Breaking News

Fashion

ສາວໆ ທີ່ຫຼົງໄຫຼ ຫຼື ມັກສະສົມເກີບ Fashions ງາມໆມາທາງນີ້…

ສາວໆ ທີ່ຫຼົງໄຫຼ ຫຼື ມັກສະສົມເກີບ Fashions ງາມໆທັງຫຼາຍມາທາງນີ້… ເກີບ ກັບຜູ້ຍິງເປັນອີກສິ່ງໜຶ່ງທີ່ແຍກອອກຈາກກັນໄດ້ຍາກ ເພາະວ່າເກີບ ເປັນສິ່ງທີ່ເຂົ້າກັນໄດ້ດີກັບຜູ້ຍິງໂດຍສະເພາະສາວໆຄົນໃດທີ່ມີສັດສ່ວນບໍ່ຄ່ອຍສູງ (ເອີ້ນອີກຢ່າງວ່າເຕ້ຍ) ຍິ່ງປາສະຈາກບໍ່ໄດ້ເລີຍກັບເກີບສົ້ນສູງ (ບ້ານເຮົາເອີ້ນອີ່ຢ່ອງນັ້ນລະ) ເຊິ່ງບາງຄົນນັ້ນກໍມີຄວາມຄັ້ງໄຄ້ໃນບັນດາເກີບສົ້ນທີ່ແສນຈະສູງເຫຼົ່ານັ້ນຫຼາຍໆ ແລະ ບັນດານັກອອກແບບເກີບ Fashion ທັງຫຼາຍກໍຮູ້ໃຈນາງເປັນພິເສດຈຶ່ງໄດ້ຜະລິດເກີບສົ້ນສູງທີ່ມີຫຼາຍຮູບແບບມາໃຫ້ຊະນີຕົວເຕ້ຍ ເອີ້ຍ ຕົວບໍ່ສູງໄດ້ຄັ່ງໄຄ່ກັນຕະຫຼອດ ສ່ວນສາໆທີ່ສູງແລ້ວທີ່ມັກໃນເກີບ Fashion ກໍຫຼາຍ ແລະ ມື້ນີ້ Beauty Guru ກໍໄດ້ເອົາບາງຕົວຢ່າງມາໃຫ້ສາວໆໄດ້ຄັ່ງໄຄ້ກັບຄວາມງາມຂອງເກີບ Fashion ທີ່ເຫຼົ່ານັກອອກແບບໄດ້ Design ມາດ້ວຍຄວາມສວຍງາມ ວ່າແລ້ວເຮົາໄປເບິ່ງພ້ອມກັນເລີຍ!!! By: Beauty Guru

Read More »

ຂ່າວລື! ວ່າສາວຜູ້ນີ້ເປັນ…

ຂ່າວລື! ວ່າສາວຜູ້ນີ້ເປັນ… ມາອີກແລ້ວ ຊະນີIndy ຂີ້ຝອຍມາແລ້ວ ມື້ນີ້ຈະມາອັບເດດສື່ສັງຄົມອອນລາຍໃຫ້ເພື່ອນໆໄດ້ຮູ້ກັນ, ຈະມາເວົ້າເລື່ອງສາວຄົນໜຶ່ງມີຊື່ວ່າ ເບລານ ທີ່ເຂົາວ່າກັນວ່າເປັນສາວທະນາຄານຊື່ດັງ ແລະ ຄົນກໍເມົ້າມອຍວ່ານາງເປັນສາວທະນາຄານທີ່ງາມທີ່ສຸດໃນຕອນນິວ່າຊັ້ນ (ໃຜເວົ້າກໍບໍ່ຮູ້ຄືກັນເດີ້) ແຕ່ຫຼັງຈາກທີ່ ຊະນີIndy ໄດ້ໃຊ້ສາຍຕາອັນແຫຼມຄົມເຂົ້າໄປສ່ອງ Profile ແລ້ວນາງກໍມີຄວາມງາມ ແລະ ໜ້າຮັກແທ້ໆ ແຕ່ຖ້າເພື່ອນໆບໍ່ເຊື່ອລອງມາເບິ່ງເລີຍວ່າຈະງາມສົມທີ່ວ່າເປັນສາວທະນາຄານທີ່ງາມທີ່ສຸດໃນຕອນນີ້ແທ້ຫຼືບໍ່? ຢ່າລືມກົດໄລ້-ກົດແຊຣ ຫຼື ຄອມເມັ້ນບອກກັນແດ່ເດີ້ວ່າງາມແທ້ບໍ່? ຂໍຂອບໃຈຮູບພາບຈາກ: Belan sounisa

Read More »

ມາເບິ່ງ! ຄວາມງາມແບບລາວໆ Style ໃນເຈ້ນ້ອຍ

ມາເບິ່ງ! ຄວາມງາມແບບລາວໆ Style ໃນເຈ້ນ້ອຍ ຄວາມຈິງຄວາມເປັນລາວນັ້ນທຸກຄົນກໍມີແບບທີ່ເປັນເອກະລັກຂອງຕົນເອງຢູ່ແລ້ວ ແລະ ຄວາມເປັນລາວແທ້ໆທີ່ຂາດບໍ່ໄດ້ກໍຄາດວ່າຈະເປັນການນຸ່ງສິ້ນໄໝ ເສຶ້ອໄໝອອກງານມຸງຄຸນຕ່າງໆເຊັ່ນ: ງານດອງ, ງານບຸນ ຫຼື ເຂົ້າວັດຟັງທໍາເປັນຕົ້ນ ເຊິ່ງມື້ນີ້ Beauty Guru ຈະມານໍາສະເໝີຄວາມເປັນລາວໃນ Style ຂອງເຈ້ນ້ອຍ ບອກເລີຍວ່າ ຄວາມເປັນລາວນີ້ ງາມບໍ່ແພ້ຊາດໃດໃນໂລກແນ່ນອນ ແລະ ສາວໆຄົນໃດທີ່ກໍາລັງຈະອອກງານ ຄິດແບບຊຸດຍັງບໍ່ອອກລອງໄປເບິ່ງ ຊຸດ Style ຂອງເຈ້ນ້ອຍເພີ່ນ ຮັບຮອງ Idea ເກີດເລີຍ!!!! ເພຶ່ອເປັນການບໍ່ເສຍເວລາເຮົາໄປເບິ່ງພ້ອມໆກັນເລີຍວ່າງາມແບບລາວໆຂອງ ເຈ້ນ້ອຍ ຈະງາມຂະໜາດໃດ!!! By: Beauty Guru ເຄຼດິດຮູບຈາກ: Noybee Khonsavanh

Read More »

ວາລະສານຂວັນໃຈ ຮູບແບບໃໝ່ສະບັບພິເສດໃນເດືອນ ມັງກອນ 2017

ວາລະສານ ຂວັນໃຈ ປະຈໍາເດືອນ ມັງກອນ 2017 ນີ້ ມາໃນຮູບແບບໃໝ່ ແລະ ພິເສດສຸດໃນ Cover ຄັ້ງທໍາອິດຂອງເຮົາ ທີ່ມີໜຸ່ມເຈົ້າຊູ້ມາຂຶ້ນປົກ degree ເຈົ້າຂອງຕໍາແໜ່ງຂັວນໃຈສາວໆ 2016 ພ້ອມຄວງ 4 DJ ສາວສະເໜ່ແຮງຈົນຫຼາຍຄົນຕ້ອງອິດສາ ແລະ ເປີດຄໍລໍາໃໝ່ Special Scoop ພົບກັບ 4 ສາວ Profile ເລີດ ມາພ້ອມກັບສິ່ງທີ່ມັກ ແລະ ຫຼົງໃຫຼ ຮັບຮອງວ່າຈະຊ່ວຍກະຕຸ້ນໃຫ້ສາວໆອອກໄປຕາມລ່າຫາຄວາມຝັນ ດ້ວຍແຮງບັນດານໃຈອັນລົ້ນເຫຼືອຢ່າງແນ່ນອນ (ລາຍລະອຽດ ສາມາດຊອກຊື້ອ່ານໄດ້ໃນ ວາລະສານ ຂັວນໃຈ  ໃນສະບັບທີ 114 ເດືອນມັງກອນ 2017 ຕາມຮ້ານເອັມພອຍ ທຸກສາຂາ ຫຼື ສອບຖາມຈອງເປັນ ສະມາຊິກ ໄດ້ທີເບີ 021 216 666)

Read More »

ມາເບິ່ງ!!! ຊີວິດສຸດຫຼູ ກັບ ເຄື່ອງໃຊ້ແສນແພງຂອງ ໄຮໂຊ…

ມື້ນີ້ Beauty Guru ຈະພາໄປສ່ອງຊີວິດສຸດຫຼູ ກັບ ເຄື່ອງໃຊ້ລາຄາແສນແພງໆໆ ຂອງ “ເມເມ” ໄຮໂຊສະຫວັນກັນ!!! ກ່ອນອື່ນກະຂໍແນະນໍາສໍາລັບໄຮໂຊສາວຄົນນີ້ກັນກ່ອນເນາະ! ເມເມ ເປັນໄຮໂຊສາວ ທີ່ຢູ່ທາງແຂວງ ສະຫວັນນະເຂດ ເຊິ່ງປັດຈຸບັນເພິ່ນເຮັດວຽກເປັນ Manager ຢູ່ທີ່ Savan Diamond ດ້ວຍທີ່ວ່ານາງເປັນໄຮໂຊຄົນໜຶ່ງໃນປະເທດລາວ ທີ່ມີການໃຊ້ຊີວິດຢ່າງຫຼູຫຼາ ເປັນທີ່ໜ້າອິດສາຂອງສາວໆຫຼາຍຄົນ ເຊິ່ງ Beuaty Guru ຂໍບອກກ່ອນວ່າ ກະເປົາບາງໜ່ວຍຂອງນາງນັ້ນ ລາຄາຫຼາຍໝື່ນໂດລາ!!! ແລະ ຊີວິດຂອງນາງຈະຫຼູຫຼາພຽງໃດ ເຄື່ອງໃຊ້ທີ່ແສນແພງໆໆ ຂອງນາງ ຈະອະລັງການຂະໜາດໃດນັ້ນ ເຮົາໄປເບິ່ງພ້ອມກັນເລີຍ!!! By: Beauty Guru ເຄຼດິດຮູບຈາກ: May May Savan

Read More »