Breaking News

Trendy

Adidas ອອກ “ເກີບສໍາລັບສາຍມັກແລ່ນ Ultraboost 22” ສີໃໝ່ ຊົງພະລັງ ເນັ້ນຄວາມປອດໄພ

Adidas ເປີດໂຕເກີບສໍາລັບແລ່ນ Ultraboost 22 ສີໃໝ່ ສະແດງເຖິງພະລັງງານ ແລະ ຍັງແຝງໄປດ້ວຍກິ່ນອາຍແຫ່ງກາຍຜ່ອນຄາຍໃນລະດູຮ້ອນເກີບລຸ້ນນີ້ຖືກອອກແບບໂດຍນັກອອກແບບ ແລະ ນັກພັດທະນາຜະລິດຕະພັນຍິງລ້ວນທີ່ເຮັດວຽກກັບກຸ່ມນັກແລ່ນຍິງຂອງ Adidas ຢ່າງໃກ້ຊິດ ແລະ ມີການໃຊ້ຖານຂໍ້ມູນກາຍວິພາກແບບອອນໄລ ສະແກນຮູບຕີນຫຼາຍກວ່າ 1.2 ລ້ານຄັ້ງ ຈົນໄດ້ອອກມາເປັນ ເກີບ Ultraboost 22 ມີຄຸນສົມບັດພິເສດໃນການຄືນພະລັງງານໃຫ້ກັບນັກແລ່ນໄດ້ຫຼາຍກວ່າ 4% ເມື່ອທຽບກັບລຸ້ນ Ultraboost 21 ນອກຈາກເປີດໂຕ Ultraboost 22 ສີໃໝ່ ແລ້ວ adidas Running ຍັງໄດ້ຮ່ວມມືກັບ White Ribbon ອົງກອນການກຸສົນລະດັບໂລກທີ່ໃຫ້ຄວາມສໍາຄັນກັບການຢຸດຄວາມຮຸນແຮງຕໍ່ຜູ້ຍິງ ແລະ Amanda Sussman ຜູ້ຂຽນໜັງສື ແລະ ປົກປ້ອງສິດທິມະນຸດ ໃນການອອກແບບແຜນການຮຽນຮູ້ທີ່ມີເປົ້າໝາຍໃນການມອບຄວາມປອດໄພໃຫ້ກັບຜູ້ຍິງໃນຂະນະອອກໄປແລ່ນຕາມສະຖານທີ່ຕ່າງໆ. . ປັບຮູບແບບຂອງ PRIMEKNIT+ ໃນບໍລິວານ forged zones. …

Read More »

5 ກ້ອງໄລ້ສົດ 2022 ສໍາລັບຄົນເລີ່ມຕົ້ນ ດ້ວຍງົບພຽງ 15000-30000 ບາດ

ສໍາລັບໃຜທີ່ຢາກໄລ້ ຢາກເຮັດໃຫ້ໄລ້ອອກມາດີມີຄຸນນະພາບ ແບບເປັນມືອາຊີບ ແນ່ນອນວ່າກໍຕ້ອງຢາກໄດ້ກ້ອງດີໆຈັກເຄື່ອງທີ່ໃຊ້ງານງ່າຍ ຕອບໂຈດການເຮັດວຽກທັງເລື່ອງພາບ ແລະ ສຽງ ພ້ອມນັ້ນຍັງບໍ່ເກີນງົບທີ່ວາງໄວ້ ມື້ນີ້ຂວັນໃຈພາມາເບິ່ງ 5 ກ້ອງໄລ້ສົດ 2022 ສໍາລັບຄົນເລີ່ມຕົ້ນ ແລະ ເໝາະກັບງານລະດັບມືອາຊີບ ດ້ວຍງົບພຽງແຕ່ 15000-30000 ບາດ ມາເບິ່ງກັນເລີຍວ່າຈະມີລຸ້ນໃດແນ່… Sony ZV-1. ໂດດເດັ່ນທີ່ຂະໜາດນ້ອຍ, ພົກພາງ່າຍ ແລະ ພາບງາມຄົມຊັດ. ອໍໂຕ້ໂຟກັສແມ້ນ ຈັບໂຕແບບໄດ້ແມ່ນແຕ່ກໍາລັງເຄື່ອນໄຫວ. ໜ້າຈໍແບບ Clean HDMI ຄວາມລະອຽດ 4K HDR. ຊ່ອງຕໍ່ໄມ ແລະ ຫູຟັງເພື່ອຮອງຮັບການເຮັດວຽກທີ່ຕ້ອງການຄຸນນະພາບສຽງສູງຂຶ້ນ. ໄລ້ໄດ້ທັງແນວນອນ ແລະ ແນວຕັ້ງ Canon EOS M50 Mark II. ກ້ອງຂະໜາດນ້ອຍ, ກະທັດຮັດ ໃຊ້ງານງ່າຍ. ພາບງາມຄົມຊັດ ໃຫ້ລາຍລະອຽດສີສັນທີ່ຄົບຖ້ວນ. ໂຟກັສໄວເຖິງແມ່ນຈະເຄື່ອນທີ່ລະຫວ່າງໄລ້. …

Read More »

Nissan TERRA – ເປັນລຸ້ນສືບທອດລົດ SUV ຂອງ Nissan ທີ່ມີມາຢ່າງຍາວນານກວ່າ 60 ປີ.

ລົດ SUV ຂະໜາດ 7 ບ່ອນນັ່ງ ເພື່ອຕອບສະໜອງຄວາມຕ້ອງການລົດ SUV ອະເນກປະສົງທີ່ເພີ່ມຂຶ້ນໃນອາຊີຕາເວັນອອກສຽງໃຕ້. ເດືອນຕຸລາ ປີ 2021 – ບໍລິສັດ Tan Chong Motor (Lao) Co. Ltd. (“TCML”), ຕົວແທນຈໍາໜ່າຍພາຫະນະຂອງ Nissan ພຽງໜຶ່ງດຽວ ໃນ ສປປ ລາວ ແລະ ເປັນບໍລິສັດລູກຂອງ Tan Chong Motor Holdings Berhad (Malaysia), ມີແຜນຈະເປີດໂຕແລະວາງຈໍາໜ່າຍລົດ Nissan Terra ລຸ້ນໃໝ່ໃນໄວໆນີ້ ຫຼັງຈາກເປີດໂຕໄປແລ້ວໃນບາງປະເທດເຂດອາຊີຕາເວັນອອກສຽງໃຕ້. ລົດ Nissan Terra ໃໝ່ ແມ່ນເປັນລຸ້ນສືບທອດຕະກຸນລົດ SUV ຂອງ Nissan ທີ່ມີມາຢ່າງຍາວນານກວ່າ 60 ປີ …

Read More »

Nissan ALMERA – ຍອດຂາຍກວ່າ 20,000,000 ຄັນ ນັບຕັ້ງແຕ່ມື້ເປີດໂຕຮອດປັດຈຸບັນ

Nissan ALMERA – ຍອດຂາຍກວ່າ 20,000,000 ຄັນ ນັບຕັ້ງແຕ່ມື້ເປີດໂຕຮອດປັດຈຸບັນ ເດືອນຕຸລາ ປີ 2021 – ບໍລິສັດ Tan Chong Motor (Lao) Co. Ltd. (“TCML”), ຕົວແທນຈໍາໜ່າຍພາຫະນະຂອງ Nissan ພຽງໜຶ່ງດຽວ ໃນ ສປປ ລາວ ແລະ ເປັນບໍລິສັດລູກຂອງ Tan Chong Motor Holdings Berhad (Malaysia), ຈະເປີດໂຕແລະວາງຈໍາໜ່າຍລົດເກັງຂອງ Nissan ທີ່ຂາຍດີທີ່ສຸດໃນໂລກໃນໄວໆນີ້. ກ່ອນອື່ນ, ໄປທຳຄວາມຮູ້ຈັກກັບຄວາມເປັນມາອັນຍາວນານຂອງລົດລຸ້ນດັ່ງກ່າວກັນເລີຍ. ປີ 1966-1969 – ລົດ Nissan ລຸ້ນ 1000cc ລຸ້ນທໍາອິດ ໄດ້ຖືກວາງຈໍາໜ່າຍໃນປະເທດຍີ່ປຸ່ນ. Datsun Sunny ເປັນລົດລຸ້ນນ້ອຍ …

Read More »

ແຟຊັ່ນທີ່ກໍາລັງມາແຮງທີ່ສຸດໃນປະເທດຍີ່ປຸ່ນ…​

ເວົ້າເຖິງເລື່ອງແຟຊັ່ນທີ່ກໍາລັງຮີດ ແລະ ເປັນທີ່ຮືຮາໃນໂລກໂຊຊຽວເລີຍກໍວ່າໄດ້ກັບສາຍແຂນທີ່ຫຼາຍຄົນເຫັນແລ້ວຕ້ອງເວົ້າເປັນສຽງດຽວກັນວ່າ ນີ້ມັນ ໜວດກຸ້ງ ຫຼືສາຍເຄໂບ້ທາຍ ນີ້ເອງ ແຕ່ວ່າສາຍນີ້ບໍ່ທໍາມະດາກັບລາຄາ ກັບບ້ານເຮົາທີ່ສາມາດຊື້ໄດ້ຕາມຮ້ານຂາຍເຄື່ອງໄຟຟ້າທົ່ວໄປ…. ສິນຄ້າເຄື່ອງປະດັບນີ້ໄດ້ວາງຂາຍໃນເວບໄຊ Farfetch ສູນລວມເຄື່ອງແຟຊັ່ນລະດັບ ໄຮເອັນ ທີ່ມີທັງເສື້ອຜ້າ ແລະ ເຄື່ອງປະດັບຕ່າງໆວາງຂາຍ. ສຳລັບສາຍແຂນທີ່ໄດ້ແຮງບັນດານໃຈຈາກໜວດກຸ້ງທີ່ເຮົາເອົາໄວ້ມັດສາຍໄຟໃຫ້ເປັນລະບຽບຮຽບຮ້ອຍ ລ່າສຸດ AMBUSH ໄດ້ປະດິດສາຍແຂນ AMBUSH ZIP TIE BRACELETໃຫ້ໄດ້ຕື່ນຕ່ຕື່ນໃຈກັນ ສາຍແຂນໜວດກຸ້ງຂອງ AMBUSH ນີ້ ເຮັດຈາກທອງເຫຼືອງແລ້ວຍ້ອມສີ ມີທັງສີຟ້າ, ດຳ, ຄຳ, ເຫຼືອງ ແລະ ຂາວ. ເຖິງວ່າຮູບຮ່າງຈະເບິ່ງທໍາມະດາ ແຕ່ລາຄານີ້ບໍ່ທໍາມະດາເລີຍ ເພາະລາຄາເລີ່ມຕົ້ນຢູ່ທີ່ 400 -​ 600 ໂດລາສະຫະລັດກັນເລີຍ.

Read More »