິງອາດີດນັກກິລາບານບ້ວງທີມຊາດລາວ (Basketball) ແລະ ນາງຍັງເຄີຍເຂົ້າຮ່ວມປະກວດກິລາເພາະກາຍປະເພດ ໂມເດວ ທີ່ປະເທດໄທ ໃນງານ “Thailand International Expo 2017″ແລະ ໄດ້ລາງວັນອັນດັບທີ 7 ພຸ້ນໄດ໋ (ກໍ່ບໍ່ໜ້າແປກທີ່ໄດ້ ເພາະນາງກໍ່ເລີດດດ) ຕໍ່ຈາກນັ້ນນາງກໍ່ໄດ້ເຂົ້າແຂ່ງຂັນໃນງານ “Fitness Angel Modle” ທີ່ປະເທດໄທ ແລະ …

Read More »

ຢາກຫຸ່ນດີ ແຕ່ເວລາໜ້ອຍ ເຮັດແນວໃດດີນໍ້? ສູດເດັດຫຼຸດນໍ້າໜັກພາຍໃນ 5 ນາທີ!!!

 ສູດຫຼຸດນໍ້າໜັກ ພາຍໃນ 5 ນາທີ ຢາກຫຸ່ນດີ ແຕ່ເວລາໜ້ອຍ ເຮັດແນວໃດດີນໍ້? ບໍ່ຕ້ອງກັງວົນເດີ້ ຂວັນໃຈ ໄດ້ນໍາເອົາເຄັດລັບການຫຼຸດນໍ້າໜັກງ່າຍໆໃຜໆກໍ່ເຮັດໄດ້ມາແນະນໍາ ເຊິ່ງໃຊ້ເວລາໃນການອອກກໍາລັງກາຍພຽງແຕ່ 5 ນາທີຕໍ່ມື້ເທົ່ານັ້ນ ສາວໆກໍສາມາດມີຫຸ່ນທີ່ດີທີ່ງາມໄດ້ ແລະຈະມີທ່າໃດແດ່ນັ້ນເຮົາໄປເບິ່ງກັນເລີຍ… ໜ້າທ້ອງແບນລຽບດ້ວຍການຢືດຮ່າງກາຍ ກໍານົດລົມຫາຍໃຈໄວ້ຢູ່ທ້ອງ ຍົກມືຂຶ້ນສູງເໝືອຫົວ ໃຫ້ແຂນແນບໄວ້ຂ້າງຫູທັງສອງຂ້າງ ອ້າຂາອອກໃຫ້ເປັນມຸມ 45 ອົງສາ ງໍຫົວເຂົ່າ ໃຫ້ຮູ້ສຶກວ່າຢືນສະບາຍໆຄ້າງໄວ້ 30 ວິນາທີ ຫາຍໃຈເຂົ້າທາງດັງ ແລະ ຫາຍໃຈອອກທາງປາກ 30 ວິນາທີຄືກັນ ຍົກມືຂຶ້ນສູງເໜືອຫົວ ໃຫ້ແຂນແນບໄວ້ຂ້າງຫູທັງສອງຂ້າງຄືເກົ່າ ງ່ຽງລໍາຕົວໄປດ້ານຫຼັງ ເພື່ອກໍານົດລົມຫາຍໃຈທີ່ໜ້າທ້ອງໄດ້ຢ່າງສົມບູນ ຍົກມືຂຶ້ນສູງ ຈາກນັ້ນຜ່ອນຄາຍດ້ວຍການຄ່ອຍໆໂນ້ມຕົວກົ້ມລົງໄປດ້ານໜ້າ ຕາມດ້ວຍບິດຕົວໄປດ້ານຊ້າຍ ແລະ ຂວາເພື່ອໃຫ້ຮູ້ສຶກຜ່ອນຄາຍ ຫຼຸດກົ້ນ ແລະ ສະໂພກດ້ວຍການອອກກໍາລັງກາຍທ່ານີ້ ນັ່ງຕັ້ງເຂົ່າ ຈາກນັ້ນນໍາຂາຂ້າງຊ້າຍວາງພາດໄວ້ເທິ່ງຫົວເຂົ່າດ້ານຂວາ ໂດຍໃຊ້ແຂນທັງສອງຂ້າງຢັນພື້ນເອົາໄວ້ ການຍົກຕີນຂຶ້ນພາດຫົວເຂົ່າ ຈະຊ່ວຍເປີດສະໂພກ, ກົ້ນ ແລະ …

Read More »

ສຸຂະພາບ ແລະຫຸ່ນທີ່ດີເລີ່ມຕົ້ນຈາກການກິນ! ບໍ່ມີຄໍາວ່າຕຸ້ຍແນ່ນອນ! ຖ້າເຈົ້າເລືອກກິນອາຫານແບບນີ້!!!

ສຸຂະພາບ ແລະຫຸ່ນທີ່ດີເລີ່ມຕົ້ນຈາກການກິນ! ບໍ່ມີຄໍາວ່າຕຸ້ຍແນ່ນອນ! ຖ້າເຈົ້າເລືອກກິນອາຫານແບບນີ້!!! ດຽວນີ້ຫຼາຍຄົນເລີ່ມຫັນມາເຮັດອາຫານກິນເອງ ເພາະບໍ່ໝັ້ນໃຈວ່າອາຫານທີ່ຊື້ມາແຕ່ທາງນອກ ຈະປອດໄພຕໍ່ສຸຂະພາບເຮົາຫຼາຍໜ້ອຍພຽງໃດ ແຕ່ຫຼາຍຄົນກໍຍັງມີຂໍ້ສົງໄສວ່າ ຕ້ອງເລືອກຊື້ ຫຼືເຮັດອາຫານແບບໃດ ເຖິງຈະໝັ້ນໃຈ ປອດໄພ ສະອາດ ບໍ່ຕຸ້ຍງ່າຍ ມື້ນີ້ມີເຄັດລັບດີໆສໍາລັບຄົນຮັກສຸຂະພາບມາຕ້ອນກັນ… Vegetable41746430 – group of thai fruit on white background,isolate ຊີ້ນສັດ ເລືອກກິນຊີ້ນປາໃຫ້ຫຼາຍ ອາຫານທະເລກິນໄດ້ ແຕ່ຄວນຫຼີກລ່ຽງປາໝຶກ ຫອຍ ເພາະມີຄໍເລສຕໍລ່ອນສູງ ສ່ວນຊີ້ນໝູ ຊີ້ນໄກ່ ແລະຊີ້ນງົວ ຕ້ອງເລືອກສ່ວນທີ່ຕິດມັນ ແລະລອກໜັງອອກທຸກຄັ້ງ ເນັ້ນຊີ້ນສັດທີ່ສົດມາປຸງອາຫານ ເພາະຊີ້ນສັດທີ່ຜ່ານກະບວນການອົບແຫ້ງແລ້ວມີໂຊດ່ຽມສູງ ແຕ່ຖ້າເບື່ອຊີ້ນສັດ ກໍປ່ຽນມາກິນເຕົ້າຮູ້ ຖົ່ວ ເພາະມີໂປຼຕີນທົດແທນກັນ ແປ້ງ ອາຫານຈໍາພວກຄາໂບຮາຍເດຼດເຊັ່ນ ເຂົ້າ ຂະໜົມປັງຄວນເລືອກໂຕທີ່ຜ່ານກະບວນການຂັດສີມາໃຫ້ໜ້ອຍທີ່ສຸດ ເຂົ້າທີ່ດີຄືເຂົ້າກ່ອງ ຫຼືເຂົ້າທີ່ບໍ່ໄດ້ຜ່ານກະບວນການຂັດຈະມູກເຂົ້າອອກໄປ ສ່ວນຂະໜົມປັງຄວນເລືອກແບບໂຮມວິດ ເພາະອຸດົມໄປດ້ວຍສານອາຫານ ແລະແຄລໍລີ່ໜ້ອຍກວ່າ …

Read More »

ເລີກດ່ວນ… ຖ້າບໍ່ຢາກມີນໍ້າຕາ! 7 ປະເພດຜູ້ຊາຍທີ່ບໍ່ຄວນອອກຫ່າງໃຫ້ໄກທີ່ສຸດ ຄົບແລ້ວຈະຊໍ້າໃຈຈົນມື້ຕາຍ!!!

ເລີກດ່ວນ… ຖ້າບໍ່ຢາກມີນໍ້າຕາ! 7 ປະເພດຜູ້ຊາຍທີ່ບໍ່ຄວນຄົບ ຄົບແລ້ວຈະຊໍ້າໃຈຈົນມື້ຕາຍ ສະບາຍດີສາວໆ ມື້ນີ້ກໍເປັນອີກມື້ໜຶ່ງທີ່ອາກາດດີ໋ດີ (ດີຈົນຕົວສັ່ນ) ແລະແນ່ນອນວ່າມາພົບກັນໃນມື້ນີ້ ຕ້ອງມີຫຍັງດີໆມາຝາກມາຕ້ອນສາວໆກັນແນ່ນອນ ມື້ນີ້ເຮົາຈະພາສາວໆມາທໍາຄວາມຮູ້ຈັກກັບ ຜູ້ຊາຍ 7 ປະເພດ! ທີ່ສາວໆຄວນເອົາຕົວອອກຫ່າງ ຢ່າພາດເອົາມາເປັນຄູ່ຊີວິດເດັດຂາດ ບໍ່ດັ່ງນັ້ນເຈົ້າອາດຈະຕ້ອງເສຍໃຈ ເສຍນໍ້າຕາໄປຈົນຮອດມື້ຕາຍແນ່ນອນແຫຼະ! ນໍາມາເບິ່ງກັນດີກວ່າວ່າມີຜູ້ຊາຍປະເພດໃດແດ່ ຈະໄດ້ຫຼີກກັນຖືກ!!! ເຈົ້າຊູ້ບໍ່ຮູ້ຈັກພໍ ຜູ້ຊາຍບໍ່ເຈົ້າຊູ້ຄືງູບໍ່ມີພິດ ແຕ່ຖ້າພິດງູມັນຮຸນແຮງຈົນຕອດເຈົ້າໃຫ້ເຈັບໄປທັງໃຈ ພິດຈະແລ່ນຕາມກະແສເລືອດອາດຈະເຖິງຕາຍໄດ້ ກໍຄວນ Stop!! ບໍ່ສາວໆ ຜູ້ຊາຍເຈົ້າຊູ້ເບິ່ງແລ້ວມີສະເໜ່ ແຕ່ຈະເອົາຜູ້ຊາຍແບບນີ້ມາເປັນຄູ່ຊີວິດແທ້ໆ ຄົງຕ້ອງຄິດໜັກຈັກໜ້ອຍ ຖ້າເຂົາຢຸດບໍ່ໄດ້ ບໍ່ພໍຈັກເທື່ອ ສາວໆຕ້ອງຊໍ້າໃຈໄປຕະຫຼອດຊີວິດແນ່ນອນ ເປັນຜູ້ນໍາໃຫ້ເຮົາບໍ່ໄດ້ ສາວໆເຮົາເມື່ອມີແຟນ ຫຼືຄູ່ຊີວິດ ກໍຄົງຈະຢາກໄດ້ຄົນທີ່ພ້ອມຈະເປັນຜູ້ນໍາຂອງຄອບຄົວເຮົາໄດ້ແມ່ນບໍ່? ແຕ່ແບບທີ່ວ່າແມ່ນຫຍັງກໍເຮົາເປັນຫຼັກ ແມ່ນຫຍັງກໍເຮົາຕັດສິນໃຈ ບັນຫາຫຍັງກໍຕ້ອງແມ່ນເຮົາເປັນຄົນແກ້ ອັນນີ້ຄົງບໍ່ໄຫວ ຖ້າເຂົາບໍ່ມີຄວາມໝັ້ນໃຈໃນການຕັດສິນໃຈຫຍັງຈັກຢ່າງ ແລ້ວເຈົ້າຄິດວ່າຖ້າຢູ່ນໍາກັນໄປເຂົາຈະສາມາດເບິ່ງແຍງເຈົ້າໄດ້ບໍ່? ຜູ້ຊາຍຫຼົງຕົວເອງ ຜູ້ຊາຍທີ່ເອົາແຕ່ຂີ້ໂມ້ໂອ້ອວດ ມີອີໂກ້ຢູ່ເພດານ ເຊື່ອໝັ້ນໃນຕົວເອງເຫຼືອເກີນ ຄົນແບບນີ້ເຂົາຈະບໍ່ເຊື່ອໃຜນອກຈາກຄວາມຄິດຂອງຕົວເອງ ບໍ່ມີໃຜເຮັດຫຍັງດີໄປກວ່າລາວອີກແລ້ວ ບອກເລີຍວ່າຄົນແບບນີ້ມີແຕ່ຈະກົດເຈົ້າໃຫ້ຕໍ່າກວ່າລາວສະເໝີ …

Read More »