Breaking News

Fashion

ນາຍແບບໜຸ່ມ ຜູ້ທີ່ມີຄວາມຝັນຢາກເປັນນັກສະແດງທີ່ດີ

ຄໍລໍາ: His Mind ສໍາພາດ ນາຍແບບໜຸ່ມ ເຕົ໋າ ຈັນທະວົງ (ເຕົ໋າ) ຜູ້ທີ່ມີຄວາມຝັນຢາກເປັນນັກສະແດງທີ່ດີ ແລະ ຢາກພັດທະນາການສະແດງໃນວົງການບັນເທິງບ້ານເຮົາ ໃຫ້ມີຄຸນນະພາບ ແລະ ເພີ່ນຍັງບອກອີກວ່າ ການເປັນນັກສະແດງທີ່ດີ ຕ້ອງກົງຕໍ່ເວລາ ມີສັດຈະ ບໍ່ຫຼາຍເລື່ອງ ຮູ້ຈັກໃຫ້ກຽດລຸ້ນອ້າຍ-ເອື້ອຍ ແລະ ລຸ້ນນ້ອງ ວ່າຊັ້ນ ສະນັ້ນ ເຊື່ອແນ່ວ່າໃນອະນາຄົດຂອງວົງການບັນເທິງບ້ານເຮົາ ອາດຈະມີໜຸ່ມຄົນນີ້ກໍ່ເປັນໄດ້ ສໍາລັບສາວໃນສະເປັກຂອງໜຸ່ມຄົນນີ້ກໍບໍ່ມີຫຍັງຫຼາຍ ເພີ່ນບອກວ່າ ມັກແມ່ຍິງທີ່ຍີ້ມຫວານ ເພາະຮອຍຍີ້ມຂອງແມ່ຍິງຈະມີສະເໜ່ທີ່ສຸດ ໂອ໋ຍໆໆ ແບບນີ້ສາວໆທີ່ໜ້າຕາທໍາມະດາ ແຕ່ຍີ້ມເກັ່ງກໍລຸ້ນກັນຫຼາຍຂື້ນເລີຍລະ ສໍາລັບລາຍລະອຽດແມ່ນສາມາດຕິດຕາມໄດ້ໃນ ວາລະສານຂັວນໃຈ ສະບັບເດຶອນມີນາ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »

ຈ່ອນນີ້ ໝຸ່ມລາວໃນລາຍການ “Take me out Thailand” ຝາກມາບອກວ່າ…

ໃກ້ຈະໄດ້ຮູ້ກັນແລ້ວວ່າ ໝຸ່ມໂສດ ຈ່ອນນີ່ ສິຣິວັນ ໄຊຍະສານ  ໝຸ່ມໂສດສຸດເຈົ້າຊູ້ດູດີ ມີດີກຼີເປັນເຖິງຊາຍແບບ ຈາກປະເທດລາວທີ່ໄປເລືອກຄູ່ໃນລາຍການ “Take me out Thailand” ວ່າໜຸ່ມຄົນນີ້ຈະໄດ້ສາວໂສດຄົນໃດໄປອອກເດດ ຫຼື ວ່າຈະຖືກ Black-Out ຫຼືບໍ່? ຫຼ້າສຸດໜຸ່ມ ຈ່ອນນີ້ ກໍໄດ້ໂພສຮູບພາບ ແລະ ຂຽນຄຳອະທິບາຍທີ່ວ່າ: “ວັນສຸກແລ້ວ….ເຮົາມີນັດກັນວັນເສົາເດີ້ໃຜຈະເປັນຄູ່ລຸ້ນນຳຊ່ວຍກັນແນ່“ ແລະ ກໍມີແຟນໆຂອງໜຸ່ມຈ່ອນນີ້ໄປໃຫ້ກຳລັງໃຈ ກົດໄລ້ກົດແຊຣກັນລົວໆ… ຖ້າໃຜຢາກໃຫ້ກຳລັງໃຈໜຸ່ມໂສດຄົນນີ້ວ່າຈະໄດ້ສາວໂສດຄົນໃດໄປອອກເດດ ສາມາດຕິດຕາມໄດ້ເລີຍທີ່ລາຍການ  “Take me out Thailand” ຈະອອກອາກາດໃນວັນທີ 18 ກຸມພາ 2017 ນີ້… ຂໍຂອບໃຈຮູບພາບຈາກ: Johnny Xayyasan

Read More »

ແພນດ້າ! ເນັດໄອດໍ້ສຸດໜ້າຮັກ

  ເນັດໄອດໍ້ສາວລາວນ້ອງ ຝົນນະພາ ໄຕມະນີ (ແພນດ້າ) ອາຍຸ 22 ປີ ປັດຈຸບັນກຳລັງສຶກສາທີ່ Ewha Womans University ທີ່ ສ.ເກົາຫລີ, ແບບເບິ່ງເຜີນໆຖ້າບໍ່ບອກຄືຈະບໍ່ຮູ້ວ່າເປັນສາວລາວ ເພາະເບິ່ງຈັ່ງໃດກໍນຶກວ່າເປັນສາວເກົາຫລີ ແຕ່ທີ່ຈິງແລ້ວແພນດ້າເປັນຄົນລາວແທ້ນະຈະ! ແຖມຍັງເປັນໄວໜຸ່ມຍຸກໃໝ່ທີ່ເອົາໃຈໃສ່ຕໍ່ວັດທະນະທຳລາວນຳໃດ (ຊົມເຊີຍເດີ້) ແລະ ອີກບໍ່ດົນນີ້ນ້ອງກໍາລັງຈະມີຜົນງານກັບ ວາລະສານ ຂວັນໃຈ ແຕ່ຈະເປັນຜົນງານດ້ານໃດນັ້ນ ຊະນີIndy ຍັງບໍ່ບອກເດີ້ ແຕ່ຍາກໃຫ້ແຟນໆອົດໃຈລໍແປບໜຶ່ງ ດຽວໄດ້ເຫັນກັນແນ່ນອນ, ດັ່ງນັ້ນມື້ນີ້ມາເບິ່ງຮູບພາບທີ່ໜ້າຮັກສົດໃສຂອງນ້ອງໄປກ່ອນເດີ້… #ແຊຣໄປເລີຍໃຫ້ໂລກຮູ້ວ່າສາວລາວງາມແລະໜ້າຮັກຫຼາຍ ຢ່າລືມຕິດຕາມຜົນງານຂອງນ້ອງກັບ ວາລະສານ ຂວັນໃຈ ໄວໆນີ້ເດີ້… ຂໍຂອບໃຈຮູບພາບຈາກ: panda_f5

Read More »

ສາວປະເພດສອງຕົວແທນໄປແຂ່ງຂັນເວທີ Miss International Queen 2016

  ນ້ອງ ວັນໃໝ່ ສາວປະເພດສອງທີ່ກຳລັງມາແຮງທີ່ສຸດໃນຕອນນີ້  ໄດ້ຖ່າຍແບບຊຸດປະຈໍາຊາດລາວເພື່ອກຽມຕົວໄປແຂ່ງຂັນສາວງາມປະເພດສອງເວທີລະດັບໂລກ Miss International Queen 2016 ໃນວັນທີ 10 ມີນາ 2017 ທີ່ຈະຮອດໃນໄວໆນີ້, ເຊິ່ງນ້ອງ ວັນໃໝ່ ອາຍຸ 21 ປີ ສາວປະເພດສອງຈາກແຂວງ ສະຫວັນນະເຂດ ທີ່ມີຄວາມໄຝ່ຝັນໃນດ້ານການເດີນແບບ ແລະ ການສະແດງ ຈຶ່ງຕັດສິນໃຈເພື່ອເຂົ້າປະກວດໃນເວທີດັ່ງກ່າວເພື່ອເກັບກ່ຽວປະສົບການ, ຊະນີIndy ແລະ ພໍ່ແມ່ພີ່ນ້ອງຊາວລາວທຸກຄົນຂໍເປັນກໍາລັງໃຈໃຫ້ນ້ອງ ວັນໃໝ່ ເພື່ອໃຫ້ປະສົບຜົນສໍາເລັດໃນການປະກວດ Miss International Queen 2016 ເທື່ອນີ້ເດີ້ ສູ້ໆໆ. #ກົດໄລ້ກົດແຊຣໄປໃຫ້ໂລກຮູ້ວ່າສາວປະເພດສອງບ້ານເຮົາກໍບໍ່ນ້ອຍໜ້າປະເທດອື່ນ   ຢ່າລືມໄປກົດໂຫວດໃຫ້ນ້ອງໄດ້ເດີ້ທີ່ເພສ Miss International Queen 2016 ນ້ອງ ວັນໃໝ່ ໝາຍເລກ 24 ຂໍຂອບໃຈຂໍ້ມູນແລະຮູບພາບຈາກ:Tutou Nouaneviengkham ແລະ ร้านเสีมสวย ทิดาสะหวัน – ตุตู่.

Read More »

ນາງແບບ-ນັກສະແດງໜ້າໃໝ່ແຫ່ງວົງການບັນເທິງ!

  ເປັນທີ່ໜ້າຈັບຕາເບິ່ງສຳລັບສາວນ້ອຍໄວສົດໃສຄົນນີ້ ນາງ ອາລີນ່າ ພິລາວົງ ສາວນ້ອຍໄວໃສອາຍຸພຽງ 17 ປີ, ຊະນີIndy ໄດ້ໄປຕິດຕາມໄປສືບຫາຂໍ້ມູນມາກໍເລີຍຮູ້ວ່າສາວນ້ອຍຄົນນີ້ເປັນລູກຊອດ ລາວ-ຍູເຄນຣ  (Ukraine) ກໍາລັງສຶກສາຢູ່ທີ່ ມສ.ວຽງຈັນ ຊັ້ນ ມໍ.7 ແລະ ທີ່ສະດຸດຕາຫຼາຍກໍຄືນາງມີຄວາມສູງເຖິງ 1,73 cm (ໂອ້ຍ…ຈັ່ງແມ່ນສູງນໍລູກ), ຜົນງານຂອງນ້ອງເທົ່າທີ່ຜ່ານມາແມ່ນເປັນນາງແບບຕາມງານແຟຼຊັ່ນໂຊຕ່າງໆ (ວາລະສານ ຂວັນໃຈ ກໍຖ່າຍປົກມາແລ້ວເດີ້ ບໍ່ທຳມະດາໃດນິ), ທັງສະແດງຊີ່ຣີ່ໄວລຸ້ນຊື່ດັງ Until you ແລະ ຫຼ້າສຸດແມ່ນສາວນ້ອຍຄົນນີ້ໄດ້ເປັນເຖິງພີເຊັນເຕີ້ສະມາດໂຟນແບຼນດັງ Samsung Galaxy A 2017, ປະຕິໂທ້ ບໍ່ທຳມະດາອີ່ຫລີ ຊະນີIndy ຍັງໄດ້ຍິນມາອີກເດີ້ວ່າສາວນ້ອຍຄົນນີ້ເປັນທີ່ຈັບຕາເບິ່ງຂອງລຸ້ນເອື້ອຍລຸ້ນອ້າຍໃນວົງການບັນເທິງລາວເຮົາ ດັ່ງນັ້ນຮັບຮອງສາວນ້ອຍ ອາລີນ່າ ຄົນນີ້ຕ້ອງມີອະນາຄົດໄກໃນວົງການບັນເທິງລາວເຮົາແນ່ນອນ! ກົດໄລ້-ກົດແຊຣເປັນກຳລັງໃຈໃຫ້ອາລີນ່າດ່ວນ ແລະ ມາເບິ່ງຮູບພາບໜ້າຮັກສົດໃສຂອງນ້ອງໄດ້ເລີຍ!!!   ຂໍຂອບໃຂຮູບພາບຈາກ: Alina Philavong  

Read More »