Breaking News

Make Up

ຢາກເປັນຄົນສະເໜແຮງຕ້ອງເບິ່ງ! 11 ບຸກຄະລິກຂອງແມ່ຍິງທີ່ມີແລ້ວ ສະເໜແຮງ!!! (ກາລັນຕີຈາກຜົນການວິໄຈຈາກຜູ້ຊ່ຽວຊານດ້ານພຶດຕິກໍາມະນຸດ)

11 ບຸກຄະລິກຂອງແມ່ຍິງ ຈາກຜົນການວິໄຈຈາກຜູ້ຊ່ຽວຊານດ້ານພຶດຕິກໍາມະນຸດ ທີ່ກາລັນຕີວ່າ ແບບນີ້ແຫຼະສະເໜແຮງ ຖ້າເວົ້າເຖິງແມ່ຍິງທີ່ມີສະເໜດຶງດູດໃຈແລ້ວ ສາວໆຄົງຄິດເຖິງແມ່ຍິງທີ່ງາມໆ ນ່າຮັກ ເຊັກຊີ່ ຫຼືດູດີ ແຕ່ສາວໆການເປັນແມ່ຍິງທີ່ມີສະເໜນັ້ນບໍ່ຈໍາເປັນຕ້ອງເປັນແມ່ຍິງທີ່ງາມເຖິງຂັ້ນນາງຟ້າ ເພາະຄວາມຈິງແລ້ວ ສະເໜຂອງແມ່ຍິງຄືເຮົາບໍ່ໄດ້ວັດກັນທີ່ ຮູບຮ່າງ ຫຼືບຸກຄະລິກພາຍນອກພຽງຢ່າງດຽວ ແລ້ວແມ່ນຫຍັງຄືສິ່ງທີ່ບົ່ງບອກວ່າ ແມ່ຍິງຄົນນັ້ນເປັນຄົນທີ່ມີສະເໜລະ! ມື້ນີ້ Kuanjai ຈະມານໍາສະເໜີ 11 ບຸກຄະລິກຂອງແມ່ຍິງ ທີ່ຜູ້ຊ່ຽວຊານດ້ານພຶດຕິກໍາມະນຸດຕາລັນຕີວ່າ ແມ່ຍິງແບບນີ້ແຫຼະ! ສະເໜແຮງ ຈະເປັນແມ່ຍິງແບບໃດນັ້ນຫວາ? ເຮົາໄປເບິ່ງກັນເລີຍ!!! ແມ່ຍິງທີ່ຍິ້ມງ່າຍ ຍິ້ມງາມ ຮອຍຍິ້ມເປັນສະເໜປະຈໍາຕົວຂອງແມ່ຍິງທຸກຄົນ ຮອຍຍິ້ມເຮັດໃຫ້ໂລກສົດໄສ ດ່ັງນັ້ນ ຈົ່ງຍິ້ມໄວ້ເດີ່ສາວໆ ແມ່ຍິງມີສະຕິ ມີສະຕິຄວບຄຸມຕົວເອງໄດ້ເມື່ອພົບບັນຫາ ຍິ້ມສູ້ກັບບັນຫາ ຄ່ອຍໆແກ້ບັນຫາ ແລະຊ່ວຍເຫຼືອຄົນອ້ອມຂ້າງໄດ້ຢ່າງສະຫຼາດ ເຮັດໃຫ້ຄົນອ້ອມຂ້າງຮູ້ສຶກດີ ແມ່ຍິງທີ່ເບິ່ງແຍງເອົາໃຈໃສ່ຄົນອ້ອມຂ້າງເປັນຢ່າງດີ ແລະເຮັດໃຫ້ຄົນອ້ອມຂ້າງມີຄວາມສຸກ ເປັນແມ່ຍິງທີ່ມີສະເໜຫຼາຍ ມີງານອະດິເລກ (ວຽກເສີມ) ແມ່ຍິງທີ່ມີງານອະດິເລກສ່ວນສ່ວນຕົວເຊັ່ນ ຖ່າຍຮູບ ຂຽນໜັງສື ເປັນວຽກສີມື ກໍເປັນແມ່ຍິງທີ່ມີສະເໜໄດ້ເຊັ່ນກັນ ສະແດງທ່າທາງເວລາເວົ້າ …

Read More »

ພຽງແຕ່ເຮັດຕາມ 5 ຂໍ້ນີ້!!! ຂາວແນ່ນອນ! ບໍ່ມີວັນກັບມາດໍາອີກ…

ຢາກຂາວບໍ່? ຖ້າຢາກຂາວບໍ່ຍາກເລີຍ! ພຽງແຕ່ເຮັດ 5 ວິທີນີ້ ຮັບຮອງບໍ່ເກີນຄວາມສາມາດ ແລະຂາວຂຶ້ນຢ່າງແນ່ນອນ!!! ພຽງແຕ່ເຮັດຕາມ 5 ຂໍ້ນີ້!!! ຂາວແນ່ນອນ! ບໍ່ມີວັນກັບມາດໍາອີກ… ສະບາຍດີປີໃໝ່ຈ້າສາວໆ Kuanjai ທຸກຄົນ ປີໃໝ່ກັບມາກໍບໍ່ໄດ້ມີຫຍັງມາເປັນຂອງຕ້ອນຂອງຝາກສາວໆດອກ ນອກຈາກຄວາມຮູ້ດີໆທີ່ຈະມາໃຫ້ສາວໆໄດ້ໃຊ້ເປັນປະໂຫຍດກັນ ສໍາລັບສິ່ງດີໆທີ່ເປັນປະໂຫຍດທີ່ຈະນໍາມາຕ້ອນສາວໆໃນມື້ນີ້ກໍຄື ວິທີທີ່ຈະເຮັດໃຫ້ຜິວຂອງສາວໆຂາວຂຶ້ນນັ້ນເອງ! ຖ້າສາວໆຄົນໃດທີ່ມີບັນຫາເລື່ອງຂອງຜິວພັນຢູ່ໃນຕອນນີ້ ກໍນໍາມາເບິ່ງເລີຍວ່າຈະມີວິທີໃດແດ່ທີ່ຈະເຮັດໃຫ້ຜິວຂາວຂຶ້ນ!!! ແຕ່ຂໍບອກກ່ອນວ່າບໍ່ໄດ້ຍາກຢ່າງທີ່ຄິດ! ໄປເບິ່ງກັນເລີຍກັບ 5 ວິທີທີ່ເຮັດໃຫ້ຜິວຂາວຂຶ້ນ!!! ດຶ່ມນໍ້າຫຼາຍໆ ການດຶ່ມນໍ້າຊ່ວຍໃຫ້ຜິວໃສໄດ້ເດີ່! ເພາະການດຶ່ມນໍ້າເປັນການເພີ່ມອົກຊີແຊນໃຫ້ກັບຮ່າງກາຍ ແລະຍັງເຮັດໃຫ້ຜິວຊຸ່ມຊື່ນບໍ່ຂາດນໍ້ານໍາອີກ ສາວໆຄວນດື່ມນໍ້າຢ່າງໜ້ອຍ ມື້ລະ 8 ຈອກ ຮັບຮອງຜິວຂອງສາວໆຈະນຸ່ມສຸຂະພາບດີຂຶ້ນຢ່າງແນ່ນອນຈ່າ ໝັ່ນຂັດຜິວ ການຂັດຜິວດ້ວຍສະຄຼັບ ຫຼືສະໝຸນໄພທໍາມະຊາດເຊັ່ນ: ໝາກຂາມ, ເກືອສະປາ ຫຼືສູດຕ່າງໆທີ່ສາວໆຫາມາໄດ້ ເຮັດແບບນີ້ອາທິດລະ 2-3 ເທື່ອ ແຕ່ຖ້າເຮັດຫຼາຍກວ່ານີ້ຜິວກໍອາດຈະແຫ້ງໄດ້ ທາຄຼີມບໍາລຸງ+ກັນແດດ ບ້ານເຮົາໃຜກໍຮູ້ວ່າແດດແຮງຂະໜາດໃດ ດັ່ງນັ້ນ ກ່ອນອອກຈາກເຮືອນສິ່ງທີ່ຫ້າມລຶມເດັດຂາດຄື ທາກັນແດດແລະອີກຢ່າງໜຶ່ງທີ່ສໍາຄັນກໍຄືຄຼີມບໍາລຸງຜິວຢ່າລືມທາເດັດຂາດ ຍິ່ງຕອນກ່ອນນອນຜອກໜາໆເອົາໄວ້ເລີຍຍິ່ງດີ …

Read More »

ປະທັບໃຈແທນ!!! ເມື່ອກັບຕັນເຊີໄພ້ຜູ້ໂດຍສານທີ່ເປັນຄອບຄົວຂອງຕົນເອງໃນວັນ Christmas

ຊຶ້ງໃຈແທນ!!! ເມື່ອກັບຕັນເຊີໄພ້ຜູ້ໂດຍສານທີ່ເປັນຄອບຄົວຂອງຕົນເອງໃນວັນ Christmas ຊາວເນັດແຫ່ຊື່ນຊົມ ແລະປະທັບໃຈແທນເມື່ອກັບຕັນແຫ່ງສາຍການບິນ Philippine Airline ໄດ້ໂພສຄຼີບເຊີໄພຜູ້ໂດຍສານທີ່ເປັນຄອບຄົວຂອງຕົນເອງ ດ້ວຍຊໍ່ດອກກຸຫຼາບສີແດງສຸດພິເສດໃຫ້ແກ່ແມ່ ພ້ອມທັງກອຢ່າງອົບອຸ່ນ (ເຫດການນີ້ເກີດຂຶ້ນໃນວັນຈັນທີ 18 ທັນວາ 2017 ທີ່ຜ່ານມາ) ໂດຍຄຼິບດັ່ງກ່າວແມ່ນ ກັບຕັນ “Juan Paulo Fermin” ໄດ້ໂພສລົງໃນ Facebook ສ່ວນຕົວທີ່ຊື່ວ່າ “Juan Paulo Fermin” ແລະໄດ້ຂຽນຂໍ້ຄວາມເທິງຄຼິບທີ່ມີຄວາມໝາຍວ່າ “ຂ້ອຍພາກພູມໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງໃນການພາຜູ້ໂດຍສານກັບບ້ານໃນວັນ Christmas ນີ້, ປີນີ້ເປັນປີທີ່ວິເສດຫຼາຍສໍາລັບຂ້ອຍ ເປັນປີທີ່ຄວາມຝັນໄດ້ປ່ຽນເປັນຄວາມຈິງ ຂໍຂອບໃຈສາຍການບິນ ຟິລິບປີນ ສໍາລັບໂອກາດອັນປະທັບໃຈນີ້”   ເຊິ່ງຫຼັງຈາກໂພສດັ່ງກ່າວໄດ້ຖືກເຜີຍແຜ່ອອກໄປ ກໍມີຊາວເນັດແຫ່ຊື່ນຊົມ ແລະກົດໄລ້ ແຊຣ ເປັນຈໍານວນຫຼວງຫຼາຍ!!! ສ່ວນວ່າຈະໜ້າປະທັບໃຈຂະໜາດໃດນັ້ນ ເຮົາໄປເບິ່ງພ້ອມກັນເລີຍ It’s interesting how dreams take form – …

Read More »

ຖືກຖິ້ມ! ມາອ່ານ 7 ວິທີ ຊ່ວຍໃຫ້ສາວໆທີ່ກໍາລັງ Hurt ໜັກໆກັບມາຮັກຕົວເອງ! ເຮັດໄດ້ແລ້ວຈະເຂົ້າໃຈວ່າ ເມື່ອຮັກໄດ້ກໍ “ເຊົາຮັກ” ໄດ້ຄືກັນ…

ເມື່ອຖືກຖິ້ມ! 7 ວິທີ ທຳຄວາມເຂົ້າໃຈວ່າ ຮັກໄດ້ກໍ “ເຊົາຮັກ” ໄດ້ຄືກັນ ສາວໆຄວາມຮັກມັນຂຶ້ນຢູ່ກັບຄົນສອງຄົນ ທີ່ຕ້ອງຄອຍເບິ່ງແຍງເອົາໃຈໃສ່ກັນ ແຕ່ເມື່ອຮັກຂອງອີກຝ່າຍໜຶ່ງປ່ຽນແປງໄປ ຈາກມື້ທີ່ມີກັນແລະກັນ ມາປ່ອຍໃຫ້ອີກຝ່າຍໜຶ່ງຢູ່ຢ່າງດຽວດາຍ ແລະ ເມື່ອເຖິງເວລາສິ້ນສຸດລົງ ຄົນທີ່ຕ້ອງຮັບຄວາມເຈັບປວດທີ່ເກີດຂຶ້ນ ຈະມີວິທີແນວໃດເພື່ອເຮັດໃຫ້ລືມເຂົາຄົນນັ້ນ ແລະ ກັບມາຮັກຕົວເອງໄດ້ຄືເກົ່າ ລອງ 7 ວິທີ ທີ່ຈະຊ່ວຍໃຫ້ສາວໆທີ່ກໍາລັງ Hurt ໜັກໆ ກັບມາຮັກຕົວເອງໄດ້ ເມື່ອເຈົ້າໄດ້ໃຊ້ຄວາມພະຍາຍາມຢ່າງເຕັມທີ່ແລ້ວ ການຮັັກສາສາຍສໍາພັນທີ່ມີໃຫ້ກັບຄົນຮັກ ແຕ່ເຂົາກັບບໍ່ສົນໃຈ ກໍເຕືອນຕົວເອງເອົາໄວ້ວ່າ ເຂົາເປັນຝ່າຍປະຕິເສດຄວາມຮັກຈາກເຈົ້າ ດັ່ງນັ້ນ ເຂົາຈຶ່ງບໍ່ຄ່ອຍຮູ້ສຶກທຸກຮ້ອນຫຍັງເລີຍ ມີແຕ່ເຈົ້າເທົ່ານັ້ນທີ່ເປັນຝ່າຍເຈັບປວດຫຼາຍຂຶ້ນທຸກມື້ ເມື່ອຍອມຮັບກັບສິ່ງທີ່ເກີດຂຶ້ນໄດ້ແລ້ວ ລອງໃຊ້ເວລາກັບຕົວເອງເພື່ອຊອກຫາຕົ້ນຕໍ ສາເຫດທີ່ແທ້ຈິງວ່າ ເປັນຫຍັງເຈົ້າກັບເຂົາຈຶ່ງໄປນໍາກັນບໍ່ໄດ້ ໃນຂະນະທີ່ ໃຈຂອງເຈົ້າອາດກຳລັງຄິດວົນວຽນຢູ່ວ່າ ຄວາມຮັກທີ່ເຈົ້າທຸ່ມເທລົງໄປ ເປັນຫຍັງເຂົາຈຶ່ງບໍ່ຕອບແທນສິ່ງທີ່ດີກັບມາໃຫ້ເຈົ້າແດ່ ກາຍມາເປັນສິ່ງທີ່ເຈົ້າຕ້ອງເຂົ້າໃຈວ່າ ບໍ່ມີໃຜຜິດ ແຕ່ບັນຫາກໍຄື ທັງສອງຄົນມີຄວາມຄິດທີ່ແຕກຕ່າງກັນ ເຮັດໃຫ້ບໍ່ສາມາດໃຊ້ຊີວິດຮ່ວມກັນໄດ້ ຖ້າຄວາມຮັກຂອງເຈົ້າກໍາລັງເຖິງຂັ້ນວິກິດ ເຂົາບໍ່ສົນໃຈ ແລະ ບໍ່ໃຫ້ຄວາມຮັກກັບເຈົ້າອີກຕໍ່ໄປ …

Read More »

ສ່ອງ! ຟ້າໃສ ຈິນນາລີ ໃນມື້ສະບາຍໆໄຮ້ Make up ທີ່ ຫຼວງພະບາງ!!!

ພາແຟນໆໄປສ່ອງສາວນ້ອຍ ຟ້າໃສ ຈິນນາລີ ນໍລະສິງ ມິສແກຼນລາວ 2017 ທີ່ຫຼ້າສຸດໄປຮ່ວມງານ ບຸນມະໂຫລານຮູບເງົາ ຫຼວງພະບາງ 2017 (Luangprabang Film Festival) ພໍຈົບງານກໍຖືໂອກາດທ່ອງທ່ຽວພັກຜ່ອນຢ່ອນອາລົມ ທີ່ ແຂວງ ຫຼວງພະບາງ, ນ້ອງ ຟ້າໃສ ກໍມີໂອກາດໄດ້ເລາະທ່ຽວຊົມໃນຕົວເມືອງ ຫຼວງພະບາງ, ລຸກແຕ່ເຊົ້າເພື່ອເຮັດບຸນໃສບາດ ແລະ ຍັງມີໂອກາດໄດ້ໄປທ່ອງທ່ຽວນໍ້າຕົກຕາດ ກວາງຊີ ແລະ ໄດ້ເກັບຮູບພາບມາຝາກແຟນໆ ແຖມນາງຍັງມາໃນລຸກ ທຳມະດາ ບໍ່ແຕ່ງໜ້າ ໃສໆຕາມໄວອາຍຸ ເບິ່ງແລ້ວໜ້າຮັກຫຼາຍໆ… ໜ້າຮັກອີ່ຫລີໄດ໋…ມາເບິ່ງຮູບພາບ ຟ້າໃສ ໃນ ຫຼວງພະບາງ ກັນເບິ່ງເດີ້!!! ຮູບພາບ: Fasai Chinnaly Norasing

Read More »