Breaking News

Beauty

ຢາກຂາວ, ຢາກງາມ ປຶກສາສາວກຸ້ງ K-Same Me by Koung

ເລື່ອງຄວາມງາມຕອນນີ້ບໍ່ວ່າຍິງ ຫຼື ຊາຍແມ່ນບໍ່ມີໃຜຍອມໃຜ ຕ່າງກໍຫັນມາຢາກມີຜິວພັນທີ່ດີ ແລະ ສົດໃສ ໂດຍສະເພາະແຖບອາຊີເຮົາແມ່ນຕ້ອງຜິວຂາວໆ ຜ່ອງໆ ເບິ່ງແລ້ວມີອໍຣ່າເທົ່ານັ້ນ ຈຶ່ງແມ່ນຄຳຕອບຂອງ “ຄວາມງາມ”,  ຂະໜາດສາວບາງຄົນໜ້າຕາບໍ່ໂດດເດັ່ນ ແຕ່ມີຜິວທີ່ຂາວໃສ ອ້າຍບ່າວກໍລຸມຂາຍຂະໜົມຈີບ ຈົນຄິວບໍ່ວ່າງພຸ້ນແຫຼະ. ມື້ນີ້! BeautyGuru ຈະມາແນະນຳ ສາວງາມຄົນໜຶ່ງ ຊື່ວ່າ ກຸ້ງ ອາຍຸພຽງ 23 ປີ ເທົ່ານັ້ນ, ແຕ່ສາມາດເປັນເຈົ້າຂອງຍີ່ຫໍ້ສິນຄ້າ (Brand) ທີ່ກໍາລັງມາແຮງ ແລະ ຂາຍດີທີ່ສຸດໃນລາວຕອນນີ້ເລີຍໃດ ຂາຍດີສ່ຳໃດຫັ້ນຫວາ?? ອາທິດໜຶ່ງນາງ ຂາຍໄດ້ເຖິງ 30,000 ຊອງພຸ້ນແຫຼະ. ອ້າປາກຄ້າງເລີຍແມ່ນບໍ່? ເຫັນສິນຄ້າ ຂອງ ສາວກຸ້ງ ຂາຍດີແບບນີ້ ສາວໆ ເລີ່ມຢາກຮູ້ແລ້ວແມ່ນບໍ່ວ່າ ສາວກຸ້ງ ໄປເຮັດຫຍັງມາ ຈຶ່ງກາຍມາເປັນເຈົ້າຂອງທຸລະກິດ ທີ່ເອີ້ນໄດ້ວ່າ “ສາວອາຍຸນ້ອຍ ຮ້ອຍລ້ານແບບນີ້!” ສາວກຸ້ງໄດ້ເລົ່າໃຫ້ຟັງວ່າ: ກ່ອນຈະມາເປັນເຈົ້າຂອງຜະລິດຕະພັນ K-Same Me by …

Read More »

ສາວໆແຕ່ລະມື້ຕ້ອງເສຍເວລາກັບການແຕ້ມຄິ້ວດົນປານໃດ? (ລົງທຶນເທາະ! ຖ້າຢາກງາມຄືສາວ ນຸຖາ)

ສະບາຍດີສາວໆ ຂວັນໃຈທຸກ ເພາະຄວາມງາມມັນບໍ່ເຂົ້າໃຜອອກໃຜ ໂດຍສະເພາະແມ່ຍິງຄືກັບເຮົາໆທັງຫຼາຍ ບາງຄົນງາມກໍງາມໄປໝົດທຸກຢ່າງ ອັນນີ້ກໍດີຂໍສະແດງຄວາມຍິນດີນໍາ ບາງຄົນງາມແຕ່ຍັງມີຂໍ້ບົກຜ່ອງບາງຢ່າງທີ່ກາຍເປັນປົມດ້ອຍ ແລະ ເຮັດໃຫ້ເຮົາຄິດສະເໝີວ່າ ເອີ່… ຖ້າບ່ອນນີ້ງາມເປັນແບບນີ້ເຮົາຕ້ອງງາມແນ່ນອນເລີຍ ເຄີຍມີແມ່ນບໍ່ສາວໆ ແລ້ວເຮັດແນວໃດຈຶ່ງຈະສາມາດລົບປົມນັ້ນໄດ້ ກໍຕິດຕາມຂວັນໃຈເລີຍ ຮັບຮອງຢາກແກ້ໄຂປົມຫຍັງພວກເຮົາມີມານໍາສະເໜີຄົບ ແລະ ມື້ນີ້ ຂວັນໃຈ ເລີຍຢາກຈະມາຊ່ວຍສາວໆລົບປົມເລື່ອງ ຄິ້ວ ນັ້ນເອງ ສາວໆຄົງເຄີຍໄດ້ຍິນຄໍານີ້ເນາະ ຄິ້ວຄືມຸງກຸດຂອງໜ້າ ນັ້ນມັນແມ່ນຄວາມຈິງທີ່ສຸດແລ້ວ ຖ້າຄິ້ວງາມມັນກໍຈະຊ່ວຍໃນການປັບສ່ວນຕ່າງໆເທິງໃບໜ້າໃຫ້ງາມໄປນໍາ ສາວໆສ່ວນຫຼາຍຈະມັກມີປົມເລື່ອງຄິ້ວຫຼາຍເພາະໄປທາງໃດກໍໄດ້ຍິນແຕ່ຄົນຈົ່ມວ່າ ຄິ້ວໜ້ອຍ, ຄິ້ວບາງ ແຕ່ລະມື້ຕ້ອງຕື່ນແຕ່ເຊົ້າເພາະຢ້ານແຕ້ມຄິ້ວບໍ່ທັນໄປວຽກ ຖ້າບໍ່ໄດ້ແຕ້ມຄິ້ວອອກຈາກເຮຶອນບໍ່ໄດ້ແນ່ນອນ ສາວໆມັນຈະດີບໍ່ຖ້າເຈົ້າກ້າເຜີຍໜ້າສົດໂດຍບໍ່ຕ້ອງແຕ້ມຄິ້ວ ຫຼືແຕ້ມກໍພຽງແຕ່ເສີມຕຶ່ມບໍ່ຕ້ອງເສຍເວລາກັບມັນຫຼາຍ ເອົາເວລາໄປເຮັດຢ່າງອື່ນໄດ້ສະບາຍ ຮູ້ບໍ່ວ່າຕ້ອງເຮັດແນວໃດ? ຂວັນໃຈຂໍແນະນໍາວ່າ ຄວນລົງທຶນຈັກເລັກຈັກໜ້ອຍໃດ໋ ເພາະຄວາມງາມມັນບໍ່ເຂົ້າໃຜອອກໃຜ ແລະ ເງິນກໍບໍ່ເຂົ້າໃຜອອກໃຜນໍາອີກ ແອັດເວົ້າຫຍັງຜິດໄປບໍ່? ມື້ນີ້ ກໍເລີຍຢາກຈະມາແນະນໍາສາວໆວ່າຖ້າບໍ່ຢາກເສຍເວລາກັບຄິ້ວໄປຫຼາຍກວ່ານີ້ ໄປພົບແພດຜູ້ຊ່ຽວຊານ ແລະ ສັກຄິ້ວມັນໄປໃຫ້ມັນແລ້ວໄປເລີຍສາ ເທື່ອດຽວຈົບມັກແບບໃດຂໍແຕ່ສັ່ງໄດ້ຕາມໃຈ ທີ່ເວົ້າໄປແອັດບໍ່ໄດ້ຂາຍເຄື່ອງເດີ້ ແຕ່ແອັດຫວັງດີ ຢາກເຫັນສາວໆຍຸກໃໝ່ໄດ້ງາມກັນຖ້ວນໜ້າຄືກັບແອັດນີ້ລະ!!! (ບໍ່ຄ່ອຍຫຼົງຕົວເອງປານໃດ) …

Read More »

ມາຮູ້ຈັກກັບ ອາຈານ ຄົນເຈົ້າຊູ້ທີ່ກໍາລັງເປັນກະແສໃນຕອນນີ້!!

ວ້າວໆໆໆ ຢາກຈະວ້າວຈັກ ພັນເທື່ອເມື່ອໄດ້ເຫັນຄວາມເຈົ້າຊູ້ຂອງອ້າຍຄູຄົນນີ້ ທີ່ກໍາລັງເປັນທີ່ກ່າວເຖິງໃນຕອນນີ້ ແລະ ຫຼາຍຄົນກໍສົງໄສວ່າອ້າຍບ່າວຄູຄົນນີ້ ເປັນຄູແທ້ໆ ຫຼືບໍ່ ຫຼືເປັນພຽງການຖ່າຍແບບຊຸດຄູເທົ່ານັ້ນ ມື້ນີ້ຂວັນໃຈຈະມາແກ້ຂໍ້ຂ້ອງໃຈໃຫ້ກັບແຟນໆກັນ ຄວາມຈິງແລ້ວ ອ້າຍຄູຄົນນີ້ບໍ່ໄດ້ໃສ່ຊຸດຄູເພື່ອຖ່າຍແບບ ຫຼືຫຍັງທັງນັ້ນ ເພິ່ນຄູແທ້ໆ ສອນຢູ່ທີ່ ວິທະຍາໄລຄູຫຼວງພະບາງ ນັ້ນເອງ ເຊິ່ງບັນດາລູກສິດລູກຫາຂອງເພິ່ນນັ້ນ ມັກເອີ້ນວ່າ ອາຈານ ຫຼົງນັ້ນເອງ. ເອົາເປັນວ່າ ໝົດຂໍ້ຂ້ອງໃຈກັນໄປເນາະ ແຕ່ກໍຕ້ອງຍອມຮັບໃນຄວາມເຈົ້າຊູ້ຂອງເພິ່ນອີ່ຫຼີ ແລະ ທີ່ສໍາຄັນນອກຈາກຈະດີທທາງຮູບຮ່າງໜ້າຕາແລ້ວ ຈິດໃຈຍັງດີແສນດີເພາະເພິ່ນເປັນພໍ່ພິມຂອງຊາດເຮົາເລີຍລະ ແລະ ກໍເຊື່ອແນ່ວ່າບັນດານັກສຶກສາທີ່ໄດ້ຮຽນນໍອາຈານ ຫຼົງ ຈະຕ້ອງມີຄວາມຕັ້ງໃຈຮຽນຢ່າງແນ່ນອນ ເພາະຖ້າເປັນແອດນ່າ ຖ້າມີໂອກາດໄດ້ໄປເປັນນັກຮຽນ ຊົ່ວໂມງໃດ ອາຈານ ຫຼົງ ສອນ ແອດສັນຍາວ່າຈະຕັ້ງໃຈແບບບໍ່ພັບຕາພຸ້ນລະ 555 ແນວໃດກໍຕາມ ເອົາເປັນວ່າເຮົາໄປເບິ່ງຮູບທີ່ແອດເອົາມາຕ້ອນກັນມື້ນີ້ດີກວ່າ ເພາະນອກຈາກຊຸດຄູທີ່ເຄີຍເຫັນກັນແລ້ວ ຍັງມີຮູບແບບຫຼໍ່ຫຼາຍໆມາໃຫ້ຟີລກັນໄປອີກ!!   ອາຈານຄົນເຈົ້າຊູ້ ແນວເຈົ້າຊູ້ແທ້ໆ ຄິດວ່ານາຍແບບ ມັກແທ້ໆເລີຍສອງນີ້ນ່າ ໜ້າໃສໆເວີ່ By: …

Read More »

ມາເບິ່ີງ! Idea ໃສ່ສົ້ງຢີນໄປເຮັດວຽກແບບ Professional

Idea ໃສ່ສົ້ງຢີນໄປເຮັດວຽກແບບ Professional ອະໂຫຼສາວໆ ຂວັນໃຈ ສະບາຍດີຕອນເຊົ້າຂອງມື້ວັນຈັນ ມື້ເລີ່ມຕົ້ນຂອງການເຮັດວຽກ ມື້ນີ້ເລີຍຂໍເອົາໃຈສາວໆ Office ທີ່ອາດຈະເບື່ອກັບການແຕ່ງຕົວໄປເຮັດວຽກແບບຊໍ້າຊາກຈໍາເຈເກືອບທຸກມື້ ເພາະບໍ່ຮູ້ວ່າຈະ Mix & Match ເສື້ອຜ້າທີ່ມີຢູ່ໃຫ້ເຂົ້າກັນແນວໃດ ມື້ນີ້ກໍເລີຍຢາກຈະມາແນະນໍາສາວໆກັບ Item ສຸດ Classic ທີ່ຮັບຮອງວ່າສາວໆຈະຕ້ອງໄປຊອກມາເອົາໄວ້ໃນຄອບຄອງຢ່າງແນ່ນອນ… ນັ້ນກໍຄື ສົ້ງຢີນ ນັ້ນເອງ ເຊິ່ງຕ້ອງບອກເລີຍວ່າ ການ Match ສົ້ງຢີນກັບເສື້ອແນວຕ່າງໆທີ່ເອົາມາຕ້ອນກັນໃນມື້ນີ້ ຈະສາມາດໄປເຮັດວຽກໄດ້ໃນແບບ Professional ຢ່າງແນ່ນອນ ເອົາເປັນວ່າເຮົາໄປເບິ່ງກັນເລີຍດີກວ່າເນາະສາວໆ! By: BeautyGuru Cr: Sprice

Read More »

ອ້າຍບ່າວທະຫານຫວຽດນາມ Degree ຄວາມເຈົ້າຊູ້ມາເຕັມ! ສາວລາວຄົນໃດຢາກໄປຮົບກັບອ້າຍບ່າວທະຫານແນ່ຍົກມືຂຶ້ນ! (ແອດຍົກກ່ອນ55)

ມື້ນີ້ບໍ່ມີຫຍັງຫຼາຍ ຈະມາພາສາວໆໄປນໍ້າລາຍໄຫຼ ກັບອ້າຍບ່າວຫວຽດນາມ ທີ່ເອີ້ນໄດ້ວ່າ Degree ຄວາມເຈົ້າຊູ້ທີ່ຂະໜາດນາຍແບບຍັງຕ້ອງຊິດຊ້າຍ ແອດນີ້ບໍ່ຢາກຈະເວົ້າຫຍັງຫຼາຍ ຮູ້ແຕ່ວ່າ ຄວາມເຈົ້າຊູ້ ຄວາມຫຍັງທັງໝົດລວມຢູ່ກັບອ້າຍບ່າວຄົນນີ້ ຈົນແອດຕ້ອງເທໃຈໃຫ້ໝົດເລີຍແຕ່ບໍ່ຮູ້ລາວຈະເຫັນ ຫຼືບໍ່ (ເສົ້າແປ໊ບ) ຖ້າສາວໆຄົນໃດໄດ້ເຫັນອ້າຍບ່າວທະຫານຫວຽດນາມທີ່ ແອດເອົາມາຕ້ອນມື້ນີ້ແລ້ວ ໃຜທີ່ຈະເກັບເອົາໄປຄິດໄປຝັນ ຢາກປັ້ນຈະແຕ່ງຫຍັງຂຶ້ນນີ້ແອດກໍບໍ່ຫ້າມເດີ້ ເພາະແອດກໍກໍາລັງຕົກຢູ່ໃນສະຖານະການແບບນັ້ນຄືກັນ. ເອົ້າ… ເອົາເປັນວ່າເຮົາໄປເບິ່ງກັນເລີຍດີກວ່າ! ໄປນໍາອ້າຍບໍ່ ເຂົາແກ້ມບ່ອງໃດ໋ ພະເອກ ນັ່ງຄົນດຽວອີກ ຢາກຈະໄປນັ່ງທາງຂ້າງໆ ຮ່ະ ມີຫັຍງກັບຄົນຫຼໍ່ ນອກເຄື່ອງແບບຍັງຫຼໍ່ໄດ້ອີກ ໂອ໊ຍໆໆໆ​ ໃຈລະລາຍແລ້ວ By: BeautyGuru ຂອບໃຈຮູບຈາກ: ໂຄສະນາ

Read More »