Breaking News

Women Healthy

ດຣາມ່າເກີດ!! ເມື່ອຜູ້ຄອງຕໍາແໜ່ງ Miss Power Queen Laos ປີທໍາອິດ ຖືກຍາດມົງໄປຖ່າຍແບບ… ລໍຖ້າການຊີ້ແຈງຈາກກອງປະກວດ!!

ກໍາລັງເປັນກະແສແຮງພໍສົມຄວນໃນຕອນນີ້ ສໍາລັບເວທີນາງງາມດັງ Miss Power Queen Laos ເປັນເວທີທີ່ເປີດໂອກາດໃຫ້ ສາວປະເພດສອງ ໄດ້ມາສະແດງຄວາມສາມາດ ແລະ ປະກາດຄວາມເທົ່າທຽມກັນໃນທຸກເພດ ທີ່ຫາກໍຈັດຂຶ້ນເປັນປີທໍາອິດຄືປີ 2019 ທີ່ຜ່ານມາ ແລະ ຜູ້ທີ່ຮັບຕໍາແໜ່ງເປັນ Miss Power Queen Laos ຄົນທໍາອດກໍຄື ທ້າວ ໄຊນິພອນ ທອງດາລາ ນັ້ນກໍໝາຍຄວາມວ່າມຸງກຸດອັນຊົງກຽດທີ່ສຸດຂອງເວນີ້ແມ່ນ ຕົກເປັນຂອງ ໄຊນິພອນ ນັ້ນເອງ… ເຊິ່ງໃນຕອນນັ້ນ ສັງຄົມຕ່າງກໍຍົກຍ້ອງຊົມເຊີຍ ທີ່ສັງຄົມລາວໃຫ້ການຍອມຮັບໃນຄວາມສະເໝີພາບຂອງເພດທີສາມ ຫຼືສາວປະເພດສອງ ພ້ອມທັງສະແດງຄວາມຍິນດີນໍາຜູ້ຄອງຕໍາແໜ່ງປີທໍາອິດ ຄື ໄຊນິພອນ ວ່າເໝາະສົມກັບຕໍາແໜ່ງນີ້ທີ່ສຸດແລ້ວ… ແຕ່ຂ່າວຄາວສະແດງຄວາມຊົມເຊີຍຍັງບໍ່ຈາງ ກໍເກີດມີກະແສດຣາມ່າຂຶ້ນ ເມື່ອຜູ້ຄອງຕໍາແໜ່ງ Miss Power Queen Laos ຄື ໄຊນິພອນ ໄດ້ອອກມາໂພສ ຂໍ້ຄວາມ ພ້ອມດ້ວຍຮູບພາບຂອງ ຊ້າງ ສຸກທິວົງ …

Read More »

ງາມບໍ່ເຄີຍປ່ຽນ!! ສ່ອງ ຄຣິສ ຕີນ່າ Miss Laos 2012 ໃນຊຸດຣາຕຣີສີຂາວ… ງົດງາມ ລະມຸນ ປຽບດັ່ງເຈົ້າຍິງ!!

ເປັນນາງງາມລາວອີກຄົນໜຶ່ງທີ່ ຄົງຄວາມງາມ ແລະ ຄວາມໜ້າຮັກແບບສະເໝີຕົ້ນສະເໝີປາຍ ສໍາລັບສາວ ຄຣິສ ຕີນ່າ ລາດສະສິມມາ  Miss Laos 2012 ທີ່ບໍ່ວ່າເວລາຈະຜ່ານໄປດົນປານໃດ ແຕ່ນາງຍັງຄົງຄວາມເປັນນາງງາມ ແລະ ເພີ່ມຄວາມສາມາດຂຶ້ນນັບມື້… ເຊິ່ງທຸກເທື່ອທີ່ມີໂອກາດໄດ້ໄປສ່ອງ Facebook ຂອງນາງ ແອັດມິ້ນກໍຍັງຕົກຂຸມຮັກນາງບໍ່ເຄີຍປ່ຽນ ຄົນອີ່ຫຍັງເບິ່ງຈັ່ງໃດກະບໍ່ເບື່ອບໍ່ໜ່າຍຈັກເທື່ອ ແລະ ອີກພາບໜຶ່ງທີ່ເຮັດໃຫ້ຫຼົງຮັກນາງຂຶ້ນໄປອີກ ກັບເທື່ອຫຼ້າສຸດທີ່ໄດ້ໄປສ່ອງນາງ ກໍຄືພາບການຖ່າຍແບບໃນຊຸດຣາຕຣີສິຂາວ ທີ່ເບິ່ງແລ້ວເຮັດໃຫ້ຮູ້ສຶກວ່າ ກໍາລັງເບິ່ງເຈົ້າຍິງໃນນິຍາຍແນວໃດແນວນັ້ນເລີຍ… ເມື່ອເຫັນແລ້ວກໍບໍ່ຢາກຈະເກັບໄວ້ເບິ່ງຄົນດຽວ ຈຶ່ງນໍາເອົາມາຕ້ອນແຟນໆຂວັນໃຈໃຫ້ໄດ້ເບິ່ງນໍາ ແລະ ຊ່ວຍບອກແອັດມິ້ນແດ່ວ່າ ມີໃຜທີ່ເປັນແຟນຄຣັບຂອງສາວ ຄຣິສ ຕີ່ນ່າ ຢູ່ແລ້ວ ແລະ ໃຜທີ່ຫາກໍເຫັນແຕ່ຕ້ອງຕົກຂຸມຮັກນາງມາໃຫ້ກັນຮູ້ແດ່ເດີ້!! ຂອບໃຈຮູບພາບຈາກ: Christina Lasasimma

Read More »

11 ຂໍ້ຄວນຮູ້!!! ກ່ອນເຮັດປະກັນຊີວິດ ແລະ ປະກັນສຸຂະພາບ

ການເຮັດປະກັນໄພເປັນສິ່ງທີ່ດີ ເນື່ອງຈາກເປັນການວາງແຜນລ່ວງໜ້າ ແລະ ປ້ອງກັນຄວາມສ່ຽງທີ່ຈະເກີດຂຶ້ນ ທັງຕໍ່ຕົວທ່ານ ແລະ ຄົນທີ່ທ່ານຮັກ ທັງນີ້ ເນື່ອງຈາກປະກັນຊີວິດ ມີເນື້ອໃນທີ່ຫຼາກຫຼາຍ ເຊິ່ງບາງເທື່ອຜູ້ທີ່ຊື້ປະກັນໄພອາດຈະບໍ່ໄດ້ຮັບຂໍ້ມູນທີ່ຄົບຖ້ວນ, ໄດ້ຮັບຂໍ້ມູນຫຼາຍເກີນຄວາມຈິງ ຫຼື ບໍ່ເຂົ້າໃຈລາຍລະອຽດໃນຂໍ້ມູນບາງຢ່າງ ດັ່ງນັ້ນ,ວາລະສານທາເກັດສະບັບນີ້ຈຶ່ງຢາກຈະມານໍາສະເໜີທ່ານກ່ຽວກັບ 11 ຂໍ້ຄວນຮູ້ ກ່ອນຕັດສິນໃຈຊື້ປະກັນໄພ. 1. ຊໍາລະເບ້ຍປະກັນເພີ່ມ (ຂຶ້ຄົນທີ່ຈະຊື້ປະກັນຊີວິດ ຕ້ອງມີສຸຂະພາບແຂງແຮງ, ສົມບູນ, ນໍ້າໜັກ ແລະ ລວງສູງໃນເກນທີ່ກໍານົດໄວ້. ການໃຫ້ຂໍ້ມູນທີ່ບໍ່ເປັນຄວາມຈິງຂອງລູກຄ້າ ມີຜົນເຮັດໃຫ້ສັນຍາຖືກລົບລ້າງໄດ້ ບາງພະຍາດບໍ່ຮ້າຍແຮງ ບໍລິສັດອາດຈະຮັບເຮັດປະກັນໃຫ້ ແຕ່ອາດມີການນຢູ່ກັບທັງສອງຝ່າຍຕົກລົງກັນ) 2. ພະຍາດຮ້າຍແຮງ ບາງສັນຍາບໍ່ໄດ້ຈ່າຍເງິນກໍລະນີເສຍຊີວິດທຸກກໍລະນີ ສະນັ້ນ ເພື່ອບໍ່ໃຫ້ເຂົ້າໃຈຜິດ ລູກຄ້າຄວນສຶກສາໃຫ້ແນ່ໃຈວ່າ ແບບແຜນປະກັນທີ່ລູກຄ້າຊື້ຈະໄດ້ຮັບເງິນໃນກໍລະນີໃດແດ່? 3. ຄ່າຜ່າຕັດ ຄ່າກວດພະຍາດ ຄວາມຄຸ້ມຄອງເປັນຄວາມຄຸ້ມຄອງສູງສຸດ ທັງນີ້ ການຈ່າຍເງິນຈະຈ່າຍຕາມຕາຕະລາງອັດຕາຄ່າທໍານຽມການຜ່າຕັດ (ເປີເຊັນທີ່ຈ່າຍຂຶ້ນຢູ່ກັບພະຍາດທີ່ເປັນ). 4. ສັນຍາເພີ່ມບາງປະເພດເຊັ່ນ: ຄຸ້ມຄອງຜູ້ພິການຢ່າງຖາວອນ, ການຍົກເວັ້ນຊໍາລະຄ່າເບ້ຍປະກັນເນື່ອງຈາກຜູ້ພິການ ຍົກເວັ້ນການຊໍາລະເບ້ຍ …

Read More »

ດົນໆຈະໄດ້ເຫັນ!!! ນຸ້ຍ ສຸພາພອນ Miss Universe Laos 2017 ໃນຊູດລອຍນນໍ້າ… ບອກເລີຍວ່າ ແຊ໋ບອີ່ຫຼີ!!!

ເປັນນາງງາມຈັກກະວານລາວອີກຄົນໜຶ່ງທີ່ກະແສແຮງບໍ່ເຄີຍຕົກ ສໍາລັບສາວ ນຸ້ຍ ສຸພາພອນ  Miss Universe Laos 2017 ຕັ້ງແຕ່ຕອນທີ່ໄດ້ຕໍາແໜ່ງມາໃໝ່ໆ ຈົນຮອດປັດຈຸບັນທີ່ນີ້ ສາວນຸ້ຍ ກໍໄດ້ຜັນຕົວເອງມາຮັບຫຼາກຫຼາຍບົດບາດຂຶ້ນ ບໍ່ວ່າຈະເປັນ ຖ່າຍແບບ, ເດີນແບບ, ສະແດງຮູບເງົາ, MV ເພງ ລວມໄປເຖິງການຖ່າຍໂຄສະນາຕ່າງໆ ທີ່ເປັນຜົນງານອອກມາໃຫ້ແຟນຄຣັບຕິດຕາມຢູ່ເປັນປະຈໍາ ແລະ ຜົນງານຕ່າງໆ ກໍຍັງໄດ້ກະແສຕອບຮັບເປັນຢ່າງດີ… ແລະເມື່ອບໍ່ດົນມານີ້ື ສາວນຸ້ຍ ກໍໄດ້ມີການໂພສຮູບພາບເບື້ອງຫຼັງການຖ່າຍໂຄສະນາໃຫ້ກັບ ໂຮງແຮມດັງແຫ່ງໜຶ່ງ ໂດຍຮູບພາບດັ່ງກ່າວ ແມ່ນສາວນຸ້ຍໄດ້ມີການໃສ່ຊຸດລອຍນໍ້າ ແລະ ໂພສທ່າເຊັກຊີ່ເລັກນ້ອຍ ແຕ່ບອກເລີຍວ່າ ຄວາມແຊ໋ບນັ້ນບໍ່ໄດ້ເລັກນ້ອຍເລີຍ!! ເພາະດົນໆຈະໄດ້ເຫັນສາວນຸ້ຍອອກມາໂພສຮູບແບບນີ້ ມື້ນີ້ແອັດມິ້ນກໍເລີຍນໍາເອົາມາອວດແຟນໆຂວັນໃຈເຮົານໍາ… ຢາກຮູ້ວ່າຈະແຊ໋ບ ຈະເຊັກຊີ່ ຂະໜາດໃດນັ້ນ ມາເບິ່ງນໍາກັນເລີຍ!!! Miss Universe Laos 2017 Sexy Girl ກາບ… ຫຸ່ນນາງ ເປະແຮງ… ແຊ໋ບບບ ຂອບໃຈຮູບພາບຈາກ: …

Read More »

ຜູ້ງາມກະດໍ້ສາວມົ້ງກະໂປງລາຍ!!! ພາສ່ອງ… ບັນດາສາວມົ້ງໃນງານ ປະເພນີບຸນກິນຈຽງ.

ສະບາຍດີມື້ທໍາອິດຂອງການເຮັດວຽກປະຈໍາປີ 2020 ເດີ້ແຟນເພຈ ຂວັນໃຈ ທຸກຄົນ!!! ຂໍໃຫ້ເປັນປີເຮັງ, ປີທອງຂອງທຸກໆຄົນ… ປີໃໝ່ແລ້ວ ແຕ່ແອັດມິ້ນກໍຍັງເປັນຄົນເກົ່າຄົນເດີມ ທີ່ຍັງຈະຄອຍເພີ່ມເຕິມຄວາມບັນເທີງ ແລະ ສາລະໜ້າຮູ້ຕ່າງໆໃຫ້ກັບສາວໆໃຫ້ຫຼາຍຂຶ້ນກວ່າເກົ່າ. ແລະ ເພື່ອເປັນການຕ້ອນຮັບປີໃໝ່ສາກົນທີ່ຫາກໍຜ່ານມາໃໝ່ໆມາດໆນີ້ ມື້ນີ້ເລີຍຈະມາເອົາໃຈໜຸ່ມໆເປັນພິເສດ ໂດຍການພາໄປສ່ອງບັນດາສາວມົ້ງກະໂປງລາຍ ໃນງານປະເພນີຂອງຊົນເຜົ່າມົ້ງ ຫຼື “ບຸນກິນຈຽງ” ທີ່ໄລຍະນີ້ກໍາລັງຄຶກຄື້ນກັນຢູ່!!! ເຊິ່ງວ່າບັນຍາກາດຈະເປັນແນວໃດ? ສາວໆເຜົ່າມົ້ງເຮົາຈະງາມຂະໜາດໃດນັ້ນ ນໍາມາເບິ່ງພ້ອມກັນເລີຍ… ຂໍອະນຸຍາດເຈົ້າຂອງຮູບ

Read More »