ສະບາຍດີສາວໆ ແຟນຂວັນໃຈມາພົບກັບ BeautyGuru ຄົນເກົ່າຄົນເດີມ ເພີ່ມເຕີມຄືສິ່ງດີໆທີ່ຈະເອົາມາຕ້ອນແຟນໆ (ວ່າຊັ້ນ) ຫຼັງຈາກທີ່ຫາຍໄປດົນ (ເກືອບອາທິດ) ກໍໄດ້ກັບມາປະຕິບັດໜ້າທີ່ສອດສ່ອງເລື່ອງຊາວບ້ານຄືເກົ່າ ມາປະຈໍາການບ່ອນເກົ່າເວລາເດີມ ມື້ນີ້ມາພົບພໍ້ກັນກໍແນ່ນອນ ວ່າຕ້ອງມີເລື່ອງດີໆມາຕ້ອນມາຝາກກັນແນ່ນອນ ສາວໆຄົງເຄີຍໄດ້ຍິນຄໍານີ້ເນາະ ເມືອງວິລະຊົນ ແນ່ນອນວ່າເຄີຍເພາະ ເມືອງວິລະຊົນນັ້ນ ເປັນດິນແດນບ້ານເກີດເມືອງນອນຂອງ ລຸງ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວນັ້ນເອງ ແຕ່ທີ່ BeautyGru ມາເວົ້າມື້ນີ້ບໍ່ໄດ້ຈະມາເວົ້າເລື່ອງປະຫວັດສາດໃຫ້ສາວໆຟັງດອກ ແຕ່ໄດ້ຍິນເພີ່ນເວົ້າມາວ່າ ສາວແຫ່ງເມືອງວິລະຊົນນັ້ນມີແຕ່ຄົນງາມໆວ່າຊັ້ນ (ໃຜວ່າລະ) ແລ້ວໜຸ່ມໆສາວໆແຟນຂວັນໃຈວ່າຄືກັນກັບເພີ່ນບໍ່ລ່ະ ແຕ່ຖ້າຈະເວົ້າໄປເວົ້າເລື່ອງສາວງາມນັ້ນ ບໍ່ວ່າຢູ່ໃສກໍມີທັງຄົນງາມ ແລະ ບໍ່ງາມ ສະນັ້ນມື້ນີ້ແອດກໍໄດ້ຮວບຮວມເອົາຮູບພາບບັນດາສາວງາມແຫ່ງເມືອງວິລະຊົນມາໃຫ້ເບີ່ງ ແລະ ຕັດສິນນໍາກັນສ່ວນວ່າຈະງາມ ຫຼືບໍ່ນັ້ນເຮົາກໍໄປເບີ່ງນໍາກັນເລີຍ. ເປັນແນວໃດ ສາວໆຈາກເມືອງວິລະຊົນຂອງເຮົາ ງາມ ຫຼືແນວໃດກໍຢ່າລືມ ຄອມເມັ້ນ Like and Share ໃຫ້ແອດຮູ້ກັນນໍາເດີ້!!! By: BeautyGru ເຄຼດິດຮູບຈາກ: ສາວສະຫວັນ
Read More »Hair
ສາວນັກສຶກສາ ຄົນງາມ ງາມແທ້ ຫຼືບໍ່?
ສາວໆ ແລະ ແຟນໆຂວັນໃຈມື້ນີ້ກໍແມ່ນມື້ສຸດທ້າຍຂອງເດືອນ ກຸມພາແລ້ວ ມື້ສຸດທ້າຍຂອງເດືອນແຫ່ງຄວາມຮັກແລ້ວ ສໍາລັບຄົນທີ່ຍັງໂສດກໍໃຊ້ຊີວິດກັບຕົວເອງໃຫ້ມີຄວາມສຸກ ສ່ວນຄົນມີຄູ່ກໍຈົ່ງໃຊ້ຊີວິດຄູ່ຢ່າງມີຄວາມສຸກເດີ້ ຊີວິດມີຄວາມສຸກແລ້ວກໍຢ່າລືມຕິດຕາມຂວັນໃຈແນ່ເດີ້ເພື່ອຈະໄດ້ຂໍ້ມູນ ແລະ ສາລະດີໆເພີ່ມຕື່ມເຮັດໃຫເຮົາທັນໂລກ ທັນເຫດການຕ່າງໆທີ່ເກີດຂຶ້ນນັ້ນເອງ. ເອົາລ່ະມື້ນີ້ກໍປົກກະຕິຄືເກົ່າທີ່ຕ້ອງໄປຊອດສ່ອງຊາວບ້ານແລ້ວນໍາເອົາເລື່ອງລາວຕ່າງໆນັ້ນມາຕ້ອນສາວໆ ອາດຈະມີຄວາມສ່ຽງແນ່ແຕ່ກໍຍອມເພື່ອສາວໆ ແລະ ແຟນໆຂວັນໃຈ (ງານດຣາມ່າກໍມາ 555) ຫຼັງຈາກທີ່ໄປສອດສ່ອງມາກໍໄດ້ເລື່ອງລາວວ່າແນວນີ້ ສາວນັກສຶກສາລາວຄືມີແຕ່ຜູ້ງາມໆແທ້ ເຫັນແລ້ວເປັນຕາສະອອນຫຼາຍໆ ເລີຍເອົາມາໃຫ້ສາວໆແຟນຂວັນໃຈຕັດສິນຊ່ວຍກັນວ່າງາມຄືກັບທີ່ BeautyGuru ເຫັນບໍ່ ຫຼືວ່າແອດສາຍຕາບໍ່ດີ. ໄປເບີ່ງຊ່ວຍກັນແນ່ວ່າງາມແທ້ບໍ່? ຖ້າໃຜເຫັນວ່າສາວໆນັກສຶກສາຂອງລາວເຮົາງາມກໍຢ່າລືມ C.M Like & Share ໃຫ້ໂລກຮັບຮູ້ແນ່ວ່າສາວລາວງາມບໍ່ແພ້ຊາດໃດໃນໂລກ ໂດຍສະເພາະສາວນັກສຶກສາທີ່ທັງງາມ ທັງເກັ່ງເຫຼົ່ານີ້ By: BeautyGuru ເຄຼດິດຮູບພາບຈາກ: ສາວລາວ Lao girl
Read More »“ນາງຟ້າເທິງດິນ” ແມ່ນຊື່ຂອງໃຜ? (ຢາກໃຫ້ອ່ານ)
ສະບາຍດີສາວແຟນໆຂວັນໃຈ ສະບາຍດີກັບຕອນເຊົ້າວັນສຸກ ວ້າວ…ມື້ສຸດທ້າຍຂອງການເຮັດວຽກແລ້ວບໍນີ້ ເວລາມັນຜ່ານໄປໄວເນາະວ່າບໍ່ສາວໆ ບຶດດຽວຮອດວັນຈັນ ແລະ ອີກບຶດດຽວກໍຮອດວັນສຸກແລ້ວ ແລະ ອີກບຶດດຽວກໍໝົດເດືອນ, ອີກບຶດດຽວກໍໝົດປີ ເວລາມັນບໍ່ຄອຍຖ້າໃຜແທ້ລະສາວໆ ດັ່ງນັ້ນຖ້າໃຜທີ່ຄິດຢາກຈະເຮັດຫຍັງຮີບຟ້າວລົງມືເຮັດແຕ່ຕອນນີ້ເປັນຕົ້ນໄປຢ່າລໍຖ້າໂອກາດ ແລະ ເວລາທີ່ເໝາະສົມເພາະບາງເທື່ອໂອກາດ ແລະ ເວລາທີ່ເໝາະສົມມັນອາດຈະບໍ່ມາພ້ອມກັນ ມັນຈຶ່ງອາດຈະເຮັດໃຫ້ເຮົາພາດໂອກາດດີໆກໍເປັນໄດ້ ການທີ່ສາວໆເປັນຄົນກ້າຄິດ, ກ້າເຮັດ, ກ້າສະແດງອອກນັ້ນ ເຖິງຈະບໍ່ປະສົບຜົນສໍາເລັດໃນບາງເທື່ອ ແຕ່ມັນກໍເປັນບົດຮຽນທີ່ດີ ແລະ ມີຄ່າທີ່ສຸດໃນການປະຕິບັດວຽກງານຄັ້ງຕໍ່ໄປ. ເວົ້າໄປມັນກະອາດຈະຍາວເນາະສາວໆເຮົາມາເວົ້າເລື່ອງທີ່ BeautyGuru ເອົາມາຕ້ອນກັນດີກວ່າເພາະອັນທີ່ເວົ້າມານັ້ນບໍ່ກ່ຽວຂ້ອງຫຍັງກັບສິ່ງທີ່ເອົາມາຕ້ອນກັນໃນມື້ນີ້ເລີຍ ແຕ່ກໍຄືວ່າຫັ່ນລະຄິດຫຍັງດີ ແລະ ເປັນປະໂຫຍດໄດ້ກໍຢາກຈະມາສະເໜີໃຫ້ສາວໆໄດ້ຮູ້ໄປນໍາກັນ ເອົາລະເຮົາມາເຂົ້າເລື່ອງມື້ນີ້ກັນດີກວ່າ ເລື່ອງທີ່ເອົາມາຕ້ອນກັນໃນມື້ນີ້ນັ້ນກໍຄື: “ນາງຟ້າເທິງດິນ” ທີ່ເຮົາເຄີຍເວົ້າກັນ ແລະ ປະໂຫຍກນີ້ກໍອາດຈະບໍ່ພາດໄປຈາກບັນດາສາວກຸ່ມນີ້ເລີຍ ສາວແອ ນັ້ນເອງ ເຫດຜົນທີ່ວ່າເປັນຫຍັງຈຶ່ງເອີ້ນສາວແອວ່າ: “ນາງຟ້າເທິງດິນ” ກໍເພາະວ່າສາວແອນັ້ນມີທັງຄວາມງາມ, ເວົ້າຈາສຸພາບ, ກິລິຍາທ່າທາງອ່ອນນ້ອມຖ່ອມຕົວ, ຮັກຜູ້ໂດຍສານ ດ້ວຍເຫດຜົນເຫຼົ່ານີ້ພວກເຮົາຈຶ່ງມັກເອີ້ນສາວແອວ່າ: ນາງຟ້າເທິງດິນ ແລະ ມື້ນີ້ BeautyGuru ກໍໄດ້ຮວບຮວມເອົາຮູບບັນດາສາວໆແຕ່ລະສາຍການບິນມາຕ້ອນກັນນໍາ …
Read More »ສາວລາວລຸ່ມ, ລາວສູງ, ລາວເທິງ ໃຜຈະງາມກວ່າກັນ!!
ສະບາຍດີສາວໆຂັວນໃຈທີ່ໜ້າຮັກທັງຫຼາຍ ມື້ນີ້ BeautyGuru ມາພ້ອມກັບຄວາມງາມບໍ່ແພ້ຊາດໃດຂອງແມ່ຍິງລາວທັງສາມຊົນເຜົ່າ ອັນນີ້ຄົງບໍ່ຕ້ອງບອກເນາະວ່າມີຊົນເຜົ່າຫັຍງແດ່ນັ້ນສາວໆຄົງຈະຮູ້ກັນຢູ່ແລ້ວ ເພາະວ່າໃນປະເທດລາວເຮົານັ້ນປະກອບດ້ວຍຫຼາຍຊົນຊາດຊົນເຜົ່າແຕ່ສະເພາະຊົນເຜົ່າໃຫຍ່ໆໃນລາວນັ້ນກໍມີພຽງສາມຊົນເຜົ່າເທົ່ານັ້ນຄື: ຊົນເຜົ່າທີໜຶ່ງກໍແມ່ນຊົນເຜົ່າລາວລຸ່ມ, ທີສອງຄືຊົນເຜົ່າລາວສູງ (ເຜົ່າມົ້ງ) ແລະ ທີສາມກໍແມ່ນຊົນເຜົ່າລາວເທິງນັ້ນເອງ (ວ່າຊິບໍ່ບອກແຕ່ກະເຜີບອກໄປແລ້ວ) ທັງສາມຊົນເຜົ່ານີ້ມີເອກະລັກວັດທະນະທໍາ, ວາດການດໍາລົງຊີວິດທີ່ແຕກຕ່າງກັນໃນເມຶ່ອກ່ອນ ແຕ່ມາຮອດປັດຈຸບັນນີ້ກໍເກຶອບວ່າແຍກບໍ່ອອກເລີຍ ເພາະຫຼາຍຊົນເຜົ່າໄດ້ມາດໍາລົງຊີວິດຢູ່ຮ່ວມກັນ, ມີຄວາມສາມັກຄີ, ຮັກແພງກັນຄືດັ່ງເປັນອ້າຍ, ເອຶ້ອຍ, ນ້ອງກັນແທ້ໆ ແຕ່ກໍຍັງມີເອກະລັກບາງຢ່າງທີ່ແຕກຕ່າງກັນກໍຄືການນຸ່ງຖືທີ່ເປັນເອກະລັກໃນຍາມບຸນປະເພນີຂອງໃຜມັນນັ້ນເອງ ແລະ ມື້ນີ້ BeautyGuru ກໍໄດ້ຮວບຮວມເອົາຊຸດທີ່ເປັນເອກະລັກຂອງແຕ່ລະຊົນເຜົ່ານັ້ນມາໃຫ້ສາວໆໄດ້ເຫັນກັນ ແລະ ສ່ວນວ່າຊຸດຂອງແຕ່ລະຊົນເຜົ່ານັ້ນຈະງາມຂະໜາດໃດເຮົາໄປເບິ່ງພ້ອມກັນເລີຍ. ງາມສາວລາວລຸ່ມ ງາມສາວລາວສູງ (ສາວມົ້ງ) ງາມສາວລາວເທິງ ສາວລາວທັງສາມເຜົ່າງາມທີ່ສຸດເລີຍ ສະໄໝກ່ອນຍັງງາມ By: BeuatyGuru ເຄຼດິດຮູບຈາກ: ສາວໂພສ LaosPost ແລະ Google.com
Read More »ມາ Look ໃດກໍງາມໄດ້…ດ້ວຍຊົງດຽວ
ມາ Look ໃດກໍງາມໄດ້…ດ້ວຍຊົງດຽວ ບໍ່ວ່າສາວໆຈະມາແບບໃດກໍງາມໄດ້ດ້ວຍຊົງດຽວວ່າຊັ້ນ ມາພົບກັບ BeautyGuru ຄົນເກົ່າຄົນເດີມຄົນຜູ້ຮ້າຍໃຫຍ່ເຊັ່ນເຄີຍ ແລະ ທຸກໆມື້ທີ່ມາພົບກັນ BeautyGuru ກໍມີແຕ່ນໍາເອົາສິ່ງດີໆມາຕ້ອນສາວໆກັນໂດຍສະເພາະເລຶ່ອງຄວາມງາມນີ້ລະ (ເຖິງຜູ້ເວົ້າຈະບໍ່ງາມກໍຕາມແຕ່ 555) ແລະ ເລຶ່ອງລາວໃນແຕ່ລະມື້ນັ້ນຫວັງວ່າຈະເປັນປະໂຫຍດແກ່ສາວໆບໍ່ຫຼາຍກໍໜ້ອຍດັ່ງເລຶ່ອງທີ່ຈະເອົາມາຕ້ອນກັນໃນມື້ນີ້ຈາມລະໂລແກນທາງເທິງເລີຍວ່າ ສາວໆຈະມາແບບໃດກໍງາມໄດ້ດ້ວຍຊົງດຽວນີ້…ກໍບໍ່ມີຫຍັງຫຼາຍກະຕາມນັ້ນລະ!!! (ເວົ້າຢອກ) ມື້ນີ້ BeautyGUru ໄດ້ຮິບໂຮມເອົາຊົງຜົມແບບໜ້າຮັກໜ້າຮັກຊົງດຽວ ແຕ່ຮັບຮອງວ່າທັງສາວໆເທ່, ສາວອິນດີ້ເຮັດກໍງາມໄດ້ອີກ ຕາມສະໂລແກນນັ້ນລະ ແລະ ຖ້າສາວຄົນໃດຢາກຮູ້ວ່າສາວໆແຕ່ລະແນວຈະງາມໃນຊົງຜົມໜ້າຮັກຊົງດຽວນີ້ໄດ້ແນວໃດກໍໄປເບິ່ງພ້ອມກັນເລີຍ…ໄປ… ເຫັນບໍ່ສາວໆເປັນຊົງທີ່ເຮັດໄດ້ງ່າຍແມ່ນບໍ່? ແລະ ຮູ້ແບບນີ້ແລ້ວສາວໆກລອງໄປເຮັດເບິ່ງເດີ້ຈະໄດ້ງາມກັນທຸກ LOOK ດ້ວຍຊົງດຽວ By: BeautyGuru ເຄຼດິດຮູບຈາກ: BeautyFood
Read More »