Breaking News

Make Up

ເທຣນຄິ້ວ 2022 ອັບເດດການແຕ້ມຄິ້ວສຸດ Hot

ເພາະຄິ້ວຄືມົງກຸດຂອງໜ້າ ຄິ້ວງາມກໍເພີ່ມສະເໜ່ໃຫ້ສາວໆໄດ້ແລ້ວ ມື້ນີ້ຈະມາອັບເດດ ເທຣນຄິ້ວ 2022 ພ້ອມຕິດຕາມເທັກນິກຂຽນຄິ້ວໃຫ້ປັງໆດ້ວຍໂຕເອງກັນເລີຍ!!! ນອກຈາກການປ່ຽນລຸກບໍ່ວ່າຈະເປັນປ່ຽນຊົງຜົມ ປ່ຽນການແຕ່ງໂຕ ຫຼືການແຕ່ງໜ້າແລ້ວ ຄິ້ວ ຄືອີກສິ່ງສໍາຄັນທີ່ສາວໆຫຼາຍຄົນໃຫ້ຄວາມສໍາຄັນຫຼາຍ ມື້ໃດທີ່ບໍ່ໄດ້ແຕ້ມຄິ້ວພໍຢາກວ່າບໍ່ກ້າອອກເຮືອນເລີຍລະ!!! ເຮົາຈະພາໄປອັບເດດເທຣນຄິ້ວປີ 2022 ວ່າຊົງຄິ້ວແບບໃດທີ່ມາແຮງກັນແນ່. ເທຣນຄິ້ວປີ 2022 ເທຣນປີນີ້ ການແຕ້ມຄິ້ວຊົງທໍາມະຊາດໄດ້ມາແຮງຊ່ວງໜຶ່ງແລ້ວ ແລະ ຍັງມາແຮງຕໍ່ເນື່ອງ ເພາະສາວໆແຕ້ມແລ້ວຈະເຮັດໃຫ້ໜ້າເດັກລົງ ເບິ່ງບໍ່ຈິງຈັງເກີນໄປ ວິທີແຕ້ມຄິ້ວແບບທໍາມະຊາດໃຫ້ປັງຕະຫຼອດປີ ອັນດັບທໍາອິດຕ້ອງມີຄືອຸປະກອນທີ່ດີ ສິ່ງທີ່ຂາດບໍ່ໄດ້ເພື່ອຄິ້ວທີ່ງາມທໍາອິດເລີຍຄື 1 ສໍແຕ້ມຄິ້ວ ຖືກຫຼືແພງໄດ້ໝົດ ບໍ່ຈໍາເປັນຕ້ອງເລືອກຂອງທີ່ແພງທີ່ສຸດເພາະຄິດວ່າຈະເປັນຂອງດີທີ່ສຸດ ແນະນໍາເລື່ອງເທດເຈີ້ຕ້ອງເບິ່ງເທດເຈີ້ເປັນອັນດັບທໍາອິດ ວິທີກວດສອບຄືຄວນຂີດໃສ່ຫຼັງມື ລູບເບິ່ງວ່າເນື້ອມັນເປັນແນວໃດຄວນເລືອກໂຕທີ່ເນື້ອຊຶມເຂົ້າຜິວທີ່ສຸດ ແລ້ວສາວໆເລືອກກ້ານນັ້ນເລີຍ. 2 ອາຍແຊໂດ້ຄິ້ວ ສໍາລັບສາວໆທີ່ຕ້ອງການເພີ່ມຄວາມເຂັ້ມຂຶ້ນມາອີກລະດັບໜຶ່ງແນ່ນອນກໍຕ້ອງງາມຂຶ້ນອີກຂັ້ນ ແນະນໍາເປັນອາຍແຊໂດ້ຄິ້ວ ພະຍາຍາມເລືອກໃຫ້ສີໃກ້ຄຽງກັບສີຂອງສໍແຕ້ມຄິ້ວທີ່ເຮົາເລືອກ. 3 ມາສຄາຣ້າຄິ້ວ ຄວາມຈິງສາມາດນໍາເອົາມາສຄາຣ້າຂົນຕາມາປັດໄດ້ ແຕ່ມັນຈະມີຄວາມເຂັ້ມເກີນໄປ ແຕ່ຖາມວ່າໃຊ້ແທນກັນໄດ້ບໍ່ ໃຊ້ແທນກັນໄດ້ແຕ່ຈະໃຫ້ເປະຕ້ອງມາສຄາຣ້າຄິ້ວ ແລະ ເມື່ອມີຄົບທັງສາມຢ່າງແລ້ວ ກໍຄ່ອຍໆເລີ່ມຂຽນຕາມຮູບຄິ້ວໄດ້.

Read More »

ຂໍ້ຄວນລະວັງຕິດ “ຂົນຕາປອມ” ຄວາມງາມທີ່ແຝງດ້ວຍອັນຕະລາຍ ຫາກໃຊ້ຜິດວິທີ

ສາວໆສາຍເມັກອັບ ເຊື່ອວ່າຕ້ອງມີ “ຂົນຕາປອມ” ຕິດໂຕະເຄື່ອງແປ້ງກັນແນ່ນອນ ເຊິ່ງການຕິດ ຂົນຕາປອມຫຼັງແຕ່ງດວງຕາ ປັດມາສຄາລ້າເພີ່ມອີກໜ້ອຍໜຶ່ງ ກໍສາມາດເພີ່ມສະເໜ່ໃຫ້ກັບເມັກອັບໜ້າດຶງດູດຍິ່ງຂຶ້ນ ໂດຍສະເພາະສາວໆທີ່ຂົນຕາບາງ ຂົນຕາປອມຈຶ່ງເປັນ ໄອເທັ້ມທີ່ສາວໆຮັກແຮງ… ແຕ່ຫາກໃຊ້ຜິດວິທີກໍອາດມີຂໍ້ເສຍຕາມມາໄດ້   ຂໍ້ຄວນລະວັງຕິດຂົນຕາປອມ ຄວາມງາມທີ່ແຝງດ້ວຍອັນຕະລາຍ ຫາກໃຊ້ຜິດວິທີ ການໃຊ້ຂົສຕາປອມເພື່ອຄວາມງາມອາດເປັນອັນຕະລາຍຕໍ່ດວງຕາໄດ້ 1 ເປືອກຕາອັກເສບຈາກການແພ້ສານເຄມີໃນຂົນຕາປອມ ຫຼືການສະສົມຂອງສິ່ງສົກກະປົກໃນຂົນຕາປອມ 2 ເຮັດໃຫ້ຂົນຕາແທ້ບາງລົງໄດ້ 3 ຂົນຕາແທ້ຫຼົ່ນງ່າຍ ບໍ່ແຂງແຮງ ເກີດຈາກການດຶງຂົນຕາປອມອອກເລື້ອຍໆ 4 ຂົນຕາແທ້ ແລະ ຂົນຕາປອມອາດຫຼຸດເຂົ້າໄປໃນດວງຕາເກີດອາການເຄືອງຕາ  ເກີດເປັນບາດຫຼືອາການຕິດເຊື້ອບໍລິເວນແກ້ວຕາ ອາດເປັນສາເຫດໃຫ້ສູນເສຍການເບິ່ງເຫັນໄດ້ 5 ຫາກເຮັດຄວາມສະອາດບໍລິເວນເປືອກຕາບໍ່ດີ ອາດນໍາໄປສູ່ພາວະຕ່ອມໄຂມັນ 6 ເກີດມີອາການຕາແຫ້ງ ຢາກໃຊ້ຂົນຕາປອມໃຫ້ສວຍງາມ ແລະ ປອດໄພ ສິ່ງທີ່ຕ້ອງຄໍານຶງຄື 1 ໃຊ້ຂົນຕາປອມ ແລະ ກາວທີ່ໄດ້ມາດຕະຖານ 2 ລ້າງມືໃຫ້ສະອາດກ່ອນໃສ່ສະເໝີ 3 ບໍ່ສີຕາຂະນະໃສ່ຂົນຕາປອມ 4 …

Read More »

8 ໂທນແຕ່ງຫນ້າຫວານໆ ສຳຫຼັບສາວໆ

ການແຕ່ງໜ້າຖືເປັນສິ່ງສຳຄັນຂອງສາວໆຫຼາຍຄົນ ເພາະໄກ່ງາມຍ້ອນຂົນຄົນງາມຍ້ອນແຕ່ງ ເຊິ່ງມື້ນີ້ແອັດເອົາໂທນແຕ່ງໜ້າຫວານໆ ມາໃຫ້ທຸກຄົນໄດ້ແຕ່ງຕາມ ມີໂທນໃດແດ່ມາເບິ່ງນຳກັນເລີຍ. 1 ຫວານແບບເບລລ່າ ແຕ່ງອອກງານໄດ້ທຸກງານ 2 ຫວານແບບມຸກດາ ຫວານຄົມໆ 3 ຫວານແບບແພງໆ ກໍໄດ້ເດີ 4 ຫວານແບບຟຸ້ງຟິ້ງ 5 ຫວານແບບລະມຸນ 6 ຫວານແບບໜ້າຮັກໄປເລີຍ 7 ແຕ່ງແບບຫວານເຕັມໆ ຈັດໄປຂົນຕາ-ຄອນແທັກເລນ 8 ຫວານແບບເບົາໆ ແຕ່ງອ່ອນໆ ຮູບພາບຈາກ: https://www.google.com/url? ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ສາວຍຸກນີ້ຕ້ອງ Check!! Trend ເຄື່ອງສໍາອາງ ແລະ ຄຣີມບໍາລຸງຜິວ ທີ່ໜ້າສົນໃຈໃນປີ 2020…

ສາວໆທີ່ມັກເລື່ອງ ຄວາມງາມ ທັງຫຼາຍຖ້າບໍ່ຢາກຕົກ Trend   ຄວນຮູ້ໄວ້  ມື້ນີ້ຂວັນໃຈຈະນໍາເອົາ  Trend ເຄື່ອງສໍາອາງ ແລະ Skin care ເຄຶ່ອງເຊຣໍ່າບໍາລົງຜິວ ທີ່ກຳລັງມາແຮງໃນປີ 2020 ມາຝາກສາວໆກັນ ຈະເປັນແນວໃດນັ້ນ ເຮົາໄປເບິ່ງນໍາກັນເລີຍ!!! Color Trend 2020  ໃນປີ 2020 ນີ້ ໂທນສີແຕ່ງໜ້າທີ່ມາແຮງທີ່ສຸດກໍຄື ໂທນສີສົ້ມ, ສີນູດ ແລະກິດເຕີທີ່ໄດ້ຮັບຄວາມນິຍົມຢ່າງຕໍ່ເນື່ອງ ເຮົາຈະເຫັນຕາມເຄື່ອງສໍາອາງແບຣນເຄື່ອງສໍາອາງລຸ້ນໃຫມ່ທີ່ມີກິດເຕີສໍາຫຼັບໜ້າ ຮີມຝີປາກ ແລະ ດວງຕາ Organic Product  ສໍາຫຼັບຜະລິດຕະພັນ Organic ເຕີບໃຫຍ່ຈາກຕົວເລກປະມານ 8. 20 ພັນລ້ານໂດລາສະຫະລັດ ໃນປີ 2556 ລວມມູນຄ່າປະມານ 15. 98 ພັນລ້ານໂດລາສະຫະລັດ ໃນປີ 2563 ເຊິ່ງສະແດງໃຫ້ເຫັນເຖິງອັດຕາການຂະຫຍາຍຕົວ ລະຫວ່າງປີຕໍ່ປີ 9% – 10% …

Read More »

ກົດດັນແຫຼະດີ! 8 ສິ່ງທີ່ໄດ້ຈາກການ “ຖືກກົດດັນ” ທີ່ຈະຊ່ວຍຊຸກຍູ້ໃຫ້ເຮົາໄປໄດ້ໄກຫຼາຍຂຶ້ນ!!!

ກົດດັນແຫຼະດີ! 8 ສິ່ງທີ່ໄດ້ຈາກການ “ຖືກກົດດັນ” ທີ່ຈະຊ່ວຍຊຸກຍູ້ໃຫ້ເຮົາໄປໄດ້ໄກຫຼາຍຂຶ້ນ!!! ມາເບິ່ງ 8 ຂໍ້ດີຂອງແຮງກົດດັນກັນ! ກົດດັນບໍ່ແມ່ນມີແຕ່ຂໍ້ເສຍເດີ່ ໃຜທີ່ມີບັນຫາເລື່ອງຄວາມກົດດັນ ທັງໃນດ້ານການເຮັດວຽກ ການຮຽນ ແລະເລື່ອງຕ່າງໆໃນຊີວິດ… ນໍາມາທາງນີ້ເລີຍ ເພາະມື້ນີ້ເຮົາຈະມາເວົ້າເຖິງ ຂໍ້ດີ ຂອງຄວາມກົດດັນກັນ ຫຼັງຈາກທີ່ໃຜໆເບິ່ງວ່າເປັນອຸປະສັກໃນການເຮັດວຽກໃຫ້ສໍາເລັດ ຫຼືຍິ່ງຖືກກົດດັນຍິ່ງຕຶງຄຽດ! ມື້ນີ້ມາປ່ຽນຄວາມຄິດເຫັນ ແລ້ວເຈົ້າອາດຈະຮູ້ສຶດດີ່ດີກັບຄໍາວ່າ ຄວາມກົດດັນ ຂຶ້ນມາກໍໄດ້ ເຈົ້າຈະມີຄວາມເປັນຜູ້ໃຫຍ່ຫຼາຍຂຶ້ນ ເມື່ອພົບແຮງກົດດັນຫຼາຍໆ ເຈົ້າຈະເລີ່ມມີຄວາມເປັນຜູ້ໃຫຍ່ຂຶ້ນມາອີກຫຼາຍ ເລື່ອງແບບນີ້ບໍ່ໄດ້ເຝິກກັນໄດ້ພຽງມື້ສອງມື້ເດີ່ ຕ້ອງຜ່ານຊ່ວງເວລາທີ່ຍາກລໍາບາກໄປໄດ້ນີ້ແຫຼະ ແລ້ວຈະເຂົ້າໃຈ!!! ຮັບມືກັບບັນຫາ ແກ້ໄຂບັນຫາໄດ້ຢ່າງດີ ຍິ່ງສະສົມປະສົບການມາຫຼາຍຍິ່ງແກ້ໄຂບັນຫາໄດ້ໄວ ແລະຄ່ອງແຄ້ວຫຼາຍຂຶ້ນກວ່າເກົ່າຫຼາຍ ດັ່ງນັ້ນ ເມື່ອເຈົ້າພົບບັນຫາໜັກ ແລະແຮງກົດດັນທີ່ທັບຖົມເຂົ້າມາ ຢ່າໄປຢ້ານມັນ ລຸຍເລີຍດີກວ່າ! ມີສະຕິ ສະມາທີຢູ່ຕະຫຼອດເວລາ ເມື່ອມີແຮງກົດດັນຈາກຕົວເອງ ແລະຜູ້ຄົນໃນຄອບຄົວຫຼາຍປານໃດ ເຮົາກໍຫວັງວ່າຈະເຮັດສິ່ງນັ້ນໆໄດ້ສໍາເລັດຫຼາຍເທົ່ານັ້ນ ດັ່ງນັ້ນ ຈຶ່ງບໍ່ແປກເລີຍ ຖ້າເຮົາຈະມີສະຕິ ແລະສະມາທິຢູ່ກັບຕົວເອງຕະຫຼອດເວລາ ເພາະຖ້າເຜີເມື່ອໃດຄົນຖ້າຊໍ້າເຕີມຢູ່ຫຼາຍ ກ້າຕັດສິນໃຈ ມີຄວາມຄິດເປັນຂອງຕົວເອງ …

Read More »