Breaking News

Our Cover

ວາລະສານຂວັນໃຈ ຮູບແບບໃໝ່ສະບັບພິເສດໃນເດືອນ ມັງກອນ 2017

ວາລະສານ ຂວັນໃຈ ປະຈໍາເດືອນ ມັງກອນ 2017 ນີ້ ມາໃນຮູບແບບໃໝ່ ແລະ ພິເສດສຸດໃນ Cover ຄັ້ງທໍາອິດຂອງເຮົາ ທີ່ມີໜຸ່ມເຈົ້າຊູ້ມາຂຶ້ນປົກ degree ເຈົ້າຂອງຕໍາແໜ່ງຂັວນໃຈສາວໆ 2016 ພ້ອມຄວງ 4 DJ ສາວສະເໜ່ແຮງຈົນຫຼາຍຄົນຕ້ອງອິດສາ ແລະ ເປີດຄໍລໍາໃໝ່ Special Scoop ພົບກັບ 4 ສາວ Profile ເລີດ ມາພ້ອມກັບສິ່ງທີ່ມັກ ແລະ ຫຼົງໃຫຼ ຮັບຮອງວ່າຈະຊ່ວຍກະຕຸ້ນໃຫ້ສາວໆອອກໄປຕາມລ່າຫາຄວາມຝັນ ດ້ວຍແຮງບັນດານໃຈອັນລົ້ນເຫຼືອຢ່າງແນ່ນອນ (ລາຍລະອຽດ ສາມາດຊອກຊື້ອ່ານໄດ້ໃນ ວາລະສານ ຂັວນໃຈ  ໃນສະບັບທີ 114 ເດືອນມັງກອນ 2017 ຕາມຮ້ານເອັມພອຍ ທຸກສາຂາ ຫຼື ສອບຖາມຈອງເປັນ ສະມາຊິກ ໄດ້ທີເບີ 021 216 666)

Read More »

Huawei ມີສີ່ງທີ່ເຮັດໃຫ້ ແອ່ນນີ້ ແປກໃຈ ແລະ ຕື່ນເຕັ້ນ ກັບການພັດທະນາທຸກຄັ້ງ

ນາງ ທິວາພອນ ຈັນທຣະສົມບູນ (ແອ່ນນິຕ້າ) ອາຊີບ: ພິທີກອນ, ນັກສະແດງ, ນາງແບບ, ນັກຮ້ອງ ສະບາຍດີ! ທ່ານຜູ້ອ່ານວາລາສານຂວັນໃຈ.. ໃນສະບັບນີ້ ຈະພາທຸກທ່ານໄປຮູ້ຈັກກັບ ແມ່ຍິງທີ່ທັງເກັ່ງທັງງາມ ມີປະສົບການໃນວົງການບັນເທີງມາດົນພໍສົມຄວນ ດ້ວຍນິດໄສ ບວກກັບບຸກຄະລິກທີ່ດີ ພ້ອມກັບຮູບຮ່າງ ແລະຮອຍຍີ້ມອັນສົດໄສ ນອກນັ້ນຍັງມີຄວາມສາມາດທັງໃນຈໍແລະນອກຈໍກໍຄື: ເປັນທັງດາຣາ ແລະ ຜູ້ບໍລິຫານນໍາອີກ ຈຶ່ງເຮັດໃຫ້ ຂວັນໃຈ ພາດ…ບໍ່ໄດ້ກັບການສຳພາດແບບເຈາະເລີກກັບຜົນງານຂອງ ແອ່ນນິຕ້າ ທິວາພອນ ຈັນທຣະສົມບູນ. ປັດຈຸບັນເຮັດວຽກກ່ຽວກັບຫຍັງແດ່? ປັດຈຸບັນ ວຽກຫຼັກຂອງ ແອ່ນນິຕ້າ ກໍຄື ບໍລິຫານການຕະຫຼາດໃຫ້ກັບ ແບຼນເຄື່ອງປະດັບເພັດ ວຽງຄຳ “Jewellery Viengkham” ຄ້າຂາຍກ່ຽວກັບ ວັດຖຸມີຄ່າເຊັ່ນ: ເພັດ, ພອຍ, ຄຳ ເຫຼົ່ານີ້ເປັນຕົ້ນ.. ພ້ອມກັບອີກວຽກຫນື່ງທີ່ເຮັດຄວບຄູ່ກັນມາຕະຫຼອດຕັ້ງແຕ່ອາຍຸ 15 ປີ ກໍຄື: ວຽກໃນວົງການບັນເທີງລາວ …

Read More »

ພ້ອມແລ້ວທີ່ຈະອອກເດີນທາງ ຕາມເສັ້ນທາງທີ່ຂ້ອຍເລືອກເອງ

ບໍ່ເຄີຍປ່ອຍໃຫ້ຄວາມຝັນ ເປັນພຽງແຕ່ຄວາມຝັນ .. ມື້ນີ້ ອາລິນ້າ ພ້ອມແລ້ວທີ່ຈະອອກ ເດີນທາງໄປສ້າງຝັນ ຕາມເສັ້ນທາງສາຍບັນເທີງ ສະບາຍດີ ແຟນໆຜູ້ອ່ານວາລະສານຂວັັນໃຈ !! ສະບັບນີ້ ເຮົາຈະພາທ່ານໄປພົບກັບສາວນ້ອຍໄວສົດໃສ ນາງແບບໜ້າໃຫມ່ໃນວົງການບັນເທີງບ້ານເຮົາ, ດ້ວຍຄວາມສົດໃສ ບວກກັບບຸກຄະລິກ, ຮູບຮ່າງ, ການແຕ່ງໂຕ ແລະ ຮອຍຍິ້ມທີ່ມີສະເໜ່ ເປັນໂຕຂອງໂຕເອງ ເຮັດໃຫ້ສາວຂວັນໃຈສະບັບນີ້ ໜ້າຄົ້ນຫາຍິ່ງຂຶ້ນ.. ມື້ນີ້ ທີມງານໄດ້ນຳເອົາຮູບພາບບັນຍາກາດການຖ່າຍປົກ ແລະ ຮູບພາບແຟຊັ່ນ set ນີ້ມາໃຫ້ເບິ່ງ, ຈະລໍຖ້າເຮັດຫຍັງ ມາທຳຄວາມຮູ້ຈັກ ກັບສາວນ້ອຍຄົນນີ້ ໄປພ້ອມໆກັນເລີຍ !! ເຄັດລັບໃນການຮັກສາຄວາມງາມ? ຜູ້ຊາຍແບບໃດ ທີ່ຢາກໄດ້ມາເປັນແຟນ ? ຈະເຮັດແນວໃດໃຫ້ຄົນທີ່ເຮົາສົນໃຈ ເຂົ້າມາລົມເຮົາ? ກຽມຊອກຫາຄໍາຕອບຂອງຄໍາຖາມທາງເທີ່ງເຫຼົ່ານັ້ນໄດ້ ໃນວາລະສານຂວັນໃຈ ສະບັບທີ່ 110 ເດືອນ ກັນຍາ 2016 ແລະ ອື່ນໆ ອີຫຼາຍຢ່າງກ່ຽວກັບສາວຄົນນີ້ແບບເຈາະເລີກໄດ້  

Read More »

ໂລກຂອງຂ້ອຍ ໂລກບາບີ້

ນາງ ປີຍະມາດ ພູນປະເສີດ ( ບາບີ້ ) ສະຖານະພາບ : ໂສດ ການສຶກສາ ຈົບຈາກ ມະຫາວິທະຍາໄລແຫ່ງຊາດ ຄະນະ ເສດຖະສາດ – ບໍລິຫານທຸລະກິດທົ່ວໄປ ສາວ Hot ທີ່ມີທັງຄວາມໜ້າຮັກສົດໃສ ແລະ ມີຜົນງານທີ່ໂດດເດັ່ນໃນວົງການບັນເທີງມາຫຼາຍປີຕັ້ງແຕ່ເປັນສາວນ້ອຍ ຈົນດຽວນີ້ເປັນສາວເຕັມຕົວ ແລະ ເປັນທີ່ໝາຍປອງຂອງຊາຍໜຸ່ມຫຼາຍຄົນ ແຕ່ກໍ່ຕ້ອງອົກຫັກດັງປ້ຽງໄປພ້ອມໆກັນ ເພາະສາວຫວານ ຄົນງາມຕ້ອງມີເຈົ້າຂອງຫົວໃຈແນ່ນອນ ທີ່ມານັ່ງເຝົ້າເອົາອົກເອົາໃຈບໍ່ໃຫ້ພາດສາຍຕາ ກັບໜຸ່ມນັກຮ້ອງດັງ ລະດັບ ໂຕພໍ່ເພງແລັບລາວ ຂັ້ນເທບ ທີ່ບໍ່ມີໃຜບໍ່ຮູ້ຈັກ ແລະ ຄວາມດັງກໍ່ຕ້ອງມາ ພ້ອມຂ່າວດ້ານບວກ ແລະ ດ້ານລົບຄຽງຄູ່ກັນໄປ ສະນັ້ນ ສາວບາບີ້ຄົນງາມ ນອກຈາກຈະມາຖ່າຍ ແບບຕຸກກະຕາສາວໃນວາລະສານຂວັນໃຈສະບັບນີ້ແລ້ວ ຍັງຈະມາເຄຍປະເດັນທີ່ຫຼາຍຄົນ ເມົ້າມອຍໃນໂລກອອນລາຍໜາຫູກັບຫຼາຍໆປະເດັນ ດັ່ງນັ້ນເພື່ອບໍ່ເປັນການຊັກຊ້າເສຍເວລາເຮົາມາພົບກັບການຖ່າາຍແບບງາມໆຂອງສາວບາບີ້ພ້ອມຄໍາຕອບໃນປະເດັນຮ້ອນໆກັນເລີຍ: ສະບາຍດີສາວງາມຊ່ວຍແນະນຳຕົວເອງໃຫ້ຜູ້ອ່ານໄດ້ຮູ້ຊື່ສຽງຮຽງນາມອີກຈັກບາດໜຶ່ງ ? ໂດຍ! ສະບາຍດີບາບີ້ເດີ້ຫຼືນາງປີຍະມາດ ພູນປະເສີດ …

Read More »