Breaking News

Skin care

ມາເບິ່ງ 5 ວິທີການອາບນໍ້າແບບຜິດໆ ທີ່ອາດທໍາຮ້າຍຜິວມາຕະຫຼອດ…

ທຸກຄົນເປັນຄືກັນບໍ? ເວລາອາບນໍ້າໃນສະພາບອາກາດທີ່ເຢັນ ແລະ ໜາວ ຈະເຮັດໃຫ້ເຮົາຂົນລຸກ ຈົນບໍ່ຢາກສໍາພັດນໍ້າອີກເລີຍ!!! ຍິ່ງໄປກວ່ານັ້ນບາງຄົນຍັງອາບນໍ່້າແບບຜິດວິທີໃນລະດູໜາວນີ້ຈົນເຮັດໃຫ້ຜິວເສຍໂດຍບໍ່ຮູ້ໂຕ, ມື້ນີ້ຂວັນໃຈຈະພາໄປເບິ່ງວ່າການອາບນໍ້າແບບຜິດວິທີເປັນແນວໃດ?ພ້ອມທັງຄໍາແນະນໍາຕ່າງໆ!!! ເຮົາໄປເບິ່ງນໍາກັນເລີຍ…• ອາບນໍ້າອຸ່ນດົນເກີນໄປການອາບນໍ້າອຸ່ນຈະຊ່ວຍໃຫ້ສະບາຍຕົວ ແຕ່ຖ້າວ່າໃຊ້ເວລາດົນເກີນໄປ ຈະສົ່ງຜົນໃຫ້ຜິວແຫ້ງ ແລະ ເກີດອາການຄັນໄດ້ ແພດຜູ້ຊ່ຽວຊານດ້ານຜິວໜັງຈຶ່ງແນະນໍາວ່າຄວນໃຊ້ເວລາອາບນໍ້າພຽງ 5-7 ນາທີ ແລະ ອຸນຫະພູມຂອງນໍ້າບໍ່ຄວນສູງກວ່າ 37 ອົງສາ ຊຶ່ງເປັນຄວາມຮ້ອນໃນລະດັບດຽວກັນກັບອຸນຫະພູມຂອງຮ່າງກາຍ ຖ້າວ່າອາບນໍ້າໃນອຸນຫະພູມທີ່ສູງເກີນໄປຈະເຮັດໃຫ້ຜິວຂາດຄວາມຊຸ່ມຊື່ນໄດ້ງ່າຍ. • ໃຊ້ສະບູກ້ອນແທນຄີມອາບນໍ້າສະບູກ້ອນຈະມີໂອກາດເຮັດໃຫ້ຜິວເປັນດ່າງ ແລະ ຕ່າງຈາກຄຣີມອາບນໍ້າທີ່ມີຄວາມເປັນກົດດ່າງເທົ່າກັບຜິວໜັງ ຈຶ່ງໄປກໍາຈັດນໍ້າມັນທໍາມະຊາດເທິງຜິວ ແລະ ເຮັດໃຫ້ຜິວແຫ້ງ ຜູ້ຊ່ຽວຊານດ້ານຜິວໜັງຈຶ່ງແນະນໍາໃຫ້ໃຊ້ຄຣີມອາບນໍ້າທີ່ມີຄວາມຊຸ່ມຊື່ນ ແລະ ຄວນທາຄຣີມບໍາລຸງຜິວຫຼັງຈາກອາບນໍ້າແລ້ວ ເພື່ອເພີ່ມຄວາມຊຸ່ມຊື່ນໃຫ້ແກ່ຜິວຂອງເຮົາ. • ສະຜົມຫຼາຍເກີນໄປໃນຊ່ວງລະດູໜາວ ແພດຜູ້ຊ່ຽວຊານດ້ານຜິວໜັງແນະນໍາວ່າບໍ່ຈໍາເປັນຕ້ອງສະຜົມທຸກມື້ກໍໄດ້ ຫຼືອາດຈະເວັ້ນສະທຸກໆ 3 ມື້ ດ້ວຍຢາສະຜົມ ແລະ ຄຣີມບໍາລຸງຜົມ ສໍາລັບໃຜມີບັນຫາເລື່ອງຄວາມມັນຂອງໜັງຫົວກໍອາດໃຊ້ຄຣີມບໍາລຸງຜົມແບບແຫ້ງ (Dry Shampoo) ແທນໄດ້. • ລະເລີຍການໃຊ້ຄີມນວດຜົມລະດູໜາວບໍ່ພຽງແຕ່ເຮັດໃຫ້ຜິວຂາດຄວາມຊຸ່ມຊື່ນເທົ່ານັ້ນ!!! ແຕ່ຍັງສາມາດດູດຄວາມຊຸ່ມຊື່ນຈາກເສັ້ນຜົມໄດ້ອີກດ້ວຍ …

Read More »

ຍອມແລ້ວແມ່!! ກາບໃນຄວາມງາມຂອງແມ່ລູກສາວຜິວສີແທນ… ຕັດຄໍາວ່າ ຕ້ອງຈ່ອຍຈຶ່ງຫຸ່ນດີ-ຕ້ອງຜິວຂາວຈຶ່ງງາມ ໄປໄດ້ເລີຍ!!

ສາວໆໃນແຖບອາຊີອາດຈະລື້ງເຄີຍກັບລົດສະນິຍົມທີ່ວ່າ ຮູບຮ່າງຕ້ອງຈ່ອຍຈຶ່ງເອີ້ນຫຸ່ນດີ ຜິວຕ້ອງຂາວຈຶ່ງງາມ ແລະອື່ນໆ ຈົນເຮັດໃຫ້ເທຣນສາວຜິວຂາວມາແຮງມາໂດຍຕະຫຼອດ ແລະ ໜັກໄປກວ່ານັ້ນຄື ເຮັດໃຫ້ຫຼາຍຄົນເບິ່ງຄົນທີ່ມີຜິວດໍາ-ແທນ ແລະ ຮູບຮ່າງຕຸ້ຍເປັນຄົນບໍ່ງາມ ຖືກເວົ້າໃສ່ຕ່າງໆນາ ຈົນເຮັດໃຫ້ພວກນາງຂາດຄວາມໝັ້ນໃຈ ບໍ່ກ້າເຮັດໃນຫຼາຍໆຢ່າງທີ່ເຂົາມັກ ຍ້ອນສັງຄົມທີ່ແບ່ງແຍກເຂົາເຈົ້າ!! ສາວໆໃຜທີ່ກໍາລັງພົບກັບບັນຫາ ຄິດວ່າຕົວເອງບໍ່ງາມ ຍ້ອນຕົວເອງຜິວດໍາ ຫຼືບໍ່ງາມຍ້ອນຕົວເອງບໍ່ຄືຄົນອື່ນທີ່ສັງຄົມເບິ່ງວ່າງາມ ຢາກໃຫ້ມາເບິ່ງສາວຜິວສີແທນກັບການຖ່າຍແບບສຸດໝັ້ນໃຈນີ້… ມີໃຜກ້າຖຽງບໍ່ ວ່ານາງບໍ່ງາມ ຫຼືຖ້າໃຜທີ່ບອກວ່ານາງບໍ່ງາມນັ້ນກໍເປັນຍ້ອນສະນິຍົມຂອງເຂົາເຈົ້າເອງ ສາວໆເອີຍແອັດຂໍຝາກເອົາໄວ້ວ່າ ຢຸດຍຶດຕິດກັບຄວາມຕ້ອງການຂອງສັງຄົມໄດ້ແລ້ວ ລຸກຂຶ້ນມາເປັນຕົວຂອງຕົວເອງຊະ ເພາະແອັດເຊື່ອສະເໝີວ່າ ແມ່ຍິງທຸກຄົນມີຄວາມງາມຢູ່ໃນຕົວ ຕ່າງແຕ່ໃຜຈະງາມແບບໃດນັ້ນເຈົ້າຕົວຈະເປັນຄົນເລືອກເອງ… #ກອດດດດ ບົດຄວາມ: ຂວັນໃຈ ຮູບພາບຈາກ: ຊຸບຊິບບັນເທີງ

Read More »

ບໍ່ຢາກເຊື່ອສາຍຕາ!! Vera Wang Designer ຍິງຊັ້ນນໍາຂອງໂລກ ອາຍຸຊິຮອດ 71 ປີແລ້ວ ແຕ່ຮູບຮ່າງໜ້າຕາຍັງແຊ໋ບປານສາວຫຼັກ 4…

ຕ້ອງຍອມຮັບເລີຍວ່າ Vera Wang Designer ຊື່ດັງ ລູກສອດອາເມຣິກາ-ຈີນ ເປັນຄົນໜຶ່ງທີ່ສາມາດຮັກສາຮູບຮ່າງໜ້າຕາໄດ້ແບບອໍາມະຕະອີ່ຫຼີ!! ເພາະຕອນນີ້ແມ່ເພິ່ນກໍອາຍຸເຂົ້າໄປຫຼັກ 7 ແລ້ວ ແຕ່ຫຸ່ນຍັງແຊ໋ບແຮງ ແຖມໜ້າຕາກໍຍັງເປະເວີ່ ທຽບກັບແມ່ຕູ້ 70 ແຖວບ້ານແລ້ວ ຄິດວ່າຫາກະເຂົ້າຫຼັກ 4 ເທົ່ານັ້ນ. ແຕ່ຄວາມຈິງແລ້ວ ວັນທີ 27 ມີຖຸນາ 2020 ນີ້ ແມ່ກໍອາຍຸ 71 ປີເຕັມແລ້ວຈ່າາາາ Vera Wang ເຄີຍເປັນນັກສະເກັດລີລາ ກ່ອນທີ່ຈະເຮັດວຽກເປັນບັນນາທິການໃຫ້ກັບວາລະສານ Vogue ດົນເຖິງ 15 ປີ; ຕໍ່ມາກໍໄດ້ເປັນຜູ້ອໍານວຍການອອກແບບໃຫ້ກັບ Ralph Lauren ເປັນເວລາ 2 ປີ. ໃນຊ່ວງອາຍຸ 40 ປີ ນາງໄດ້ກະກຽມງານແຕ່ງງານ ແຕ່ບໍ່ມີຊຸດເຈົ້າສາວແບຣນໃດຖືກໃຈ ນາງຈຶ່ງອອກແບບຊຸດເຈົ້າສາວໃຫ້ຕົວເອງ ແລະ ກາຍມາເປັນຈຸດປ່ຽນ ຊຸກຍູ້ໃຫ້ ວີຣາ ແວງ ເປີດຫ້ອງເສື້ອຂອງຕົວເອງທີ່ໂຮງແຮມ …

Read More »

ສາວໆຄວນຮູ້ !!! ວິທີເບິ່ງແຍງຜິວ ແຕ່ລະໝວດເລືອດ…

ໝວດເລືອດທີ່ແຕກຕ່າງກັນນັ້ນ ຍ່ອມເຮັດໃຫ້ຮ່າງກາຍຂອງເຮົາມີຄວາມແຕກຕ່າງກັນ ລວມເຖິງຜິວພັນຂອງເຮົາອີກດ້ວຍ ດັ່ງນັ້ນ, ການເບິ່ງແຍງຜິວພັນຈຶ່ງມີວິທີເບິ່ງແຍງທີ່ແຕກຕ່າງກັນໄປດັ່ງນີ້:     ສາວໝວດ AB: ສາວໆສ່ວນຫຼາຍມີຜິວພັນໄວຕໍ່ແດດ ແຕ່ເຖິງຈະຄໍ້າໄວແຕ່ກໍກັບມາຂາວໄວໄດ້ຄືກັນ ຄວນໃຊ້ຜະລິດຕະພັນປະເພດ Toner ແລະ ຜະລິດຕະພັກມາດສ໌ໜ້າຕ່າງໆ ຫຼືຈະພອກໜ້າດ້ວຍໄຂ່ຂາວ, ນໍ້າເຜິ້ງ ຊ່ວຍເຮັດຄວາມສະອາດ ແລະ ຊ່ວຍດູດຊັບສິ່ງທີ່ຕົກຄ້າງຢູ່ເທິ່ງຜິວພັນ.     ສາວໝວດ A: ເປັນຄົນທີ່ມີຮູຂຸມຂົນນ້ອຍ, ບໍ່ຄ່ອຍຈະມີເຫື່ອ, ມີຜິວພັນຄ່ອນຂ້າງແຫ້ງ ຄວນເພິ່ມຄວາມຊຸ່ມດ້ວຍການໃຊ້ moisturizer, ດື່ມນໍ້າໃຫ້ພຽງພໍ, ຮັບປະທານຜັກ ແລະ ໝາກໄມ້ຫຼາຍໆ ເລືອກໃຊ້ຮອງພື້ນແບບບາງເບົາ. ສາວໝວດ O: ສິ່ງທີ່ສໍາຄັນສໍາລັບສາວໝວດO ຄືການນອນຫຼັບພັກຜ່ອນໃຫ້ພຽງພໍ ໃຫ້ຜິວໜັງໄດ້ຟື້ນຟູຕົວເອງ, ເລືອກຜະລິດຕະພັນລ້າງໜ້າສູດທີ່ອ່ອນໂຍນເຂົ້າໄວ້ ແລະ ຫ້າມລືມທາຄີມກັນແດດເດັດຂາດ, ເນັ້ນດ້ານການຄວບຄຸມຄວາມມັນໃຫ້ຜິວເພິ່ມຄວາມຊຸ່ມ.     ສາວໝວດ B: ເປັນຜິວພັນທີ່ຄ່ອນຂ້າງບອບບາງແພ້ງ່າຍ, ມີຄວາມອ່ອນໄຫວຕໍ່ສານຕ່າງໆທີ່ເຂົ້າສູ່ຮ່າງກາຍ ເວລາເລືອກຜະລິດຕະພັນຄວນເລືອກແບບທີ່ບໍ່ປະສົມແອວກໍຮໍ, ບໍ່ປະສົມນໍ້າຫອມ ເພາະຈະເຮັດໃຫ້ຄັນຄາຍໄດ້ງ່າຍ, ບໍ່ຄວນສະຄັບຜິວພັນ, ຂັດຜິວພັນເລື່ອຍໆ ແລະ ຈະປ່ຽນຜະລິດຕະພັນເບິ່ງແຍງຜິວພັນຕ້ອງລະວັງໃຫ້ຫຼາຍ.

Read More »

ສາວຍຸກນີ້ຕ້ອງ Check!! Trend ເຄື່ອງສໍາອາງ ແລະ ຄຣີມບໍາລຸງຜິວ ທີ່ໜ້າສົນໃຈໃນປີ 2020…

ສາວໆທີ່ມັກເລື່ອງ ຄວາມງາມ ທັງຫຼາຍຖ້າບໍ່ຢາກຕົກ Trend   ຄວນຮູ້ໄວ້  ມື້ນີ້ຂວັນໃຈຈະນໍາເອົາ  Trend ເຄື່ອງສໍາອາງ ແລະ Skin care ເຄຶ່ອງເຊຣໍ່າບໍາລົງຜິວ ທີ່ກຳລັງມາແຮງໃນປີ 2020 ມາຝາກສາວໆກັນ ຈະເປັນແນວໃດນັ້ນ ເຮົາໄປເບິ່ງນໍາກັນເລີຍ!!! Color Trend 2020  ໃນປີ 2020 ນີ້ ໂທນສີແຕ່ງໜ້າທີ່ມາແຮງທີ່ສຸດກໍຄື ໂທນສີສົ້ມ, ສີນູດ ແລະກິດເຕີທີ່ໄດ້ຮັບຄວາມນິຍົມຢ່າງຕໍ່ເນື່ອງ ເຮົາຈະເຫັນຕາມເຄື່ອງສໍາອາງແບຣນເຄື່ອງສໍາອາງລຸ້ນໃຫມ່ທີ່ມີກິດເຕີສໍາຫຼັບໜ້າ ຮີມຝີປາກ ແລະ ດວງຕາ Organic Product  ສໍາຫຼັບຜະລິດຕະພັນ Organic ເຕີບໃຫຍ່ຈາກຕົວເລກປະມານ 8. 20 ພັນລ້ານໂດລາສະຫະລັດ ໃນປີ 2556 ລວມມູນຄ່າປະມານ 15. 98 ພັນລ້ານໂດລາສະຫະລັດ ໃນປີ 2563 ເຊິ່ງສະແດງໃຫ້ເຫັນເຖິງອັດຕາການຂະຫຍາຍຕົວ ລະຫວ່າງປີຕໍ່ປີ 9% – 10% …

Read More »