Breaking News

Hair

25 ແບບຜົມສັ້ນງາມໆ ສົ່ງທ້າຍປີ 2016

ແບບຜົມສັ້ນ ລວມເທຼນຜົມສັ້ນງາມໆ ທີ່ກຳລັງມາແຮງ ຢ່າຊ້າຮີບມາອັບເດດເອົາໄປປ່ຽນລຸກກ່ອນໝົດປີ 2016 ນີ້ເລີຍ!!! ສຳລັບເທຼນຊົງຜົມປີນີ້ຕ້ອງບອກເລີຍວ່າ ຊົງຜົມສັ້ນ ຍັງຄົງມາແຮງ ແລະ ນິຍົມບໍ່ເຊົາເລີຍ ເພາະຕັ້ງແຕ່ຕົ້ນປີຈົນມາຮອດຕອນນີ້ເຂົ້າສູ່ໄລຍະທ້າຍປີ 2016 ແລ້ວກໍຍັງບໍ່ມີທ່າວ່າຜົມສັ້ນຈະຕົກເທຼນໄປເລີຍ ດັ່ງນັ້ນຖ້າສາວໆຄົນໃດທີ່ຍັງບໍ່ເຄີິຍຕັດຜົມສັ້ນຕາມເທຼນຄືຄົນອຶ່ນໆ ນາທີນີ້ຕ້ອງບອກເລີຍວ່າຄົງຕ້ອງຟ້າວເລີຍເດີ້ ເພາະຖືວ່າເປັນໂຄ້ງສຸດທ້າຍຂອງເດືອນແລ້ວ. ແລະ ມຶ້ນີ້ເຮົາກໍໄດ້ຮວບຮວມແບບຊົງຜົມສັ້ນຍອດນິຍົມທີ່ກຳລັງມາແຮງໃນຊົ່ວໂມງນີ້ມາໃຫ້ສາວໆໄດ້ອັບເດດກັນແລ້ວ ມັກຊົງໃດ ຢາກຕັດຊົງໃດ ກໍເລືອກເອົາໄປໃຫ້ຊ່າງຕັດກັນເລີຍ ຮັບຮອງວ່າເກ໋ໄກ໊ນ່າຮັກທຸກຊົງຈ໋າ.

Read More »

ວິທີເບິ່ງແຍງເສັ້ນຜົມຫຼັງຈາກຍືດ…!!!

ການຍືດເສັ້ນຜົມຄືການໃຊ້ສານເຄມີມາຊ່ວຍປ່ຽນໂຄງສ້າງໂປຣຕີນໃນເສັ້ນຜົມໃຫ້ຈັດຮຽງຕົວໃໝ່ຈາກທີ່ເຄີຍມີໂຄງສ້າງແບບຂົດງໍ້ໃຫ້ຢຽດຊື່ໄດ້ ແລະ ທີ່ສໍາຄັນສານເຄມີຕົວນີ້ຍັງສາມາດເຮັດໃຫ້ເສັ້ນຜົມຂອງສາວໆຢູ່ຊົງໄດ້ດົນເຖິງ 6-8 ເດືອນ ແຕ່ເສັ້ນຜົມທີ່ຖືກສານເຄມີເຂົ້າໄປກະຕຸ້ນແບບນີ້ຈະສູນເສຍຄວາມສົມດຸນຂອງໂຄງສ້າງພາຍໃນເຮັດໃຫ້ເສັ້ນທີ່ແຫ້ງ, ແຕກປາຍແບບບໍ່ເປັນທໍາມະຊາດ ດັ່ງນັ້ນການເບິ່ງແຍງເສັ້ນຜົມຫຼັງຈາກຍືດຈຶ່ງເປັນສິ່ງສໍາຄັນຫຼາຍທີ່ຈະຊ່ວຍໃຫ້ທ່ານມີເສັ້ນຜົມທີ່ຊື່ງາມມີນໍ້າໜັກ, ມີສຸຂະພາບດີ, ບໍ່ແຫ້ງພັນກັນ ສາວໆລອງມາເບິ່ງກັນເລີຍວ່າເຮັດແນວໃດ? ຫ້າມຖືກນໍ້າ 3 ມື້ ຫຼັງຈາກຍືດ. ໃນຂັ້ນຕອນການຍືດຜົມນັ້ນໄດ້ມີການໃຊ້ສານເຄມີລ໋ອກຜົມເພື່ອໃຫ້ໂຄງສ້າງຂອງຜົມຈັດລຽງຕົວເປັນເສັ້ນຊື່ ດັ່ງນັ້ນໃນພາຍໃນ 3 ມື້ທໍາອິດຫຼັງຈາກຍືດຈຶ່ງຈໍາເປັນຕ້ອງລໍຖ້າໃຫ້ສານເຄມີນັ້ນຊືມເຂົ້າພາຍໃນເສັ້ນຜົມໄດ້ຢ່າງເຕັມທີ່ສາກ່ອນ ເມື່ອກາຍກໍານົດມື້ແລ້ວຈຶ່ງສາມາດສະຜົມໄດ້ຕາມປົກກະຕິ. ຫຼັງຈາກສະຜົມຕ້ອງໝັກຜົມດ້ວຍຄີມນວດ ຫຼື Treatment ທຸກເທື່ອ. ຖ້າທຽບກັບການລ້າງໜ້າກໍ່ຄືເຮົາລ້າງໜ້າດ້ວຍໂຟມແລ້ວຕາມດ້ວຍຄີມບໍາລຸງຜິວພັນຕ່າງໆ ການສະຜົມກໍ່ຄືກັນຫຼັງຈາກສະຜົມແລ້ວຄວນໃຊ້ຄີມນວດ ຫຼື ໃຜມີ Treatment ດີໆຈັກອັນຄວນໝັກປະໄວ້ 15-30 ນາທີ. ອົບອາຍນໍ້າ. ວິທີທໍາອິດປະຢັດຫຼາຍຕົ້ມນໍ້າຮ້ອນປະໄວ້ໃຫ້ອຸ່ນນ້ອຍໜຶ່ງ ຈາກນັ້ນໃຊ້ຜ້າແພຂົນໜູຈຸ່ມນໍ້າໃຫ້ປຽກແລ້ວນໍາເອົາມາປົກຫົວປະໄວ້ 15-30 ນາທີ ແລະ ອີກວິທີໜຶ່ງຄືຊື້ເຄື່ອງອົບອາຍນໍ້າມາໃຊ້ເອງ. ໃຊ້ນໍ້າມັນບໍາລຸງຜົມຕ່າງໆ Serum ຫຼື ເມັດວິຕາມິນ. ຫຼັງຈາກສະຜົມທຸກມື້ພໍເສັ້ນຜົມເລີ່ມໝາດໆເຮົາກໍ່ໃຊ້ວິຕາມິນ, ນໍ້າມັນໝາກພ້າວ ຫຼື Sleep On ຕ່າງໆມາບໍາລຸງ. ຫຼີກລ່ຽງຄວາມຮ້ອນຕ່າງໆ …

Read More »

8 ວິທີແກ້ໄຂບັນຫາ ໜັງຫົວມັນຢ່າງງ່າຍໆ

8 ວິທີແກ້ໄຂບັນຫາ ໜັງຫົວມັນຢ່າງງ່າຍໆ ຫຼັກການງ່າຍໆໃນການແກ້ໄຂບັນຫາປ້ອງກັນໜັງຫົວມັນ ຫຼື ເສັ້ນຜົມມັນໃຫ້ປະຕິບັດດັ່ງລຸ່ມນີ້. ເລືອກໃຊ້ຢາສະຜົມສໍາລັບຜົມມັນ ຫຼີກລ້ຽງຢາສະຜົມທີ່ຂຽນສັບພະຄຸນວ່າ 2 in 1 ແລະ ຄວນສະຜົມທຸກມື້ຢ່າງນ້ອຍມື້ລະ 1 ເທື່ອ ຄໍາແນະນໍາໃນການສະຜົມນັ້ນເວລາສະຜົມຄວນປະຢາສະຜົມໄວ້ປະມານ 5 ນາທີກ່ອນລ້າງອອກ. ບໍ່ຄວນໃຊ້ນໍ້າຮ້ອນສະຜົມ ຄວນສະຜົມດ້ວຍນໍ້າອຸນຫະພູມປົກກະຕິ. ບໍ່ຄວນໃຊ້ຄີມນວດຜົມ ຫຼື ຖ້າຫາກມີຜົມແຫ້ງແຕກປາຍຄວນໃຊ້ຄີມນວດທີ່ບໍລິເວນປາຍຜົມເທົ່ານັ້ນ. ຫຼີກລ່ຽງການຫວີຜົມເລື່ອຍໆ ເພາະການຫວີຜົມຈະກະຕຸ້ນໃຫ້ໜັງຫົວຜະລິດນໍ້າມັນອອກມາຫຼາຍຂຶ້ນ. ຫຼີກລ້ຽງຜະລິດຕະພັນທີ່ເຮັດໃຫ້ຜົມມັນຫຼາຍຂຶ້ນເຊັ່ນ: ເຈວແຕ່ງຜົມ ຫຼື ຜະລິດຕະພັນທີ່ເພີ່ມຄວາມເປັນປະກາຍໃຫ້ກັບເສັ້ນຜົມ. ຫຼີກລ່ຽງການເຂົ້າໄປຢູ່ໃນສິ່ງແວດລ້ອມທີ່ມີພູມອາກາດປ່ຽນແປງເລື່ອຍໆ ໂດຍສະເພາະອາດຮ້ອນ ເພາະຈະເຮັດໃຫ້ຜົມມັນຫຼາຍຂຶ້ນ. ຫຼຸດຄວາມຕຶງຄຽດຫາເວລາພັກຜ່ອນ ແລະ ຜ່ອນຄາຍ ເພາະຄວາມຕຶງຄຽດຈະສົ່ງຜົນໂດຍລວມຕໍ່ສຸຂະພາບ ແລະ ຫຼຸດປະລິມານເລືອດໄປລ້ຽງໜັງຫົວ. ກິນອາຫານໃຫ້ຖືກສ່ວນ ຫຼຸດການກິນອາຫານທີ່ທີຄວາມມັນຫຼາຍຈົນເກີນໄປ ເພີ່ມການກິນອາຫານພວກວິຕາມິນບີ, ເກືອແຮ່ເຊັ່ນ: ຜັກໃບຂຽວ, ໝາກໄມ້, ນົມຖົ່ວເຫຼືອງເປັນຕົ້ນ.    

Read More »

5 ວິທີປິ່ນປົວຜົມຫຼົ່ນແບບທໍາມະຊາດ ແລະ ຊ່ວຍບໍາລຸງເສັ້ນຜົມໃຫ້ແຂງແຮງ

5 ວິທີປິ່ນປົວຜົມຫຼົ່ນແບບທໍາມະຊາດ ແລະ ຊ່ວຍບໍາລຸງເສັ້ນຜົມໃຫ້ແຂງແຮງ ວ່ານຫາງແຂ້ ວ່ານຫາງແຂ້ ນອກຈາກໃຊ້ໃນການບໍາລຸງຜິວພັນແລ້ວຍັງຊ່ວຍປິ່ນປົວອາການຄັນໜັງຫົວທີ່ເກີດຈາກຂີ້ຫົວ ແລະ ບັນຫາຜົມຫຼົ່ນໄດ້ຢ່າງດີ ວິທີໃຊ້ກໍງ່າຍໆເລີ່ມຈາກນໍາເອົາເຈວຂອງວ່ານຫາງແຂ້ທາເທິງໜັງຫົວຈົນທົ່ວແລ້ວປະໄວ້ 2 – 3 ຊົ່ວໂມງ ແລ້ວລ້າງອອກດ້ວຍນໍ້າອຸ່ນ ຄວນເຮັດຢ່າງນ້ອຍອາທິດລະ 3-4 ເທື່ອ ຮັບຮອງວ່າບັນຫາຂີ້ຫົວຈະໝົດໄປ. ນໍ້າເຜິ້ງປະສົມໄຂ່ແດງ. ເປັນວິທີທີ່ງ່າຍທີ່ສຸດໃນການປິ່ນປົວບັນຫາຜົມຫຼົ່ນ ພຽງແຕ່ປະສົມນໍ້າເຜິ້ງກັບໄຂ່ແດງໃຫ້ເຂົ້າກັນແລ້ວນໍາເອົາໄປນວດໜັງຫົວຄ່ອຍໆໃຫ້ທົ່ວ ປະໄວ້ປະມານ 30 ນາທີແລ້ວລ້າງອອກດ້ວຍການສະຜົມຕາມປົກກະຕິ ນໍ້າເຜິ້ງມີຄຸນສົມບັດຊ່ວຍຫຼຸດບັນຫາຜົມຂາດຫຼົ່ນໄດ້ ແລະ ໄຂ່ແດງຈະໄປກະຕຸ້ນການຈະເລີນເຕີບໃຫຍ່ຂອງເສັ້ນຜົມ.   ໃບໝາກສີດາ. ໃບໝາກສີດາມີສັບພະຄຸນຊ່ວຍບໍາລຸງສຸຂະພາບຜົມໃຫ້ແຂງແຮງ ພຽງແຕ່ເອົາໃບໝາກສີດາໄປຕົ້ມໃຫ້ຈົນນໍ້າກາຍເປັນສີດໍາ ແລ້ວປະໄວ້ໃຫ້ພໍດີອຸ່ນແລ້ວນໍາເອົາສໍາລີຈຸ່ມນໍ້າຕົ້ມໃບໝາກສີທາໃຫ້ທົ່ວໜັງຫົວແລ້ວປະໄວ້ 1-2 ຊົ່ວໂມງ ແລ້ວໃຊ້ນໍ້າອຸ່ນລ້າງອອກອາທິດໜຶ່ງຄວນເຮັດ 2-3 ເທື່ອ. ໄຂ່ຂາວ. ເລີ່ມຕົ້ນດ້ວຍການປະສົມໄຂ່ຂາວກັບນໍ້າມັນໝາກກອກ 1 ບ່ວງແກງ ຈາກນັ້ນນໍາສ່ວນປະສົມທີ່ໄດ້ມາທາໃຫ້ທົ່ວໜັງຫົວແລ້ວປະໄວ້ປະມານ 15-20 ນາທີ ກ່ອນໃຊ້ນໍ້າເຢັນລ້າງອອກ ຈາກນັ້ນກໍສະຜົມຕາມປົກກະຕິກໍສາມາດຊ່ວຍບໍາລຸງສຸຂະພາບຜົມໄປພ້ອມໆກັບຫຼຸດບັນຫາຜົມຫຼົ່ນໄດ້ອີກ. ຫົວຜັກທຽມ. ຫົວຜັກທຽມເປັນສະໝຸນໄພອີກໜຶ່ງຊະນິດທີ່ຊ່ວຍຫຼຸດບັນຫາຜົມຫຼົ່ນໄດ້ ເພາະມີຊູນຟູລິກໃນປະລິມານທີ່ສູງ …

Read More »

ເບິ່ງແຍງເສັ້ນຜົມຢ່າງໃດດີ?

5 ວິທີການເບິ່ງແຍງເສັ້ນຜົມ ຊ່ວງໜ້າຝົນ ເຂົ້າສູ່ໜ້າຝົນເທື່ອໃດການເບິ່ງແຍງເລື່ອງສຸຂະພາບຮ່າງກາຍຈຶ່ງເປັນສິ່ງທີ່ທຸກຄົນຄວນໃຫ້ຄວາມສໍາຄັນ ແລະ ໃຫ້ຄວາມໃສ່ໃຈກັນເປັນຢ່າງຫຼາຍເພາະໂອກາດໃນການທີ່ຈະເຮັດໃຫ້ເກີດອາການປ່ວຍ ຫຼື ພະຍາດຕ່າງໆມີໂອກາດສູງສໍາລັບການເບິ່ງແຍງເສັ້ນຜົມທີ່ຖືວ່າເປັນໜຶ່ງໃນອະໄວຍະວະຂອງຮ່າງກາຍຈຶ່ງເປັນສິ່ງທີ່ທ່ານຕ້ອງເບິ່ງແຍງບໍ່ຕ່າງຫຍັງກັບອະໄວຍະວະພາກສ່ວນອື່ນໆຂອງຮ່າງກາຍ ມື້ນີ້ເຮົາຈຶ່ງນໍາເອົາວິທີເບິ່ງແຍງເສັ້ນຜົມໃນຊ່ວງໜ້າຝົນມາຝາກສາວໆທຸກຄົນດັ່ງນີ້: ຄວນສະຜົມທຸກເທື່ອທີ່ຖືກຝົນ ຖ້າເປັນໄປໄດ້ທຸກເທື່ອທີ່ທ່ານລຸຍຝົນມາຈົນປຽກໄປໝົດຕົວ ທ່ານຈໍາເປັນຕ້ອງສະຜົມເພາະນໍ້າຝົນທີ່ຕົກລົງມາເທິງເສັ້ນຜົມຂອງທ່ານນັ້ນຈະນໍາເອົາສິ່ງເປິະເປື້ອນ ແລະ ເຊື້ອພະຍາດທີ່ຢູ່ໃນອາກາດລົງມາພ້ອມ ນອກຈາກນັ້ນມັນຈະເຮັດໃຫ້ທ່ານສ່ຽງຕໍ່ການເຈັບປ່ວຍໄດ້ງ່າຍແລ້ວຍັງອາດເຮັດໃຫ້ເສັ້ນຜົມ ແລະ ໜັງຫົວຂອງທ່ານເກີດຄວາມອັບຊື້ນສະສົມຈົນເຮັດໃຫ້ເກີດອາການຄັນ ແລະ ເປັນບາດໄດ້. ໃຊ້ຜ້າແພຂົນໜູເຊັດທຸກເທື່ອທີ່ຖືກຝົນ ໃນກໍລະນີທີ່ທ່ານບໍ່ສາມາດອາບນໍ້າເຮັດຄວາມສະອາດເສັ້ນຜົມໄດ້ທັນທີ ການໃຊ້ຜ້າແພຂົນໜູ ຫຼື tissue ເຊັດນໍ້າຝົນທີ່ຖືກເສັ້ນຜົມ ຈະຊ່ວຍຫຼຸດຄວາມສ່ຽງໃນການເຮັດໃຫ້ທ່ານບໍ່ເຈັບປ່ວຍໄດ້ ຖ້າຫາກມີໄດເປົ່າຜົມກໍ່ແນະນໍາໃຫ້ເປົ່າຜົມໃຫ້ແຫ້ງ ລະຫວ່າງທີ່ລໍຖ້າຊ່ວງເວລາທີ່ຈະອາບນໍ້າສະຜົມເພື່ອເຮັດຄວາມສະອາດເສັ້ນຜົມຕໍ່ໄປ. ໃຊ້ຫວີຫ່າງໆຫວີຜົມຄ່ອຍໆ ຫຼັງຈາກທີ່ທ່ານໃຊ້ໄດເປົ່າຜົມແລ້ວຮຽບຮ້ອຍ ແນະນໍາໃຫ້ໃຊ້ຫວີຫ່າງໆມາຫວີຜົມແຕ່ຫວີຄ່ອຍໆເພື່ອບໍ່ໃຫ້ເສັ້ນຜົມເກີດການພັນກັນອີກທັງຍັງຊ່ວຍຫຼຸດບັນຫາການເກີດຜັມຟູຫຼັງຈາກຜົມແຫ້ງໄດ້ອີກດ້ວຍ. ບໍ່ຄວນສະຜົມກ່ອນນອນ ໃນຊ່ວງໜ້າຝົນສາວໆຄົນໃດທີ່ຕິດນິໄສອາບນໍ້າ ແລະ ສະຜົມກ່ອນເຂົ້ານອນ ແນະນໍາໃຫ້ຫຼີກການສະຜົມໃນຊ່ວງນີ້ ເພາະໂອກາດທີ່ຈະເຮັດໃຫ້ເກີດຄວາມອັບຊື້ນສະສົມພາຍໃນຍ່ອມມີສູງຫຼາຍ ແມ່ນວ່າຈະໝັ້ນໃຈວ່າຜົມແຫ້ງຈາກການໃຊ້ໄດເປົ່າຜົມ ກໍ່ຍັງບໍ່ສາມາດເພິ່ມຄວາມໝັ້ນໃຈໄດ້ຢູ່ດີ. ເຊັດຜົມໃຫ້ແຫ້ງທຸກເທຶ່ອກ່ອນໃຊ້ຜະລິດຕະພັນບໍາລຸງເສັ້ນຜົມ ເຊື່ອວ່າສາວໆຫຼາຍຄົນມັກຫຼົງລືມໃນການເຊັດຜົມໃຫ້ແຫ້ງໝາດໆ ກ່ອນທີ່ຈະໃຊ້ຜະລິດຕະພັນບໍາລຸງເສັ້ນຜົມ ດັ່ງນັ້ນຖ້າຫາກທ່ານຕ້ອງການໃຊ້ຜະລິດຕະພັນດັ່ງກ່າວ ສິ່ງທີ່ສໍາຄັນຄືການເຊັດຜົມໃຫ້ແຫ້ງທຸກເທື່ອເພື່ອບໍ່ໃຫ້ເກີດຄວາມອັບຊື້ນສະສົມຈົນອາດເຮັດໃຫ້ເກີດອາການຄັນໜັງຫົວໄດ້ ເພາະຜະລິດຕະພັນບຳລຸງເສັ້ນຜົມສ່ວນຫຼາຍຕ້ອງລ້າງອອກຈຶ່ງມີໂອກາດເຮັດໃຫ້ເກີດບັນຫາຣັງແຄໄດ້ອີກດ້ວຍ.        

Read More »