Breaking News

Hair

ເບິ່ງແຍງເສັ້ນຜົມຫຼັງຍ້ອມແນວໃດໃຫ້ສີຕິດທົນ?

ເຊື່ອວ່າຄົງຈະບໍ່ມີໃຜຢາກໃຫ້ສີຜົມທີ່ຍ້ອມມາງາມໆ ຫຼຸດໄປຢ່າງໄວວາ ຫຼື ສີຜິດໄປຈາກເກົ່າ ໄດ້ຍ້ອມຜົມສີງາມໆທັງທີກໍຢາກຈະໃຫ້ມັນຢູ່ໄດ້ດົນໆ, ດັ່ງນັ້ນ ລອງມາເບິ່ງວິທີເບິ່ງແຍງເສັ້ນຜົມຫຼັງຍ້ອມກັນດີກວ່າ ຮັບຮອງຜົນລັບດີແນ່ນອນ… ຫຼັງຈາກຍ້ອມສີຜົມຮຽບຮ້ອຍແລ້ວ ບໍ່ຄວນຟ້າວສະຜົມ ຄວນລໍຖ້າປະມານ 72 ຊົ່ວໂມງຈຶ່ງເລີ່ມສະຜົມ ເພາະເມື່ອມີການຍ້ອມ ເສັ້ນຜົມຈະເປີດຮັບສີທີ່ຍ້ອມ ແຕ່ຖ້າຫາກສະຜົມໄວຈົນເກີນໄປສີຜົມກໍຈະຫຼຸດ ແລະ ຜິດສີໄດ້ງ່າຍ ຢ່າໃຊ້ນໍ້າອຸ່ນ ຫຼື ຮ້ອນສະຜົມເດັດຂາດ ເພາະເມື່ອເສັ້ນຜົມຖືກນໍ້າຈະເຮັດໃຫ້ເສັ້ນຜົມເປີດ ເມື່ອສະຜົມກໍຈະເຮັດໃຫ້ສີຜົມຫຼຸດອອກມາໄດ້ງ່າຍ ເປັນທີ່ມາຂອງສີຜົມທີ່ບໍ່ຕິດທົນ ຢ່າສະຜົມຫຼາຍຈົນເກີນໄປ ເພາະນອກຈາກຈະເຮັດໃຫ້ຄວາມຊຸ່ມຂອງເສັ້ນຜົມຫຼຸດລົງ ຍັງເຮັດໃຫ້ສີຜົມບໍ່ຕິດທົນນານ ຄວນສະຜົມອາທິດລະ 2-3 ເທື່ອ ຫຼັງເຮັດສີຜົມຈະດີກວ່າ ກ່ອນທີ່ຈະໃຊ້ອຸປະກອນເຮັດຜົມທີ່ມີຄວາມຮ້ອນ ແນະນຳວ່າຄວນໃຊ້ສະເປ ຫຼື ຄຣີມປ້ອງກັນເສັ້ນຜົມຈາກຄວາມຮ້ອນກ່ອນ ເພື່ອບໍ່ໃຫ້ເສັ້ນຜົມແຫ້ງ ກ່ອນຍ້ອມຜົມຄວນຕັດເລັມປາຍທີ່ແຕກ ແລະ ແຫ້ງອອກເສຍກ່ອນ ເພາະນອກຈາກຈະກຳຈັດຜົມທີ່ແຫ້ງ ເສຍອອກໄປແລ້ວ ຍັງຈະຊ່ວຍໃຫ້ຜົມທີ່ຍ້ອມມີສີທີ່ງາມ ພະຍາຍາມຢ່າໃຫ້ຜົມຖືກຄໍລີນຫຼາຍຈົນເກີນໄປ ເພາະຄໍລີນຈະກັດສີຜົມ ດັ່ງນັ້ນຖ້າຫາກມີການລອຍນໍ້າອາດຈະໃສ່ໝວກເພື່ອປ້ອງກັນ ແລະ ເມື່ອລອຍນໍ້າແລ້ວກໍຄວນສະຜົມ ແລະະ ໃສ່ຄຣີມບຳລຸງໃຫ້ໄວທີ່ສຸດ. ທີ່ມາ: https://women.mthai.com/hair/hair-to-do/373621.html

Read More »

 ເຊັກດ່ວນ!!! ກັບສັນຍານເຕືອນທີ່ບອກວ່າ ເຂົາບໍ່ໄດ້ລົມກັບເຮົາພຽງຄົນດຽວ!

ສາວໆຕ້ອງລະວັງ!  ສັນຍານເຕືອນທີ່ບອກວ່າ ເຂົາບໍ່ໄດ້ລົມກັບເຈົ້າພຽງຄົນດຽວ ສາວໆເອີ້ຍ ເຮົາຢູ່ໃນຍຸກທີ່ການສື່ສານເປັນໄປໄດ້ຢ່າງງ່າຍ ແລະ ໄວວາຫຼາຍຂຶ້ນ ມີອຸປະກອນ ຫຼື application ຕ່າງໆເກີດຂຶ້ນຢ່າງຫຼວງຫຼາຍ ເພື່ອອໍານວຍຄວາມສະດວກໃຫ້ແກ່ເຮົາ ໄດ້ໃກ້ຊິດກັບຄົນທີ່ຢູ່ຫ່າງໄກກັນຫຼາຍຂຶ້ນ ຈຶ່ງບໍ່ແປກທີ່ເຮົາຈະຮູ້ສຶກວ່າດຽວນີ້ແມ່ນຫຍັງກໍງ່າຍໄປໝົດ ແມ່ນແຕ່ການທີ່ຊອກໝູ່ລົມໃນຍາມເຫງົາ ແຕ່ສາວໂສດທັງຫຼາຍເມື່ອລົມກັນໄປແລ້ວຮູ້ສຶກວ່າເຂົ້າກັນໄດ້ດີ ມັກເກີດມີຄວາມສົງໄສແມ່ນບໍ່ວ່າ ເຂົາລົມກັບເຮົາພຽງຄົນດຽວ ຫຼືບໍ່? ເຂົາຈະເຮັດແບບນີ້ ກັບຄົນອື່ນນຳຫຼືບໍ່? ມື້ນີ້ຂັວນໃຈຈະພາສາວໆໄປເຊັກສັນຍານອັນຕະລາຍ ທີ່ສາວໆສົງໄສມາໂດຍຕະຫຼອດ ໃຫ້ແລ້ວໃຈກັນໄປເລີຍ ກັບ 4 ສັນຍານເຕືອນທີ່ບອກວ່າ ເຂົາບໍ່ໄດ້ລົມກັບເຮົາພຽງຄົນດຽວ ຕອບສັ້ນ ຕອບຊ້າ ຂ້າມມື້ ຂ້າມຄືນ ເຮົາພິມໄປຍາວຢຽດ ຈະຕອບກັບມາໃຫ້ຍາວໆຈັກໜ້ອຍກໍບໍ່ໄດ້ ປະເພດທີ່ຕອບກັບມາພຽງຄໍາດຽວເຊັ່ນ: ໂດຍ, ເຈົ້າ, ຫວາ, ອື່ ຕ່າງໆ ຫຼືຕອບຊ້າແບບຂ້າມມື້ຂ້າມຄືນ ຫຼືແມ່ນແຕ່ເຂົາແຊດມາເຮົາຕອບກັບໄປພາຍໃນ 2 ວິນາທີ ແຕ່ບໍ່ອ່ານ ແບບນີ້ຮູ້ໄດ້ເລີຍວ່າ ເຂົາກໍາລັງຕິດລົມກັບຄົນອື່ນຢູ່ ຈົນບໍ່ວ່າງທີ່ຈະຕອບເຮົາຢ່າງແນ່ນອນ ບໍ່ເປີດເຜີຍເລື່ອງສ່ວນຕົວກັບເຈົ້າ ການບໍ່ເປີດເຜີຍເລື່ອງສ່ວນຕົວໃຫ້ເຮົາຟັງ …

Read More »

25 Idea! ທ່າໂພສຖ່າຍຮູບກັບໝູ່ຮັກສຸດສະນິດ ແບບເກ໋ໆ ຊິດໆ ກັນໄປເລີຍຈ່າ!!! (ທ່ຽວແບບໂສດໆໂພສທ່າເກ໋ໆກັບໝູ່!!! ເຣີດໄປອີ໊ກກກ)

25 Idea! ທ່າໂພສຖ່າຍຮູບກັບໝູ່ຮັກສຸດສະນິດ ແບບເກ໋ໆ ຊິດໆ ກັນໄປເລີຍຈ່າ!!! ໂພສທ່າເກ໋ໆ ສໍາລັບຖ່າຍຮູບກັບໝູ່ຮັກ ໃກ້ຈະຮອດມື້ພັກຍາວກັນແລ້ວສາວໆ! ກັບເທສະການປີໃໝ່ສາກົນ ຫຼາຍຄົນກໍຄົງມີແຜນຢູ່ໃນຫົວ ຫຼືໄດ້ຕົກລົງກັບໝູ່ ກັບແຟນກັນໄວ້ແລ້ວວ່າຈະໄປທ່ຽວໃສແມ່ນບໍ່! ແຕ່ມື້ນີ້ Kuanjai ຢາກຈະມາເອົາໃຈຄົນໂສດເປັນພິເສດ ໂດຍສະເພາະໃຜທີ່ມີແຜນຈະທ່ຽວກັບໝູ່ຮັກຄົນສະນິດຢູ່ຟ້າວມາເບິ່ງກັນເລີຍ! ກັບທ່າໂພສເກ໋ໆເອົາໄວ້ອັບລົງ Social ໃຫ້ຄົນອິດສາບໍ່ໜ້ອຍໜ້າຄົນມີຄູ່!!! ເອົາເປັນວ່າຕອນນີ້ເຮົາໄປເບິ່ງກັນເລີຍດີກວ່າ!!! ທ່າມກາງສວນດອກໄວ້ 24. ຖ່າຍຮູເກ໋ ກາງເດີ່ນຫຍ້າ 23. ໝູ່ຮັກ… 22. ຮິບສຸດໆໆໆ 21. ໃນຫ້ອງນໍ້າຍັງເກ໋ 20. ຊິດໆ ຊິວໆ 19. ບ້າໆບໍໆທັງກຸ່ມ 18. ອີ່ຕົນຄົນທາງລຸ່ມແດ່!!! 17. ຈິບກາເຟແບບເທ່ໆ 16. ໄອສຄຼີມກະມາ!! 15. ສາຍໄໝກັບໝູ່ຄົນສະນິດ 14. ສອງນິ້ວສູ້! ສູ້ 13. ວິວງາມ! ຮູບດີ໋ດີ …

Read More »

ສາວໆຄົນໃດຢາກໃຫ້ຜູ້ຊາຍຮັກ ຜູ້ຊາຍຫຼົງ ມາເບິ່ງ 18 ວິທີດີໆ! ບອກເລີຍວ່າໄປໃສບໍ່ລອດແນ່ນອນ!!! ແຊຣໄປຈ່າ

ເຮັດແນວໃດໃຫ້ຜູ້ຊາຍ “ຫຼົງ” ຈົນບໍ່ຢາກໄປໃສ ສາວໆຄົນໃດຢາກໃຫ້ຜູ້ຊາຍຮັກ ຜູ້ຊາຍຫຼົງ ມາເບິ່ງ 18 ວິທີດີໆ! ບອກເລີຍວ່າໄປໃສບໍ່ລອດແນ່ນອນ!!! ແຊຣໄປຈ່າ ເປັນຄົນມີເຫດຜົນ ໃຜໆກໍມັກຄົນມີເຫດຜົນ ມີຫຍັງກໍຫັນໜ້າມາລົມກັນເຖິງບັນຫາທີ່ເກີດຂຶ້ນ ເພື່ອຊ່ວຍກັນຫາທາງແກ້ໄຂ ບໍ່ແມ່ນມີແຕ່ງອນບໍ່ເວົ້າບໍ່ວ່າ ແບບນີ້ໜຸ່ມໆເຂົາວ່າບໍ່ໜ້າຮັກເລີຍໃດ໋ສາວໆ ແຕ່ງໜ້າເບົາໆ ຄົນຮັກຂອງເຮົາຄົງຮູ້ສຶກສົດຊື່ນຖ້າໜ້າຕາເຮົາສົດໄສ ເບິ່ງເທື່ອໃດກໍຕົກຂຸມຮັກ ແລະຄົງມີຄວາມສຸກທີ່ໄດ້ເບິ່ງມາທີ່ເຮົາ ບໍ່ແມ່ນໜ້າສົດໃຕ້ຕາດໍາ ຜິວໝອງຄໍ້າ ເບິ່ງມາກໍມີແຕ່ຄວາມຫົດຫູ່ ແຕ່ສາວໆໃນການແຕ່ງໜ້າກໍຄວນແຕ່ງແບບພໍດີໄສໆເໝາະກັບໄວຈະເປັນຕາເບິ່ງຫຼາຍກວ່າເດີ່ ບໍ່ເປັນຄົນຂີ້ປະຊົດ ການປະຊົດເປັນພື້ນຖານຂອງນິໄສແມ່ຍິງຫຼາຍຄົນ ທີ່ພໍເວລາບໍ່ພໍໃຈກໍຈະບໍ່ເວົ້າໄປຕົງໆ ແຕ່ມັກສະແດງອອກດ້ວຍການກະທໍາ ຫຼືຄໍາເວົ້າໃນທາງກົງກັນຂ້າມ ທີ່ມີແຕ່ຈະເຮັດໃຫ້ແຟນໜຸ່ມຕ້ອງເຈັບຫົວ ດັ່ງນັ້ນ ຖ້າຢາກໃຫ້ເຂົາຮັກເຮົາຫຼາຍໆຄວນເລີກນິໄສແບບນີ້ຊະ ຄອຍໃຫ້ກໍາລັງໃຈກັນສະເໝີ ກໍາລັງໃຈເປັນສິ່ງທີ່ດີທີ່ຈະເປັນພະລັງດ້ານບວກ ເຮັດໃຫ້ເຮົາສາມາດເຮັດສິ່ງທີ່ຍາກໆໄດ້ສໍາເລັດ ອີກທັງຍັງຊ່ວຍໃຫ້ບັນຫາຕ່າງໆເບົາບາງລົງໄດ້ ໂດຍສະເພາະກໍາລັງໃຈຈາກຄົນທີ່ຮັກ ມັນຊ່າງມີພະລັງອັນມະຫາສານ ດັ່ງນັ້ນ ການເວົ້າໃຫ້ກໍາລັງໃຈແຟນເປັນສິ່ງທີ່ຈະຊ່ວຍໃຫ້ເຂົາຮັກເຮົາຫຼາຍຂຶ້ນໄດ້ເດີ້ ບໍ່ເວົ້າຄໍາຫຍາບ ບໍ່ມີໃຜມັກແມ່ຍິງເວົ້າຈາບໍ່ມ່ວນດອກ ຄໍາຫຍາບອາດຈະສະແດງເຖິງຄວາມສະນິດສະໜົມແບບໝູ່ເພື່ອນ ແຕ່ຖ້າເອົາຄວາມຈິງແລ້ວ ຜູ້ຊາຍບໍ່ໄດ້ຢາກໄດ້ແມ່ຍິງເວົ້າແຕ່ຄໍາຫຍາບໆມາເປັນແຟນດອກ ເພາະການເວົ້າຈາດີໆ ຈະເຮັດໃຫ້ເບິ່ງໜ້າຖະນຸຖະໜອມຫຼາຍກວ່າ ຂີ້ອ້ອນເປັນບາງເວລາ ເຖິງຈະເປັນແມ່ຍິງທີ່ແຂງແກ່ງເບິ່ງແຍງຕົວເອງໄດ້ ແຕ່ຜູ້ຊາຍຈະຮູ້ສຶກດີກວ່າຖ້າໄດ້ເປັນຄົນທີ່ເບິ່ງແຍງ …

Read More »

ອັບເດດ! ແຟຼຊັ່ນເທຣນສີຜົມປີ 2018 ບອກເລີຍປີນີຕ້ອງສີປະມານນີ້ເລີຍ!!!

ປີໃໝ່ນີ້ສາວໆທີ່ຢາກປ່ຽນແປງຕົວເອງ ລອງເລີ່ມຈາກການປ່ຽນສີຜົມຮັບຮອງວ່າຕ້ອງງາມ ເດັ່ນ ຈົນໝູ່ຄູ່ທ້ວງພຸ້ນລະ ສຳລັບແຟຼຊັ່ນເທຣນສີຜົມໃນປີ 2018 ກໍຈັດວ່າຈະມີຫຼາກຫຼາຍໂທນສີທີ່ຮິດ ແລະ ຕິດກະແສ ມີໃຫ້ເລືອກຫຼາຍສີເລີຍເຊັ່ນ: ບອນ, ນໍ້າຕານ, ສີແດງ ແລະ ອື່ນໆ ດັ່ງນັ້ນລອງມາເບິ່ງເທຣນສີຜົມຂອງປີ 2018 ນີ້ ຮັບຮອງຖືກໃຈໝູ່ເພື່ອນແນ່ນອນ!!! 1.Golden Ombré ສີຜົມ Ombre (ອອມເບຣ) ເປັນການໄລ່ສີຜົມຈາກອ່ອນໄປເຂັ້ມ ເຊິ່ງໂທນສີທອງສາວໆກໍສາມາດໄລ່ຈາກໂຄນຜົມສີນໍ້າຕານເຂັ້ມໄປທີ່ປາຍຜົມສີທອງ ສາວໆຄົນໃດທີ່ເຮັດຜົມສີນີ້ກໍຈະຊ່ວຍໃຫ້ໜ້າຂອງເຮົາເບິ່ງສົດໃສຂຶ້ນ 2.Salt and Pepper ໂທນສີຂາວ ເທົາ ດຳ ພໍໄລ່ສີອອກມາກໍຈະກາຍເປັນໂທນສີໃໝ່ບໍ່ຊໍ້າກັບໃຜແນ່ນອນ 3.Burnt Orange ຜົມສີສົ້ມເຂັ້ມໆ ອົມສີແດງເລັກໜ້ອຍ ສີຜົມຄ້າຍກັບເຈົ້າຍິງ ເມີຣິດາ ໃນກາຕູນເລື່ອງ Brave  ເລີຍໄດ໋ ງາມໆເນາະ 4.Bleach-Toned ໂທນສີຂາວ ໃຜທີ່ຢາກເຮັດສີຜົມສີນີ້ບອກໄວ້ກ່ອນເລີຍວ່າມັນຂ້ອນຂ້າງເບິ່ງແຍງ ແລະ ຈັດຊົງຍາກແດ່ ແຕ່ກໍບໍ່ເປັນຫຍັງຖ້າສາວໆຄົນໃດມັກກໍຈັດເລີຍ… …

Read More »