Breaking News

Fashion

ຈາກເວທີສູ່ເວທີ… ກຽມສົ່ງໃຈເຊຍ!! ແຮນນ່າ ໂຣເຊັນບູ້ມ ຈະເຂົາຮ່ວມແຂ່ງຂັນ Girl Group RapStar ທີ່ປະເທດໄທ ໄວໆນີ້… ຫຼັງສ້າງປະຫວັດສາເທິງເວທີນາງງາມໄດ້ສໍາເລັດ

ເປັນສາວນ້ອຍປະດັບວົງການບັນເທິງລາວມາໄດ້ບໍ່ດົນ ແຕ່ເວົ້າເລື່ອງຄວາມສາມາດແລ້ວບໍ່ໄດ້ເປັນນ້ອງຮອງໃຜ ສໍາລັບສາວນ້ອຍໄວ 19 ປີ ຄື ແຮນນ່າ ໂຣເຊັ້ນບູ້ມ ໄພວັນ ທີ່ຫຼ້າສຸດຫາກໍມີຜົນງານໄປສ້າງຊື່ສຽງໃຫ້ກັບປະເທດລາວ ເທິງເວທີນາງງາມ Miss Asia 2019 ຈັດຂື້ນຢູ່ປະເທດ ອິນເດຍ ໃນວັນທີ 1 ພະຈິກ 2019 ຜ່ານ​ມາ ແຖມຍັງໄດ້ຕໍາແໜ່ງ Miss social media ເປັນປະສາດຂອງລາວທີ່ໄດ້ຮັບຕໍາແໜ່ງໃນເວທີສາກົນອີກດ້ວຍ… ນອກຈາກຈະມີຄວາມສາມາດເທິງເວທີນາງງາມແລ້ວ ແຮນນ່າ ຍັງມີຄວາມສາມາດຫຼາຍໆດ້ານບໍ່ວ່າຈະເປັນ ການສະແດງ ເຊິ່ງມີຜົນງານກາລັນຕີຫຼາກຫຼາຍທັງ ຊີຣີ່, MV ເພງ, ໂຄສະນາ… ພ້ອມກັນນັ້ນກໍຍັງມີຄວາມສາມາດດ້ານການຮ້ອງການເຕັ້ນອີກດ້ວຍ ເຊິ່ງຖ້າໃຜຕິດຕາມນ້ອງຕັ້ງແຕ່ຕົ້ນ ກໍຈະຮູ້ວ່າ ແຮນນ່າ ນັ້ນເຂົ້າວົງການມາເລີ່ມຈາກການປະກວດຮ້ອງເພງນັ້ນເອງ. ແລະ ບໍ່ດົນມານີ້ກໍໄດ້ຍິນແວ່ວໆມາວ່າ ສາວນ້ອຍຜູ້ຫຼາກຫຼາຍຄວາມສາມາດຄົນນີ້ກໍາລັງຈະໄປສ້າງປະຫວັດສາດໃຫ້ວົງການເພງລາວອີກຄັ້ງ ໂດຍການເຂົ້າຮ່ວມແຂ່ງຂັນ Girl Group RapStar ທີ່ປະເທດໄທ ໃນໄວໆນີ້ອີກດ້ວຍ. ຈັ່ງໃດແອັດມິ້ນ ແລະ …

Read More »

Trend ໃໝ່ມາແຮງ! ໃສ່ຜ້າປິດປາກແນວໃດໃຫ້ດູແພງ ແຕ່ລາຄາບໍ່ແພງ ໃນຍຸກປ້ອງກັນ COVID-19 …

ໄລຍະນີ້ເວົ້າໄດ້ວ່າພະຍາດລະບາດໂຄວິດ-19 ຍັງຄົງລະບາດກັນຢ່າງຕໍ່ເນື່ອງ ແລະ ນັບມື້ນັບເພີ່ມຂຶ້ນ ແນ່ນອນວ່າທຸກກໍບໍ່ໄດ້ລະເລີຍທີ່ຈະຫາເຄື່ອງມືທີ່ຊ່ວຍປ້ອງກັນຕົວເອງ ຈາກພະຍາດດັ່ງກ່າວ ບໍ່ວ່າຈະເປັນ ເຈລລ້າງມື, ຜ້າປິດປາກ… ເຊິ່ງກຳລັງເປັນສິ່ງທີ່ຄົນກຳລັງຕ້ອງການເປັນຈໍານວນຫຼາຍ ເຊິ່ງຫຼ້າສຸດ ມີຜູ້ໃຊ້ເຟສບຸກຄົນໜື່ງ  Marvin Garcia  ໄດ້ເຜີຍ Idea ຜ້າປິດປາກແບບໃໝ່ ຜ້າປິດປາກ ແບບ DIY ເຊິ່ງໄດ້ນໍາເອົາເພັດຕ່າງໆມາຕົົກແຕ່ງໃຫ້ງາມຂຶ້ນ ເພື່ອໃສ່ປ້ອງກັນເຊື້ອ COVID-19 ແບບເລີດໆ ດ້ວຍຄວາມທີ່ເປັນ Fashion Designer ໄດ້ນໍາເອົາເພັດແຕ່ລະອັນມາຕົກແຕ່ງຜ້າປິດປາກໃຫ້ງາມ ແລະ ແພງຂຶ້ນໄດ້ແບບເກ໋ໆ ມື້ນີ້ຂວັນໃຈໄດ້ນໍາພາບຜ້າປິດກາກໄອເດຍສຸດເຈ໋ງແບບນີ້ມາຝາກທຸກຄົນ ເຮົາໄປເບິ່ງນໍາກັນເລີຍ… ເປັນແນວໃດກັບໄອເດຍຂອງການອອກແບບ ຜ້າປິດປາກ ຍຸກ ໂຄວິດ ເວົ້າໄດ້ວ່ານອກຈາກຈະງາມແລ້ວ ຍັງດູແພງຂຶ້ນອີກ ພ້ອມທັງໃສ່ປ້ອງກັນ Covid-19 ໄດ້ອີກ… ຂອບໃຈຂໍ້ມູນຈາກ Kapook.com

Read More »

ເທຣນໃໝ່ມາແຮງ! ຊຸດແຕ່ງດອງ 2020 ຍຸກ COVID-19 ລະບາດ ງາມໄດ້ເຖິງຈະໃ່ສ່ຜ້າປິດປາກ…

ໃນຊ່ວງທີ່  COVID-19 ຫຼື ໂຄໂຣນາໄວຣັສ ກຳລັງລະບາດໜັກສົ່ງຜົນກະທົບຕໍ່ການໃຊ້ຊີວິດປະຈໍາວັນ, ກິດຈະກຳຕ່າງໆ ລວມເຖິງງານແຕ່ງດອງ ສັງສັນຕ່າງໆ ຈໍາເປັນຕ້ອງງົດໄປ… ແຕ່ສໍາຫຼັບຄູ່ຮັກທີ່ຫາມື້ຫາເລິກງາມຍາມດີກັນໄວ້ແລ້ວ ຈໍາເປັນຕ້ອງເຂົ້າປະຕູວິວາໃນຊ່ວງນີ້ເທົ່ານັ້ນ ກໍຕ້ອງຍອມຮັບວ່າສ່ຽງຫຼາຍ ເນື່ອງຈາກແຂກທີ່ມາຮ່ວມງານແຕ່ງມາຈາກຫຼາກຫຼາຍທີ່ ແຕ່ເມື່ອຫຼີ້ກລ່ຽງບໍ່ໄດ້ກໍຕ້ອງມີມາດຕະການປ້ອງກັນຢ່າງເຄັ່ງຄັດ ເຊໍັ່ນ ມີການກວດໄຂ້, ວາງເຈວລ່າງມືໄວ້ຕາມຈຸດຕ່າງໆ ແຈກຜ້າປິດປາກ ລວມເຖິງຄູ່ບ່າວສາວເອງກໍຕ້ອງໃ່ສ່ຜ້າປິດປາກ ສໍາຫຼັບເຈົ້າສາວຫຼາຍຄົນຄົງຈະຄິດຫຼາຍ ແລະ ເສຍດາຍບໍ່ໜ້ອຍຫາກຈໍາເປັນຕ້ອງໃສ່ຜ້າປິດປາກທີ່ປິດບັງໃບໜ້າງາມໆໃນມື້ສໍາຄັນຂອງຕົນເອງ ແຕ່ຢ່າຟ້າວຮູ້ສຶກເສຍໃຈໄປກ່ອນ ເພາະມື້ນີ້ ຂວັນໃຈ ໄດ້ນໍາເອົາ Idea ຊຸດແຕ່ງດອງພ້ອມຜ້າປິດປາກສຸດເກ໋ທີ່ບັນນານັກອອກແບບ ແລະ ແບຣນຊຸດແຕ່ງດອງຕ່າງໆທີ່ໄດ້ອອກແບບຂຶ້ນມາເພື່ອເຈົ້າສາວໃນຊ່ວງໂຄໂຣນ່າໄວຣັສກຳລັງລະບາດມາຝາກກັນ ບອກເລີຍວ່າທັງງາມ ແລະ ປ້ອງກັນຕົວເອງໄປໄດ້ໃນຕົວ ຖືວ່າເປັນ Trend ຊຸດແຕ່ງດອງ 2020 ທີ່ນ່າຈັບຕາເບິ່ງເລີຍທີດຽວ…ພະຍາດລະບາດ COVID-19  ກຳລັງລະບາດໜັກ ເຈົ້າສາວທີ່ຈະເຂົ້າພິທີແຕ່ງດອງໃນຊ່ວງນີ້ກໍຕ້ອງປັບຕົວ ໃຫ້ເຂົ້າກັບສະຖານະການກັນຈັກໜ້ອຍເນາະ! ໄປເບິ່ງນໍາກັນວ່າຊຸດແຕ່ງດອງທີ່ມາພ້ອມກັບຜ້າປິດປາກຂອງເຈົ້າສາວນັ້ນຈະເກ໋ໄກ໋ພຽງໃດ໋! ພາບຈາກ: Instagram samo_hagras ຊຸດແຕ່ງດອງເກ໋ໆ ຂອງແບຣນ Samo Hagras  ຈາກປະເທດອີຢິບ …

Read More »

ນໍາ Fashions ບໍ່ທັນ! ລອງມາແຕ່ງແບບ Basic Look ກັນເບິ່ງບໍ່? ແຕ່ງງ່າຍແຕ່ຮັບຮອງວ່າໂດດເດັ່ນມີ Style ຢ່າງແນ່ນອນ…

Fashions ນັ້ນປ່ຽນແປງຢູ່ຕະຫຼອດເວລາ ຈົນເຮັດໃຫ້ສາວໆຄືເຮົາຕ້ອງແລ່ນນໍາມັນຈົນເມື່ອຍ ແຖມບາງເທື່ອກໍເປັນ Style ທີ່ແຕ່ງນໍາໄດ້ຍາກເຫຼືອເກີນ ມື້ນີ້ຂວັນໃຈເລີຍຂໍແນະນໍາ ໃຫ້ມາປ່ຽນເປັນ Basic Look ກັນເບິ່ງບໍ່? Look ພື້ນຖານທີ່ມີແຕ່ເສື້ອຢືດ ສົ້ງຢີນ ກັບເກີບຜ້າ ເທົ່ານີ້ກໍງາມໄດ້ ສາວໆລອງເປີດຕູ້ເຄື່ອງ ຊອກຫາສອງສາມຢ່າງນີ້ ເຊື່ອວ່າແຕ່ລະຄົນຕ້ອງມີຢູ່ແນ່ນອນ ແລ້ວໄປເບິ່ງກັນວ່າ Look ງ່າຍໆແບບນີ້ ຈະເຮັດໃຫ້ເຮົາໂດດເດັ່ນມີ Style ໄດ້ແນວໃດ? ໄປເບິ່ງກັນ! 1. Look Sport Girl ດ້ວຍເສື້ອແຂນຍາວກັບຢີນສີດໍາ 2. ເສື້ອແຂນຍາວສີສົດໄສກັບຢີນຊົງ Boy 3. ເສື້ອຢືດຕົວໃຫຍ່ກັບຢີນຂາມ້າ 4. ເສື້ອຢືດລາຍຂວາງກັບຢີນສີດໍາເຂັ້ມ 5. ເສື້ອຢືດແຂນສາມສີຂາວກັບຢີນສີດໍາໝົ່ນ 6. ເສື້ອຢືດລາຍຂວາງກັບຢີນສີຟ້າອ່ອນ 7. ເສື້ອຢືດສີຂາວຕົວໃຫຍ່ກັບຢີນຂາສັ້ນ 8. ເສື້ອຢືດສີຂາວກັບຢີນຊົງສະກິນນີ່ສີດໍາ 9. ເສື້ອຢືດແຂນຍາວກັບຢີນສີ Classic ແບບຂາດ …

Read More »

Fashion ຊຸດກີ່ເພົ້າງາມໆ ສໍາລັບເທສະການ…

Fashion ຊຸດກີ່ເພົ້າງາມໆ ສໍາລັບເທສະການບຸນປີໃໝ່ຂອງຊາວຈີນ  ຊຸດກີ່ເພົ້າເປັນຊຸດປະຈໍາຊາດຂອງປະເທດຈີນ ແຕ່ໃນປະເທດເຮົາກໍນິຍົມກັນໃສ່ຫຼາຍໃນໄລຍະເທສະການບຸນປີໃໝ່ຂອງຊາວຈີນ (ກຸດຈີນ) ເພາະວ່າໃນປະເທດເຮົາກໍມີຄົນຈີນອາໄສຢູ່ບໍ່ໜ້ອຍກໍເລີຍເຮັດໃຫ້ປະເທດເຮົານິຍົມເອົາມາໃສ່ເພຶ່ອເປັນການສະເຫຼີມສະຫຼອງບຸນປີໃໝ່ຂອງປະເທດຈີນນີ້ ແລ້ວສາວໆແຟນຂວັນໃຈເດ້ມີຊຸດກີ່ເພົ້າທີ່ຕົນເອງມັກແລ້ວບໍ່? ຖ້າຍັງບໍ່ມີມື້ນີ້ ຂວັນໃຈ ໄດ້ນໍາເອົາ Fashion ແບບຊຸດກີ່ເພົ້າງາມໆມາຝາກ ຫຼື ສາວໆຄົນໃດທີ່ຍັງບໍ່ເຄີຍໃສ່ກໍສາມາດຊອກຊື້ມາໃສ່ກັນດ່ວນ ດຽວຊິຕົກເທຼນເດີ້!!!   ຂອບໃຈເຈົ້າຂອງຮູບພາບ  

Read More »