Breaking News

Horoscope

Jessica Liu ຜູ້ຍິງທີ່ມີອິດທິພົນທີ່ສຸດໃນວົງການ E-Commerce ຂອງຈີນ

Essica Liu ຜູ້ຍິງທີ່ມີອິດທິພົນທີ່ສຸດໃນວົງການ E-Commerce ຂອງຈີນ ເຊິ່ງເມື່ອເວົ້າເຖິງເວທີການຄ້າ e-commerce ທີ່ໃຫຍ່ທີ່ສຸດຂອງຈີນ ໜຶ່ງໃນນັ້ນແມ່ນຕ້ອງມີຊື່ວ່າ Tmall ຈາກບໍລິສັດ Alibaba ຂອງ Jack Ma ທີ່ເອີ້ນໄດ້ວ່າເປັນເວບໄຊທ໌ E-Commerce ທີ່ໃຫຍ່ທີ່ສຸດຂອງ B2C ໃນປະເທດ ແລະ ໜຶ່ງໃນບຸກຄົນສຳຄັນໃນການຂັບເຄື່ອນ Tmall ກໍຄື “Jessica Liu”. ເລື່ອງຂອງ Liu ໜ້າສົນໃຈແນວໃດ?ເປັນຫຍັງ Liu ຈຶ່ງຖືກເອີ້ນວ່າເປັນແມ່ຍິງທີ່ມີອິດທິພົນສຸດໃນວົງການ e-commerce ຂອງຈີນ? Jessica Liu ເປັນປະທາແຟຊັ່ນ ແລະ brands ຫລູຫລາ ຄົນປັດຈຸບັນຂອງ Tmall. Liu ໄດ້ເຂົ້າມາເຮັດວຽກກັບບໍລິສັດ Alibaba ໃນປີ 2012 ເຊິ່ງຄວາມເປັນຈິງແລ້ວ Liu ເປັນຄົນທີ່ຄຸກຄີຢູ່ໃນວົງການຂອງ E-Commerce …

Read More »

ຄູມິ້ນ Mrs Laos World 2020 ຜູ້ສ້າງແຮງບັນດານໃຈໃຫ້ບັນດາສາວໆທີ່ຢາກປະສົບຜົນສໍາເລັດ

ຊີວິດຈິງຂອງຄົນເຮົານັ້ນບໍ່ໄດ້ສວຍງາມລາບລື່ນສະເໝີໄປ ຄົນທີ່ປະສົບຜົນສໍາເລັດ, ມີຊີວິດທີ່ດີ ແລະ ມີຊື່ສຽງ ແຟນໆຮູ້ບໍ່ວ່າເບື້ອງຫຼັງນັ້ນເຂົາເຈົ້າຕ້ອງພົບເຈີກັບອຸປະສັກຫຍັງມາແດ່? ມື້ນີ້ Kuanjai ຈະພາມາຮູ້ຈັກກັບ ຄູມິ້ນ ຜູ້ທີ່ສ້າງແຮງບັນດານໃຈໃຫ້ບັນດາສາວໆທີ່ຢາກເປັນນາງງາມ. ກວ່າຈະມາເປັນນາງງາມທີ່ມີຊື່ສຽງດັ່ງທຸກມື້ນີ້ ຄູມີ້ນຜ່ານອຸປະສັກຫຍັງແດ່…. ໄປເບິ່ງກັນເລີຍ….. ຄູມິ້ນ ຫຼືທີ່ຮູ້ຈັກກັນດີໃນນາມ ຄູມິ້ນ ຄຸດທະວອນ ອັກຄະຣາຊ Mrs Laos World 2020 ໄດ້ໃຫ້ສໍາພາດກັບ Centerstage Laos ວ່າ: ຕົນເອງເປັນຄົນທີ່ມີຄວາມມັກຮັກໃນການປະກວດ ແລະ ມີຄວາມໄຝ່ຝັນມາແຕ່ນ້ອຍ ມື້ໜຶ່ງຕ້ອງໄດ້ຂຶ້ນເວທີປະກວດໃຫ້ໄດ້ ເມື່ອມີໂອກາດຕົນເອງຈຶ່ງຕັດສິນໃຈເຂົ້າປະກວດດ້ວຍຄວາມຫວັງວ່າຈະໄດ້ຕໍ່ແໜ່ງ….ແຕ່ແລ້ວໃນເວທີທໍາອິດຜົນທີ່ອອກມາແມ່ນຕົກຮອບ! ແລະຫຼັງຈາກທີ່ຕົກຮອບ ກໍມີຄົນເວົ້າໃຫ້ຊໍ້າເຕີມຕ່າງໆນາໆ ແລະ ແນ່ນອນມັນເຮັດໃຫ້ເຮົາເກີດຄວາມທໍ້, ບໍ່ມີຄວາມໝັ້ນໃຈ, ຜິດຫວັງ ແລະ ບໍ່ມີແຮງທີ່ຈະໄປຕໍ່. ເຊິ່ງຕອນນັ້ນຕົນເອງກໍເກີດອຸບັດຕິເຫດແດ່ ບາດແຜກໍຍັງຊໍ້າ ແລະ ເລືອດກໍຍັງອອກຢູ່ ແຕ່ພໍໄດ້ຍິນໝູ່ບອກວ່າມີການປະກວດ ແລະ ດ້ວຍຄວາມທີ່ວ່າເຮົາມີແຮງຜັກດັນ, ມີບາດແຜຢູ່ໃນໃຈກໍເລີຍຄືດວ່າແນວໃດກໍຕ້ອງໄປໃຫ້ໄດ້ບໍ່ວ່າຈະດ້ວຍເຫດຜົນໃດ ເພາະມັນເປັນສິ່ງດຽວທີ່ຈະກອບກູ້ໜ້າຕາ ແລະ …

Read More »

ອາເລັກຊ້ານດ້ຼາ ພ້ອມດ້ວຍທີມງານ ຮ່ວມບຸນມະຫາກະຖິນ ແລະ ເປິດໂຮງທານນໍ້າປານະ 400 ຕຸກ….

ອອກພັນສາແລ້ວ! ເລີ່ມແລ້ວ! ເລີ່ມເຂົ້າສູ່ລະດູແຫ່ງງານດອງ-ງານບຸນ ເຊິ່ງບ້ານເຮົາປະເທດລາວຊາວພຸດ ການເຮັດບຸນສິນກິນທານຖືວ່າເປັນເລື່ອງທໍາມະດາປົກກະຕິ ຊ່ວງນີ້ເທດສະການບຸນກະຖິນກໍກໍາລັງມາແຮງ ແລະ ຂວັນໃຈ ຈະພາມາແຟນໆຮ່ວມທໍາບຸນອະນຸໂມທະນາສາທຸກັບຄົນດັງບັງເທິງລະດັບແຖວໜ້າຂອງປະເທດລາວເຮົາໃນການຮ່ວມງານບຸນມະຫາກະຖິນທີ່ວັດ ເຣືອງທອງບໍຣິບູນ …ຈະເປັນໃຜນັ້ນໄປອ່ານນໍາກັນເລີຍ… ອາເລັກຊ້ານດ້ຼາ ທີດາວັນ ບຸນຊ່ວຍ ຫຼືອາເລັກຊ້ານດ້ຼາ ສິລະປິນ-ດາຣາ ແຖວໜ້າໃນວົງການບັນເທິງລາວ ທີ່ທັງງາມທັງເກັ່ງ ແຖມຍັງໃຈບຸນອີກດ້ວຍ. ໂດຍຫຼ້າສຸດ ວັນທີ 23-24 ຕຸລາ 2020 ທີ່ຜ່ານມາ ສາວອາເລັກຊ້ານດ້ຼາ ພ້ອມດ້ວຍຄະນະໝູ່ຄູ່ກໍໄດ້ພາກັນໄປຮ່ວມບຸນມະຫາກະຖິນທີ່ວັດ ເຣືອງທອງບໍຣິບູນ. ເຊິ່ງງານນີ້ກໍບໍ່ແມ່ນການຮ່ວມບຸນທໍາມະດາເລີຍເດີ! ລະດັບແມ່ມາທັງທີ! ແບບນີ້ກໍຕ້ອງໄດ້ຈັດໜັກຈັດເຕັມກັນໄປເລີຍ ບໍ່ວ່າຈະເປັນ ການຮ່ວມເປັນເຈົ້າສັດທາ ແລະ ເປິດໂຮງທານນໍ້າປານະ, ນໍ້າດື່ມຫົວເສືອ ເອີ້ນໄດ້ວ່າງານນີ້ແມ່ນພາກັນອື່ມບຸນອື່ມທ້ອງກັນທົ່ວໜ້າ!! ໂດຍສາວ ອາເລັກຊ້ານດ້ຼາ ໄດ້ໂພສເຟສບຸກສ່ວນຕົວວ່າ: “ຮ່ວມບຸນມະຫາກະຖິນວັດເຣືອງທອງບໍຣິບູນ ທີ 23-24 ຕຸລາ 2563/2020 ຂອບໃຈເຈົ້າສັດທາທຸກຄົນເຖິງວ່າບາງຄົນບໍໄດ້ມາຮ່ວມດ້ວຍຕົນເອງແຕ່ບຸນກຸສົນກໍກໍ່ເກີດກັບທ່ານຕັ້ງແຕ່ຄິດທໍາບຸນແລ້ວ ຂໍໃຫ້ບຸນກຸສົນຄໍ້າຊູເຮັງໆລວຍໆເນີ້ ສາທຸ“ ແລະ ຍັງໄດ້ໂພສອີກວ່າ: …

Read More »

“ນູ່ນູ່” ຕົວແທນຈາກປະເທດລາວ ເຂົ້າຮອບ 30 ຄົນສຸດທ້າຍ ໃນ Face Of Asia

ປະກາດຜົນອອກມາແລ້ວ ສໍາຫຼັບຜູ້ເຂົ້າຮອບ 30 ຄົນສຸດທ້າຍ ໃນ Face Of Asia ເວທີລະດັບເອເຊຍ (ການປະກວດອອກແບບອອນລາຍ). ຄົນລາວເຮົາມາເຮ! ເມື່ອຕົວແທນຂອງປະເທດລາວ ສາວຄອນວິໄລ ມີໄຊ ຫຼືນູ່ນູ່ ໄດ້ເຂົ້າຮອບ 30 ຄົນສຸດທ້າຍເປັນທີ່ຮຽບຮ້ອຍແລ້ວ ສົມຄວາມຕັ້ງໃຈທັງຜູ້ເຂົ້າແຂ່ງຂັນ ແລະ ທີມງານ Face of Laos ທຸກຄົນທີ່ທຸມເທກໍາລັງໃຈ ແລະ ແຮງກາຍ ຢ່າງໜັກໃຫ້ກັບການເຝິກຊ້ອນໃນເວທີນີ້. ເຊິ່ງວ່າໃນ ວັນທີ 25 ຕຸລາ ທີ່ຜ່ານມາ ທາງກອງປະກວດ Face Of Asia ໄດ້ມີການປະກາດລາຍຊື່ຜົນໂຫວດທີ່ໄດ້ມາຈາກຄະນະກໍາມະການ ແລະ ສື່ມວນຊົນ ເຊິ່ງຜົນອອກມາ ແມ່ນຄະແນນຂອງນາງແບບລາວຄົນນີ້ແມ່ນໄດ້ອັນດັບທີ່ 13 ນັ້ນເອງ. ກໍຖືວ່າປະສົບຜົນສໍາເລັດໄປອີກຂັ້ນ ກັບຄວາມຝັນຂອງນາງແບບຄົນນີ້ ເຊິ່ງຕໍ່ໄປເຮົາກໍມາລຸ້ນນໍາກັນວ່າ ຕົວແທນຈາກປະເທດລາວເຮົາ ຫຼືປະເທດໃດຈະຄວ້າ The …

Read More »

ຍິນດີຕ້ອນຮັບ ນ້ອງ”ແຮນນ້າ”ສູ່ປະເທດລາວຢ່າງເປັນທາງການ ຫຼັງຈາກກັກໂຕຄົບ 14 ມື້!

ດັ່ງທີ່ແຟນໆນັ້ນຮູ້ກັນດີວ່າ ນ້ອງ ແຮນນ້າ ໂຣຊັ້ນບູ້ມ ໄດ້ເດີນທາງໄປແຂ່ງຂັນລາຍການໜຶ່ງທີ່ປະເທດໄທ ເພື່ອເປັນ Girl Group Star (ກຸ່ມໄວໜຸ່ມຍິງໃນວົງການບັນເທີງປະເທດໄທ) ຈົນປັດຈຸບັນນີ້ກໍສານຝັນໄດ້ເປັນຈິງແລ້ວ ໂດຍນ້ອງ ແຮນນ້າ ໄດ້ເປັນໜຶ່ງສິນລະປິນ 4EVE Girl Group ເຕັມຕົວແລ້ວ ເຊິ່ງວ່າຫຼັງຈາກທີ່ສໍາເລັດພາລະກິດເປັນຮຽບຮ້ອຍແລ້ວ ນ້ອງ ແຮນນ້າ ກໍໄດ້ເດີນທາງກັບມາປະເທດລາວ. ແລະເນື່ອງຈາກວ່າ ໄລຍະນີ້ເປັນໄລຍະຂອງການແຜ່ລະບາດຂອງພະຍາດໄວຣັສ Covid-19 ທົ່ວໂລກ ຖ້າຫາກວ່າຈະມີການເດີນທາງເຂົ້າ-ອອກປະເທດຊ່ວງນີ້ ຈຶ່ງຈໍາເປັນຕ້ອງໄດ້ມີການກັກໂຕຕາມກໍານົດຂອງລັດຖະບານວາງອອກ. ເຊິ່ງຕາມກົດລະບຽບຂອງບ້ານເຮົານັ້ນ ແມ່ນຖ້າໃຜຈະເດີນທາງເຂົ້າມາໃນປະເທດ ກໍແມ່ນຕ້ອງໄດ້ກັກໂຕເປັນເວລາ 14 ມື້ ເພື່ອເປັນການຕິດຕາມອາການ, ກວດເຊື້ອພະຍາດ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອໄວຣັສ Covid-19 ນັ້ນເອງ. ເຊິ່ງແນ່ນອນເມື່ອ ນ້ອງແຮນນ້າກັບມາຈາກປະເທດໄທ ນ້ອງກໍໄດ້ປະຕິບັດຕາມມາດຕະການຕ່າງໆທີ່ລັດຖະບານວາງອອກ ໂດຍສະເພາະການກັກໂຕກໍານົດ 14 ມື້ ແມ່ນຄົບກໍານົດເປັນທີ່ຮຽບຮ້ອຍແລ້ວ ແລະ ໂຊກດີທີ່ນ້ອງບໍ່ໄດ້ມີອາການ ຫຼືພົບເຊື້ອພະຍາດໃດໆ ແລະ …

Read More »