Breaking News

Beauty

ງາມບໍ່ເຄີຍປ່ຽນ!! ສ່ອງ ຄຣິສ ຕີນ່າ Miss Laos 2012 ໃນຊຸດຣາຕຣີສີຂາວ… ງົດງາມ ລະມຸນ ປຽບດັ່ງເຈົ້າຍິງ!!

ເປັນນາງງາມລາວອີກຄົນໜຶ່ງທີ່ ຄົງຄວາມງາມ ແລະ ຄວາມໜ້າຮັກແບບສະເໝີຕົ້ນສະເໝີປາຍ ສໍາລັບສາວ ຄຣິສ ຕີນ່າ ລາດສະສິມມາ  Miss Laos 2012 ທີ່ບໍ່ວ່າເວລາຈະຜ່ານໄປດົນປານໃດ ແຕ່ນາງຍັງຄົງຄວາມເປັນນາງງາມ ແລະ ເພີ່ມຄວາມສາມາດຂຶ້ນນັບມື້… ເຊິ່ງທຸກເທື່ອທີ່ມີໂອກາດໄດ້ໄປສ່ອງ Facebook ຂອງນາງ ແອັດມິ້ນກໍຍັງຕົກຂຸມຮັກນາງບໍ່ເຄີຍປ່ຽນ ຄົນອີ່ຫຍັງເບິ່ງຈັ່ງໃດກະບໍ່ເບື່ອບໍ່ໜ່າຍຈັກເທື່ອ ແລະ ອີກພາບໜຶ່ງທີ່ເຮັດໃຫ້ຫຼົງຮັກນາງຂຶ້ນໄປອີກ ກັບເທື່ອຫຼ້າສຸດທີ່ໄດ້ໄປສ່ອງນາງ ກໍຄືພາບການຖ່າຍແບບໃນຊຸດຣາຕຣີສິຂາວ ທີ່ເບິ່ງແລ້ວເຮັດໃຫ້ຮູ້ສຶກວ່າ ກໍາລັງເບິ່ງເຈົ້າຍິງໃນນິຍາຍແນວໃດແນວນັ້ນເລີຍ… ເມື່ອເຫັນແລ້ວກໍບໍ່ຢາກຈະເກັບໄວ້ເບິ່ງຄົນດຽວ ຈຶ່ງນໍາເອົາມາຕ້ອນແຟນໆຂວັນໃຈໃຫ້ໄດ້ເບິ່ງນໍາ ແລະ ຊ່ວຍບອກແອັດມິ້ນແດ່ວ່າ ມີໃຜທີ່ເປັນແຟນຄຣັບຂອງສາວ ຄຣິສ ຕີ່ນ່າ ຢູ່ແລ້ວ ແລະ ໃຜທີ່ຫາກໍເຫັນແຕ່ຕ້ອງຕົກຂຸມຮັກນາງມາໃຫ້ກັນຮູ້ແດ່ເດີ້!! ຂອບໃຈຮູບພາບຈາກ: Christina Lasasimma

Read More »

ສາວຍຸກນີ້ຕ້ອງ Check!! Trend ເຄື່ອງສໍາອາງ ແລະ ຄຣີມບໍາລຸງຜິວ ທີ່ໜ້າສົນໃຈໃນປີ 2020…

ສາວໆທີ່ມັກເລື່ອງ ຄວາມງາມ ທັງຫຼາຍຖ້າບໍ່ຢາກຕົກ Trend   ຄວນຮູ້ໄວ້  ມື້ນີ້ຂວັນໃຈຈະນໍາເອົາ  Trend ເຄື່ອງສໍາອາງ ແລະ Skin care ເຄຶ່ອງເຊຣໍ່າບໍາລົງຜິວ ທີ່ກຳລັງມາແຮງໃນປີ 2020 ມາຝາກສາວໆກັນ ຈະເປັນແນວໃດນັ້ນ ເຮົາໄປເບິ່ງນໍາກັນເລີຍ!!! Color Trend 2020  ໃນປີ 2020 ນີ້ ໂທນສີແຕ່ງໜ້າທີ່ມາແຮງທີ່ສຸດກໍຄື ໂທນສີສົ້ມ, ສີນູດ ແລະກິດເຕີທີ່ໄດ້ຮັບຄວາມນິຍົມຢ່າງຕໍ່ເນື່ອງ ເຮົາຈະເຫັນຕາມເຄື່ອງສໍາອາງແບຣນເຄື່ອງສໍາອາງລຸ້ນໃຫມ່ທີ່ມີກິດເຕີສໍາຫຼັບໜ້າ ຮີມຝີປາກ ແລະ ດວງຕາ Organic Product  ສໍາຫຼັບຜະລິດຕະພັນ Organic ເຕີບໃຫຍ່ຈາກຕົວເລກປະມານ 8. 20 ພັນລ້ານໂດລາສະຫະລັດ ໃນປີ 2556 ລວມມູນຄ່າປະມານ 15. 98 ພັນລ້ານໂດລາສະຫະລັດ ໃນປີ 2563 ເຊິ່ງສະແດງໃຫ້ເຫັນເຖິງອັດຕາການຂະຫຍາຍຕົວ ລະຫວ່າງປີຕໍ່ປີ 9% – 10% …

Read More »

ຊົມເຊີຍ!!! ໜຸ່ມລາວຄວ້າລາງວັນ ຮອງອັນດັບ 1 ຈາກເວທີປະກວດຊາຍງາມ ເທບພະບຸດນາຄາ ທີ່ປະເທດໄທ…

ໄລຍະນີ້ ຮູ້ສຶກວ່າຈະມີແຕ່ຂ່າວຄາວທີ່ໜ້າຢ້ານກົວຫຼາຍພໍສົມຄວນ ບໍ່ວ່າຈະເປັນຂ່າວ ພະຍາດລະບາດ ທີ່ຍາມໄດ້ກໍມີແຕ່ແຈ້ງການມາວ່າ ມີຜູ້ຕິດເຊື້ອເພີ່ມຂຶ້ນ ຫຼືຄົນຕາຍເພີ່ມອີກ ຫຼືວ່າຂ່າວເລື່ອງຄວາມຕຶງຄຽດກ່ຽວກັບຂໍ້ຄັດແຍ່ງລະຫວ່າງ ອາເມຣິກາ ແລະ ອີລ່ານ ຫຼືແມ່ນແຕ່ຂ່າວເລື່ອງ ຝຸ່ນ PM 2.5 ທີ່ກໍາລັງແຜ່ກະຈາຍໄປທົ່ວໂລກ… ຈັ່ງແມ່ນເປັນຕາເມື່ອຍໃຈນໍາ!!! ແຕ່ມື້ນີ້ ນອກຈາກຂ່າວເປັນຕາຢ້ານເຫຼົ່ານັ້ນແລ້ວ ແອັດມິ້ນກໍຍັງມີຂ່າວຄາວດີໆ ທີ່ເປັນຕາອ່ານ, ເປັນຕາເບິ່ງ, ເປັນຕາໜ້າຍິນດີມາໃຫ້ແຟນໆຊາວລາວເຮົາໄດ້ດີໃຈນໍາຢູ່… ເຊິ່ງຂ່າວດີມື້ນີ້ກໍຄື ຂ່າວຄວາມສໍາເລັດຂອງຊາວໜຸ່ມລາວອີກກ້າວໜຶ່ງ ເມື່ອໜຸ່ມ ໄຊ ພອນໄຊ ແກ້ວວົງກົດ ທີ່ໄດ້ເດີນທາງໄປປະກວດ ເວທີປະກວດຊາຍງາມ ເທບພະບຸດນາຄາ ປີທີ3 ທີຄຳຊະໂນດ ຈັງຫວັດອຸດອນ ປະເທດໄທ ທີ່ຈັດຂຶ້ນລະຫວ່າງວັນທີ 25-26 ມັງກອນ 2020 ຜ່ານມານີ້ ເຊິ່ງໜຸ່ມໄຊ ກໍບໍ່ໄດ້ເຮັດໃຫ້ແຟນຄຣັບຜິດຫວັງ ເພາະສາມາດຄວ້າລາງວັນ ຮອງອັນ 1 ມາຄອງໄດ້ສໍາເລັດ. ສໍາລັບເວທີປະກວດຊາຍງາມ ເທບພະບຸດນາຄາ ເປັນເວທີໜຶ່ງທີ່ເປີດໂອກາດໃຫ້ບັນດາໜຸ່ມໆ …

Read More »

11 ຂໍ້ຄວນຮູ້!!! ກ່ອນເຮັດປະກັນຊີວິດ ແລະ ປະກັນສຸຂະພາບ

ການເຮັດປະກັນໄພເປັນສິ່ງທີ່ດີ ເນື່ອງຈາກເປັນການວາງແຜນລ່ວງໜ້າ ແລະ ປ້ອງກັນຄວາມສ່ຽງທີ່ຈະເກີດຂຶ້ນ ທັງຕໍ່ຕົວທ່ານ ແລະ ຄົນທີ່ທ່ານຮັກ ທັງນີ້ ເນື່ອງຈາກປະກັນຊີວິດ ມີເນື້ອໃນທີ່ຫຼາກຫຼາຍ ເຊິ່ງບາງເທື່ອຜູ້ທີ່ຊື້ປະກັນໄພອາດຈະບໍ່ໄດ້ຮັບຂໍ້ມູນທີ່ຄົບຖ້ວນ, ໄດ້ຮັບຂໍ້ມູນຫຼາຍເກີນຄວາມຈິງ ຫຼື ບໍ່ເຂົ້າໃຈລາຍລະອຽດໃນຂໍ້ມູນບາງຢ່າງ ດັ່ງນັ້ນ,ວາລະສານທາເກັດສະບັບນີ້ຈຶ່ງຢາກຈະມານໍາສະເໜີທ່ານກ່ຽວກັບ 11 ຂໍ້ຄວນຮູ້ ກ່ອນຕັດສິນໃຈຊື້ປະກັນໄພ. 1. ຊໍາລະເບ້ຍປະກັນເພີ່ມ (ຂຶ້ຄົນທີ່ຈະຊື້ປະກັນຊີວິດ ຕ້ອງມີສຸຂະພາບແຂງແຮງ, ສົມບູນ, ນໍ້າໜັກ ແລະ ລວງສູງໃນເກນທີ່ກໍານົດໄວ້. ການໃຫ້ຂໍ້ມູນທີ່ບໍ່ເປັນຄວາມຈິງຂອງລູກຄ້າ ມີຜົນເຮັດໃຫ້ສັນຍາຖືກລົບລ້າງໄດ້ ບາງພະຍາດບໍ່ຮ້າຍແຮງ ບໍລິສັດອາດຈະຮັບເຮັດປະກັນໃຫ້ ແຕ່ອາດມີການນຢູ່ກັບທັງສອງຝ່າຍຕົກລົງກັນ) 2. ພະຍາດຮ້າຍແຮງ ບາງສັນຍາບໍ່ໄດ້ຈ່າຍເງິນກໍລະນີເສຍຊີວິດທຸກກໍລະນີ ສະນັ້ນ ເພື່ອບໍ່ໃຫ້ເຂົ້າໃຈຜິດ ລູກຄ້າຄວນສຶກສາໃຫ້ແນ່ໃຈວ່າ ແບບແຜນປະກັນທີ່ລູກຄ້າຊື້ຈະໄດ້ຮັບເງິນໃນກໍລະນີໃດແດ່? 3. ຄ່າຜ່າຕັດ ຄ່າກວດພະຍາດ ຄວາມຄຸ້ມຄອງເປັນຄວາມຄຸ້ມຄອງສູງສຸດ ທັງນີ້ ການຈ່າຍເງິນຈະຈ່າຍຕາມຕາຕະລາງອັດຕາຄ່າທໍານຽມການຜ່າຕັດ (ເປີເຊັນທີ່ຈ່າຍຂຶ້ນຢູ່ກັບພະຍາດທີ່ເປັນ). 4. ສັນຍາເພີ່ມບາງປະເພດເຊັ່ນ: ຄຸ້ມຄອງຜູ້ພິການຢ່າງຖາວອນ, ການຍົກເວັ້ນຊໍາລະຄ່າເບ້ຍປະກັນເນື່ອງຈາກຜູ້ພິການ ຍົກເວັ້ນການຊໍາລະເບ້ຍ …

Read More »

ດົນໆຈະໄດ້ເຫັນ!!! ນຸ້ຍ ສຸພາພອນ Miss Universe Laos 2017 ໃນຊູດລອຍນນໍ້າ… ບອກເລີຍວ່າ ແຊ໋ບອີ່ຫຼີ!!!

ເປັນນາງງາມຈັກກະວານລາວອີກຄົນໜຶ່ງທີ່ກະແສແຮງບໍ່ເຄີຍຕົກ ສໍາລັບສາວ ນຸ້ຍ ສຸພາພອນ  Miss Universe Laos 2017 ຕັ້ງແຕ່ຕອນທີ່ໄດ້ຕໍາແໜ່ງມາໃໝ່ໆ ຈົນຮອດປັດຈຸບັນທີ່ນີ້ ສາວນຸ້ຍ ກໍໄດ້ຜັນຕົວເອງມາຮັບຫຼາກຫຼາຍບົດບາດຂຶ້ນ ບໍ່ວ່າຈະເປັນ ຖ່າຍແບບ, ເດີນແບບ, ສະແດງຮູບເງົາ, MV ເພງ ລວມໄປເຖິງການຖ່າຍໂຄສະນາຕ່າງໆ ທີ່ເປັນຜົນງານອອກມາໃຫ້ແຟນຄຣັບຕິດຕາມຢູ່ເປັນປະຈໍາ ແລະ ຜົນງານຕ່າງໆ ກໍຍັງໄດ້ກະແສຕອບຮັບເປັນຢ່າງດີ… ແລະເມື່ອບໍ່ດົນມານີ້ື ສາວນຸ້ຍ ກໍໄດ້ມີການໂພສຮູບພາບເບື້ອງຫຼັງການຖ່າຍໂຄສະນາໃຫ້ກັບ ໂຮງແຮມດັງແຫ່ງໜຶ່ງ ໂດຍຮູບພາບດັ່ງກ່າວ ແມ່ນສາວນຸ້ຍໄດ້ມີການໃສ່ຊຸດລອຍນໍ້າ ແລະ ໂພສທ່າເຊັກຊີ່ເລັກນ້ອຍ ແຕ່ບອກເລີຍວ່າ ຄວາມແຊ໋ບນັ້ນບໍ່ໄດ້ເລັກນ້ອຍເລີຍ!! ເພາະດົນໆຈະໄດ້ເຫັນສາວນຸ້ຍອອກມາໂພສຮູບແບບນີ້ ມື້ນີ້ແອັດມິ້ນກໍເລີຍນໍາເອົາມາອວດແຟນໆຂວັນໃຈເຮົານໍາ… ຢາກຮູ້ວ່າຈະແຊ໋ບ ຈະເຊັກຊີ່ ຂະໜາດໃດນັ້ນ ມາເບິ່ງນໍາກັນເລີຍ!!! Miss Universe Laos 2017 Sexy Girl ກາບ… ຫຸ່ນນາງ ເປະແຮງ… ແຊ໋ບບບ ຂອບໃຈຮູບພາບຈາກ: …

Read More »