Breaking News

Hair

ແບ້ວໄດ້ອີກ!! ກັບຊົງຜົມໜ້າມ້າ ໜ້າຮັກໃສໆ Style ໃດກໍໂດດເດັ່ນທີ່ກໍາລັງມາແຮງໃນຕອນນີ້!!!

ສາວໆ Fashions ຊົງຜົມນີ້ຊ່າງມີສະເໜ່ຢູ່ຕະຫຼອດທຸກມື້ ບໍ່ວ່າຈະເປັນເທຼນຊົງຜົມ ຜົມໜ້າມ້າ ຫຼືແມ່ນແຕ່ສີຜົມຕ່າງໆທີ່ອອກມາຫຼາຍຈົນບາງເທື່ອສາວໆ ກໍຮູ້ສຶກວ່ານໍາບໍ່ທັນ ແຕ່ມື້ນີ້ເຮົາມີເທຼນຜົມໜ້າມ້າ ທີ່ເພີ່ມຄວາມເກ໋ ຄວາມໜ້າຮັກໃຫ້ກັບສາວໆ ໄດ້ບໍ່ໜ້ອຍເລີຍ! ຢາກຮູ້ວ່າມີແບບໃດແດ່ເຮົາໄປເບິ່ງພ້ອມກັນເລີຍດີກວ່າ!!! ໝາຍເຫດ: ມັກຊົງໃດກໍໄປລອງເຮັດກັນເບິ່ງໄດ້ເດີ່ສາວໆ!!! ບໍ່ຫວງຈ໊າ ສາຍແບ້ວກໍາລັງມາ ໜ້າຮັກໃສໆໄວລຸ່ນມັກ ຮິບເຕີກໍ່ມາເດີ່ ແອບເຊັກຊີ່ ເບິ່ງຈາກຊົງ ຫວານໆ ອອກແນວໆ ເທ່ໆ ແບ້ວໄດ້ອີກ ໂກງອາຍຸໃຫ້ນ້ອຍລົງ ແບບນີ້ກະໂອ ໜ້າມ້າແບບໜາໆ ໜ້າມ້າໜາກັບຜົມດໍາກະຜ່ານ ຜົມສັ້ນກໍໄດ້ ດັດລອນເຮັດໃຫ້ເປັນຜູ້ໃຫຍ່ຂຶ້ນ ເບິ່ງໜ້າລຽວແຫຼມຂຶ້ນ ໜ້າມ້າກັບຜົມສີເທົາຜ່ານບໍ່?? ນ້ອງໝວຍກໍເຮັດ ມີຄວາມເຊັກຊີ່ ຫວານໆແບບຜູ້ໃຫຍ່ ໜ້າເດັກລົງໄດ້ອີກ ເຊີໆ Style ສາວຍີ່ປຸ່ນ By: BeautyGuru ຂອບໃຈຮູບຈາກ: Spice

Read More »

ໃບໜ້າສະຫວ່າງຂຶ້ນດ້ວຍສີຜົມ ນໍ້າຕານສະຫວ່າງ (ນໍ້າຕານທອງ) ໄດ້ Look Baby Girl ແບບເຕັມ!!

ທັກທາຍສາວໆ ໃຜທີ່ມີແຜນ ຫຼືຄິດຢາກຈະປ່ຽນສີຜົມແດ່! ແຕ່ຄິດແລ້ວຄິດອີກກໍບໍ່ຮູ້ຈະເລືອກສີຫຍັງ? ຈະກັບມາເຮັດສີນໍ້າຕານເບິ່ງຈະທໍາມະດາເກີນໄປ ແລະ ອີກຢ່າງສີນໍ້າຕານມັນກໍມີຕັ້ງຫຼາຍສີ ທັງນໍ້າຕານເຂັ້ມ, ນໍ້າຕານເທົາ, ນໍ້າຕານແດງ, ນໍ້າຕານອ່ອນ ແລະ ອີກຫຼາຍພັນສີນໍ້າຕານ ພຽງໄດ້ຍິນສໍ່ານີ້ຍັງມືນແລ້ວ ໂອ່ຍຊະນີພາກັນເຈັບຫົວ… ແຕ່ມື້ນີ້ເຊົາເຈັບຫົວໄດ້ເລີຍ ເພາະຂວັນໃຈ ເພື່ອນຮູ້ໃຈຂອງສາວທັນສະໄໝ ຈະພາສາວໆໄປເລືອກສີຜົມນໍ້າຕານແບບສະຫວ່າງ Style ຕຸກກະຕາ Baby ເຮັດແລ້ວໜ້າຂອງສາວໆຈະເບິ່ງສະຫວ່າງຂຶ້ນທັນທີ ຢາກເຫັນກັນແລ້ວແມ່ນບໍ່ວ່າຈະເປັນແນວໃດເມື່ອເຮັດຜົມສີນີ້ ເອົາເປັນວ່າເຮົາໄປເບິ່ງກັນເລີຍ!!! ຫວານໆ Style Baby Girl ແຈກຫົວໃຈໃຫ້ແບບລົວໆເລີຍ 2. ນໍ້າຕານແບບນີ້ກໍເຮັດໃຫ້ໜ້າສາວໆສະຫວ່າງຂຶ້ນໄດ້ເດີ້ 3. ສີນໍ້າຕານນີ້ໃຫ້ Look ຄຸນໜູສຸດໆ ວ່າບໍ່??? 4. Baby ສຸດໆໄປເລີຍ ສີຜົມງາມແຕ່ງໜ້າແນວໃດກໍປັງ!! 5. ງາມ, ດູດີ, ຮຽບຮ້ອຍ ໃຫ້ 100 ເຕັມ 6. ໜຸ່ມໆມັກສາຍແບ້ວ …

Read More »

ເທັກນິກຄວນຮູ້ກ່ອນໄປຕັດຜົມ ຮັບຮອງອອກມາງາມແນ່ນອນ! (ສາວໆຫ້າມພາດ)

ບໍ່ງ່າຍເລີຍແມ່ນບໍ່ສາວໆ ກ່ອນທີ່ຈະເລືອກຄວາມຍາວຂອງຜົມ ແລະ ໃຫ້ເໝາະສົມກັບໃບໜ້າຂອງເຮົາ ບາງຄົນຢາກຕັດຜົມສັ້ນແຕ່ຢ້ານອອກມາບໍ່ງາມ ບາງຄົນເໝາະທີ່ຈະໄວ້ຜົມຍາວ ແຕ່ຕັດສັ້ນຕະຫຼອດ ມື້ນີ້ BeautyGuru ກໍເລີຍຈະມາແນະນໍາເທັກນິກກ່ອນຈະໄປຕັດຜົມ ໃຫ້ໄດ້ງາມກັນທົ່ວໜ້າວ່າ ຮູບໜ້າແບບໃດຄວນຈະຕັດຜົມແບບໃດ? ໄປເບິ່ງກັນເລີຍ ໃບໜ້າຮູບໄຂ່ ໂຊກດີຫຼາຍສໍາລັບສາວຄົນໃດທີ່ມີໃບໜ້າຮູບໄຂ່ ເພາະສາມາດເຮັດຜົມໄດ້ທຸກຊົງເລີຍ ແຕ່ທີ່ເຮັດແລ້ວເກີດກໍໜ້າຈະເປັນຜົມຍາວປານກາງ, ຜົມຕັດລອນ ແລະ ບ໊ອບສະໄລ້ງາມ. ຄວນຫຼີກລ່ຽງແມ່ນ ຜົມສັ້ນສະໄລ້ລະດັບທີ່ເພີ່ມຄວາມສູງໃຫ້ກັບຫົວ ເພາະຈະເຮັດໃຫ້ໃບໜ້າຍາວເກີນໄປ ໃບໜ້າຮູບສີ່ຫຼ່ຽມ ສາວຄົນໃດທີ່ມີລັກສະນະໜ້າພາກກວ້າງ ໂໜກແກ້ມຫຼາຍ ຫຼືຄາງປາດ ຍິ່ງເບິ່ງກໍຍິ່ງເຫັນຮູບໜ້າສີ່ຫຼ່ຽມໄດ້ຊັດເຈນ ແບບຜົມສໍາລັບໜ້າຊົງນີ້ຕ້ອງເຮັດໃຫ້ໜ້າເບິ່ງ Soft ລົງ ການແຊກຂ້າງສາມາດຊ່ວຍໄດ້: ການສະໄລ່ຜົມມາຫຸ້ມໃບໜ້າດ້ານຂ້າງ (ເພື່ອປິດຄາງກະໄຕ) ຫຼືດັດປາຍຜົມເປັນລອນອ່ອນໆ ກໍຈະຊ່ວຍໃຫ້ໃບໜ້ານຸ່ມນວນຂຶ້ນໄດ້. ຄວນຫຼີກລ່ຽງ ຜົມບ໊ອບຕັດຊື່ ຫຼືຜົມສັ້ນລະດັບຄາງ ຫຼືຜົມມ້າຊື່ໆ ເພາະມັນຈະໄປເນັ້ນບໍລິເວນກາມ ໃຫ້ເຫັນຫຼ່ຽມຂອງມຸມໜ້າເດັ່ນຊັດຂຶ້ນກວ່າເກົ່າ ຮູບໜ້າກົມ ສາວໜ້າກົມມີຄາງສັ້ນ ບາງຄັ້ງກໍມີແກ້ມແຖມມານໍາ ເຮັດໃຫ້ຄວາມກວ້າງ ແລະ ຄວາມຍາວຂອງໃບໜ້າເທົ່າກັນໄປໝົດ ຊົງຜົມທີ່ເຂົ້າກັບສາວໜ້າກົມຄວນເປັນຊົງຜົມທີ່ເພີ່ມຄວາມສູງໃຫ້ກັບຫົວລົງມາທາງລູ່ມເພື່ອເປັນການຖ່າຍເທນໍ້າໜັກ ແລະ …

Read More »

Idea ຊົງຜົມສີນໍ້າຕານທັ່ງບ່າ ສໍາລັບສາວອາຊີແບບເຮົາ! ມັກແບບໃດເລືອກເລີຍ!!

ສະບາຍດີສາວໆແຟນຂວັນໃຈທຸກຄົນ! ມື້ນີ້ BeautyGuru ມີ Idea ຊົງສີຜົມ ແລະ ຊົງຜົມງາມໆທີ່ເໝາະກັບສາວອາຊີ ກໍຄືສາວລາວມາຕ້ອນສາວໆກັນ! ເຊິ່ງນັ້ນກໍຄື ສີຜົມນໍ້າຕານທັ່ງບ່າ ແບບ Roasted Cocoa ແນ່ນອນວ່າຊົງຜົມແບບບໍ່ສັ້ນບໍ່ຍາວເກີນໄປພໍດີທັ່ງບ່ານັ້ນເປັນຊົງຜົມສຸດ Hit ໃນກຸ່ມຂອງສາວລາວໃນຕອນນີ້! ເຊິ່ງບາງຄົນສົງໄສວ່າ ສີຜົມ Roasted Cocoa ນັ້ນເປັນແນວໃດ? ຄໍາຕອບກໍຄື ເປັນໂທນສີນໍ້າຕານແບບ Soft ນັ້ນເອງ ເຊິ່ງຈະເປັນໂທນສິີນໍ້າຕານໂທນແກ່ຈັກໜ້ອຍ ຈະເຮັດໃຫ້ໜ້າເຮົາສະຫວ່າງຂຶ້ນ ແຖມຍັງເບິ່ງສົດໃສອີກ ວາແລ້ວເຮົາໄປເບິ່ງກັນເລີຍດີກວ່າ!! By: beautyGuru Cr: Sprice

Read More »

ໃຜຮູ້ຈັກສາວຄົນນີ້ Share ແລະ Comment ມາເລີຍ! ດ່ວນ!!!

ໃຜຮູ້ຈັກສາວຄົນນີ້ Comment ມາດ່ວນ!!! ສະບາຍດີສາວໆແຟນຂວັນໃຈທຸກຄົນ ມາພົບກັບ BeautyGuru ເປັນປະຈໍາທຸກໆເຊົ້າແບບນີ້ ກັບອາກາດດີໆໃນໄລຍະນີ້ ຈະເຮັດຫຍັງກໍຮູ້ສຶກດີໄປໝົດເນາະວ່າບໍ່ສາວໆ (ດີຈົນຮູ້ສຶກຢາກນອນພຸ້ນລ່ະ) ແຕ່ເຫັນອາກາດດີໆແບບນີ້ກໍຢ່າລຶມຮັກສາສຸຂະພາບກັນນໍາເດີ້ສາວໆເພາະໄລຍະນີ້ເປັນລະດູຝົນ ສະນັ້ນ ອາດຈະມີພະຍາດຫຼາຍຢ່າງທີ່ມາພ້ອມກັບລົມກັບຝົນນັ້ນເອງລະສາວໆ ເອົາລະເມື່ອຮັກສາສຸະພາບກັນໄປແລ້ວເຮົາກໍມາເຂົ້າເລື່ອງກັນເລີຍວ່າຕົກລົງ BeautyGuru ຈະເອົາຫຍັງມາຕ້ອນກັນແທ້ໃນມື້ນີ້ ຄົງບໍ່ແມ່ນແຕ່ເລື່ອງແນະນໍາສຸຂະພາບສໍ້າຫັ່ນລະຊິໄປ? ບໍ່ແມ່ນແນ່ນອນສາວໆເພາະສິ່ງທີ່ຈະເອົາມາຕ້ອນສາວໆກໍຕ້ອງເປັນເລື່ອງຄວາມງາມແນ່ນອນ ແຕ່ມື້ນີ້ BeautyGuru ຂໍບອກວ່າຈະເອົາມາໃຫ້ເບິ່ງ ແລະ ຄອມເມັ້ນໄປພ້ອມໆກັນ ເພາະສາວຄົນນີ້ແອດເອງກໍຍັງບໍ່ຮູ້ຈັກຊື່ສຽງເພີ່ນຊໍ້າດອກ ຮູ້ແຕ່ວ່າເພີ່ນເປັນສາວງາມແຫ່ງແດນປະຫັວດສາດ ແຂວງ ຫົວພັນ ແຕ່ເມື່ອແອດໄດ້ເຂົ້າໄປສ່ອງ Facebook ທີ່ຊື່ວ່າ Tong Tong ຮູ້ສຶກວ່າສາວນ້ອຍຄົນນີ້ງາມ ແລະ ໜ້າຮັກແບບຕິດອົກຕິດໃຈເຫຼືຶອເກີນ ກໍເລີຍນໍາເອົາມາຕ້ອນແຟນໆກັນ ສ່ວນໃຜທີ່ຮູ້ຈັກກັບສາວຄົນນີ້ກໍຢ່າລືມມາ Comment ໃຫ້ແອດ ແລະ ແຟນໆຂວັນໃຈເຮົາໄດ້ຮູ້ຈັກກັນນໍາເດີ້!!! ຂໍຂອບໃຈລ່ວງໜ້າສໍາລັບຄົນທີ່ Comment ແນະນໍາກັນມາ ໜ້າຮັກໃສໆ ແອັບແບ້ວໃຈລະລາຍ ມັກເຮັດບຸນນໍາອີກ ເປັນນາງແບບບໍນີ້? ສົດໃສ ໄດ້ໃຈແບບສຸດດດດດດ …

Read More »