Breaking News

Fitness

ເກັ່ງຫຼາຍ! ນັກບິນ ສາວອິນເດຍສ້າງປະຫວັດສາດໃຫ້ກັບໂລກ! ການເປັນແມ່ຍິງທີ່ອາຍຸນ້ອຍທີ່ສຸດໃນການເປັນກັບຕັນເຮືອບິນ…

ເກັ່ງຫຼາຍ! ແອນນີ ທິບພະຍາ ສາວ ອິນເດຍ ໄດ້ສ້າງປະຫວັດສາດ ເປັນແມ່ຍິງທີ່ມີອາຍຸນ້ອຍທີ່ສຸດ ທີ່ໄດ້ເປັນກັບຕັນຂັບເຮືອບິນ ໂບອິ່ງ 777.  ໂດຍ ແອນນີ ໄດ້ເລີ່ມເຂົ້າໂຮງຮຽນການບິນຢູ່ ລັດອຸຕະຣະປະເທດ ຂອງອິນເດຍ ເມື່ອອາຍຸໄດ້ 17 ປີ ເຖິງແມ່ນວ່າບໍ່ໄດ້ຮັບການສະໜັບສະໜູນຈາກຄອບຄົວກໍຕາມ, ແຕ່ນາງກໍໄດ້ຕັດສິນໃຈເລືອກເອົາອາຊີບນັກບິນ ຈຶ່ງໄດ້ໄປຮຽນຕໍ່ດ້ານການບິນຢູ່ ແອັດສະປາຍ ເມື່ອອາຍຸ 19 ປີ ແລະ ຈາກນັ້ນເມື່ອອາຍຸໄດ້ 21 ປີ ຈຶ່ງໄດ້ເດີນທາງໄປຮຽນຕໍ່ເພີ່ມເຕີມຢູ່ນະຄອນຫຼວງ ລອນດອນ ປະເທດ ອັງກິດ ເຊິ່ງນາງໄດ້ຮຽນຂັບເຮືອບິນໂບອິ່ງ 777 ເປັນຄັ້ງທຳອິດ ຈົນສາມາດກ້າວຂຶ້ນມາເປັນກັບຕັນ ແລະ ໄດ້ສ້າງປະຫວັດສາດໃນວົງການການບິນຂອງໂລກ. ຖືວ່າເປັນທີ່ໜ້າຍົກຍ້ອງຫຼາຍ ເຫັນບໍ່ສາວໆບໍ່ມີຫຍັງທີ່ແມ່ຍິງຄືເຮົາເຮັດບໍ່ໄດ້ ຂໍແຕ່ມີຄວາມຕັ້ງໃຈ ແອັດເຊື່ອວ່າແມ່ຍິງຍຸກໃໝ່ເຮັດໄດ້ທຸກໆຢ່າງ. ຂໍຂອບໃຈແຫຼ່ງຂ່າວ: Lao Post

Read More »

ຈະພາໄປເບິ່ງ! ບ່າວ BCEL ຄົນເຈົ້າຊູ້!

ສະບາຍດີສາວໆ ໄລຍະນີ້ກໍເຂົ້າພັນສາແລ້ວເນາະ ແລະ ກໍເປັນຊ່ວງຂອງຍາມຝົນອີກ ຕອນກາງຄືນມາຮູ້ສຶກເລີຍວ່າອາກາດໜາວໆ ແລະ ກໍໜາວກາຍເຫຼືອເກີນກໍເລີຍຢາກຈະມີຜ້າຫົ່ມກາຄົນຈັກຜືນເອົາໄວ້ຫົ່ມນອນຈະອຸ່ນເນາະວ່າບໍ່ສາວໆ ຍິ່ງໄດ້ໄປສ່ອງບ່າວຄົນນັ້ນຄົນນີ້ຍິ່ງຊວນໃຫ້ຄິດໄປໄກເລີຍ ຄືກັບບ່າວຄົນນີ້ທີ່ແອັດໄປລັກສ່ອງມາ ຮູ້ສຶກວ່າຢາກຈະໄດ້ມາເປັນຜ້າຫົ່ມກາຄົນເຫຼືອເກີນ ແຕ່ຄິດຮອດສາວໆຫຼາຍກໍເລີຍເອົາມາຕ້ອນໃຫ້ໄດ້ຝັນໄກໄປຄືກັບແອັດໄປກ່ອນ ສໍາລັບບ່າວຄົນນີ້ບໍ່ໄດ້ດີແຕ່ໜ້າຕາ ແຕ່ຂໍບອກວ່າມີດີທັງໜ້າທີ່ວຽກງານເພາະບ່າວຄົນນີ້ເຮັດວຽກຢູ່ ທະນາຄານການຄ້າຕ່າງປະເທດລາວນັ້ນເອງ ອ່ອຍຍຍ ບ່າວທະນາຄານ ຕົ່ວະນີ່! ວ່າຍຍຍ ຍິ່ງຢາກໄດ້ເຂົ້າໄປໃຫຍ່ ແລະ ຍັງມີອີກນອກຈາກນີ້ຮູ້ສຶກວ່າຈະມັກເຮັດບຸນນໍາອີກ ເອີ້ນໄດ້ວ່າ ສາຍບຸນສຸດເຈົ້າຊູ້ພຸ້ນລ່ະ!!! ເອົາລະສາວໆເຮົາໄປເບິ່ງກັນເທາະເມື່ອຍແລ້ວ. ເອົາໃຈໄປເລີຍ ສາຍບຸນເຈົ້າ ອຸ໊ຍຍຍ ມຸມນີ້ມັກແຮງ ມີມາເພື່ອອີກ ໜ້າຮັກແທ້ໆ (ເຂົາຂໍສິຂຽວເດີ້) ອອກກໍາລັງກາຍຈ໋ະ ນີ້ກໍເຮັດບຸນ ອ່ານໜັງສືທັມມະຈ໋ະ ຢາກເອົາໄປເປັນຜ້າຫົ່ມກາຄົນເດະເນາະ   By: BeautyGuru ຂໍຂອບໃຈຮູບຈາກ: Facebook: Phanthasith K Aligna

Read More »

ຈະພາໄປເບິ່ງ… ຄົນທີ່ດີທັງໜ້າຕາ ແລະ ຈິດໃຈປະຈໍາໜ່ວຍກູ້ໄພນີ້ (ແຕ່ວ່າ… ບ່າວຫຼໍ່ ຫຼືສາວຫຼໍ່ ຊ່ວຍບອກແອດແດ່! ແຍກບໍ່ອອກ)

ມື້ນີ້ ຈະພາໄປສ່ອງຄົນຫຼໍ່ປະຈໍາໜ່ວຍກູ້ໄພ ມູນນິທິຊ່ວຍເຫຼືອຄົນທຸກຍາກປະຈໍາ ສປປ ລາວ ທີ່ Degree ຄວາມຫຼໍ່ ຄວາມເຈົ້າຊູ້ ມາເຕັມ ແຕ່ແອດກໍຍັງແຍກບໍ່ໄດ້ວ່າເປັນບ່າວຫຼໍ່ ຫຼືສາວຫຼໍ່ກັນແທ້ ແຕ່ຈາກເຊັ້ນທີ່ແອດມີ ແລະ ໄປສືບມາຈາກ Facebook ທີ່ມີຊື່ວ່າ Azaa Pmj ແອດເຊື່ອວ່າສຸດຫຼໍ່ຄົນນີ້ບໍ່ທໍາມະດາອີ່ຫຼີ ເພາະວັດແທກຈາກລະດັບຄວາມຫຼໍ່ຂອງໜ້າຕາ ແລະ ຈິດໃຈແລ້ວ ເຊື່ອວ່າທຸກຄົນຕ້ອງກົດ Like ແບບລົວໆໃຫ້ຄືກັນກັບແອດ ທີ່ບໍ່ແມ່ນແຕ່ດ້ວຍຄວາມທີ່ໜ້າຕາດີຢ່າງດຽວ ແຕ່ແອດຢາກຈະຊື່ນຊົມ ຍົກຍ້ອງໄປເຖິງຈິດໃຈອັນດີງາມທີ່ເປັນເສຍສະຫຼະຄວາມສຸກສ່ວຕົວ ເພື່ອເຂົ້າມາເປັນສ່ວນໜຶ່ງເຂົ້າໃນການຊ່ວຍເຫຼືອສັງຄົມນັ້ນເອງ! ຕົບມືລົວໆໆໆໃຫ້ເລີຍ!!! ແຕ່ວ່າຢ່າເສຍເວລາມາຟັງແອດຈົ່ມຫຼາຍໄປເບິ່ງກັນເລີຍວ່າ ແອດເວີ່ໄປເອງ ຫຼືແນວໃດກັນແທ້. ເດັ່ນກວ່າໃຜ ມັກແຮງ ພ້ອມດ້ວນທີມ ຫຼໍ່ໆໆໆໆໆໆ ດູດີ ໜ້າຮັກ ເທ່ໆ ແບບໜ້າໆໆໆໆຮັກກ ມີແຕ່ສາວຢາກຖ່າຍຮູບນໍາ ນີ້ກະສາວ ຄົນມີສະເໜ່ເຮັດແນວໃດໄດ້ເນາະ By: BeautyGuru ຂໍຂອບໃຈຮູບຈາກ: Facebook Azaa …

Read More »

ເຫັນແບບນີ້ແລ້ວ! ຢາກຈະເກັບເອົາໄປໄວ້ໃຊ້ວຽກຢູ່ເຮືອນເດ໊ະເນາະ!!

  ສະບາຍດີສາວໆຂວັນໃຈທຸກໆຄົນເດີ້ ສະບາຍດີວັນສຸກ ສຸກສັນ ມື້ສຸດທ້າຍຂອງອາທິດ ຢາກບອກວ່າແອດຄັນແຂ້ວຢາກມານໍາສະເໜີຫຼາຍໆສໍາລັບມື້ນີ້ ເພາະແອດໄດ້ຫຼົງເຂົ້າໄປໃນ Facebook ທີ່ມີຊື່ວ່າ Fang Smile (ແຟ໋ງ) ຈົນເກືອບລືມທາງກັບໄປເລີຍ ເພາະຕົກລົງໄປຢູ່ໃນຫ້ວງຂອງຄວາມຫຼໍ່ ເຈົ້າຊູ້ ໂອ໋ບປ່າ ຂອງບ່າວຄົນທີ່ມີຊື່ວ່າ ແຟ໋ງ ນີ້ແຫຼະ ພໍອອກມາໄດ້ແອດກໍເລີຍເອົາມາບອກຕໍ່ໃຫ້ສາວໆໄດ້ເອົາໄປນອນຝັນຫວານກັບຄວາມເຈົ້າຊູ້ທີ່ບັນລະຍາຍບໍ່ໄດ້ຂອງບ່າວຄົນນີ້ຄືກັນກັບແອດ ບໍ່ຢາກເວົ້າຫຼາຍເອົາເປັນວ່າເຮົາໄປເບິ່ງ ແລະ ເອົາໄປຝັນຫວານໃຫ້ພໍໃຈພ້ອມກັນເລີຍ ອຶ່ມ…ຫຼໍ່ໆໆໆໆ ກຣີີ້ດດດດດ ເປັນພະຍາດແພ້ຄົນໃສ່ແວ່ນນນນນ ໄປວຽນທຽນນໍາກັນ ຂໍສອງດອກ ເອີ່ຍ!!! ສອງຈອກເດີ້ ລູກກະຕັນຍູ ຢາກກິນນນນນນ ກຸ້ງງງງງງງ ບ່າວໂຕໂຢຕ້າ ສອງບອກສອງເທົ່າກັບຫຍັງ?? ໂອ໋ບປ່າ (ນໍ້າລາຍໄຫຼ) ເວລານີ້ເຫັນເສັ້ນໝີ່ຍັງນໍ້າລາຍໄຫຼ (ດ້ວຍຄວາມຫິວວ) ສາຍບຸນນ ຊິລໆໆ ແຕ່ຄວາມຫຼໍ່ບໍ່ຊິລເລີຍ By: BeautyGuru ຂອບໃຈຮູບພາບຈາກ: Facebook: Fang Smile (ແຟ໋ງ)

Read More »

ອ່ອຍຍຍ… ຈັ່ງແມ່ນຜູ້ງາມກະດໍ້ສາວໃນເຄື່ອງແບບນີ້ເນາະ!! (ທຽບກັນເລີຍ)

ສະບາຍດີສາວໆມາພົບກັບ BeautyGuru ຄົນຜູ້ຮ້າຍໃຫຍ່ອີກແລ້ວ ມາພົບກັນທຸກມື້ກໍຕ້ອງມີເລື່ອງລາວດີໆກ່ຽວກັບຄວາມສວຍຄວາມງາມ ສິ່ງທີ່ຄຽງຄູ່ກັບສາວໆທຸກຄົນນັ້ນເອງ ແຕ່ມື້ນີ້ ຈະຂໍໂຈະເລື່ອງຄວາມສວຍງາມຂອງຕົວເອງເອົາໄວ້ກ່ອນ ເພາະວ່າ BeautyGuru ຈະພາສາວໆໄປເບິ່ງບັນດາສາວລາວໃນເຄື່ອງແບບກັນ ບອກເລີຍວ່າ ງາມບໍ່ແພ້ຊາດໃດໃນໂລກເລີຍລ່ະ ບໍ່ວ່າຈະເປັນສາວຄູ ທີ່ເຫັນແລ້ວໜຸ່ມໆຕ້ອງຢາກຈະກັບໄປຮຽນອີກຄັ້ງ, ສາວແພດທີ່ເຫັນແລ້ວເກີດອາການຄືຈະເປັນໄຂ້ຕ້ອງໄປໂຮງກັບບາດ, ສາວຕໍາຫຼວດທີ່ຢາກໃຫ້ມາກວດຫົວໃຈ ເພາະກໍາລັງເຮັດຜິດຢູ່ ຫຼືຈະເປັນສາວທະຫານທີ່ທັງງາມທັງເກັ່ງໜ້າຍົກຍ້ອງອີ່ຫຼີ ຢາກເຫັນແລ້ວບໍ່ສາວໆ ຄັ້ນຊັ້ນເຮົາໄປເບິ່ງພ້ອມກັນເລີຍ ສາວຄູເຫັນແລ້ວຢາກຈະກັບໄປຮຽນອີກຄັ້ງ ເຫັນສາວແພດ ແລ້ວເກີດມີອາການໜາວໆຮ້ອນຄືຈະເປັນໄຂ້ ຢາກໃຫ້ສາວແພດມາຊ່ວຍຮັກສາ ອິອິ ສາວຕໍ່າຫຼວດຊ່ວຍມາກວດຫົວໃຈແດ່ ກໍາລັງເຮັດສິ່ງຜິດກົດໝາຍ ເພາະກໍາລັງໄປລັກເອົາຫົວໃຈເຈົ້າຢູ່ 555 ສາວທະຫານລາວໃຈກ້າ ງາມທັງໜ້າຕາ ແລະ ຈິດໃຈ By: BeautyGuru ຂໍຂອບໃຈຮູບພາບຈາກ: F.B ຫຼາຍແຫຼ່ງ

Read More »