Breaking News

His Mind

ໜຸ່ມ​ໜ້າ​ຫວານ, ຫຸ້ນ perfect ທີ່​ສາວໆ​ຢາກ​ຮູ້ຈັກ

ສະຖາພອນ ສີລິພອນ (ຕູ່)  ອາຍຸ 25 ປີ ຈົບການສຶກສາທີ່ ສະຖາບັນທະນາຄານ ປີ 2015 ປັດຈຸບັນ ເປັນ Trainer ປະຈໍາຢູ່ ສູນອອກ ກຳລັງກາຍ (Fitness) ຣັດສະໝີ. ນອກນີ້, ໝຸ່ມຄົນນີ້ ຍັງມີວຽກງານການບັນເທີງທີ່ເຫັນຢູ່ຫຼາຍໆເວທີເດີນແບບຊື່ດັງຂອງລາວ ເປັນນາຍແບບ, ເດີນແບບ, ຖ່າຍແບບຂຶ້ນປົກວາລະສານຂອງລາວ. ແຕ່ກ່ອນ ຕູ່ ເຄີຍເປັນນັກກິລາເຕະບານຂອງທີມສະຖາບັນການທະນາຄານ (ຜູ້ຮັກ ສາປະຕູ) ໂດຍສ່ວນຕົວແມ່ນມັກຫຼິ້ນກິລາຕີບານ. ແຕ່ປັດຈຸບັນແມ່ນ ມີແຕ່ເຂົ້າ Gym fitness ຫຼິ້ນກິລາແອບກ້າມຢ່າງດຽວ. ແຮງບັນດານໃຈອັນໃດທີ່ຢາກໃຫ້ ຕູ່ ເລີ່ມຟິດຫຸ່ນແບບນີ້ ? ແຕ່ກີ້ແມ່ນມີຄົນທ້ວງຕົນເອງວ່າ ສູງແຕ່ຈ່ອຍໂພດ ຖ້າມີກ້າມ, ມີເນື້ອມີໜັງຕື່ມຈະເບິ່ງງາມດີກວ່ານີ້ ກໍເລີຍຄິດມີໃຈຢາກຟິດຫຸ່ນຕົນເອງຕັ້ງແຕ່ນັ້ນມາ ກໍເປັນເວລາຫຼາຍປີແລ້ວ. ເທັກນິກໃນການຮັກສາຫຸ່ນຂອງຕູ່ແມ່ນຫຍັງ? ແມ່ນໄດ້ສຶກສາຕາມ Google, youtube ແລະ …

Read More »

ໜຸ່ມເຈົ້າ​ຊູ້ ທີ່​ມີໜ້າ​ຕາ​ເປັນ​ເອກະ​ລັກ ມີຄວາມຮັກເປັນສິ່ງຜູກພັນ

ກິດຊະນະ ຈຸນລະມຸນຕີ (ບອຍ) ອາຍຸ 20 ປີ  ປັດຈຸບັນ, ກໍາລັງສຶກສາຢູ່ ວິທະຍາໄລຄອມເຊັນເຕີ ສາຂາບໍລິຫານທຸລະກິດ ປີທີ 3, ເຈົ້າຂອງຜົນງານເພງ Magic ຫຼື ເວດມົນ, ບອຍ ມີຜົນງານດ້ານການບັນເທີງຫຼາຍຢ່າງບໍ່ວ່າຈະເປັນການເດີນແບບ, ຖ່າຍແບບຂຶ້ນປົກວາລະສານ. ນອກຈາກນີ້, ຍັງເປັນນັກສະແດງຮູບເງົາເລື່ອງ The Anniversary “ວັນຄົບຮອບ” ຂອງ miracle film ເຊິ່ງໄດ້ຮັບບົດເປັນແຟນເກົ່າຂອງນາງເອກ ທີ່ກໍາລັງຈະສາຍພາຍໃນປີ 2016 ນີ້. ອະນາຄົດ ບອຍ ມີຄວາມໃຝ່ຝັນຢາກເຮັດຫຍັງ ? ຄວາມໃຝ່ຝັນໃນອະນາຄົດຂອງ ບອຍ  ມີຢູ່ 2 ຢ່າງຄື: ເລື່ອງວຽກງານດ້ານການບັນເທີງ ແລະ ວຽກງານດ້ານທຸລະກິດສ່ວນຕົວແມ່ນຢາກເຮັດອັນໃດອັນໜຶ່ງມີບໍລິສັດເປັນຂອງຕົນເອງໃຫ້ປະສົບຜົນສຳເລັດ, ມີຜະລິດຕະພັນ, ສິນຄ້າເປັນ ຍີ່ຫໍ້ຂອງຕົນເອງ. ວຽກງານການບັນເທິງອັນໃດທີ່ເຮັດໃຫ້ບອຍມີຄວາມປະທັບໃຈທີ່ສຸດ? ສິ່ງທີ່ປະທັບໃຈທີ່ສຸດແມ່ນການໄດ້ເປັນນັກສະແດງໃນຮູບເງົາ The Anniversary …

Read More »

ທອງພູນ ພະບໍລິບູນ ຫາກມີແຟນຢາກປົກປ້ອງ, ເບິ່ງແຍງໃຫ້ດີທີ່ສຸດ

ນິດໄສ, ການປະພຶດ ຄຸນລັກສະນະໃນຕົວ ຄືສະເໜ່ຂອງຜູ້ຍິງ ທອງພູນ ພະບໍລິບູນ ຫລື ຄຳ ອາຍຸ 25 ປີ ໜຸ່ມເຈົ້າສະເໜ ຈາກແຂວງຄຳມ່ວນ ທີ່ມີຄວາມສາມາດ ພິເສດເປັນ Bar trainer, ຈົບການສຶກສາຈາກວິທະຍາໄລວຽງຈັນ-ຮ່າໂນ້ຍ ປັດຈຸບັນ ເປັນພະນັກງານບໍລິສັດລ້ານຊ້າງມີເດຍ, ເປັນນັກເດີນແບບ, ຖ່າຍແບບ… ພ້ອມນີ້, ຜົນງານຫລ້າສຸດຄືການສະແດງຮູບເງົາສັ້ນເລື່ອງ ເອລະວັນ ຂອງຄ້າຍ 856 Media House ທີ່ສົ່ງເຂົ້າປະກວດໃນເທດສະການຮູບເງົາສັ້ນລະດັບສາກົນ ທີ່ປະເທດ ອາເມລິກາ ພ້ອມກັບ 80 ປະເທດທົ່ວໂລກ. ທອງພູນ ເຂົ້າມາຢູ່ໃນວົງການບັນເທີງຈາກເວທີລາວຊຸບເປີໂມເດວ 2015 ກັບຕໍາແໜ່ງຂວັນໃຈມະຫາຊົນ. ວຽກໃນປັດຈຸບັນ, ນອກຈາກເຮັດວຽກປະຈຳ, ເດີນແບບ, ຖ່າຍແບບ, ເຂົ້າປະກວດໃນເວທີຕ່າງໆ ເຊັ່ນ: ໂຄງການຂວັນໃຈສາວໆ 2016 ແລະ 30 ໜຸ່ມໂສດໃນລາວແລ້ວ. …

Read More »

ຜູ້​ຍິງຍິ້ມ​ງາມ ສະ​ແດງ​ເຖິງ​ຄວາມ​ອົບ​ອຸ່ນ ແລະ ມີ​ຄວາມ​ສຸກ

ພົງສະທອນ ວົງຖາວອນ (ວິ່ນລີ້) ນັກທຸລະກິດໜຸ່ມ ຈົບປະລິນຍາຕີ ທີ່ວິທະຍາໄລລັດຕະນະບໍລິຫານທຸລະກິດ (RBAC) ແລະ ປະລິນຍາຕີ ສາຂາພາສາອັງກິດທຸລະກິດ ຢູ່ HOAQIAO University ປະເທດຈີນ. ປະຈຸບັນ ກຳລັງຊ່ວຍວຽກທຸລະກິດຄອບຄົວ  ວິ່ນລີ້ ມີຄວາມສາມາດຫຼາກຫຼາຍ ເປັນທັງນາຍແບບທີ່ມີຊື່ສຽງໂດງດັງຫຼາຍເວທີໃນບ້ານເຮົາ ທີ່ສາວໆຫຼາຍຄົນອາດຈະຮູ້ຈັກ ແລະ ຈື່ໜ້າຄຸ້ນຕາໄດ້ດີ. ນອກຈາກນີ້, ຍັງເປັນນັກກິລາຕີດອກປີກໄກ່ ທີມຊາດລາວ ໄດ້ຮັບຫຼຽນຄຳ ໃນກິລາເຂດຫຼາຍສະໄໜ ແລະ ຫຼາຍເວທີ ເຊິ່ງໄດ້ຜ່ານການແຂ່ງຂັນ ທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ຫວຽດນາມ, ໄທ ແລະ ຈີນ. ດ້ວຍຄວາມເປັນຄົນເກັ່ງໃນດ້ານກິລາດອກປີກໄກ່ ລັດຖະບານລາວ ຈຶ່ງໃຫ້ທຶນໄປສຶກສາຢູ່ທີ່ BWF (Badminton World Federation) ເພື່ອເປັນຄູສອນ (Trainers) ແລະ ເພື່ອມາພັດທະນາວົງການກິລາດອກປີກໄກ່ຢູ່ບ້ານເຮົາ. ດັ່ງນັ້ນ, …

Read More »