Breaking News

Horoscope

Wow! “ຕູນ-ກ້ອຍ” ໂຊບັດເຊີນ ພ້ອມເຜີຍຄອນເຊັບງານດອງ

ກ້ອຍ-ຕູນ ເຜີຍໂສມບັດເຊີນງານດອງແລ້ວ ເຊິ່ງອອກແບບໃຫ້ເປັນແຜ່ນສຽງສຸດຄຣາສິກ ແບບລຽບແຕ່ຫຼູອອກແນວຫວານລະມຸນ ຫຼາຍຄົນບອກວ່າເປັນບັດທີ່ມີຄວາມລົງຕົວ ແລະ ເຂົ້າກັບບັນຍາກາດຄອນເຊັບງານດອງເປັນຢ່າງດີ ໃກ້ເຂົ້າມາແລ້ວເດີ!! ສໍາຫລັບງານແຕ່ງຂອງຄູ່ຮັກດາຣານັກແລ່ນ ຕູນ ບໍດີສະແລມ-ກ້ອຍ ຣັຊວິນ ເຊິງເປັນອີກໜຶ່ງງານທີ່ບັນດາແຟນໆຕ່າງກໍໃຫ້ຄວາມສົນໃຈ ແລະ ຖ້າຕິດຕາມຫຼາຍທີ່ສຸດ ຫຼັງຈາກທີ່ທັງຄູ່ໄດ້ວາງແຜນງານດອງໄວ້ແຕ່ຕົ້ນປີທີ່ຜ່ານມາ ແຕ່ເນື່ອງຈາກວ່າຕິດສະຖານະການໂຄວິດ-19 ທີ່ແຜ່ລະບາດ ຈຶ່ງເຮັດໃຫ້ທຸກຢ່າງໄດ້ເລື່ອນອອກໄປ. ຈາກນັ້ນ ທັງຄູ່ກໍໄດ້ແຈ້ງຂ່າວເລື່ອນງານມຸງຄຸນມາເປັນວັນທີ 28 ພະຈິກ 2020 ແລະ ສາວກ້ອຍເອງກໍມີພາບລອງຊຸດເຈົ້າສາວອອກມາໃຫ້ເຫັນແວບໆ ເຖິງວ່າຈະມາພຽງຊຸດດຽວແຕ່ກໍສໍາຜັດໄດ້ເຖິງຄວາມອະລັງການງານສ້າງຂອງຊຸດວິວາບໍ່ແມ່ນນ້ອຍໆເລີຍເດີ!! ຫລ້າສຸດ ຕູນ-ກ້ອຍ ກໍໄດ້ໂພສໂຊບັດເຊີນທີ່ເຮັດແລ້ວເປັນທີ່ຮຽບຮ້ອຍ ເຊິງອອກແບບເປັນແຜ່ນສຽງ ພື້ນຫຼັງເປັນສີນໍ້າເງິນ ເອີ້ນໄດ້ວ່າເຂົ້າກັບLifestyleຂອງທັງຄູ່ທີ່ສຸດເລີຍກໍວ່າໄດ້. ສ່ວນຄອນເຊັບຂອງງານສາວກ້ອຍບອກວ່າ ອ້າຍຕູນຢາກໃຫ້ມີຄວາມສະໜຸກສະໜານ ແລະ ທີ່ວາງໄວ້ແມ່ນເປັນຄອນເຊັບສວນສະໜຸກ. ຂໍ້ມູນຈາກ: sanook.com

Read More »

6 ໝາກໄມ້ທີ່ມີວິຕາມິນບໍາລຸງຜິວໃຫ້ຂາວໃສ

ຜິວງາມໃຜໆກໍຢາກມີ ຜິວດີໃຜໆກໍຢາກໄດ້ ປັດຈຸບັນນີ້ການບໍາລຸງຜິວກໍມີຫຼາກຫຼາຍວິທີທີ່ແຕກຕ່າງກັນໄປ ມື້ນີ້ຂວັນໃຈຂໍເອົາໃຈສາວໆທີ່ມັກຂາວມັກງາມ ໂດຍການມາແນະນໍາອີກວິທີໜຶ່ງ ໃນການບໍາລຸງຜິວ ເຊິ່ງເປັນວິທີງ່າຍໆທີ່ສາວໆທຸກຄົນສາມາດເຮັດໄດ້ທຸກມື້ ແລະ ທຸກເວລາເລີຍກໍວ່າໄດ້ ນັ້ນກໍຄື….ການກິນໝາກໄມ້ທີ່ມີວິຕາມິນບໍາລຸງຜິວ ເຊິ່ງວິຕາມິນຕ່າງໆໃນໝາກໄມ້ນັ້ນແມ່ນສາມາດເຮັດໃຫ້ຜິວຂອງສາວໆນັ້ນຂາວໃສແບບທໍາມະຊາດ ແລະ ຜິວກໍຍັງແຂງແຮງອີກດ້ວຍ!! ເຊິ່ງຈະມີໝາກອີ່ຫຍັງແດ່ເຮົາໄປເບິ່ງກັນເລີຍ!! ໝາກແອບເປີ້ນ: ແອບເປີ້ນທຸກສາຍພັນແມ່ນປະກອບມີວິຕາມິນຊີເປັນຫຼັກ ເຊິ່ງຈະຊ່ວຍໃນເລື່ອງຂອງການຮັກສາການເຊື່ອມສະພາບຂອງ, ຊ່ວຍປົກປ້ອງຜິວຈາກແສງແດດ. ນອກຈາກວິຕາມິນຊີແລ້ວ ແອບເປີ້ນຍັງມີວິຕາມີນບີ 1 , ວິຕາມິນບີ 3, ແລະ ວິຕາມິນບີ 5 ທີ່ຊ່ວຍເພີ່ມພູມຕ້ານທາງໃຫ້ແກ່ຜິວເຮັດໃຫ້ຜິວອ່ອນກວ່າໄວ, ຊ່ວຍໃຫ້ຜິວນຽນໜຸມຊຸມຊື່ນ ແລະ ຂາວສົດໃສຂຶ້ນ ໝາກສົ້ມ: ເປັນໝາກໄມ້ທີ່ມີວິຕາມິນຊີສູງທີ່ສຸດ ເຊິ່ງແນ່ນອນວ່າວິຕາມິນຊີແມ່ນຈະຊ່ວຍໃນເລື່ອງຂອງການຫຼຸດ ແລະ ປົກປ້ອງການເກີດຮ່ອງຮອຍທີ່ໃບໜ້າໄດ້ດີທີ່ສຸດ ແຖມຍັງຊ່ວຍໃຫ້ໜ້າເປັ່ງປັ່ງຂຶ້ນອີກ ຍັງບໍ່ພໍ!! ໝາກສົ້ມຍັງມີຄຸນສົມບັດໃນການຊ່ວຍສ້າງຄໍລາເຈນ, ມີສານຕໍ່ຕ້ານອານຸມູນອິດສະຫຼະຢ່າງຫລວງຫຼາຍທີ່ຊ່ວຍເຮັດໃຫ້ໜ້າອ່ອນກວ່າໄວໄດ້ເປັນຢ່າງດີ ແລະ ສົ້ມຍັງມີວິຕາມິນບີເຊິ່ງໂດ່ດເດັ່ນໃນການສ້ອມແຊມເຊວຜິວ ແຖມຍັງປົກປ້ອງຄວາມມີນໍ້າມີນວນຂອງຜິວໄດ້ເປັນຢ່າງດີ ສະຕໍເບີຣີ: ເປັນອີກໜຶ່ງໃນໝາກໄມ້ທີ່ມີວິຕາມິນຊີ ແລະ ສານຕ້ານອະນຸມູນອິດສະຫຼະສູງ ຈຶ່ງຊ່ວຍໃນການຫຼຸດຮ່ອງຮອຍ ແລະ ກະຊັບຜິວໜ້າ …

Read More »

5 Idea !!! ການເຮັດວຽກເກັບເງິນຂອງສາວຍີ່ປຸ່ນ

ຍີ່ປຸ່ນຖືໄດ້ວ່າເປັນປະເທດທີ່ມີຄວາມກ້າວໜ້າທາງດ້ານເຕັກໂນໂລຊີທີ່ທັນສະໄໝ ແລະ ຄົນຍີ່ປຸນກໍເປັນຄົນທີ່ມີການວາງແຜນການເຮັດວຽກ ຫຼືແບບແຜນໃນການໃຊ້ຊີວິດ ໂດຍສະເພາະແມ່ນການວາງແຜນເລື່ອງການເກັບອອມເງິນ!!! ໂດຍສະເພາະແມ່ນສາວໂສດທັງຫຼາຍ ເຮົາມາເບິ່ງນໍາກັນວ່າ Working Women ຂອງຍີ່ປຸ່ນນັ້ນເກັບເງິນເພື່ອເປົ້າໝາຍຫຍັງແດ່!!! ເຮົາໄປເບິ່ງນໍາກັນເລີຍ… ເພື່ອເປັນທຶນໃນການແຕ່ງງານ!! ງານແຕ່ງດອງບໍ່ແມ່ນພຽນແຕ່ເປັນງານຂອງຝ່າຍໃດຝ່າຍໜຶ່ງພຽງຜູ້ດຽວ ດັ່ງນັ້ນ ການ Share ຄ່າໃຊ້ຈ່າຍຕ່າງກໍບໍ່ແມ່ນສິ່ງທີ່ໜ້າລັງກຽດສໍາຫລັບສາວໆ ຫາກຍັງເປັນອີກໜຶ່ງຄວາມພູມໃຈຂອງຜູ້ຍິງທີ່ສາມາດຊ່ວຍເຫລືອຄົນທີ່ຄົນທີ່ຕົນເອງຮັກໄດ້ ດັ່ງຄໍາເວົ້າທີ່ວ່າ “ອ້າຍອອກສອງນ້ອງອອກໜຶ່ງ” ເພື່ອງານອາດິເລກ ສາວໂສດຽວນີ້ມີກິດຈະກໍາຍາມຫວ່າງທີ່ໜ້າສົນໃຈຫຼາກຫຼາຍແບບ ບໍ່ວ່າຈະເປັນການທ່ອງທ່ຽວ, ການຊອກຮຽນເພີ່ມເສີມທັກສະຄວາມຮູ້, ການອອກກໍາລັງກາຍ ,ການເຂົ້າສະປາເສີມຄວາມງາມ ແລະ ອີກຫຼາຍໆກິດຈະກໍາຂຶ້ນກັບຄວາມມັກຂອງແຕ່ລະຄົນ ເພື່ອໄວ້ໃຊ້ໃນຍາມສຸກເສີນ!! ເງິນສໍາຮອງແມ່ນສິ່ງທີ່ຈໍາເປັນ ແລະ ມີຄວາມສໍາຄັນຫຼາຍ ຍ້ອນອະນາຄົດເຮົາບໍ່ສາມາດເບິ່ງເຫັນ ເພາະເຫດສຸກເສີນສາມາດເກີດຂຶຶ້ນໄດ້ກັບທຸກໆຄົນ ແລະ ທຸກເວລາ ດັ່ງຄໍາເວົ້າທີ່ວ່າ “ກັນໄວ້ດີກວ່າແກ້” ເພື່ອມໄວ້ໃຊ້ຍາມເຖົ້າສະລາ ບັ້ນປາຍຊີວິດໃນໄວທີ່ບໍ່ສາມາດເຮັດວຽກໄດຫາເງິນໄດ້ ລາຍໄດ້ກໍຈະບໍ່ມີ!! ຖ້າບໍ່ຢາກໃຫ້ຊີວິດຫຼັງກະສຽນພົບບັນຫາ ຖ້າມີການວາງແຜນເກັບເງິນເພື່ອໄວສະລາກໍຖືວ່າເປັນເລື່ອງດີ ເພື່ອຊື້ເຮືອນ!! ເຮືອນເປັນອີກໜຶ່ງຄວາມຝັນຂອງສາວໆຄືກັນ ອັນເປັນເຫດໃຫ້ບັນດາ Working Women ທັງຫຼາຍພາກັນຕັ້ງໜ້າຕັ້ງຕາຫາເງິນ ເພື່ອສ້າງຝັນໃຫ້ກາຍເປັນຈິງ …

Read More »

ດວງປະຈຳວັນທີ 4 ກັນຍາ 2020

ທ້າຍອາທິດແລ້ວ!!! ຫວັງວ່າທຸກຄົນຈະໂຊກດີ ໃນອາທິດນີ້ ເຊິ່ງມື້ນີ້ແອັດເອງ ກໍບໍ່ລືມທີ່ຈະນຳເອົາດວງທາງດ້ານວຽກງານ, ການເງິນ ແລະ ຄວາມຮັກ ມາອັບເດດໃຫ້ທຸກຄົນ, ມາເບິ່ງນຳກັນວ່າດວງຂອງວັນທີ 3 ກັນຍາ ປີ 2020 ດວງແຕ່ລະຄົນຈະເປັນແນວໃດ? ດວງສຳລັບຄົນເກີດວັນອາທິດ ວຽກງານ: ມີປາກສຽງເລັກນ້ອຍ ຫຼືບໍ່ເຂົ້າໃຈກັນ ກັບຄົນເພດກົງກັນຂ້າມ ໃນບັນດາເພື່ອນຮ່ວມງານ,​ ໃຫ້ລະວັງຄຳເວົ້າ ການເງິນ:​ ຄົນມີອາຍຸຈະໃຫ້ໂຊກດ້ານການເງິນ ຄວາມຮັກ: ຕ່າງຝ່າຍຕ່າງລັງເລທີ່ຈະເຂົ້າຫາກັນ ດວງສຳລັບຄົນເກີດວັນຈັນ ວຽກງານ: ໜ້າທີ່ການງານລາບລື່ນ ພະຍາຍາມພັດທະນາເລື້ອຍໆ ການເງິນ:​ ເສຍເງິນແບບກະທັນຫັນໃຫ້ຄົນໃກ້ຕົວ, ແຕ່ບໍ່ແມ່ນເລື່ອງຮ້າຍແຮງ ຄວາມຮັກ: ຈະພົບຄົນຫ່ວງໃຍ ແລະ ໃສ່ໃຈ ດວງສຳລັບຄົນເກີດວັນອັງຄານ ວຽກງານ: ມີໂອກາດໄດ້ສ້າງທຸລະກິດໃໝ່ ທີ່ຄາດວ່າຈະສຳເລັດ ແລະ ສ້າງຜົນກຳໄລສູງ ການເງິນ:​ ມີເລື່ອງຕ້ອງໃຊ້ເງິນຫຼາຍ ຄວາມຮັກ: ມີການຫຶງຫວງອີກຝ່າຍ ຍ້ອນຄວາມບໍ່ໄວ້ໃຈ ດວງສຳລັບຄົນເກີດວັນພຸດ ວຽກງານ: ທຸລະກິດ ຫຼືໜ້າທີ່ວຽກງານໄປໄດ້ດີ ເປັນທີ່ພໍໃຈຂອງຫົວໜ້າ ແລະ ເພື່ອນຮ່ວມງານ ການເງິນ:​ ຈະໄດ້ຮັບໂຊກ ແລະ ມີຜູ້ອຸປະຖຳ ຄວາມຮັກ: ຄວາມຮັກຢູ່ໃນໄລຍະຫວານຈົນນໍ້າອ້ອຍທຽບບໍ່ໄດ້ ດວງສຳລັບຄົນເກີດວັນພະຫັດ …

Read More »

ດວງປະຈຳວັນທີ 3 ກັນຍາ 2020

ມື້ນີ້ແອັດມິນ ນຳເອົາດວງທາງດ້ານວຽກງານ, ການເງິນ ແລະ ຄວາມຮັກ ມາໃຫ້ທຸກຄົນເບິ່ງ ມີຄົບທຸກວັນເກີດຕັ້ງແຕ່ ວັນຈັນ-ວັນອາທິດ ມາເບິ່ງນຳກັນວ່າດວງຂອງວັນທີ 3 ກັນຍາ ປີ 2020 ດວງແຕ່ລະຄົນຈະເປັນແນວໃດ ດວງສຳລັບຄົນເກີດວັນອາທິດ ວຽກງານ: ເຮັດທຸລະກິດທາງອອນລາຍປະສົບຜົນສຳເລັດ ການເງິນ:​ ການເງິນກຳລັງດີ ອາດມີໂຊກຕໍ່ເນື່ອງ ໂດຍຈະໄດ້ເງິນຈາກຄວາມສາມາດຕົນເອງ ຄວາມຮັກ: ລະວັງຈະມີບັນຫາເລື່ອງປາກສຽງສຳລັບຄົນທີກຳລັງຄົບຫາແຕ່ຍັງບໍ່ທັນໄດ້ແຕ່ງ ຫຼືໃຊ້ຊີວິດຢູ່ນຳກັນ ດວງສຳລັບຄົນເກີດວັນຈັນ ວຽກງານ: ທຸລະກິດໄປໄດ້ດີ ກຳລັງຢູ່ໃນຂາຂຶ້ນ ການເງິນ:​ ບໍ່ມີເຫດການທີ່ຈະໃຊ້ເງິນຫຼາຍເທື່ອ ແຕ່ຕ້ອງເສຍເງິນຊື້ເຄື່ອງໃຊ້ທົ່ວໄປ ຄວາມຮັກ: ຄວາມຮັກໄປໄດ້ດີ ຄົນທີ່ຄົບຫາກັນແລ້ວ ອາດຈະມີຂ່າວດີໃນໄວໆນີ້ ດວງສຳລັບຄົນເກີດວັນອັງຄານ ວຽກງານ: ໜ້າທີ່ວຽກງານຄ້ອນຂ້າງເຮັດໃຫ້ສັບສົນ ການເງິນ:​ ຍັງຢູ່ໃນເກນໃຊ້ຈ່າຍ ເພາະຈະມີຄົນມາຂໍຄວາມຊ່ວຍເຫຼືອ ຄວາມຮັກ: ມີການລະແວງເຊິ່ງກັນ ແລະ ແຕ່ຄວາມຈິງບໍ່ໄດ້ມີຫຍັງ ດວງສຳລັບຄົນເກີດວັນພຸດ ວຽກງານ: ວຽກງານກ່ຽວກັບການໃຊ້ ວາທະສິນ ກຳລັງໄປໄດ້ດ້ວຍດີ ເຊັ່ນ: ການເຈລະຈາ… ການເງິນ:​ ມີໂອກາດໄດ້ຮັບເງິນກ້ອນໃຫຍ່ ຄວາມຮັກ: ກຳລັງໄປໄດ້ດ້ວຍດີ ມີການສະແດງຄວາມຮັກທີ່ຫວານ ດວງສຳລັບຄົນເກີດວັນພະຫັດ ວຽກງານ: ສຳລັບຜູ້ທີ່ຈະດຳເນີນທຸລະກິດໃໝ່ ຄວນລົງມືເຮັດກັບຄົນຮູ້ຈັກ ຫຼື …

Read More »