Breaking News

ຄິບລວມເດັດທຸກຢ່າງ

ຊຶ້ງກ່ອນນີ້ມີອີກບໍ່? ແຈ໋ກ ໜຸ່ມລາວທີ່ໄປອອກລາຍການ The Voice Thailand ໂຄເວີ້ເພງ “ຖອຍ” (ມີຄລິບ)

ມ່ວນຫຼາຍ…ຊຶ້ງກ່ອນນີ້ມີອີກບໍ່? ຟັງກັນລະຫວ໋າ ແຈ໋ກ ໄຊປະເສີດ ພົມມະວົງໄຊ ໜຸ່ມລາວທີ່ໄປອອກລາຍການ The Voice Thailand Season 6, ຫຼ້າສຸດປ່ອຍຄລິບໂຄເວີ້ (Cover) ເພງ “ຖອຍ” ຂອງວົງ GLISS  ເຊິ່ງເປັນເພງດັງຈາກປະເທດເພື່ອນບ້ານໃຫ້ໄດ້ຟັງ, ບອກເລີຍວ່າມ່ວນຫຼາຍໆ… ถอย – GLISS cover…….ຝາກຕິດຕາມແນາເດີ້ฝากติดตาม ด้วยนะคับบCr: Bill Vongsengthong Jack Phommavongsayさんの投稿 2018年2月1日(木)   ສຳລັບ ແຈ໋ກ ໄຊປະເສີດ ພົມມະວົງໄຊ  ເປັນໜຸ່ມລາວຄົນທຳອິດທີ່ໄປແຂ່ງຂັນຮ້ອງເພງໃນລາຍການ The Voice Thailand ແລະ ກໍສາມາດໂຊພະລັງສຽງຈົນຜ່ານເຂົ້າໄປໃນຮອບ ສະແດງສົດ ໃນຊ່ວງອາທິດທີ່ຜ່ານມາ… ຂໍບອກເດີ້ວ່າສຸດຍອດອີ່ຫລີ, ຢ່າງໃດກໍຢ່າລືມຕິດຕາມ ແລະ ເປັນກຳລັງໃຈໃຫ້ກັບໜຸ່ມຄົນນີ້ແດ່ເດີ້ແຟນໆ. #ເດັກລາວເກັ່ງປານນິຖ້າຫຍັງຢູ່ແຊຣໄປໆ ຄລິບ ແລະ ຮູບພາບ: Jack Phommavongsay

Read More »

ແຊຣສະໜັ່ນ! ຄລິບວິນຍານເຂົ້າສິງ ແລະ ທຳຮ້າຍນັກສະແດງກາງກອງຖ່າຍຮູບເງົາທີ່ ກຳປູເຈຍ

ໂລກອອນລາຍມີການແຊຣເລື່ອງລາວທີ່ເກີດຂຶ້ນກັບກອງຖ່າຍຮູບເງົາຢູ່ທີ່ ປະເທດ ກຳປູເຈຍ ໂດຍຈາກການໂພສຄລິບ ແລະ ຮູບພາບຂອງຜູ້ໃຊ້ເຟສບຸກທີ່ມີຊື່ວ່າ Khom Sokkhaythit ໄດ້ໂພສເຫດການດັ່ງກ່າວ ໂດຍໃນຄລິບເຫັນວ່າທີມງານກອງກອງຖ່າຍຮູບເງົາເລື່ອງດັ່ງກ່າວກຳລັງຫຸ້ມເບິ່ງນັກສະແດງທີ່ແຕ່ງກາຍເປັນຜີໃນຮູບເງົາເລື່ອງ “ຫ້ອງຜີສິງ” ເຊິ່ງນັກສະແດງຄົນດັ່ງກ່າວໄດ້ນັ່ງຢູ່ທີ່ແຈຫ້ອງ ໃນອາການແປກໆ ແລະ ທີມງານທຸກໆຄົນມີສີໜ້າທີ່ເຄັ່ງຕຶງຕະຫຼອດເວລາ, ຈາກຄລິບດັ່ງກ່າວເຮັດໃຫ້ມີຄົນໃຫ້ຄວາມສົນໃຈ, ວິພາກວິຈານກັນໄປຕ່າງໆນາໆ ແລະ ຖືກແຊຣໄປຢ່າງໄວວາ… ໂດຍເລື່ອງດັ່ງກ່າວລະບຸວ່າ “ເກີດເຫດເໜືອທຳມະຊາດຂຶ້ນລະຫວ່າງການຖ່າຍທຳຮູບເງົາເລື່ອງ “ຫ້ອງຜີສິງ” ສ້າງຄວາມຢ້ານກົວໃຫ້ຜູ້ທີ່ໂພສ ແລະ ທີມງານ ໂດຍເຊື່ອວ່າຜີເຂົ້າໄປສິງຕົວລະຄອນທີ່ສະແດງເປັນຜີ ແລະ ພະຍາຍາມທີ່ຈະທຳຮ້າຍຮ່າງກາຍນັກສະແດງທີ່ຫຼິ້ນໃນເລື່ອງດ້ວຍການບີບຄໍ ຈົນໄດ້ຮັບບາດເຈັບ ເຮັດໃຫ້ເກີດຄວາມແຕກຕື່ນໄປທົ່ວກອງຖ່າຍ ແລະ ນັກສະແດງຍິງຕົກຢູ່ໃນຄວາມຢ້ານ ແລະ ຮ້ອງໃຫ້ຕະຫຼອດເວລາ”. (ກະລຸນາໃຊ້ວິຈາລະນະຍານໃນການຮັບຊົມ) Khom Sokkhaythitさんの投稿 2018年1月29日(月) cr: Khom Sokkhaythit ຂໍ້ມູນບາງສ່ວນ: https://www.khaosod.co.th/monitor-news/news_729976

Read More »

ບົດເພງ “ສຽງຈາກສຕີຣ” ເພງທີ່ຊະນະໃນການປະກວດຮ້ອງເພງ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

ບົດເພງ “ສຽງຈາກສຕີຣ” ເພງທີ່ຊະນະໃນການປະກວດຮ້ອງເພງ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 2013 ທີ່ຈັດຂຶ້ນໂດຍ ສະຫະພັນແມ່ຍິງນະຄອນຫຼວງ ຮ່ວມກັບອົງການແຄນາໆຊາດ ປະຈຳລາວ.

Read More »

ໜ້າຮັກໄດ້ອີກ! ຟ້າໃສ ຈິນນາລີ ໂພສຄລິບຂອບໃຈຄົນລາວ ທີ່ໂຊພະລັງຄວາມສາມັກຄີ ຈົນເຮັດໃຫ້ມິສແກຣນລາວຕິດທ໊ອບໂຫວດ!!!

ໜ້າຮັກໄປອີກ! ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ ໂພສຄລິບຂອບໃຈຄົນລາວ ທີ່ໂຊພະລັງຄວາມສາມັກຄີ ຮ່ວມກັນກົດໄລ້ ກົດແຊຣ ແລະ ຮ່ວມໂຫວດຈົນຊ່ວຍໃຫ້ ຟ້າໃສ ຕິດ Top3 ໃນການເຕັ້ນໂຊເພື່ອເປີດພິທີໃນການແຂ່ງຂັນແທ້ຂອງ Miss Grand International 2017 ໃນວັນທີ 25 ຕຸລາ 2017 ນີ້ໍ່ ແລະ ຟ້າໃສ ຍັງຂອບໃຈຄົນລາວເຮົາທຸກໆໂຫວດກ່ອນໜ້ານີ້ທີ່ຄົນລາວເຮົາໄດ້ສະແດງສັກກະຍະພາບເຖິງຄວາມສາມັກຄີກັນ ເຖິງຈະເປັນປະເທດນ້ອຍແຕ່ບໍ່ໄດ້ດ້ອຍໜ້າປະເທດອື່ນ. ລອງມາເບິ່ງຄລິບກັນເລີຍ!!!  #ແຊຣໄປໃຫ້ໂລກຮູ້ນິແຫຼະລາວ ???????? ບໍ່ມີໂອກາດໄດ້ໄລຟ໌ກະອັດຄລິບຂອບໃຈເອົາຊະເນາະ Chinnaly Fasaiさんの投稿 2017年10月22日(日) ທີ່ມາ: Chinnaly Fasai , Miss Grand International

Read More »

ເອົາແລ້ວ!!! ພິກລ໋ອກ…ເກີດຫຍັງຂຶ້ນລະຫວ່າງ ນູ່ນີ່ ແລະ ອ໋ອບ (ມີຄລິບ)

ເອົາແລ້ວ!!! ພິກລ໋ອກ…ມາເບິ່ງວ່າເກີດຫຍັງຂຶ້ນລະຫວ່າງ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ເມື່ອນູ່ນີ່ຈັບໄດ້ວ່າອ໋ອບເບິ່ງສາວອື່ນຕໍ່ໜ້າຕໍ່ຕາ ຈົນເຮັດໃຫ້ສາວນູ່ນີ່ເກີດອາການບໍ່ພໍໃຈ, ເຊິ່ງຄລິບດັ່ງກ່າວໄດ້ຖືກເຜີຍແຜ່ຈາກລາຍການ Take me out Raelity ເຊິ່ງໄດ້ອອກອາກາດໄປໃນວັນອາທິດທີ່ຜ່ານມາ, ແຕ່ປັດຈຸບັນທັງສອງກໍໄດ້ປັບຄວາມເຂົ້າໃຈກັນແລ້ວ (ໂອ້ຍ…ໄຄແດ່) ວ່າບໍ່ແຟນໆ…!!! ຄລິບຈາກ: TV Thunder Official

Read More »