Breaking News

Beauty

ຄຸນປະໂຫຍດ ແລະ ໂທດຂອງນົມງົວທີ່ເຈົ້າອາດຍັງບໍ່ຮູ້

ນົມງົວທີ່ເຮົາດື່ມທຸກມື້ນີ້ອຸດົມໄປດ້ວຍຄຸນປະໂຫຍດຫຼາຍຢ່າງ ຫຼັກໆແມ່ນແຄນແຊ້ມທີ່ຊ່ວຍເລື່ອງກະດູກ ແຕ່ໜ້ອຍຄົນທີີ່ອາດຈະຮູ້ວ່ານົມງົວກໍມີຂໍ້ເສຍຄືກັນ ເຮົາເລີຍຮວບຮວມທັງປະໂຫຍດ ແລະ ຂໍ້ເສຍຂອງນົມງົວມາຝາກ ປະໂຫຍດຂອງນົມງົວ 1 ຊ່ວຍເສີມສ້າງກະດູກ ແລະ ແຂ້ວໃຫ້ແຂງແຮງ 2 ຊ່ວຍລົດຄວາມຢາກອາຫານ 3 ຊ່ວຍປ້ອງກັນໂລກຫົວໃຈ ແລະ ຫຼອດເລືອດ 4 ຊ່ວຍປ້ອງກັນໂລກເບົາຫວານ 5 ຫຼຸດການອັກເສບ 6 ຊ່ວຍໃນການຈະເລີນເຕີບໂຕ 7 ອຸດົມໄປດ້ວຍວິຕາວິນຫຼາກຫຼາຍເຊັ່ນ ວິຕາມິນ D, B2,B12, ຟົດສະຟໍລັສ, ແຄນແຊ້ມ, ຊີລີນຽມ ແລະ ໂພແທສຊຽມ ຜົນເສຍຂອງນົມງົວ 1 ເຮັດໃຫ້ເກີດສິວ ເພາະມັນຈະໄປກະຕຸ້ນຕ່ອມໄຂມັນໃຫ້ເຮັດວຽກຫຼາຍຂຶ້ນ ສົ່ງຜົນໃຫ້ເກີດອອາການໜ້າມັນ ແລະ ເປັນສິວ 2 ເຈັບທ້ອງ ດື່ມແລ້ວອາດເຮັດໃຫ້ມີລົມໃນລໍາໄສ້ຫຼາຍ, ຍື່ງທ້ອງ, ປວດຮາກ ແລະ ບາງຄົນອາດຈະເຖິງຂັ້ນເຈັບທ້ອງນໍາ. 3 ພະຍາດຂອງຄົນແພ້ນົມງົວ ແມ່ນພົບໄດ້ທັງເດັກອ່ອນ …

Read More »

ຍິ່ງອາຍຸຫຼາຍຂ້ອຍຍິ່ງເກັ່ງ!!! 8 ຢ່າງທີ່ແມ່ຍິງຄືພວກເຮົາຢ່າຢຸດເຮັດ ເພາະພວກເຮົາຄືແມ່ຍິງຍຸກໃໝ່

ມາເບີ່ງຂໍ້ຄິດ 8 ຂໍ້ທີ່ຈະເຮັດໃຫ້ພວກເຮົາເປັນແມ່ຍິງທີ່ເກັ່ງ, ສະຫຼາດ ແລະ ມີຄຸນຄ່າ 1 ຢ່າຢຸດຄົບເພື່ອນດີໆ: ໝູ່ອາດຈະຫາໄດ້ບໍ່ຍາກແຕ່ໝູ່ທີ່ດີ ແລະ ຈິງໃຈຫາບໍ່ງ່າຍເລີຍໃດ໋! ແຕ່ເຊື່ອວ່າໃນຊີວິດເຮົາເຖິງຈະມີໝູ່ຫຼາຍ ແຕ່ໝູ່ທຸກຄົນກໍບໍ່ໄດ້ຫວັງດີນໍາເຮົາສະເໝີໄປ ສະນັ້ນ, ການມີໝູ່ຫຼາຍບໍ່ແມ່ນສິ່ງທີ່ສໍາຄັນແຕ່ໝູ່ທີ່ດີ ແລະ ພາຊີວິດເຮົາຈະເລີນຈົ່ງຮັກສາເອົາໄວ້ຢ່າໃຫ້ຄວາມສໍາພັນຈືດຈາງ.  2 ຢ່າຢຸດສະຫຼາດ: ໂລກປ່ຽນແປງໄວການຮຽນຮູ້ຕ້ອງປ່ຽນແປງ  ສະນັ້ນ, ມື້ໃດທີ່ເຮົາຢຸດຮຽນຮູ້ສິ່ງໃໝ່ເຮົາຈະກາຍເປັນຄົນຫຼ້າຫຼັງທັນທີ ແລະ ຜູ້ຍິງທີ່ສະຫຼາດຈະບໍ່ຢຸດຮຽນຮູ້.  3 ຢ່າຢຸດເກັບທ້ອນເງິນ: ເງິນຫາຍາກໄປໄວຖ້າບໍ່ເກັບທ້ອນໄວ້ເຮົາຈະບໍ່ມີກິນ ຢ່າຄິດແຕ່ຈະເພີ່ງພາຄົນອື່ນໄປຕະຫຼອດ ເພາະເຂົາກໍມີພາລະຂອງເຂົາ.  4 ຢ່າຢຸດທີ່ຈະຫາເງິນ: ການຫາເງິນເອງເປັນສິ່ງໜຶ່ງທີ່ແມ່ຍິງທຸກຄົນຄວນຮູ້ຈັກ ຍິ່ງເຮົາຢູ່ໃນຍຸກປັດຈຸບັນແມ່ຍິງຕ້ອງເກັ່ງຫາເງິນເອງເປັນ. ຢ່າເອົາຊີວິດໄປຝາກໄວ້ກັບໃຜ ການລ້ຽງໂຕເອງໄດ້ຈະເຮັດໃຫ້ເຮົາເຫັນຄຸນຄ່າໃນໂຕເອງຫຼາຍຂຶ້ນ 5 ຢ່າຢຸດທີ່ຈະເຮັດວຽກ: ແຕ່ງງານມີຄອບຄົວແລ້ວແຕ່ກໍຕ້ອງເຮັດວຽກ ເພາະມື້ໃດທີ່ເຮົາບໍ່ເຮັດວຽກຫາເງິນ ເຮົາຈະຖືກເບີ່ງໄຮ້ຄ່າ 6 ຢ່າຢຸດທີ່ຈະຮັກ: ໃນບ່ອນນີ້ໝາຍເຖິງການຮັກໂຕເອງ ເພາະມື້ໃດທີ່ເຮົາຮັກໂຕເອງເຮົາຈະເຮັດແຕ່ສິ່ງທີ່ດີໃຫ້ໂຕເອງ ແລ້ວກໍຈະມີແຕ່ສິ່ງດີໆເກີດຂຶ້ນກັບໂຕເຮົາ  7 ຢ່າຢຸດທີ່ຈະງາມ: ຈົ່ງງາມໃຫ້ສົມໄວ ງາມໃນແບບຂອງເຮົາ ຢ່າໃຫ້ໂຕເອງໂຊມຈົນການເປັນສິ່ງສັກສິດຂອງເຮືອນເດັດຂາດ. …

Read More »

ອາຫານທີ່ຜູ້ຕິດເຊື້ອໂຄວິດຄວນຫຼີກລ້ຽງ ເພາະອາດເປັນອັນຕະລາຍໄດ້!!!

ສໍາລັບຜູ້ທີ່ຕິດເຊື້ອໂຄວິດ -19 ນອກຈາກຈະຕ້ອງກິນຢາພັກຜ່ອນໃຫ້ພຽງພໍແລ້ວ ອາການກໍເປັນເລື່ອງສໍາຄັນເພາະອາຫານບາງປະເພດອາດເຮັດໃຫ້ອາການຊຸດໂຊມລົງກ່ອນເກົ່າ ແລ້ວຈະມີອາຫານປະເພດໃດແນ່ທີ່ຄົນຕິດເຊື້ອໂຄວິດຄວນຫຼີກລ້ຽງມາເບີ່ງກັນເລີຍ!!! ກ່ອນອື່ນຕ້ອງທໍາຄວາມເຂົ້າໃຈອາການຂອງຜູ້ຕິດເຊື້ອກ່ອນ ເຊິ່ງຈະແບ່ງອອກເປັນ 3 ກຸ່ມຄື ກຸ່ມທີ1 ກຸ່ມທີ່ມີອາການໄອ, ເຈັບຄໍ, ມີນໍ້າມູກ ແລະ ເປັນຫອບເປັນເມື່ອຍ ກຸ່ມທີ2 ອາຫານບໍ່ຍ່ອຍ, ປວດຮາກ, ມີລົມໃນກະເພາະອາຫານ ຫຼືຂັບຖ່າຍແຫຼວ ກຸ່ມ 3 ມີອາການປວດເມື່ອຍ ແລະ ອ່ອນເພຍ ອາຫານທີ່ເຮັດໃຫ້ອາການຊຸດໂຊມລົງສໍາລັບກຸ່ມທີ 1 ເຄື່ອງດື່ມແຊ່ເຢັນ ແລະ ເຄື່ອງດື່ມທີ່ມີລົດຫວານເຊັ່ນ ນໍ້າອັດລົມ, ເບຍ, ຊານົມ ເນື່ອງຈາກການຮັບປະທານອາຫານທີ່ມີລົດຫວານ ແລະ ເຢັນຈະເຮັດໃຫ້ອາການທີ່ເປັນຢູ່ເພີ່ມທະວີຂຶ້ນ ອາຫານລົດຈັດ: ອາຫານມັນຈັດ, ຫວານຈັດ, ເຜັດ ມີເຄື່ອງເທດ, ເຄື່ອງແກງ ອາຫານທີ່ມີນໍ້າມັນຫຼາຍ ຂອງທອດຕ່າງໆ ແລະ ອາຫານຟາດຟູດ ເຂົ້າໜົມທີ່ມີຊີສ, ນົມ ຫຼືເນີຍ ກຸ່ມອາຫານທີ່ຄວນຫຼີກລ່ຽງສໍາລັບກຸ່ມທີ …

Read More »

5 ວິທີເບິ່ງແຍງສຸຂະພາບຮ່າງກາຍ ແລະ ຈິດໃຈໃຫ້ຊີວິດສົດໃສ…

ຫຼາຍຄົນອາດຈະຄິດວ່າຄວາມຮັ່ງມີແມ່ນແຫຼ່ງຄວາມສຸກ ແຕ່ເຈົ້າຈະມີຄວາມສຸກກັບເງິນທີ່ເຈົ້າຫາມາໄດ້ແນວໃດ? ຖ້າສຸຂະພາບບໍ່ເອື້ອອຳນວຍຕ້ອງໄປໂຮງເພື່ອໄປຫາຫຼາຍກວ່າການເດີນທາງໄປສະຖານທີ່ທ່ອງທ່ຽວ ສຸຂະພາບເປັນເລື່ອງທີ່ພວກເຮົາຕ້ອງເອົາໃຈໃສ່ທັງສຸຂະພາບທາງກາຍ ແລະ ສຸຂະພາບຈິດ. ເຊິ່ງສາມາດເຮັດໄດ້ດັ່ງນີ້: 1. ກິນອາຫານໃຫ້ຄົບ 5 ໝູ່ ແລະ ກິນໃຫ້ຕົງເວລາ ໃນທຸກໆຄາບອາຫານ, ພະຍາຍາມກິນອາຫານໃຫ້ຄົບທັງ 5 ໝູ່ໃຫ້ພຽງພໍຕາມຄວາມຕ້ອງການຂອງຮ່າງກາຍ ແລະ ຄວນກິນອາຫານໃຫ້ຕົງເວລາທຸກໆມື້. ອາຫານເຊົ້າຖືວ່າເປັນອາຫານທີ່ສຳຄັນທີ່ສຸດ, ສະນັ້ນ, ຈຶ່ງບໍ່ຄວນທີ່ຈະອົດ. ສຳລັບອາຫານຕອນແລງບໍ່ຄວນກິນຫຼັງຈາກ 6 ໂມງແລງເພາະວ່າຖ້າເຈົ້າກິນຊ້າເກີນໄປ, ໃກ້ຈະຮອດເວລານອນແລ້ວ. ອາດຈະເຮັດໃຫ້ຮ່າງກາຍບໍ່ໄດ້ພັກຜ່ອນເຕັມທີ່. 2. ດື່ມນໍ້າໃຫ້ພຽງພໍ ພະຍາຍາມດື່ມນໍ້າໃຫ້ໄດ້ຢ່າງໜ້ອຍມື້ລະ 8 ຈອກ, ເພາະວ່າການດື່ມນໍ້າໃຫ້ພຽງພໍມີປະໂຫຍດຫຼາຍຢ່າງຕໍ່ສຸຂະພາບ. ທັງດ້ານສຸຂະພາບ ແລະ ຄວາມງາມ ເພາະວ່າມັນຈະຊ່ວຍໃຫ້ລະບົບການໄຫຼວຽນຂອງເລືອດເປັນປົກກະຕິ ຊ່ວຍເຜົາຜານໄຂມັນໃນຮ່າງກາຍ ຊ່ວຍໃຫ້ຜິວມີຄວາມຊຸ່ມຊື່ນເບິ່ງສົດໃສ 3. ອອກກຳລັງກາຍເປັນປະຈຳ ເຈົ້າຄວນຫາເວລາອອກກຳລັງກາຍຢ່າງໜ້ອຍ 3-4 ເທື່ອຕໍ່ອາທິດປະມານ 30 ນາທີໃນແຕ່ລະຄັ້ງ. ເພາະຈະຊ່ວຍໃຫ້ກ້າມຊີ້ນແຂງແຮງ, ຊ່ວຍໃຫ້ປອດ ແລະ ຫົວໃຈເຮັດວຽກໄດ້ດີ, …

Read More »