Breaking News

Surgery ສັນຍະກຳ

ຂໍ້ເສຍ ແລະ ຜົນຂ້າງຄຽງຂອງ Botox!!!

ຂໍ້ເສຍ ແລະ ຜົນຂ້າງຄຽງຂອງ ໂບທ໋ອກ (Botox)     ຫຼັງຈາກການສີດໂບທ໋ອກ (Botox) ອາດເກີດບັນຫາແຊກຊ້ອນໄດ້ເຊັ່ນ: ໜັງຕາຕົກ, ຄິ້ວຕົກ, ມຸມປາກຕົກ, ຮູບປາກບ້ຽວ, ຮອຍຊໍ້າເລືອດຕໍາແໜ່ງທີ່ສີດໂບທ໋ອກ (Botox). ການເກີດພູມຕ້ານທານຕໍ່ໂບທ໋ອກ (Botox) ແລະ ອາດຈະພົບອາການຕາແຫ້ງຫຼັງຈາກການສີດ ດັ່ງນັ້ນແພດທີ່ໃຊ້ຄວນມີຄວາມຮູ້, ຄວາມເຂົ້າໃຈທາງການຢາຂອງໂບທູລິນຼາມ ທ໋ອກຊິນ (Botulinum toxin) ຄວນຮູ້ວິທີປະສົມຢາ, ການປິ່ນປົວທີ່ຖືກຕ້ອງ ນອກຈາກນີ້ຄວນມີຄວາມຮູ້ພື້ນຖານທາງຮ່າງກາຍ ຕະຫຼອດຈົນເຖິງເຕັກນິກການປິ່ນປົວທີ່ຖືກຕ້ອງເພື່ອໃຫ້ຜົນການປິ່ນປົວເກີດເປັນປະໂຫຍດສູງສຸດ ແລະ ມີຜົນຂ້າງຄຽງໜ້ອຍທີ່ສຸດ. ນອກຈາກນັ້ນໂບທ໋ອກ (Botox) ມີຢູ່ໃນຕະຫຼາດວົງການສັນຍະກໍາຫຼາຍ ຈົນມີທັງຂອງແທ້ ແລະ ຂອງປອມ ຂອງທີ່ປອດໄພ ແລະ ຂອງທີ່ອັນຕະລາຍ ດັ່ງນັ້ນການເລືອກຜະລິດຕະພັນໂບທ໋ອກ(Botox) ຕ້ອງເລືອກທີ່ມີ ອຢ. ເຊິ່ງກ່ອນສີດຄວນຖາມທ່ານໝໍກ່ອນວ່າໃຊ້ຢີ່ຫໍ້ຫຍັງ  ຜະລິດຢູ່ໃສ ຄວນສຶກສາມາໃຫ້ດີເພາະອາດຖືກໂບທ໋ອກ (Botox) ທີ່ບໍ່ມີຄຸນນະພາບ ໂດຍຂະບວນການຜະລິດບໍ່ດີມັນກໍ່ອາດຕິດເຊື້ອໄດ້ ເພາະສານພິດຈະເປັນພິດດຽວກັບບາດທະຍັກ …

Read More »

ຂໍ້ຫ້າມໃນການສີດໂບທ໋ອກ (Botox) ມີຢູ່ 5 ຂໍ້

  ຂໍ້ຫ້າມໃນການສີດໂບທ໋ອກ (Botox) ມີຢູ່ 5 ຂໍ້ຄື: ມີປະຫວັດເກີດພູມແພ້ຢ່າງຮຸ່ນແຮງຕໍ່ ໂບທູລິນຼາມ ທ໋ອກຊິນ (Botulinum toxin). ຜູ້ຍິງທີ່ຖືພາ ຫຼື ກໍາລັງໃຫ້ນົມລູກ. ມີຄວາມຜິດປົກກະຕິຂອງພະຍາດກ້າມເນື້ອອ່ອນແຮງ. ມີບັນຫາເລືອດອອກງ່າຍຜິດປົກກະຕິ ຫຼື ກໍາລັງກິນຢາທີ່ມີຜົນເຮັດໃຫ້ເລືອດອອກແລ້ວຢຸດຍາກ. ກໍາລັງປິ່ນປົວດ້ວຍຢາບາງຊະນິດເຊິ່ງມີຜົນຕໍ່ການອອກລິດຂອງໂບທ໋ອກ (Botox).    

Read More »

ມາເຮັດຄວາມຮູ້ຈັກກັບໂບທ໋ອກ

    ໂບທ໋ອກ(Botox) ເປັນຊື່ທາງການຄ້າ(trade name) ຂອງສານ Botulinum toxin A ເຊິ່ງເປັນໂປຣຕິນຊະນິດໜຶ່ງທີ່ສ້າງຈາກແບດທີເຣຍຊື່ Clostridium botulinum ທີ່ກໍໃຫ້ເກີດພະຍາດອາຫານເປັນພິດແກ່ມະນຸດ ຫາກໄດ້ຮັບໃນປະລິມານຫຼາຍໆເຊັ່ນ: ຈາກອາຫານກະປ່ອງທີ່ປົນເປື້ອນດ້ວຍເຊື້ອຕົວນີ້ກໍ່ອາດເປັນອັນຕະລາຍເຖິງຊີວິດໄດ້ ຈາກການທີ່ກ້າມຊີ້ນກະບັງລົມບໍ່ເຮັດວຽກ ຜູ້ທີ່ເຈັບປ່ວຍຈຶ່ງຢຸດຫາຍໃຈ.

Read More »

ການຮັບປະທານຄໍລາເຈນ(collagen) ໃຫ້ປອດໄພ ແລະ ເກີດປະໂຫຍດສູງສຸດ

ການຮັບປະທານຄໍລາເຈນ (collagen) ໃຫ້ປອດໄພ ແລະ ເກີດປະໂຫຍດສູງສຸດ ສາວໆທ່ານໃດທີ່ຢາກງາມຜິວພັນສົດໃສ ໃຫ້ອ່ານທາງນີ້ ເພາະວາລະສານຂັວນໃຈ ໄດ້ນໍາເອົາວິທີການຮັບປະທານຄໍລາເຈນ(collagen) ຄວນຮັບປະທານແນວໃດໃຫ້ປອດໄປ ແລະ ເກີດປະໂຫຍດສູງສຸດ ດັ່ງນີ້ ຄວນຮັບປະທານຄໍລາເຈນ(collagen)ແບບຝຸ່ນຮ່ວມກັບເຄື່ອງດື່ມຢ່າງໜ້ອຍມື້ລະ 3-6 ກຼາມ ຫຼື ປະມານ 3,000-6,000 ມິນລີກຼາມຕໍ່ມື້ ເພື່ອໃຫ້ຄໍລາເຈນ(collagen)ເກີດປະໂຫຍດຢ່າງສູງສຸດ ເພາະວ່າໃນຄໍລາເຈນ(collagen)ຝຸ່ນນັ້ນມີລັກສະນະເປັນໂປຣຕີນ ແລະ ເມື່ອຮັບປະທານເຂົ້າໄປກົດໃນກະເພາະຈະເຮັດການຍ່ອຍສະລາຍກາຍເປັນກົດອະມິໂນ 17 ຊະນິດ ແລະ ຮ່າງກາຍຈະນໍາເອົາພະລັງງານທີ່ໄດ້ຈາກການຍ່ອຍສະລາຍໄປຫຼໍ່ລ້ຽງອະໄວຍະວະສ່ວນອື່ນໆຂອງຮ່າງກາຍ ຄວນຮັບປະທານຄໍລາເຈນ(collagen)ໄດ້ບໍ່ເກີນມື້ລະ 10 ກຼາມ ຫຼື 10,000 ມິນລີກຼາມຕໍ່ມື້. ຄວນຮັບປະທານຄໍລາເຈນ(collagen) ຮ່ວມກັບວິຕາມິນC ເພາະວ່າວິຕາມິນCມີຄຸນສົມບັດຊ່ວຍກະຕຸ້ນເຊວຜິວໜັງໃຫ້ເກີດການສ້າງຄໍລາເຈນ(collagen) ແລະ ຍັງເປັນການຊ່ວຍກະຕຸ້ນຮ່າງກາຍໃຫ້ນໍາເອົາກົດອະມິໂນທີ່ຖືກຍ່ອຍສະລາຍມາຈາກຄໍລາເຈນ(collagen)ແບບຝຸ່ນໄປໃຊ້ໃນການສ້າງຄໍລາເຈນ(collagen) ທີ່ກ້ອງຜິວໜັງອີກດ້ວຍ. ຄວນຮັບປະທານຄໍລາເຈນ(collagen) ກ່ອນໃນເວລາເຂົ້ານອນ ແລະ ຫຼັງຈາກການຕື່ນນອນ ເພາະເປັນເວລາທີ່ກະເພາະຍັງຫວ່າງຢູ່ ເຮັດໃຫ້ຫ່າງກາຍເກີດການດູດຊືມຄໍລາເຈນ(collagen) ເຂົ້າສູ່ຮ່າງກາຍໄດ້ເປັນຢ່າງດີ. ໄດ້ຮັບການຮັບຮອງຈາກອົງການອາຫານແລະຢາ ໂດຍສະເພາະແມ່ນອາຫານເສີມປະເພດທີ່ຕ້ອງໄດ້ຮັບປະທານເຂົ້າໄປໃນຮ່າງກາຍ ຕົວຢ່າງຄໍລາເຈນ(collagen)ແບບຝຸ່ນ …

Read More »

5 ສັນຍາກໍາການເສີມຄວາມງາມທີ່ທ່ານໜຸ່ມໆ ແລະ ສາວໆ ຄວນລະວັງ

5 ສັນຍາກໍາການເສີມຄວາມງາມທີ່ທ່ານໜຸ່ມໆ ແລະ ສາວໆ ຄວນລະວັງ ຖ້າໜຸ່ມໆ ແລະ ສາວໆທ່ານໃດທີ່ຄິດຈະສັນຍາກໍາປະເພດຕ່າງໆຄວນລະວັງ ແລະ ມື້ນີ້ ວາລະສານຂັວນໃຈ ໄດ້ນໍາເອົາສັນຍາກໍາປະເພດຕ່າງໆ ແລະ ສິ່ງທີ່ຄວນລະວັງມາແນະນໍາດັ່ງນີ້: ວິທີຫຼຸດຄວາມຕຸ້ຍດ້ວຍວິທີສັກສານ Lipodissolve ເພື່ອລະລາຍໄຂມັນສ່ວນຕ່າງໆຂອງຮ່າງກາຍ ເຊິ່ງແພດຜ່າຕັດ ແລະ ແພດຜິວໜັງສາມາດເວົ້າໄດ້ເລີຍວ່າຄວນຫຼີກເວັ້ນຫຼາຍທີ່ສຸດ ຍ້ອນວ່າບໍ່ມີການຮັບຮອງວ່າໄດ້ຜົນແທ້ ການເຮັດ Lipodissolve ນັ້ນຍັງບໍ່ໄດ້ຮັບການຮັບຮອງຈາກອົງການອາຫານ ແລະ ຢາຂອງລັດຖະບານອີກດ້ວຍ. ການສີດເສີມເຕົ້ານົມ: ໂດຍປົກກະຕິແລ້ວແພດຈະນໍາເອົາໄຂມັນຈາກພາກສ່ວນອື່ນໆຂອງຮ່າງກາຍມາສີດໃສ່ເພິ່ມ ຄວາມຈິງແລ້ວການສີດໄຂມັນເຂົ້າໄປຫາຈຸລັງບໍລິເວນໜ້າເອິກເປັນອັນຕະລາຍຫຼາຍ ເພາະໄຂມັນທີ່ສີດເຂົ້າໄປອາດແຂງຕົວເຮັດໃຫ້ກວດຫາມະເຮັງເຕົ້ານົມຍາກຂຶ້ນ. ສັກໜ້າ: ບໍ່ວ່າຈະເປັນສັກຄິ້ວ, ຂອບຕາ, ຂອບປາກ ເມື່ອເວລາຜ່ານໄປ ຫຼື ເມື່ອຮູ້ເບື່ອຂຶ້ນມາທ່ານຈະເຮັດແນວໃດ?. ແມ່ນຢູ່ວ່າຍຸກນີ້ລືບຮອຍສັກໄດ້ສະບາຍແຕ່ຮູ້ບໍ່ວ່າພື້ນທີ່ສ່ວນໃຫຍ່ເທິ່ງໃບໜ້າມັກເປັນຈຸລັງອ່ອນໆ ເຊິ່ງການໃຊ້ເລເຊີລົບຮອຍນັ້ນເຮັດໄດ້ຍາກ ແລະ ຜົນທີ່ໄດ້ນັ້ນອາດຈະບໍ່ດີເທົ່າທີ່ຄວນ. ສັນຍາກໍາໃບໜ້າ: ຕ້ອງດູດໄຂມັນຢູ່ແກ້ມເພື່ອໃຫ້ໃບໜ້ານ້ອຍລົງ, sexyຫຼາຍຂຶ້ນ ແຕ່ທ່ານອາດຈະໄດ້ໃບໜ້າທີ່ບຸ໋ມເປັນຂຸມ ຍ້ອນໄຂມັນຖືກດູດອອກໄປຫຼາຍເກີນໄປກໍ່ໄດ້ ແລະ ຍັງມີບັນຫາເລື່ອງຮອຍປະບາດຈາກການຜ່າຕັດອີກດ້ວຍ. ການຜ່າຕັດກະຊັບໜ້າເອິກ: ດ້ວຍວິທີການຕັດຜິວໜັງສ່ວນທີ່ເຫຼືອອອກ(mastopexy) …

Read More »