Breaking News

ເກີບ

Adidas ອອກ “ເກີບສໍາລັບສາຍມັກແລ່ນ Ultraboost 22” ສີໃໝ່ ຊົງພະລັງ ເນັ້ນຄວາມປອດໄພ

Adidas ເປີດໂຕເກີບສໍາລັບແລ່ນ Ultraboost 22 ສີໃໝ່ ສະແດງເຖິງພະລັງງານ ແລະ ຍັງແຝງໄປດ້ວຍກິ່ນອາຍແຫ່ງກາຍຜ່ອນຄາຍໃນລະດູຮ້ອນເກີບລຸ້ນນີ້ຖືກອອກແບບໂດຍນັກອອກແບບ ແລະ ນັກພັດທະນາຜະລິດຕະພັນຍິງລ້ວນທີ່ເຮັດວຽກກັບກຸ່ມນັກແລ່ນຍິງຂອງ Adidas ຢ່າງໃກ້ຊິດ ແລະ ມີການໃຊ້ຖານຂໍ້ມູນກາຍວິພາກແບບອອນໄລ ສະແກນຮູບຕີນຫຼາຍກວ່າ 1.2 ລ້ານຄັ້ງ ຈົນໄດ້ອອກມາເປັນ ເກີບ Ultraboost 22 ມີຄຸນສົມບັດພິເສດໃນການຄືນພະລັງງານໃຫ້ກັບນັກແລ່ນໄດ້ຫຼາຍກວ່າ 4% ເມື່ອທຽບກັບລຸ້ນ Ultraboost 21 ນອກຈາກເປີດໂຕ Ultraboost 22 ສີໃໝ່ ແລ້ວ adidas Running ຍັງໄດ້ຮ່ວມມືກັບ White Ribbon ອົງກອນການກຸສົນລະດັບໂລກທີ່ໃຫ້ຄວາມສໍາຄັນກັບການຢຸດຄວາມຮຸນແຮງຕໍ່ຜູ້ຍິງ ແລະ Amanda Sussman ຜູ້ຂຽນໜັງສື ແລະ ປົກປ້ອງສິດທິມະນຸດ ໃນການອອກແບບແຜນການຮຽນຮູ້ທີ່ມີເປົ້າໝາຍໃນການມອບຄວາມປອດໄພໃຫ້ກັບຜູ້ຍິງໃນຂະນະອອກໄປແລ່ນຕາມສະຖານທີ່ຕ່າງໆ. . ປັບຮູບແບບຂອງ PRIMEKNIT+ ໃນບໍລິວານ forged zones. …

Read More »

ສາວໆ ທີ່ຫຼົງໄຫຼ ຫຼື ມັກສະສົມເກີບ Fashions ງາມໆມາທາງນີ້…

ສາວໆ ທີ່ຫຼົງໄຫຼ ຫຼື ມັກສະສົມເກີບ Fashions ງາມໆທັງຫຼາຍມາທາງນີ້… ເກີບ ກັບຜູ້ຍິງເປັນອີກສິ່ງໜຶ່ງທີ່ແຍກອອກຈາກກັນໄດ້ຍາກ ເພາະວ່າເກີບ ເປັນສິ່ງທີ່ເຂົ້າກັນໄດ້ດີກັບຜູ້ຍິງໂດຍສະເພາະສາວໆຄົນໃດທີ່ມີສັດສ່ວນບໍ່ຄ່ອຍສູງ (ເອີ້ນອີກຢ່າງວ່າເຕ້ຍ) ຍິ່ງປາສະຈາກບໍ່ໄດ້ເລີຍກັບເກີບສົ້ນສູງ (ບ້ານເຮົາເອີ້ນອີ່ຢ່ອງນັ້ນລະ) ເຊິ່ງບາງຄົນນັ້ນກໍມີຄວາມຄັ້ງໄຄ້ໃນບັນດາເກີບສົ້ນທີ່ແສນຈະສູງເຫຼົ່ານັ້ນຫຼາຍໆ ແລະ ບັນດານັກອອກແບບເກີບ Fashion ທັງຫຼາຍກໍຮູ້ໃຈນາງເປັນພິເສດຈຶ່ງໄດ້ຜະລິດເກີບສົ້ນສູງທີ່ມີຫຼາຍຮູບແບບມາໃຫ້ຊະນີຕົວເຕ້ຍ ເອີ້ຍ ຕົວບໍ່ສູງໄດ້ຄັ່ງໄຄ່ກັນຕະຫຼອດ ສ່ວນສາໆທີ່ສູງແລ້ວທີ່ມັກໃນເກີບ Fashion ກໍຫຼາຍ ແລະ ມື້ນີ້ Beauty Guru ກໍໄດ້ເອົາບາງຕົວຢ່າງມາໃຫ້ສາວໆໄດ້ຄັ່ງໄຄ້ກັບຄວາມງາມຂອງເກີບ Fashion ທີ່ເຫຼົ່ານັກອອກແບບໄດ້ Design ມາດ້ວຍຄວາມສວຍງາມ ວ່າແລ້ວເຮົາໄປເບິ່ງພ້ອມກັນເລີຍ!!! By: Beauty Guru

Read More »

ແອບເປີ້ນ Net Idol ກັບການແຕ່ງໂຕສຸດແນວ!

ແອບເປີ້ນ Net Idol ກັບການແຕ່ງໂຕສຸດແນວ! ເປັນ Net Idol ອັນດັບຕົ້ນໆຂອງບ້ານເຮົາກັນເລີຍສຳລັບສາວ ແອບເປີ້ນ ສີສະຫວຽນ ສີຫາລາດ ທີ່ນາງເອງ ໄດ້ມີໂອກາດໄປໂດ່ງດັງໄກເຖິງປະເທດເພື່ອນບ້ານ ຜົນງານຂອງນາງມີທັງການສະແດງຮູບເງົາ, ພິທີກອນ, ແຖມນາງຍັງເປັນຫວານໃຈຂອງໜຸ່ມ ຟຸກ ຈິຣະ ຫຼື ຟຸກ ແຫ່ງວົງ C-Quint ດາລານັກຮ້ອງຊື່ດັງຂອງປະ ເທດເພື່ອນບ້ານ,  ຊະນີIndy ຍັງໄດ້ໄປສອດສ່ອງ IG ຂອງສາວແອບເປີ້ນ ນອກຈາກວ່ານາງຈະໂພສຮູບກັບຫວານໃຈໜຸ່ມຫຼໍ່ເລື້ອຍໆແລ້ວ ນາງຍັງມັກຈະອັບເດດເທນສ໌ການແຕ່ງໂຕແບບແນວໆມາໃຫ້ແຟນໆໄດ້ຕິດຕາມອີກດ້ວຍ ຢ່າຊ້າມາເບິ່ງເລີຍຈ້າ…!   ຂໍຂອບໃຈຮູບພາບຈາກ: appleminiberry

Read More »

Pretty Sweet ເກີບສີຫວານໆ ອອກແນວໜ້າຮັກ

ສະບາຍດີ ມື້ນີ້ເວັບໄຊ້ ວາລະສານ ຂວັນໃຈ ຈະມາແນະນຳແຟຼຊັ່ນ Pretty Sweet Shoe,  ສຳລັບສາວໆທ່ານໃດທີ່ກຳລັງຕ້ອງການເລືອກເກີບເພື່ອກຽມໃສ່ໄປງານລ້ຽງ, ງານດອງ ແລະ ງາມສັງສັນຕ່າງໆ ເຮົາຂໍແນະນຳໃຫ້ຊອກເກີບສີເຢັນໆ ຫວານໆ ອອກແນວໜ້າຮັກ ແລະ ແນ່ນອນອາດເພີ່ມຄວາມສົນໃຈໃຫ້ຕົວທ່ານພາຍໃນງານໄດ້ເປັນຢ່າງດີ…!

Read More »