Breaking News

Women Healthy

(ຕຸ້ຍ ຕຸ້ຍ ຕຸ້ຍ ເບື່ອກັບຄຳນີ້ບໍ່?) ວີທີຄວບຄຸມອາຫານ ສຳລັບມືໃໝ່ໄດ້ຜົນດີ ເຫັນຜົນໄວ!!!

ຖ້າຢາກຈະມີຫຸ່ນງາມ ສິ່ງທີ່ຕ້ອງເຮັດຄວບຄູ່ກັບການອອກກຳລັງກາຍກໍຄື ການຄວບຄຸມອາຫານ ເຊິ່ງການຮູ້ຈັກເລືອກບໍລິໂພກແຕ່ສິ່ງທີ່ມີແຕ່ສານອາຫານດີໆ ເປັນປະໂຫຍດຕໍ່ຮ່າງກາຍ ແຕ່ບັນຫາທີ່ສາວໆຫຼາຍຄົນຕ້ອງພົບເລີຍກໍຄື ຮູ້ສຶກທໍ້ຖອຍໃຈ ຮູ້ສຶກທໍລະມານ ແລະ ຝືນໃຈສຸດໆ ຢາກກິນຫຍັງແຊບໆຕາມໃຈມັກກໍບໍ່ໄດ້ ໂດຍສະເພາະມືໃໝ່ທີ່ເບື່ອກັບຄົນອື່ນທ້ວງວ່າ ຕຸ້ຍ ຕຸ້ຍ ຕຸ້ຍ ຈົນຢາກຫັນມາອອກກຳລັງກາຍ ແລະ ຄວບຄຸມອາຫານ, ດັ່ງນັ້ນ!!! ໃນມື້ນີ້ເຮົາຈະມາບອກວິທີຄວບຄຸມອາຫານສະບັບມືໃໝ່ຫັດຄວບຄຸມຢ່າງຖືກວິທີ ໄດ້ຜົນດີ ແລະ ບໍ່ທໍລະມານ… ເຄັບລັບການຄວບຄຸມອາຫານທີ່ໄດ້ຜົນ ຫຼຸດແບບຮຸນແຮງອາດບໍ່ແມ່ນທາງອອກທີ່ດີ ກ່ອນອື່ນເຮົາຕ້ອງທຳຄວາມເຂົ້າໃຈກ່ອນວ່າ ຮ່າງກາຍເຮົາຕ້ອງການສານອາຫານໃຫ້ຄົບ 5ໝູ່ ເພາະດັ່ງນັ້ນການໃຊ້ວິທີຫຼຸດແປ້ງ ນໍ້າຕານ ແລະຫຼຸດໄຂມັນແບບຮຸນແຮງ ມັກຈະບໍ່ແມ່ນທາງອອກທີ່ດີ ຂອງແບບນີ້ມັນຕ້ອງຄ່ອຍໆເປັນໄປ ໃຫ້ເລີ່ມຈາກການຫຼຸດປະລິມານໃນການກິນລົງ ເພື່ອໃຫ້ຮ່າງກາຍໄດ້ປັບຕົວກ່ອນ ແລະ ຕ້ອງຫຼຸດປະລິມານໃນການກິນອາຫານບໍ່ກິນຫວານ ເຄັມ ແລະ ລົດຈັດຈົນເກີນໄປ ເປັນຄົນຕິດເຂົ້າໜົມຫວານ ກິນໄດ້ບໍ່??? ໝູ່ເພື່ອນຫຼາຍຄົນຕິດການກິນເຂົ້າໜົມ ຂອງຫວານ ເອົາແທ້ໆ…ຢາກຈະບອກວ່າມັນກໍຍັງສາມາດກິນໄດ້ຢູ່ ເພາະຮ່າງກາຍກໍຕ້ອງການຄວາມແຊບຈາກລົດຊາດຂອງອາຫານ ພຽງແຕ່ວ່າຄວບຄຸມໃຫ້ເປັນ ຢ່າຕາມໃຈປາກ ມີວິໄນໃນການກິນ ແລະ …

Read More »

ຕ້ອງການເພີ່ມກ້າມແມ່ນບໍ່? ມາຮູ້ຈັກກັບ ອາຫານສ້າງກ້າມຊີ້ນ!!!

3 ສຸດຍອດ ອາຫານສ້າງກ້າມຊີ້ນ ມີຫຍັງແດ່? ໜຸ່ມໆສາວໆຄົນໃດທີ່ຕ້ອງການຢາກສ້າງກ້າມຊີ້ນໃຫ້ຕົນເອງນັ້ນ ບໍ່ເປັນເລື່ອງຍາກອີກຕໍ່ໄປ ພຽງແຕ່ເລືອກກິນອາຫານຕາມນີ້ ຮັບຮອງໄດ້ເລີຍວ່າມີກ້າມຊີ້ນຢ່າງແນ່ນອນ ໄປເບິ່ງພ້ອມກັນເລີຍ… ອາຫານປະເພດໄຂ່ ເປັນທີ່ຮູ້ຈັກກັນດີແລ້ວວ່າ ໄຂ່ເປັນແຫຼ່ງ protein ຊັ້ນດີ ທີ່ສາມາດຫາຊື້ໄດ້ງ່າຍຕາມຕະຫຼາດ ແລະ ຍັງມີລາຄາຖືກອີກ ໄຂ່ 1 ໜ່ວຍ ຈະມີສ່ວນປະກອບຂອງ protein ປະມານ 6 ກຼາມ ປະກອບດ້ວຍໄຂ່ຂາວ 4 ກຼາມ ແລະໄຂ່ແດງ 2 ກຼາມ ນອກຈາກນີ້ ໃນໄຂ່ຍັງມີແຮ່ທາດ ແລະ ສານອາຫານທີ່ຈໍາເປັນຕໍ່ຮ່າງກາຍຢູ່ຫຼາຍ ມີທັງໄຂມັນທີ່ຈໍາເປັນ, vitaminD, vitaminB6, vitaminB12, ເຫຼັກ, calcium, phosphorus ແລະ potassium ເຊິ່ງສານອາຫານເຫຼົ່ານີ້ ລ້ວນແຕ່ຈໍາເປັນ ແລະມີປະໂຫຍດຕໍ່ຮ່າງກາຍ ແຕ່ຄົນທີ່ມີອາຍຸຂ້ອນຂ້າງຫຼາຍແລ້ວ ອາດຈະເນັ້ນກິນສະເພາະໄຂ່ຂາວເປັນຫຼັກ ເພາະໃນໄຂ່ແດງຈະມີ …

Read More »

ໄຂຄວາມຂ້ອງໃຈ! ຄວາມແຕກຕ່າງລະຫວ່າງ ເວສເທນນິ່ງ (Weight Training) vs ຄາດິໂອ (Cardio)

ເຊື່ອວ່າໝູ່ເພື່ອນຫຼາຍໆຄົນຄົງຈະ ຮັກ ແລະ ມັກ ໃນການເບິ່ງແຍງສຸຂະພາບ ຄວບຄຸມນໍ້າໜັກ ແລະ ອາຫານການກິນ ລວມເຖິງການອອກກຳລັງກາຍ ແລະ ກໍ່ຄົງຈະເຄີຍໄດ້ຍິນຄຳວ່າ ເວສເທນນິ່ງ (Weight Training) ແລະ  ຄາດິໂອ (Cardio) ມາແດ່ແລ້ວ, ແຕ່ເຄີຍສົງໃສບໍ່ວ່າການອອກກຳລັງກາຍທັງ 2 ຢ່າງນີ້ແຕກຕ່າງກັນຢ່າງໃດ ຖ້າອອກກຳລັງກາຍໄປແລ້ວຜົນທີ່ໄດ້ຈະເປັນແນວໃດ… ຖ້າຍັງບໍ່ເຂົ້າໃຈ ລອງມາໄຂຄວາມຂ້ອງໃຈກັນລອງເບິ່ງເນາະ ເອົາໃຫ້ມັນຮູ້ກັນໄປເລີຍ… ຄວາມແຕກຕ່າງລະຫວ່າງ ເວສເທນນິ່ງ (Weight Training) vs ຄາດິໂອ (Cardio) ເວສເທນນິ່ງ (Weight Training) ການອອກກຳລັງກາຍແບບ  ເວສເທນນິ່ງ ຄຶ ການກະຊັບກ້າມຊີ້ນ ເຮັດໃຫ້ກ້າມຊີ້ນຂອງເຮົາເບິ່ງເປັນຮູບເປັນຮ່າງ ແລະ ເຫັນແຈ້ງຍິ່ງຂຶ້ນ ເຊິ່ງການອອກກຳລັງກາຍແບບ  ເວສເທນນິ່ງ ໄດ້ແກ່: ການຊິດອັບ ຄຣັ້ນ ລວມເຖິງການເຝິກກັບອຸປະກອນອອກກຳລັງກາຍຊະນິດຕ່າງ ເຊັ່ນ ດຳເບວ ເປັນຕົ້ນ… ຄາດິໂອ (Cardio) ສ່ວນການອອກກຳລັງກາຍແບບ ຄາດິໂອ ຈະເປັນການເຜົາຜານໄຂມັນ ກຳຈັດໄຂມັນສ່ວນເກີນທີ່ຢູ່ໃນຮ່າງກາຍອອກມາ ໂດຍຈະເນັ້ນໄປທີ່ການຫຼຸດຕາມສັດສ່ວນຕ່າງໆ ຂອງຮ່າງກາຍ …

Read More »

ສິ່ງທີ່ເຮົາເບິ່ງຂ້າມ! ອາການ ເຈັບທ້ອງ ບອກພະຍາດ!!!

ອາການ ເຈັບທ້ອງ ເປັນອາການທີ່ພົບໄດ້ເລື້ອຍໆ ແຕ່ເຄີຍສົງໄສບໍ່ວ່າອາການປວດເຫຼົ່ານີ້ ເປັນຍ້ອນສາເຫດໃດ? ອາການ ເຈັບທ້ອງ ສາມາດບອກພະຍາດໄດ້ດັ່ງນີ້: ເຈັບບໍລິເວນຂ້າງເບື້ອງຂວາ ເປັນຕຳແໜ່ງຂອງຕັບ ແລະ ຖົງນໍ້າດີ ແລະ ມ້າມ ເຈັບບໍລິເວນກາງຕົວ ເປັນຕຳແໜ່ງຂອງກະເພາະອາຫານ ຕັບ ແລະ ກະດູກລິ້ນປີ່ ປວດບໍລິເວນບັ້ນເອວຂວາ ຫຼື ຊ້າຍ ເປັນຕຳແໜ່ງຂອງທໍ່ໄຕ ໄຕ ແລະ ລຳໃສ້ໃຫ່ຍ ເຈັບບໍລິເວນອ້ອມສະບື ກົງກັບຕຳແໜ່ງລຳໃສ້ນ້ອຍ ເວລາເນັ່ນແລ້ວຮູ້ສຶກເຈັບອາດເປັນ ໄສ້ຕິ່ງ ເຈັບບໍລິເວນທ້ອງນ້ອຍຂວາ ເປັນຕຳແໜ່ງ ໃສ້ຕິ່ງ ທໍ່ໄຕ ແລະ ປີກມົດລູກ ເຈັບບໍລິເວນທ້ອງນ້ອຍບ່ອນກາງ ເປັນຕຳແໜ່ງຂອງທໍ່ປັດສາວະ ແລະ ມົດລູກ ປວດບໍລິເວນທ້ອງນ້ອຍເບຶ້ອງຊ້າຍ ເປັນຕຳແໜ່ງຂອງປີກມົດລູກ ແລະ ທໍ່ໄຕ ອາການ ເຈັບທ້ອງແບບໃດທີ່ຕ້ອງໄປພົບແພດທັນທີ!!! ເຈັບມາຫຼາຍກວ່າ 6 ຊົ່ວໂມງ ແຕ່ຍັງບໍ່ເຊົາ …

Read More »

ບໍ່ຕ້ອງລົງທຶນ ບໍ່ຕ້ອງມີອຸປະກອນ ພຽງແຕ່ເຮັດແບບນີ້…ກໍ່ຈ່ອຍໄດ້!!!

“ເຜົາຜານໄຂມັນດ້ວຍການຍ່າງ” ຄົນເຮົາເມື່ອອາຍຸຫຼາຍຂຶ້ນ ການເຮັດວຽກຂອງລະບົບເຜົາຜານກໍເລີ່ມຕໍ່າລົງ ເຮັດໃຫ້ງ່າຍທີ່ຈະມີນໍ້າໜັກຕົວທີ່ເພີ່ມຂຶ້ນ ດັ່ງນັ້ນເລີຍຢາກຊວນສາວໆມາອອກກຳລັງກາຍຫຼຸດນໍ້າໜັກກັນຢ່າງຖືກວິທີ ຫຼືຫາກໃຜທີ່ບໍ່ມີເວລາອອກກຳລັງກາຍ ເຮົາກໍມີເຄັດລັບທີ່ຈະເຮັດໃຫ້ລະບົບເຜົາຜານໄດ້ຢ່າງເຕັມທີ່ດ້ວຍການຍ່າງນັ້ນເອງ… ການຍ່າງ ຖືເປັນການອອກກຳລັງກາຍທີ່ເຮັດໄດ້ຢ່າງງ່າຍດາຍ ບໍ່ຕ້ອງລົງທຶນ ແຖມບໍ່ຕ້ອງມີອຸປະກອນຫຍັງອີກດ້ວຍ ພຽງໝັ່ນຫາເວລາຍ່າງໃຫ້ຫຼາຍໆ ບໍ່ວ່າຈະເປັນການຍ່າງຂຶ້ນຂັ້ນໄດແທນລິບ ຍ່າງໄປກິນເຂົ້າແທນການນັ່ງລົດ ເພາະການຍ່າງຈະຊ່ວຍໃຫ້ກ້າມເນື້ອສ່ວນຫຼັກໆຂອງຮ່າງກາຍເຮັດວຽກໄດ້ຢ່່າງເຕັມທີ່ ຮັບຮອງການຍ່າງຈະຊ່ວຍໃນດ້ານການເຜົາຜານໄຂມັນ ແລະ ການຫຼຸດນໍ້າໜັກທີ່ເຮົາຕັ້ງໃຈໄວ້ກໍຈະປະສົບຜົນສຳເລັດໄດ້ເປັນຢ່າງດີ. ທີ່ມາ: ວາລະສານ ຂວັນໃຈ ຮູບພາບ: google

Read More »