Breaking News

Beauty

ອາການມັນຟ້ອງວ່າຊິລິໂຄນດັງອາດທະລຸ ຮີບເຊັກວິທີສັງເກດອາການກ່ອນທີ່ຈະສາຍເກີນແກ້!!!

ທຸກມື້ນີ້ປະຕິເສດບໍ່ໄດ້ເລີຍວ່າ ການເຮັດສັນຍະກຳ ດັງ ກາຍເປັນສັນຍະກຳຍອດຮິດ ແລະ ເປັນເລື່ອງທຳມາສຸດໆ ເຊິ່ງເຕັກນິກອັນດັບຕົ້ນໆຂອງການເຮັດສັນຍະກຳນັ້ນກໍຄືການໃຊ້ ຊິລິໂຄນ ແລະ ແນ່ນອນວ່າການນຳສິ່ງແປກປອມເຂົ້າໄປໃນຮ້າງກາຍ ອາດຈະເຮັດໃຫ້ມີຄວາມກັງວົນໃຈ ຫຼືບັນຫາຫຼາຍໆຢ່າງຕາມມາກໍເປັນໄດ້ ເຊິ່ງບັນຫາຫຼັກໆຂອງຄົນທີ່ເຮັດສັນຍຳກຳມັກພົບເຈິ ແລະ ເປັນກັນຫຼາຍເລີຍກໍຄື ອາການຂອງ ຊິລິໂຄນດັງທະລຸ ນັ່ນເອງ, ເນື່ອງມາຈາກຫຼາຍສາເຫດ ແລະ ຫຼາຍປັດໄຈເຊັ່ນ: ບໍ່ວ່າຈະເປັນຊີ້ນດັງໜ້ອຍ ແຕ່ຢາກເສີມໃຫ້ໂມ, ຊິລິໂຄນທີ່ບໍ່ໄດ້ມາດຕະຖານ, ການແກ້ດັງຫຼາຍໆຮອບ ເຮັດໃຫ້ຊີ້ນດັງບາງລົງ ຫຼື ເສີມດັງດົນໆໄປ ອາດເຮັດໃຫ້ຊີ້ນດັງເກີດອາການທະລຸໄດ້ເຊັ່ນດຽວກັນ ເຊິ່ງບັນຫາດັງທະລຸນີ້ ຖືໄດ້ວ່າເປັນເລື່ອງໃຫ່ຍ ແລະ ສຳຄັນຂອງຄົນທີ່ເຮັດສັນຍະກຳດັງເລີຍກໍວ່າໄດ້, ດັ່ງນັ້ນ ຖ້າໝູ່ເພື່ອນຄົນໃດບໍ່ຢາກເຈິບັນຫາສາຍເກີນແກ້ ລອງມາເບິ່ງວີທີສັງເກດອາການ ແລະ ສັນຍານເຕືອນຂອງດັງທະລຸເອົາໄວ້ກ່ອນຈະເປັນການດີທີ່ສຸດ ຫາກມີອາການດັ່ງນັ້ນຄວນຮີບຮ້ອນໃຈປຶກສາແພດເພື່ອຈະໄດ້ແກ້ໄຂໃຫ້ທັນເວລາ ແລະ ບໍ່ຕ້ອງມານັ່ງເສີຍໃຈພາຍຫຼັງ. ປາຍດັງສະທ້ອນແສງ ດັງສະທ້ອນແສງ ມັນວາວກວ່າປົກກະຕິ ຫຼືມີສີຂາວໆໃສໆ ສັງເກດງ່າຍໆໄດ້ທີ່ບໍລິເວນປານດັງ ຫາກມີອາການແບບນີ້ສະແດງວ່າເນື້ອທີ່ປາຍດັງເລີ່ມບາງລົງ ຈຶ່ງເປັນສາເຫດເຮັດໃຫ້ເບິ່ງເຫັນຜິວຂອງຊິລິໂຄນທີ່ຢູ່ໃຕ້ຜິວໜັງຂອງເຮົາສະທ້ອນອອກມາ 2. ລູບປາຍດັງແລ້ວຮູ້ສຶກສຽວໆ ເມື່ອຊິລິໂຄນເກີດການດັນອອກມາຢູ່ຜິວໜັງລາຍຈົນເກີນໄປ …

Read More »

ແຈກກກ! 20 Idea “ຖ່າຍຮູບກັບແຟນ” ແນວໃດ? ໃຫ້ມົດຕ້ອງຂໍລາອອກຈາກການເປັນມົດ (ຄົນບໍ່ມີຄູ່ ຖ່າຍກັບໝູ່ກໍດ້າຍຍຍຍ) Share ວົນໄປຈ່າາາ

Say hi ຈ່າ!!! ສາວໆທີ່ໜ້າຮັກຂອງ ຂວັນໃຈທັງຫຼາຍ ຊ່ວງນີ້ວ່າງວຽກແອັດບໍ່ຄ່ອຍມີວຽກຫຼາຍເລີຍໄປຊອກເລື່ອນເບິ່ງແຕ່ Facebook ເລື່ອນໄປເລື່ອນມາເລີຍໄປພົບເຫັນວ່າ ຄົນສ່ວນໃຫຍ່ຈະມີບັນຫາກ່ຽວກັບ “ການຖ່າຍຮູບກັບແຟນ” ບາງຄົນອາດຈະເຂີນແນ່, ບໍ່ກ້າເບິ່ງກ້ອງ, ບາງເທື່ອກະມີວ່າເຂົາຕຸ້ຍບໍ່ຢາກຖ່າຍນ່າ ແອັດກໍເລີຍຢາກຈະມາ Share Idea ການຖ່າຍຮູບທີ່ໜ້າຮັກໜ້າຮັກກັບແຟນເອົາໃຫ້ຄົນທີ່ເຂົ້າມາເບິ່ງຕາລຸກກັນເປັນໄຟໄປເລີຍ!!! ແຕ່ໆໆ ຖ້າໃຜທີ່ບໍ່ມີແຟນໃຫ້ຖ່າຍຮູບຫວານໆແບບນີ້ກໍສາມາດຖ່າຍນໍາໝູ່ໄດ້ນ໋ະຈ໋ະ (ນຽນໆກັນໄປຈ່າາາາ) ຈູງມືກັນກະໂດດແຄມທະເລ 2. ຖ່າຍມຸມສູງ 3. ມາໃນຕີມເສື້ອຄູ່ຈ່າ 4. Breakfast ກັນ 5. ທ່ານັ່ງກິນກາເຟທ່າມກາງທໍາມະຊາດ ແລະຄວາມຮັກ (ຟີນນນ) 6. ນອນຫັນຫຼັງໃຫ້ກ້ອງໄປເລີຍ 7. ກັບລົດຍັງໂພສໄດ້… 8. ເຮັດຄືວ່າໂລກນີ້ມີແຕ່ເຮົາສອງຄົນ555 9. ເບື່ອເທິງບົກກໍລົງນໍ້າໄປເລີຍຈ່າ 10. ແມ່ນແຕ່ດາດຟ້າກໍຍັງມີຮູບງາມໄດ້ 11. ຍ່າງຈູງມືກັນ ເກ໋ໆ 12. ມີຄວາມສຸກເຫຼືຶເກີ໋ນນນ 13. ຖ່າຍແຕ່ເກີບແຕະກະໄດ້ ແຕ່ຕ້ອງຄູ່ກັນເດີ່ …

Read More »

ເໝາະສົມກັບຕຳແໜ່ງທີ່ສຸດ! ນາງງາມຈາກ South Africa ຄວ້າມົງກຸດ Miss Universe 2017 (ມີຄລິບ)

ປະກາດຜົນກັນແບບສົດໆຮ້ອນໆ… ສຳລັບການປະກວດ ນາງງາມຈັກກະວານ (Miss Universe) ທີ່ໃນປີນີ້ມີສາວງາມຜູ້ເຂົ້າແຂ່ງຂັນຫຼາຍທີ່ສຸດເປັນປະຫວັດສາດເຖິງ 92 ປະເທດຈາກທົ່ວໂລກ ແລະ ນາທີທີ່ຄົນທົ່ວໂລກລໍຖ້າລຸ້ນ ລໍຖ້າເຊຍກໍມາຮອດ ເພາະຄົນທີ່ສາມາດຄວ້າມົງກຸດໃນປີນີ້ໄປໄດ້ນັ້ນກໍຄື Demi-Leigh Nel-Peters ເຊິ່ງເປັນສາວງາມຈາກ South Africa  ນັ້ນເອງ. (ຂໍສະແດງຄວາມຍິນດີນຳຫຼາຍໆ) ງາມ ແລະ ມີຄວາມສາມາດເໝາະສົມກັບຕຳແໜ່ງທີ່ສຸດ. Miss Universe: Demi-Leigh Nel-Peters Crowning Moment The new #MissUniverse is… Demi-Leigh Nel-Peters from South Africa! ? ?? Miss Universeさんの投稿 2017年11月26日(日)   ສຳລັບຕຳແໜ່ງຮອງອັນດັບ Miss Universe 2017 ມີດັ່ງນີ້: ຮອງອັນດັບ 1: …

Read More »

5 ທ່າອອກກໍາລັງກາຍແບບງ່າຍໆ ກໍາຈັດໄຂມັນຂາໂຕ້

ສາວໆກໍາລັງຫງຸດຫງິດກັບໄຂມັນຕົ້ນຂາຕົນເອງຢູ່ແມ່ນບໍ່? ຖ້າຢາກກໍາຈັດມັນໃຫ້ໝົດໄປ ລອງມາອອກກໍາລັງກາຍຕາມທ່າຕ່າງໆລຸ່ມນີ້ ແລ້ວຂາຂອງສາວໆຈະງາມຢ່າງແນ່ນອນ. Single – Leg Romanian Dead lifts ຖືດຳເບວ (Dumbbell) ທັງ 2 ຂ້າງຂະໜາດ 5 – 10 ກິໂລ ຈາກນັ້ນຍົກຂາຊ້າຍໄປດ້ານຫຼັງ ໃຫ້ສຸດຂາ ກັບມາໃນຕໍາແໜ່ງເກົ່າ ສະຫຼັບຂ້າງ ເຮັດຊໍ້າ 15 ຄັ້ງ 3 ຮອບ Knee to the Chest ນອນຫງາຍ ຍົກຂາຂ້າງໃດຂ້າງໜຶ່ງຂຶ້ນ ໂດຍຍົກຂຶ້ນມາໃຫ້ຕິດໜ້າເອິກ ສູດລົມຫາຍໃຈເຂົ້າຊ້າໆ ຍັງງໍເຂົ່າຂຶ້ນ ຢ່າໃຫ້ສໍາຜັດພື້ນດິນ ປ່ອຍຂ້າລົງພື້ນຊ້າໆ ຢູ່ໃນທ່າເລີ່ມຕົ້ນອີກຄັ້ງ ແລ້ວສະຫຼັບຂ້າງ ເຮັດແນວນີ້ 20 ຄັ້ງ Single – Leg Supine Hip Extension …

Read More »

ໜ້າໃສໄດ້ ແບບບໍ່ງໍ້ຮ້ານສະປາ

ເຄີຍບໍ່ ຢາກໜ້ານຽນຂາວໃສ ລົງທຶນຊື້ course ນວດໜ້າແພງໆ ແຕ່ບໍ່ມີເວລາໄປຮ້ານສະປາ ສຸດທ້າຍເສຍເງິນລ້າໆ ຄິດວ່າສາວໆເກີນເຄິ່ງໜຶ່ງ ເຄີຍພົບພໍ້ບັນຫາແບບນີ້ມາແລ້ວແນ່ນອນ .. ແຕ່ຕໍ່ນີ້ໄປ ບັນຫາຂອງສາວໆຈະໝົດໄປດ້ວຍ ເຄຶ່ອງຜະລິດອາຍນໍ້າ ລະດັບນາໂນໄອອອນ Kuron Nano – Ion Facial Steamer ນະວັດຕະກໍາສະປາທີ່ເຮັດໄດ້ຢູ່ເຮືອນ ດັ່ງມີຜູ້ຊ່ຽວຊານມາເບິ່ງແຍງເລີຍແຫຼະ!! ຊ່ວຍຫຼຸດບັນຫາຜິວໜັງແຫ້ງ ຄືນຄວາມຊຸ່ມຊື່ນໃຫ້ແກ່ຜິວໜັງໄດ້ຢ່າງເລິກເຊິ່ງ ແລະ ຍາວນານ ເປັນເຄື່ອງອາຍນໍ້າທີ່ມີອະນຸພາກນ້ອຍກວ່າເຄື່ອງອາຍນໍ້າປົກກະຕິ ຈຶ່ງສາມາດຊຶມເຂົ້າສູ່ຜິວໜັງຂອງສາວໆໄດ້ຢ່າງດີ ໂດຍເຄື່ອງພົ່ນອາຍນໍ້າຈະສ້າງເປັນໄອອອນປະຈຸລົບ ເຮັດໃຫ້ໃບໜ້າຊຸ່ມ ແລະ ຂາວໃສຂຶ້ນ ສ່ວນອາຍນໍ້າຮ້ອນຂະໜາດ Nano ກໍຈະປະສົມກັບສານອາຫານ ແລະ ໝາກໄມ້ ຊ່ວຍບໍາລຸງຜິວໜັງ ກະຕຸ້ນລະບົບໄຫຼວຽນຂອງເລືອດ ກໍາຈັດສິ່ງເປິເປຶ້ອນອອກຈາກຈຸລັງ (cells) ຜິວໜັງ ເຮັດໃຫ້ຜິວໜັງແຂງແຮງ ແລະ ດູດເອົາ Oxygen ໄດ້ດີຫຼາຍຂຶ້ນ. ການເຮັດວຽກຂອງເຄື່ອງ ຜະລິດອາຍນໍ້າ Nano-Ion …

Read More »