Breaking News

Hair

ຮູ້ແລ້ວຜົມງາມ!! ກັບ 7 ວິທີສະຜົມ ເຮັດເອງໄດ້ບໍ່ຕ້ອງງໍ້ຮ້ານ

ສາວໆໝັ້ນໃຈແລ້ວບໍ່ວ່າສະຜົມຖືກວິທີແລ້ວ? ມາເບິ່ງວິທີສະຜົມ ທີ່ທາງຂັວນໃຈເອົາມາຕ້ອນກັນໃນມື້ນີ້ໄປສົມທຽບກັນເບິ່ງເລີຍ! ຕ້ອງບອກເລີຍວ່າຖ້າຮູ້ແລ້ວຜົມທີ່ງາມ ແລະ ສຸຂະພາບດີຈະເປັນຂອງເຈົ້າຢ່າງແນ່ນອນ ແຖມຍັງສາມາດເຮັດເອງໄດ້ງ່າຍໆ ໂດຍບໍ່ຕ້ອງງໍ້ຮ້ານນໍາອີກ ເຊິ່ງເຊື່ອວ່າບາງຄົນອາດຈະບໍ່ເຄີຍຮູ້ມາກ່ອນກໍເປັນໄດ້ ຄັ້ນຊັ້ນເຮົາໄປຮູ້ຈັກພ້ອມກັນເລີຍວ່າມີວິທີໃດແດ່? ບໍ່ຈໍາເປັນຕ້ອງສະຜົມທຸກມື້: ການສະຜົມຄືການລ້າງເອົານໍ້າມັນຢູ່ເທິງຜົມອອກ ແລ້ວສາວໆຮູ້ ຫຼືບໍ່ວ່ານໍ້າມັນພວກນີ້ແຫຼະທີ່ຊ່ວຍລ້ຽງຮາກຜົມ ເຮັດໃຫ້ຜົມແຂງແຮງເງົາງາມ! ເຊິ່ງການສະຜົມທຸກມື້ຈະເຮັດໃຫ້ໜັງຜົມຂອງເຮົາແຫ້ງ ແລະ ເກີດບັນຫາຜົມຂາດ ຜົມຫຼົ່ນໄດ້ງ່າຍອີກ ດັ່ງນັ້ນເວລາເໝາະສົມທີ່ຈະສະຜົມຄື ທຸກໆ 2 ມື້ເດີ້ ໄປປະຕິບັດຊະຖ້າບໍ່ຢາກໃຫ້ຜົມຫຼົ່ນໝົດຫົວ! 2.​ ກ່ອນສະໃຫ້ບໍາລຸງດ້ວຍ ເບບີອອຍ: ເປັນການບໍາລຸງ ແລະ ກຽມຄວາມພ້ອມກ່ອນສະຜົມ ເຮັດໃຫ້ຜົມນຸ່ມມື່ນຂຶ້ນ ງ່າຍຕໍ່ການສະຜົມ! ພຽງແຕ່ທາເບບີອອຍໃຫ້ທົ່ວເສັ້ນຜົມ ແລ້ວໝັກປະໄວ້ 20 ນາທີພໍປະມານ ແລ້ວຈຶ່ງສະຜົມ 3. ຫວີຜົມກ່ອນສະຜົມທຸກຄັ້ງ: ການຫວີຜົມກ່ອນສະຜົມ ນອກຈາກຈະເຮັດໃຫ້ເສັ້ນຜົມຊື່ເປັນລະບຽບງາມ, ຫຼຸດການຂາດ, ຫຼົ່ນຈາກຜົມພັນກັນລະຫວ່າງສະຜົມແລ້ວ ຍັງເຮັດໃຫ້ແຊມພູ ແລະ ຄຼີມນວດເຂົ້າບໍາລຸງເສັ້ນຜົມໄດ່ທົ່ວເຖິງຫຼາບຂຶ້ນ ອີກຢ່າງກໍເປັນການຫວີເອົາຂີ້ຝຸ່ນ ສິ່ງປົນເປື້ອນ ຫຼືເສັ້ນຜົມທີ່ຕາຍແລ້ວອອກມານໍາອີກ 4. …

Read More »

ບໍ່ຕ້ອງໄປເຮັດສັນຍະກໍາ ໃບໜ້າກໍນ້ອຍແຫຼມ ແຖມໜ້າຮັກໄດ້ດ້ວຍ Idea ການເຮັດຊົງຜົມ!!

ສາວໆນອກຈາກໃບໜ້າແລ້ວ ກໍຍັງມີຊົງຜົມນີ້ລະທີ່ຊ່ວຍໃຫ້ເຮົາມີບຸກຄະລິກທີ່ດີຂຶ້ນໄດ້ ໂດຍສະເພາະ ໃນການເຮັດຊົງໃຫ້ເຂົ້າກັບໃບໜ້າກໍຕ້ອງໄດ້ມີການເບິ່ງ ຮູບໜ້າເຮົາເປັນສິ່ງສໍາຄັນ ບໍ່ແມ່ນວ່າຊົງໃດງາມ ມັກຊົງໃດກໍເຮັດໄປໂລດເດີ້ສາວໆ ໂດຍສະເພາະສາວທີ່ມີຮູບໜ້າຄ້ອນຂ້າງໃຫຍ່ ຢາກເຮັດໃຫ້ໜ້າເບິ່ງແລ້ວ ນ້ອຍແຫຼມລົງ ແບບນີ້ຍິ່ງຕ້ອງພິຈາລະນາຊົງຜົມກ່ອນເຮັດກັນເປັນພິເສດເລີຍ ແລ້ວຈະເຮັດແບບໃດລະ? ສາວອາດຈະຢາກຖາມ ມື້ນີ້ ຂັວນໃຈກໍເລີຍບໍ່ພາດທີ່ຈະນຳເອົາ Idea ດີໆໃນການເຮັດຜົມໃຫ້ໜ້າຂອງສາວໆນັ້ນເບິ່ງນ້ອຍແຫຼມລົງ ແລະ ໜ້າຮັກຂຶ້ນ ເຮົາໄປເບິ່ງກັນເລີຍ!!!   By: BeautyGuru Cr: Sprice

Read More »

IDEA ຊົງຜົມຂອງສາວຜົມດໍາ ທີ່ແຊ໋ບໄດ້ໂດຍບໍ່ຕ້ອງເຮັດສີ! (ສາວອາຊີຄືເຮົາຫ້າມພາດ)

Idea ຊົງຜົມຂອງສາວຜົມດໍາ ທີ່ແຊ໋ບໄດ້ໂດຍບໍ່ຕ້ອງເຮັດສີ ໄລຍະນີ້ເທຼນຜົມສີຕ່າງໆກໍາລັງມາແຮງແລ້ວ ເທຼນຜົມສີດໍາທໍາມະຊາດກໍວົນກັບມາຄືກັນ ມັນງ່າຍຫຼາຍສໍາລັບສາວອາຊີຄຶເຮົາ ທີ່ມີສີຜົມເປັນສີດໍາທໍາມະຊາດຢູ່ແລ້ວ ຂໍ້ດີຂອງຜົມດໍາກໍຄືຈະເຮັດໃຫ້ໃບໜ້າເບິ່ງ ອາຍຸນ້ອຍລົງມາ ເນັ້ນໃບໜ້າໃຫ້ເດັ່ນຊັດຂຶ້ນ ເປັນສີທໍາມະຊາດຂອງສາວອາຊີຄືເຮົາ ເຮົາສາມາດບໍາລຸງແລ້ວປ່ອຍໃຫ້ມັນຍາວໄດ້ຕາມຕ້ອງການ ບໍ່ຕ້ອງເຮັດສີໃຫ້ຜົມເສຍກໍງາມໄດ້ ມື້ນີ້ ຂັວນໃຈເລີຍຖືໂອກາດ ນໍາເອົາ Idea ຊົງຜົມສີດໍາທໍາມະຊາດມາຕ້ອນສາວໆກັນ!       By: BeautyGuru ຮູບພາບຈາກ: Sprice

Read More »

Idea ຊົງຜົມເກ໋ໆ ສໍາລັບສາວອວບທີ່ເບີ່ງແນວໃດກໍເລີ໋ດ!

ເຊື່ອວ່າສາວຫຼາຍຄົນຄົງຈະຢາກຫຸ່ນດີ ຫຸ່ນເປະກັນໝົດແຕ່ບາງເທື່ອພອນສະຫວັນເຮົາກໍບໍ່ໄດ້ເອົາດ້ານນີ້ມາເລີຍ ກໍຄົງຕ້ອງເຂົ້າໃຈ ແຕ່ມື້ນີ້ສາວອວບບໍ່ຕ້ອງນ້ອຍໃຈເພາະຕົກມາໃນຍຸກນີ້ແລ້ວ ບໍ່ວ່າຈະອວບຂະໜາດໃດກໍເປະໄດ້ ກັບ Idea ຊົງຜົມເກ໋ໆ ສໍາລັບສາວອວບທີ່ເບີ່ງແນວໃດກໍເລີ໋ດ ທີ່ແອດເອົາມາຕ້ອນກັນໃນມື້ນີ້ ເອີ້ນໄດ້ວ່າສາວໆທີ່ຈ່ອຍໆແຫ້ງໆຕ້ອງຫຼີກທາງໃຫ້ກັນເລີຍລ່ະ ຢາກຮູ້ວ່າສາວອວບ ຫຼືສາວ 2017 ທີ່ກໍາລັງມາແຮງຢູ່ໃນຕອນນີ້ ຈະ Hot ໄດ້ຕຶ່ມຂະໜາດໃດເຮົາໄປເບີ່ງກັນເລີຍ!! By: BeautyGuru ເຄຼດິດຮູບຈາກ: Spice

Read More »

ປີໃໝ່ນີ້ ເຮັດຜົມຊົງໃດ? ຊົງຜົມທີ່ຖືກສາດນໍ້າແລ້ວຍັງງາມຄືເກົ່າ. ຄິດບໍ່ອອກຄຼິກເລີຍ!

ນັບຖອຍຫຼັງກັນແລ້ວສໍາລັບປີໃໝ່ລາວ ສໍາລັບມື້ພັກຍາວທີ່ສາວໆລໍຖ້າກໍາລັງໃກ້ເຂົ້າມາແລ້ວ ເຊື່ອວ່າສາວໆຫຼາຍຄົນຄົງຈະກະກຽມກັນແລ້ວແມ່ນບໍ່ກ່ຽວກັບແຜນ ການໄປຫຼີ້ນ ໄປທ່ຽວ ສ່ວນແອດແມ່ນບໍ່ຮູ້ຈະໄປໃສ ຖ້າສາວແຟນຂວັນໃຈເຮົາມີແຜນໄປຫຼີ້ນໃສມ່ວນໆກໍຢ່າລືມຊວນແອດນໍາເດີ້ (ບໍ່ມີໃຜຫຼີ້ນນໍາ ຫຶຫຶ) ຖ້າກະກຽມສໍາລັບແຜນໄປຫຼີ້ນກັນແລ້ວ ເສື້ອຜ້າເດກະກຽມແລ້ວບໍ່ ແລະ ທີ່ສໍາຄັນຈະເຮັດແນວໃດໃຫ້ງາມໃນຕອນທີ່ຖືກສາດນໍ້າໃສ່ລ່ະ ເພາະສາວໆເຮົາໄປໃສ ເວລາໃດກໍຕ້ອງງາມແມ່ນບໍ່? ແລະ ມື້ນີ້ ແອດຈະມາແນະນໍາສາວໆກ່ຽວກັບເທຼນຊົງຜົມຍອດຮິດໃນການຫຼີ້ນບຸນປີໃໝ່ໃຫ້ ທັງມ່ວນ ແລະ ງາມມາຕ້ອນກັນ ຖ້າສາວໆຄົນໃດຄິດຊົງບໍ່ອອກພຽງແຕ່ຄຼິກນີ້ເລີຍ Kuanjai Magazine ແລ້ວ Idea ຈະເກີດແນ່ນອນ ວ່າແລ້ວເຮົາໄປເບີ່ງກັນເລີຍວ່າ ເທຼນຊົງຜົມປີນີ້ມີຫຍັງແດ່? By: BeautyGuru ເຄຼດິດຮູບຈາກ: Kapook.com

Read More »