Breaking News

ເບິ່ງດວງລາຍວັນ

ດວງວັນທີ 1 ກັນຍາ ສຳລັບຄົນເກີດວັນຈັນ-ອາທິດ.

ມື້ນີ້ແອັດມິນ ນຳເອົາດວງທາງດ້ານວຽກງານ, ການເງິນ ແລະ ຄວາມຮັກ ມາໃຫ້ທຸກຄົນເບິ່ງ ມີຄົບທຸກວັນເກີດຕັ້ງແຕ່ ວັນຈັນ-ວັນອາທິດ ມາເບິ່ງນຳກັນວ່າດວງຂອງວັນທີ 1 ກັນຍາ ປີ 2020 ດວງແຕ່ລະຄົນຈະເປັນແນວໃດ ດວງສຳລັບຄົນເກີດວັນອາທິດ ວຽກງານ: ເຮັດທຸລະກິດໄດ້ກຳໄລດີ ການເງິນ:​ ຫາເງິນໄດ້ທັນກັບການໃຊ້ຈ່າຍ ຄວາມຮັກ: ມີໂອກາດພົບກັບຄົນຮັກທີ່ມີອາຍຸຫຼາຍກວ່າ ດວງສຳລັບຄົນເກີດວັນຈັນ ວຽກງານ: ເຮັດທຸລະກິດການຂາຍອອນລາຍໄດ້ກຳໄລດີ ການເງິນ:​ ມີເລື່ອງຈຳເປັນຕ້ອງໃຊ້ຈ່າຍແບບບໍ່ຄາດຄິດ ຄວາມຮັກ: ຈະພົບກັບຄົນທີ່ມີອາຍຸຫຼາຍກວ່າ ດວງສຳລັບຄົນເກີດວັນອັງຄານ ວຽກງານ: ການໃຊ້ເງິນໃນເຂົ້າໃນການລົງທຶນທຸລະກິດ ຈະພົບຄວາມສຳເັດ ການເງິນ:​ ມີໂອກາດໃຊ້ເງິນຊື້ອະສັງຫາລິມະຊັບ ຄວາມຮັກ: ລະວັງເກີດການຄັດແຍ້ງ ດ້ານຄວາມສຳພັນ ດວງສຳລັບຄົນເກີດວັນພຸດ ວຽກງານ: ການເຮັດທຸລະກິດ ລະວັງຈະເກີດຄວາມຜິດພາດ ຫຼືຄວາມລ້າຊ້າ ດັ່ງນັ້ນ,​ ຕ້ອງຕັ້ງສະຕິໃຫ້ດີ ການເງິນ:​ ຈະໄດ້ເງິນເຂົ້າມາແບບບໍ່ຄາດຄິດ ຄວາມຮັກ: ຈະພົບຮັກກັບຄົນດີ ມີສະເໜ່ ດວງສຳລັບຄົນເກີດວັນພະຫັດ …

Read More »

ດວງປະຈໍາວັນ ອັງຄານ, ວັນທີ 19 ມິຖຸນາ 2018

• ວັນອາທິດ. ການເງິນ: ເມື່ອຍໃນການຫາເງິນໂດຍບໍ່ມີໃຜຄ່ອຍຊ່ວຍເຫຼືອ ວຽກງານ: ມື້ນີ້ບໍ່ຄ່ອຍມີສໍາມາທິເຮັດວຽກປານໃດ ລະວັງເຮັດວຽກຜິດພາດ ຄວາມຮັກ: ຄົນໂສດ ຈະໄດ້ພົບເນື້ອຄູ່ ຫຼື ຄົນຮູ້ໃຈໃນງານສັງຄົມ ສ່ວນຄົນມີຄູ່ ຄວາມສໍາພັນບໍ່ຄ່ອຍດີປານໃດ ເພາະອີກຝ່າຍໃຊ້ແຕ່ອາລົມມາຕັດສິນບັນຫາ • ວັນຈັນ. ການເງິນ: ແມ່ນວ່າຈະມີເງິນເຂົ້າມາ ແຕ່ກໍບໍ່ໄດ້ມາແບບງ່າຍໆ ເພາະຄົນອ້ອມຂ້າງຂັດຂວາງ ວຽກງານ: ຄົນອ້ອມຂ້າງຢື່ນໂອກາດດີໆໃຫ້ ຂໍພຽງແຕ່ທ່ານກ້າສ່ຽງ ແລະ ກ້າປ່ຽນແປງຕົນເອງ ຄວາມຮັກ: ຄົນໂສດ ທົນເຫງົາອີກຕໍ່ໄປຍັງບໍ່ມີວີ່ແວວຂອງຄົນຮັກເລີຍ ສ່ວນຄົນມີຄູ່ ມີແວວຈະຊວນກັນເດີນທາງໄກທ່ອງທ່ຽວນໍາກັນ • ວັນອັງຄານ. ການເງິນ: ມີແຕ່ລາຍຈ່າຍ ແລະ ຍັງບໍ່ມີລາຍໄດ້ເຂົ້າມາອີກ ວຽກງານ: ວຽກຫຼາຍກວ່າປົກກະຕິ ເພາະຄົນອ້ອມຂ້າງຊອກວຽກມາໃຫ້ເຮັດ ຄວາມຮັກ: ຄົນໂສດ ລະວັງໄປຫຼົງຮັກຄົນມີເຈົ້າຂອງ ຫຼື ໄປຫຼົງຮັກຄົນທີ່ບໍ່ຄູ່ຄວນ ສ່ວນຄົນມີຄູ່ ມີເກນຜິດຖຽງກັນເພາະອີກຝ່າຍຜິດສັນຍາທີ່ໃຫ້ໄວ້ກັບອີກຝ່າຍ ແລະ ບໍ່ມີເວລາໃຫ້ • ວັນພຸດ. ການເງິນ: ຂ້ອນຂ້າງດີ …

Read More »

ດວງປະຈໍາວັນ ຈັນ, ວັນທີ 18 ມິຖຸນາ 2018

• ວັນອາທິດ. ການເງິນ: ມີເກນວາງແຜນທ້ອນເງິນເພື່ອໃຊ້ຈ່າຍບາງຢ່າງ ວຽກງານ: ບໍ່ຄ່ອຍເປັນໄປຕາມທີ່ຫວັງໄວ້ ເພາະບໍ່ມີໂອກາດໄດ້ສະແດງຝີມືເລີຍ ຄວາມຮັກ: ຄົນໂສດ ມັກໃຜກໍມີແຕ່ຄົນຕົວະໃຊ້ ຫວັງຜົນປະໂຫຍດຫຼາຍກວ່າຄວາມຮັກ ສ່ວນຄົນມີຄູ່ ເຮັດດີປານໃດແຟນກໍບໍ່ເຫັນຄ່າ ຈົນທ່ານຮູ້ສຶກນ້ອຍໃຈ • ວັນຈັນ. ການເງິນ: ມີໂຊກເຊັ່ນ: ໄດ້ຂອງຂວັນ, ໄດ້ສິ່ງຂອງທີ່ມີຄ່າ, ເງິນເດືອນຂຶ້ນ ວຽກງານ: ມີການປ່ຽນແປງໄປໃນທາງທີ່ດີຂຶ້ນ ເພາະມີໂອກາດໃນການເຮັດວຽກທີ່ຈະໄດ້ສະແດງຝີມືຢ່າງເຕັມທີ ຄວາມຮັກ: ຄົນໂສດ ລະວັງໄປຫຼົງມັກຄົນມີເຈົ້າຂອງໂດຍບໍ່ຮູ້ຕົວ ສ່ວນຄົນມີຄູ່ ແມ່ນວ່າຈະມີແຟນແລ້ວແຕ່ກໍຍັງໄປແອບມັກຄົນອື່ນຢູ່ ຈົນເຮັດໃຫ້ຜິດຖຽງກັບແຟນ • ວັນອັງຄານ. ການເງິນ: ບໍ່ໂດດເດັ່ນປານໃດ ແຕ່ກໍພໍມີລາຍໄດ້ເຂົ້າມາເລັກນ້ອຍ ວຽກງານ: ມັກຜິດໃຈກັບໝູ່ຮ່ວມວຽກຢູ່ເລື້ອຍໆ ຈຶ່ງເຮັດໃຫ້ວຽກບໍ່ຄືບໜ້າ ຄວາມຮັກ: ຄົນໂສດ ມີຄົນມາລົມ ແຕ່ບໍ່ຄ່ອຍຖືກໃຈ ສ່ວນຄົນມີຄູ່ ມີຄວາມສຸກ ເພາະແຟນເອົາໃຈໃສ່ ມີການປັບຕົວເຂົ້າຫາກັນ • ວັນພຸດ. ການເງິນ: ມີໂອກາດໄດ້ສິ່ງຂອງມີຄ່າ ຫຼື ຂອງຂວັນຈາກຄົນຮັກ …

Read More »

ດວງປະຈໍາວັນ ສຸກ,ວັນທີ 15 ມິຖຸນາ 2018

• ວັນອາທິດ ການເງິນ: ມີເກນເສຍເງິນເພື່ອເບິ່ງແຍງສຸຂະພາບ ຫຼື ເພື່ອຄວາມງາມ ວຽກງານ: ມີເກນເຈັບຫົວກັບໝູ່ຮ່ວມວຽກ ຫຼື ບໍລິວານ ເພາະຕ້ອງໄດ້ນໍາໄປແກ້ໄຂບັນຫາທີ່ຄົນອື່ນສ້າງໄວ້ ຄວາມຮັກ: ຄົນໂສດ ມີຄວາມຮັກແບບບໍ່ເປີດເຜີຍ ເພາະຄົນອ້ອມຂ້າງບໍ່ສະໜັບສະໜູນ ຈຶ່ງຕ້ອງໄດ້ແອບຄົບກັນ ສ່ວນຄົນມີຄູ່ ມີແຕ່ຄົນພະຍາຍາມເຮັດໃຫ້ທ່ານ ແລະ ຄົນຮັກຜິດຖຽງກັນ • ວັນຈັນ ການເງິນ: ຈະໄດ້ໂຊກຈາກຄອບຄົວ ແລະ ຍາດພີ່ນ້ອງ ວຽກງານ: ຈະມີໂອກາດດີໆເຂົ້າມາເຊັ່ນ: ມີຄົນສະເໜີວຽກໃໝ່ໆມາໃຫ້ເຮັດ ຫຼື ມີບົດບາດໃນຫ້ອງການຫຼາຍຂຶ້ນ ຄວາມຮັກ: ຄົນໂສດ ໄປມັກຄົນອາຍຸນ້ອຍກວ່າ ຈຶ່ງເຮັດໃຫ້ຫົວໃຈຫວານຊື່ນ ສ່ວນຄົນມີຄູ່ ຝ່າຍໜຶ່ງພະຍາຍາມເອົາໃຈອີກຝ່າຍ ແຕ່ອີກຝ່າຍບໍ່ເຄີຍສົນໃຈ ບໍ່ເຄີຍເຫັນຄ່າ • ວັນອັງຄານ ການເງິນ: ມີລາຍໄດ້ເຂົ້າມາຫຼາຍທາງ ຖ້າມີບັນຫາເລື່ອງເງິນກໍຈະມີຄົນຊ່ວຍເຫຼືອ ວຽກງານ: ວຽກຂ້ອນຂ້າງໜັກ ແຕ່ກໍມ່ວນກັບການເຮັດວຽກ ຄວາມຮັກ: ຄົນໂສດ ມີຄົນມາລົມ ແຕ່ຍັງບໍ່ມີຄົນຖືກໃຈ ສ່ວນຄົນມີຄູ່ …

Read More »

ດວງປະຈໍາວັນ ພະຫັດ, ວັນທີ 14 ມິຖຸນາ 2018

• ວັນອາທິດ ການເງິນ: ມີເກນເສຍເງິນເຮັດບຸນ ຫຼື ໃຊ້ຈ່າຍເພື່ອການເດີນທາງໄປທໍາບຸນ ວຽກງານ: ຄົນທີ່ມີບັນຫາເລື່ອງວຽກ ແມ່ນຈະໄດ້ຮັບຄວາມຊ່ວຍເຫຼືອຈາກຜູ້ໃຫຍ່ ຄວາມຮັກ: ຄົນໂສດ ມີໂອກາດພົບຄົນຖືກໃຈໃນງານສັງຄົມ ສ່ວນຄົນມີຄູ່ ມີເກນເດີນທາງໄກຮ່ວມກັນ ແລະ ມີໂອກາດໄປເຮັດບຸນນໍາກັນ • ວັນຈັນ ການເງິນ: ເຖິງຈະມີເງິນເຂົ້າມາເລື້ອຍໆ ແຕ່ກໍມີລາຍຈ່າຍເຂົ້າມາເລື້ອຍໆຄືກັນ ວຽກງານ: ມີແວວຈະຖືກເຈົ້ານາຍຕໍາໜິ ເພາະທ່ານເຮັດວຽກຜິດພາດ ຄວາມຮັກ: ຄົນໂສດ ໄດ້ແຕ່ແອບມັກເຂົາຂ້າງດຽວ ສ່ວນຄົນມີຄູ່ ຮູ້ທັງຮູ້ວ່າແຟນປ່ຽນໄປ ແຕ່ກໍບໍ່ກ້າເຮັດຫຍັງ • ວັນອັງຄານ ການເງິນ: ຈະຮູ້ສຶກວ່າຖືກເອົາປຽບທາງດ້ານການເງິນ, ການເຮັດສັນຍາ ວຽກງານ: ຄົນອ້ອມຂ້າງພະຍາຍາມສ້າງເລື່ອງທີ່ບໍ່ດີກ່ຽວກັບທ່ານຂຶ້ນມາ ຈົນເຮັດໃຫ້ຄົນອື່ນເຂົ້າໃຈທ່ານຜິດ ຄວາມຮັກ: ຄົນໂສດ ລະວັງຄົນມີເຈົ້າຂອງເຂົ້າມາພົວພັນເຮັດໃຫ້ຊໍ້າໃຈ ສ່ວນຄົນມີຄູ່ ຈະມີມືທີ່ສາມເຂົ້າມາວຸ້ນວາຍ • ວັນພຸດ ການເງິນ: ດີຂຶ້ນ ຈະມີຊ່ອງທາງໃໝ່ໆໃນການຫາເງິນ ຈຶ່ງເຮັດໃຫ້ມີລາຍໄດ້ເພີ່ມຂຶ້ນ ວຽກງານ: ເຮັດວຽກໜັກຈົນເກືອບບໍ່ມີເວລາພັກຜ່ອນ ຄວາມຮັກ: …

Read More »