Breaking News

ກະເປົ໋າ

ເປັນຫຍັງກະເປົ໋າ Hermes ທີ່ຕັ້ງລາຄາສູງສຽດຟ້າ ພັດເປັນທີ່ຕ້ອງການຫຼາຍ

ສິ່ງໜຶ່ງທີ່ເຮົາຮູ້ກັນດີຄືກະເປົ໋າ Hermes ເປັນກະເປົ໋າແບຣນດັງທີ່ມີລາຄາແພງຫຼາຍ… ຊະນິດທີ່ວ່າກະເປົ໋າບາງໃບ, ບາງລຸ້ນ ມີມູນຄ່າຫຼາຍກວ່າລົດຄັນຫຼູດ້ວຍຊໍ້າ ແຕ່ເປັນຫຍັງ? ຈຶ່ງຍັງເປັນແບຣນທີ່ຂາຍດິບຂາຍດີ ຈົນຜະລິດອອກມາເກືອບບໍ່ທັນກັບຄວາມຕ້ອງການຂອງລູກຄ້າ ມາໄຂຄວາມຈິງກັນເລີຍ!! 1 ແບຣນຄລາສສິກຕະຫຼອດການ Hermes ກໍາເນີດຂຶ້ນຄັ້ງທໍາອິດໃນປີ 1837 ເຖິງຈະຜ່ານໄປເປັນຮ້ອຍປີແລ້ວແຕ່ Hermes ຍັງເປັນທີ່ຕ້ອງການຂອງເຫລົ່າຄົນມີເງິນ ເພາະຄວາມພິເສດທີ່ບໍ່ຄືໃຜ ເຮັດໃຫ້ຍັງສາມາດຄອງໃຈຄົນໄວ້ໄດ້ 2 ຄຸນນະພາບຂອງສິນຄ້າ Hermes ມີມາດຕະຖານ ແລະ ຂະບວນການຜະລິດທີ່ເຂັ້ມງວດທີ່ສຸດ ໜັງຂອງກະເປົ໋າປາສະຈາກຕໍານິ, ຮາດແວຂອງກະເປົ໋າຈະບໍ່ມີແມ່ນແຕ່ຮອຍຂີດ ແລະ ຄວາມໝອງ ເພາະຜະລິດຕະພັນທຸກອັນຜ່ານກໍາມະວິທີການຜະລິດຢ່າງພິຖີພິຖັນ ວັດສະດຸທີ່ໃຊ້ກໍເປັນວັດສະດຸຊັ້ນດີຕ້ອງເປັນເກດເອເທົ່ານັ້ນ ພ້ອມທັງໃຊ້ຊ່າງຍິບທີ່ມີຄຸນນະພາບກ່ອນຈະມາເປັນຊ່າງຍິບໄດ້ຕ້ອງໄດ້ຜ່ານການຝຶກຈົນຊໍານານໃນໂຮງງານທີ່ຝຣັ່ງເປັນເວລາ 3 ປີ 3 ຫາຊື້ຍາກ ກະເປົ໋າແບຣນເນມທີ່ບໍ່ແມ່ນມີແຕ່ເງິນແລ້ວຈະຊື້ໄດ້ ເພາະຕ້ອງມີຄວາມອົດທົນໃນການຖ້າສູງເນື່ອງຈາກ Hermes ທຸກໜ່ວຍໃຊ້ເວລາໃນການຜະລິດດົນ ແຖມຍັງຕ້ອງຈັດຄິວລໍຖ້າຊື້ດົນ ທັງນີ້ ຮ້ານຂອງ Hermes ທົ່ວໂລກມີພຽງ 300 ກວ່າສາຂາເທົ່ານັ້ນ. 4 ກໍານົດກຸ່ມລູກຄ້າ …

Read More »

ມາເບິ່ງ!!! ຊີວິດສຸດຫຼູ ກັບ ເຄື່ອງໃຊ້ແສນແພງຂອງ ໄຮໂຊ…

ມື້ນີ້ Beauty Guru ຈະພາໄປສ່ອງຊີວິດສຸດຫຼູ ກັບ ເຄື່ອງໃຊ້ລາຄາແສນແພງໆໆ ຂອງ “ເມເມ” ໄຮໂຊສະຫວັນກັນ!!! ກ່ອນອື່ນກະຂໍແນະນໍາສໍາລັບໄຮໂຊສາວຄົນນີ້ກັນກ່ອນເນາະ! ເມເມ ເປັນໄຮໂຊສາວ ທີ່ຢູ່ທາງແຂວງ ສະຫວັນນະເຂດ ເຊິ່ງປັດຈຸບັນເພິ່ນເຮັດວຽກເປັນ Manager ຢູ່ທີ່ Savan Diamond ດ້ວຍທີ່ວ່ານາງເປັນໄຮໂຊຄົນໜຶ່ງໃນປະເທດລາວ ທີ່ມີການໃຊ້ຊີວິດຢ່າງຫຼູຫຼາ ເປັນທີ່ໜ້າອິດສາຂອງສາວໆຫຼາຍຄົນ ເຊິ່ງ Beuaty Guru ຂໍບອກກ່ອນວ່າ ກະເປົາບາງໜ່ວຍຂອງນາງນັ້ນ ລາຄາຫຼາຍໝື່ນໂດລາ!!! ແລະ ຊີວິດຂອງນາງຈະຫຼູຫຼາພຽງໃດ ເຄື່ອງໃຊ້ທີ່ແສນແພງໆໆ ຂອງນາງ ຈະອະລັງການຂະໜາດໃດນັ້ນ ເຮົາໄປເບິ່ງພ້ອມກັນເລີຍ!!! By: Beauty Guru ເຄຼດິດຮູບຈາກ: May May Savan

Read More »

ເທນສ໌ຮິດ ກະເປົ໋າ ເກ໋ໆ ທີ່ສາວໆທັນສະໄໝຕ້ອງມີໄວ້ໃນຄອບຄອງ!!!

ສະບາຍດີສາວໆທຸກຄົນ ໃນມື້ນີ້ ຂວັນໃຈ ຈະນຳສາວໆທຸກທ່ານມາຮູ້ຈັກກັນ Fashion  15 ກະເປົ໋າ ທີ່ສຸດຂອງຄວາມເກ໋ໄກ ສາວໆຄົນໃດຊື້ມາໃຊ້ຖືວ່າວ່າ High Fashion ສຸດໆ ມາເບິ່ງກັນເລີຍ:                                                         ເປັນຢ່າງໃດກັນແດ່ກັບ Fashion ກະເປົ໋າທີ່ທາງ ຂວັນໃຈ ເຮົາໄດ້ນຳມາຝາກຖ້າຖືກໃຈກໍ່ຢ່າລືມ ກົດໄລ້-ກົດແຊຣ ໄປໃຫ້ໝູ່ເພື່ອນທຸກຄົນໄດ້ຮິດຕິດເທນສ໌ນຳກັນເດີ້.

Read More »