Breaking News

ຂວັນໃຈສາວໆ

ຢາກສໍາເລັດເກັ່ງຢ່າງດຽວບໍ່ໄດ້! ຄວາມເກັ່ງຕ້ອງມາພ້ອມກັບຄວາມອົດທົນ!!

ຂວັນໃຈພາມາແກະຮອຍຄວາມສໍາເລັດຈາກ “ແປ້ງ ຂວັນຊະນົກ” CEO Wink Whiteຈາກຊີວິດມີແຕ່ໜີ້ກ້ອນໃຫຍ່ ແລ້ວເຮັດແນວໃດຈຶ່ງໄດ້ກາຍມາເປັນເຈົ້າຂອງທຸລະກິດມູນຄ່າ 1000 ລ້ານບາດ? ແປ້ງ ຂວັນຊະນົກ ນັກທຸລະກິດຍິງອາຍຸນ້ອຍ1000ລ້ານຈາກປະເທດໄທ ເຊິ່ງເປັນຜູ້ກໍ່ຕັ້ງແບຣນ Wink White ເປັນແບຣນກ່ຽວກັບຜະລິດຕະພັນຄວາມງາມ ມີທັງ Health care, skin care, ອາຫານເສີມ ແລະ ອື່ນໆອີກກວ່າ 10 ຊະນິດສົ່ງອອກຂາຍທົ່ວ AEC ມີຕົວແທນເກືອບ 20.000 ຄົນ ຫຼາຍຄົນອາດຍັງບໍ່ຮູ້ຈຸດເລີ່ມຕົ້ນກ່ອນທີ່ຈະປະສົບຜົນສໍາເລັດຂອງ ແປ້ງ ເລີ່ມຕົ້ນເລີຍຄືຄອບຄົວລົ້ມລະລາຍຕິດໜີ້ຫຼາຍສິບລ້ານ ຈົນພໍ່ແມ່ບໍ່ສາມາດສົ່ງຮຽນໄດ້ ແຕ່ຍ້ອນ ແປ້ງ ເປັນຄົນມຸ່ງໝັ້ນ ແລະ ໄດ້ຮັບຄ່ານິຍົມຄວາມຄິດທີ່ວ່າຕ້ອງຮຽນໜັງສືເທົ່ານັ້ນຈຶ່ງຈະເປັນຜູ້ສໍາເລັດ ຈຶ່ງໄດ້ຂໍແມ່ຮຽນຕໍ່ໂດຍຢືມໜີ້ຈາກ ກຍສ (ໜີ້ຈາກມະຫາໄລ) ແລະ ເລີ່ມເອົາເງິນທີ່ຢືມໄດ້ 1600 ບາດ ມາລົງທຶນຊືື້ສະບູມາຂາຍ ຈົນເວລາຜ່ານມາ 10 ປີຕອນນີ້ກາຍເປັນເຈົ້າຂອງແບຣນຄວາມງາມຢ່າງ …

Read More »

ຍິ່ງອາຍຸຫຼາຍຂ້ອຍຍິ່ງເກັ່ງ!!! 8 ຢ່າງທີ່ແມ່ຍິງຄືພວກເຮົາຢ່າຢຸດເຮັດ ເພາະພວກເຮົາຄືແມ່ຍິງຍຸກໃໝ່

ມາເບີ່ງຂໍ້ຄິດ 8 ຂໍ້ທີ່ຈະເຮັດໃຫ້ພວກເຮົາເປັນແມ່ຍິງທີ່ເກັ່ງ, ສະຫຼາດ ແລະ ມີຄຸນຄ່າ 1 ຢ່າຢຸດຄົບເພື່ອນດີໆ: ໝູ່ອາດຈະຫາໄດ້ບໍ່ຍາກແຕ່ໝູ່ທີ່ດີ ແລະ ຈິງໃຈຫາບໍ່ງ່າຍເລີຍໃດ໋! ແຕ່ເຊື່ອວ່າໃນຊີວິດເຮົາເຖິງຈະມີໝູ່ຫຼາຍ ແຕ່ໝູ່ທຸກຄົນກໍບໍ່ໄດ້ຫວັງດີນໍາເຮົາສະເໝີໄປ ສະນັ້ນ, ການມີໝູ່ຫຼາຍບໍ່ແມ່ນສິ່ງທີ່ສໍາຄັນແຕ່ໝູ່ທີ່ດີ ແລະ ພາຊີວິດເຮົາຈະເລີນຈົ່ງຮັກສາເອົາໄວ້ຢ່າໃຫ້ຄວາມສໍາພັນຈືດຈາງ.  2 ຢ່າຢຸດສະຫຼາດ: ໂລກປ່ຽນແປງໄວການຮຽນຮູ້ຕ້ອງປ່ຽນແປງ  ສະນັ້ນ, ມື້ໃດທີ່ເຮົາຢຸດຮຽນຮູ້ສິ່ງໃໝ່ເຮົາຈະກາຍເປັນຄົນຫຼ້າຫຼັງທັນທີ ແລະ ຜູ້ຍິງທີ່ສະຫຼາດຈະບໍ່ຢຸດຮຽນຮູ້.  3 ຢ່າຢຸດເກັບທ້ອນເງິນ: ເງິນຫາຍາກໄປໄວຖ້າບໍ່ເກັບທ້ອນໄວ້ເຮົາຈະບໍ່ມີກິນ ຢ່າຄິດແຕ່ຈະເພີ່ງພາຄົນອື່ນໄປຕະຫຼອດ ເພາະເຂົາກໍມີພາລະຂອງເຂົາ.  4 ຢ່າຢຸດທີ່ຈະຫາເງິນ: ການຫາເງິນເອງເປັນສິ່ງໜຶ່ງທີ່ແມ່ຍິງທຸກຄົນຄວນຮູ້ຈັກ ຍິ່ງເຮົາຢູ່ໃນຍຸກປັດຈຸບັນແມ່ຍິງຕ້ອງເກັ່ງຫາເງິນເອງເປັນ. ຢ່າເອົາຊີວິດໄປຝາກໄວ້ກັບໃຜ ການລ້ຽງໂຕເອງໄດ້ຈະເຮັດໃຫ້ເຮົາເຫັນຄຸນຄ່າໃນໂຕເອງຫຼາຍຂຶ້ນ 5 ຢ່າຢຸດທີ່ຈະເຮັດວຽກ: ແຕ່ງງານມີຄອບຄົວແລ້ວແຕ່ກໍຕ້ອງເຮັດວຽກ ເພາະມື້ໃດທີ່ເຮົາບໍ່ເຮັດວຽກຫາເງິນ ເຮົາຈະຖືກເບີ່ງໄຮ້ຄ່າ 6 ຢ່າຢຸດທີ່ຈະຮັກ: ໃນບ່ອນນີ້ໝາຍເຖິງການຮັກໂຕເອງ ເພາະມື້ໃດທີ່ເຮົາຮັກໂຕເອງເຮົາຈະເຮັດແຕ່ສິ່ງທີ່ດີໃຫ້ໂຕເອງ ແລ້ວກໍຈະມີແຕ່ສິ່ງດີໆເກີດຂຶ້ນກັບໂຕເຮົາ  7 ຢ່າຢຸດທີ່ຈະງາມ: ຈົ່ງງາມໃຫ້ສົມໄວ ງາມໃນແບບຂອງເຮົາ ຢ່າໃຫ້ໂຕເອງໂຊມຈົນການເປັນສິ່ງສັກສິດຂອງເຮືອນເດັດຂາດ. …

Read More »

6 ເຄື່ອງດື່ມທີ່ແມ່ຍິງຄວນຮູ້!! ບັນເທົາອາການເຈັບທ້ອງປະຈໍາເດືອນ

ນໍ້າເຜິ້ງປະສົມໝາກນາວ ນໍ້າເຜິ້ງມີສັບພະຄຸນທີ່ຊ່ວຍບຳລຸງເລືອດ ຊ່ວຍບັນເທົາອາການຖອກທ້ອງ ແລະ ຊ່ວຍຕ້ານການອັກເສບໃນຮ່າງກາຍ ໝາກນາວເປັນແຫຼ່ງຂອງວິຕາມິນຊີ ແລະ ສານຕ້ານອະນຸມູນອິດສະລະ ສາມາດຊ່ວຍຫຼຸດອາການເຈັບທ້ອງປະຈຳເດືອນຂອງແມ່ຍິງ ແນະນຳໃຫ້ດື່ມນໍ້າເຜິ້ງໝາກນາວອຸ່ນໆໃນໄລຍະທີ່ເປັນປະຈຳເດືອນ 2. ນໍ້າອຸ່ນ ການດື່ມນໍ້າແມ່ນສິ່ງທີ່ຈຳເປັນຕໍ່ຮ່າງກາຍຂອງເຮົາ ແຕ່ສຳລັບສາວໆ ທີ່ຢູ່ໃນຊ່ວງໄລຍະທີ່ເປັນປະຈຳເດືອນຄວນຫັນມາດື່ມນໍ້າໃຫ້ຫຼາຍໆເພື່ອຊົດເຊີຍນໍ້າທີ່ສູນເສຍໄປແຕ່ຄວນດື່ມນໍ້າອຸ່ນເທົ່ານັ້ນ ເພາະນໍ້າອຸ່ນຈະຊ່ວຍກະຕຸ້ນການໄຫຼວຽນຂອງເລືອດໄດ້ດີ 3. ຊາ​ຂຽວ ຊາຂຽວກໍຖືວ່າເປັນເຄື່ອງດື່ມແກ້ອາການເຈັບທ້ອງປະຈຳດືອນເພາະວ່າຊາຂຽວແມ່ນແຫຼ່ງຂອງສານຕ້ານອະນຸມູນອິດສະລະມີສ່ວນປະກອບທີ່ສຳຄັນຊ່ວຍບັນເທົາອາການເຈັບທ້ອງປະຈຳເດືອນແນະນຳໃຫ້ດື່ມຊາຂຽວອຸ່ນໆ 4. ຊາຄາໂມມາຍ ສາວໆ ທີ່ເຈັບທ້ອງເປັນປະຈຳເດືອນ ການດື່ມນໍ້າຊາຄາໂມມາຍແມ່ນອີກວິທີໜຶ່ງທີ່ຈະຊ່ວຍຫຼຸດຜ່ອນການເກັງຂອງກ້າມເນື້ອ ແລະ ຍັງຊ່ວຍຫຼຸດຜ່ອນການອັກເສບໄດ້ເຊັ່ນກັນ. 5. ນົມອຸ່ນ ນົມແມ່ນເຄື່ອງດື່ມທີ່ມີແຄວຊຽມສູງ ແລະ ຍັງມີແມັກນີຊຽມເຊິ່ງເປັນສານອາຫານສຳຄັນທີ່ສາມາດຊ່ວຍຫຼຸດອາການເຈັບທ້ອງປະຈຳເດືອນໄດ້ ແນະນຳໃຫ້ດື່ມນົມອຸ່ນເພື່ອເພີ່ມການຜ່ອນຄາຍຂອງກ້າມເນື້ອ ແລະ ຍັງຊ່ວຍເຮັດໃຫ້ນອນຫຼັບສະບາຍຂຶ້ນ 6. ນໍ້າຂີງ ຂີງເປັນສະໝຸນໄພທີ່ຊ່ວຍກະຕຸ້ນການໄຫຼວຽນຂອງເລືອດເຮັດວຽກໄດ້ງ່າຍການດື່ມນໍ້າຂີງອຸ່ນມັນຈະຊ່ວຍບັນເທົາອາການປວດກ້າມເນື້ອຂອງມົດລູກໄດ້ຢ່າງແນ່ນອນ ສິ່ງທີ່ສຳຄັນຍັງຊ່ວຍຫຼຸດອາການທ້ອງອືດໄດ້ອີກດ້ວຍ

Read More »

ຍິນດີນໍາ!!! ໝຸ່ມ ນັດ ເທບຫັດດິນ ແລະ ສາວ ນານ່າ ລັນຍາ ອອກມາແລ້ວທາຍາດຄົນທໍາອິດຂອງຕະກຸນ….

ຄົງຈະບໍ່ມີໃຜທີ່ຈະບໍ່ຮູ້ຈັກໝຸ່ມ ນັດ ເທບຫັດດິນ ນັກສະແດງໝຸ່ມຫຼໍ່ລະດັບແຖວໜ້າຂອງປະເທດໄທທີ່ເຕັມໄປດ້ວຍຄວາມສາມາດທີ່ຫຼາກຫຼາຍ ແລະ ມີຜົນງານໃນວົງການບັນເທີງຫຼາຍຢ່າງບໍ່ວ່າຈະເປັນການສະແດງເອັມວີເພລງ, ຊີລີ ແລະ ຮູບເງົາ… ເລື່ອງ ເຣຍາ, ພູສລັດຕິການ, ຮັກແລກພົບ… ມື້ນີ້ແອັດຈະພາທຸກຄົນໄປເບິ່ງລູກສາວຂອງ ພໍ່ ນັດ ແລະ ແມ່ ນານ່າ ວ່າຈະໜ້າຮັກ ແລະ ເປັນຕາແພງຊໍ່າໃດ!!! ໄປເບິ່ງນໍາກັນເລີຍ… ອອກມາແລ້ວ!!! ນ້ອງ Nayla ຂອງພໍ່ ນັດ ແລະ ແມ່ ນານ່າ ໜ້າຮັກຫຼາຍ….

Read More »

ຍິນດີນໍາ!!! ເຈົ້າຊາຍ Harry ແຫ່ງລາດຊະວົງອັງກິດໄດ້ປະກາດທາຍາດຄົນທີ່ສອງ ໃນວັນແຫ່ງຄວາມຮັກ ທີ່ຜ່ານມາ…

ຖືໄດ້ວ່າເປັນເລື່ອງທີ່ຫນ້າຍິນດີສຸດໆຕ້ອນຮັບເທດສະການແຫ່ງຄວາມຮັກເມື່ອ ເມເກນ ມາເຄິລ ແລະ ເຈົ້າຊາຍແຮ່ລີ້ ດຍຸກ ແລະ ດັສເຊສແຫ່ງຊັສເຊັກ ມີການປະກາດຜ່ານພາບຖ່າຍຂອງຊ່າງພາບມືອາຊີບ ໝູ່ຂອງເມແກນໂດຍບັນຍາກາດເປັນກັນເອງ ເຮົາຈະໄດ້ເຫັນ ເມແກນນອນຫນູນຕັກເຈົ້າຊາຍແຮ່ລີ້ໃນຊຸດເດຣສສີຂາວແລະ ທາງໂຄສົກຂອງພະຣາຊວັງກໍໄດ້ມີການຄອນເຟີມມາແລ້ວວ່າ “ອາຣ໌ຊີກຳລັງຈະໄດ້ເປັນອ້າຍໃຫຍ່ ດຍຸກ ແລະ ດັສເຊສ ແຫ່ງຊັສເຊັກຕື່ນເຕັ້ນທີ່ກຳລັງສິມີທາຍາດຄົນທີ່2 ແຕ່ທີ່ຫນ້າສົນໃຈທີ່ສຸດກໍຄື Daily Express ຂອງອັງກິດໄດ້ໄປຄົ້ນຂໍ້ມູນເກົ່າໆ ແລະ ຜົນປາກົດວ່າ ເຈົ້າຍິງ ໄດແອນນ່າ ແລະ ເຈົ້າຊາຍ ຊາວລ໌ກຊໍໄດ້ປະກາດຂ່າວການມີທາຍາດຄົນທີ່2 ກໍ່ຄືເຈົ້າຊາຍແຮ່ລີ້ໃນມື້ວາເລັນທາຍເຊັ່ນດຽວກັນໃນປີ 1984. ທຸກໆຄົນຕ່າງກໍ່ຕື່ນເຕັ້ນກັບທາຍາດອົງໃຫມ່ ວ່າທີ່ລາຊທາຍາດລຳດັບທີ່ 8 ຂອງລາຊວົງອັງກິດທີ່ຈະເກີດຂື້ນມາເພື່ອສືບທອດລາຊບັນລັງຂອງປະເທດອັງກິດຕໍ່ຈາກອ້າຍໃຫຍ່ ເຈົ້າຊາຍ ອາຊີ ແຮ່ລິສັນ ເມົາແບັຕ ເທນ- ວິເຊີທາຍາດຄົນທຳອິດຂອງເມແກນ ແລະ ເຈົ້າຊາຍແຮ່ລີ້ທີ່ປະສູດໃນເດືອນພຶດສະພາ ປີ 2019. ຂໍ້ມູນ: Talk to teen ໄວລຸ້ນລາວ

Read More »