Breaking News

Horoscope

ດີໃຈນໍາ ນ້ອງ ນູນູ່ ຄ້ວາລາງວັນຊະນະເລີດ ເວທີ Kids & Young Model Contest 2020

ສໍາເລັດໄປແລ້ວສໍາລັບການປະກວດ Kids & Young Model Contest 2020 (ໄວໝຸ່ມ) ໃນວັນທີ 18 ຕຸລາ 2020 ທີ່ໄດ້ຈັດຂຶ້ນທີ່ສູນການຄ້າ ລາວ-ໄອເຕັກ ແລະ ຜູ້ຊະນະເລີດປີນີ້ກໍຄື ນ້ອງ ນູນູ່ ຈິນນາລີ ອິນທະປັນຍາ ພ້ອມກັບລາງວັນພິເສດ Best Model ເຊິ່ງບອກໄດ້ເລີຍວ່ານ້ອງນູນູ່ນັ້ນ ແມ່ນຄວາມສາມາດ ແລະ ບຸກຄະລິກກະພາບທີ່ໂດດເດັ່ນ ຈົນເປັນທີ່ຕ້ອງຕາ, ຖືກໃຈກໍາມະການ ແລະ ສື່ມວນຊົນທັງຫຼາຍນັ້ນເອງ ເອີ້ນນວ່າເປັນສາວນ້ອຍທີ່ມີຄວາມໝັ້ນ, ກ້າສະແດງອອກ ແລະ ຄູ່ຄວນກັບລາງວັນທີ່ໄດ້ຮັບອີ່ຫລີ. ສາວ ນູນູ່ ຈິນນາລີ ອາຍຸ 17 ປີ ຮຽນຢູ່ຊັ້ນ ມ 7 ໂຮງຮຽນ ທີ່ມໍປາຍ ໂນນສະຫວ່າງ. ເຊິ່ງນ້ອງນູນູ່ໄດ້ໃຫ້ສໍາພາດວ່າ ຮູ້ສຶກທັບປະໃຈ ແລະ …

Read More »

ຫລ້ານ້ອຍ ພໍໃຈ ສົມທົບທຶນ 10 ລ້ານ ໃຫ້ເທິ ຢູ່ນາ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ຫລ້ານ້ອຍ ພໍໃຈ ເນັດໄອດໍ້ ຄົນດັ່ງຂອງລາວ ທັງງາມ-ເກັ່ງ-ມີນໍ້າໃຈ ບໍ່ລືມທີ່ຈະຊ່ວຍເຫຼືອພີ່ນ້ອງຊາວລາວທີ່ປະສົບໄພນໍ້າຖ້ວມ ສົມທົບທຶນ 10 ລ້ານກີບ ສົມທົບທຶນກັບ ເທິ ຢູນາ. ເຊິ່ງວ່າ ເທິຢູນາ ກໍໄດ້ໂພສ໌ເຟສ໌ບຸກສ່ວນຕົວຂອບໃຈ ຫລ້ານ້ອຍພໍໃນວ່າ “ຄົນໃຈ ຄົນຈິງ ອີ່ນີ້ມັນບ້າຂອບໃຈແທນພີ່ນ້ອງຊາວເຊໂປນ ຂໍໃຫ້ແມ່ອີ່ວຶ່ງ Larnoy PhorJai ລ້ຳຫຼວຍປັງໆຂຶ້ນໄປເລື້ອຍ ຢູ່ດີມີແຮງ ຢ່າເຈັບ ຢ່າຈົນ ຢ່າຕາຍກ່ອນໄວອັນຄວນ ພ້ຽງ !!! ເງິນຈຳນວນນີ້ຊິຊື້ເຄື່ອງກິນຂອງໃຊ້ທີ່ຈຳເປັນແລະຊ່ວຍແຈກຈ່າຍໃຫ້ເຖິງມື” ຊົມເຊີຍ ແລະ ສຸທານໍາທັງສອງ ແລະ ອີກຫຼາຍຄົນທີ່ຊ່ວຍເຫຼືອທັງວັດຖຸປັດໃຈ ແລະ ເຫື່ອແຮງ ນໍາເດີ. ຂວັນໃຈຂໍເປັນກໍາລັງໃຈ ແລະ ຂໍໃຫ້ພີ່ນ້ອງຜູ້ປະສົບໄພຜ່ານພົ້ນເຫດການນີ້ໄປໄດ້ໄວໆເດີ!! ຂ້ມູນຈາກ: Youlike ແລະ Ther Una

Read More »

ບໍ່ຄວນເບິ່ງຂ້າມ! ອາການ “ເຈັບທ້ອງ” ທີ່ບົ່ງບອກເຖິງພະຍາດ!!

ປັດຈຸບັນປັດໃຈສ່ຽງຕໍ່ສຸຂະພາບຮ່າງກາຍຂອງຄົນເຮົາແມ່ນມີຫຼາຍແນວ ບໍ່ວ່າຈະເປັນ ສະພາບອາດກາດທີ່ປ່ຽນແປງ, ການພັກຜ່ອນບໍ່ພຽງພໍ, ເລື່ອງອາຫານການກິນ ແລະ ອື່ນໆອີກຫຼາຍຢ່າງ….ເຊິ່ງສົ່ງຜົນກະທົບຕໍ່ຮ່າງກາຍທັງພາຍໃນ ແລະ ພາຍນອກ ເຮັດໃຫ້ເຮົາເກີດອາການເຈັບໄຂໄດ້ປ່ວຍໄດ້ງ່າຍ ເປັນຕົ້ນແມ່ນອາການເຈັບທ້ອງທີ່ສາມາດເກີດຂຶ້ນໄດ້ທຸກຄົນ ບໍ່ວ່າຈະເປັນຜູ້ຍິງ ຫຼືຜູ້ຊາຍ, ທັງຜູ້ໃຫຍ່ ແລະ ເດັກນ້ອຍ ນັ້ນເອງ. ອາການ ເຈັບທ້ອງ ເປັນອາການທີ່ພົບເຫັນໄດ້ເລື້ອຍໆ ແຕ່ເຄີຍສົງໄສບໍ່ວ່າອາການເຈັບເຫຼົ່ານີ້ ເປັນຍ້ອນສາເຫດຫຍັງ? ແລະ ອາການເຈັບແຕ່ລະແບບແມ່ນບົງບອກວ່າເຮົາເປັນຫຍັງ? ອາການ ເຈັບທ້ອງ ສາມາດບອກພະຍາດໄດ້ດັ່ງນີ້: ເຈັບບໍລິເວນຂ້າງເບື້ອງຂວາ ເປັນຕຳແໜ່ງຂອງຕັບ, ຖົງນໍ້າດີ ແລະ ມ້າມເຈັບບໍລິເວນກາງຕົວ ເປັນຕຳແໜ່ງຂອງກະເພາະອາຫານ ຕັບ ແລະ ກະດູກລິ້ນປີ່ເຈັບບໍລິເວນບັ້ນເອວເບື້ອງຂວາ ຫຼື ຊ້າຍ ເປັນຕຳແໜ່ງຂອງທໍ່ໄຕ, ໄຕ ແລະ ລຳໃສ້ໃຫ່ຍເຈັບບໍລິເວນອ້ອມສະບື ກົງກັບຕຳແໜ່ງລຳໃສ້ນ້ອຍ ເວລາເນັ່ນແລ້ວຮູ້ສຶກເຈັບອາດເປັນ ໄສ້ຕິ່ງເຈັບບໍລິເວນທ້ອງນ້ອຍບື້ອງເຂວາ ເປັນຕຳແໜ່ງ ໃສ້ຕິ່ງ, ທໍ່ໄຕ ແລະ ປີກມົດລູກເຈັບບໍລິເວນທ້ອງນ້ອຍບ່ອນເຄິ່ງກາງ …

Read More »

ສາວນັກບິນ Netherland ເນັດໄອດໍ້ຕົວຈິງ ເຮັດວຽກ ແລະ ທ່ຽວຮອບໂລກ

ເລື່ອງລາວທີ່ໜ້າສົນໃຈໃນມື້ນີ້ ຂໍເອົາໃຈສາວໆທີ່ມັກໃນອາຊີບວຽກງານທີ່ມີຄວາມທ້າທາຍ ແລະ ໄດ້ທ່ອງທ່ຽວໄປທົ່ວໂລກໃນເວລາດຽວກັນ ເຊິ່ງຂວັນໃຈຈະພາມາຮູ້ຈັກກັບສາວນັກບິນຕ່າງປະເທດ ແລະ ຕ່າງທະວີບຄົນນີ້ມານໍາສະເໜີ ເຊິ່ງບອກໄດ້ເລີຍວ່າ ຖ້າສາວໆຄົນໃດໄດ້ອ່ານເລື່ອງລາວຂອງສາວຄົນນີ້ ຮັບຮອງວ່າຕ່ອມອິດສາຈະຕ້ອງເຮັດວຽກທັນທີເລີຍແຫລະ!! Okay let’s go….. Michelle Gooris ເປັນນັກບິນສາວງາມ ອາຍຸ 28 ປີ ຈາກ Netherland ທະວີບເອີຣົບ ເປັນຜູ້ຍິງທີ່ມີຄວາມທຽບພ້ອມໃນລະດັບດີ ດ້ວຍຄວາມງາມ, ຄວາມເທ້ ແລະ ເກັ່ງຂອງລາວ ທີ່ເຮັດໃຫ້ມີຜູ້ຕິດຕາມທາງ Instagram ທີ່ໃຊ້ຊື່ວ່າ Dutchpilotgirl ສູງເຖິງ 54, 000 ຄົນ! ເລີດທີ່ສຸດ!! ນອກຈາກ Michelle ມີອາຊີບເປັນນັກບິນແລ້ວ ລາວກໍຍັງຂຽນບຣ໋ອກຮວບຮວມການທ່ອງທ່ຽວຂອງໂຕເອງໃນຊື່ດຽວກັນ ເຊິ່ງຈະເອົາໄວ້ອັບເດດເລື່ອງລາວການເຮັດວຽກ ແລະ ສະຖານທີ່ທີ່ໂຕເອງໄດ້ໄປທ່ຽວໃຫ້ແຟນໆໄດ້ຕິດຕາມຢູ່ເລື້ອຍໆ. Michelle ເລີ່ມຮຽນການບິນທີ່ສະຖາບັນ CAE Aviation Academy Amsterdam ໃນປະເທດ …

Read More »

ມາຮູ້ຈັກກັບ ມິນຕາ ກັບບົດບາດການສະແດງSeriesເລື່ອງທໍາອິດໃນຊີວິດ

ປັດຈຸບັນວົງການບັນເທິງຂອງລາວກໍາລັງໄດ້ຮັບຄວາມນິຍົມ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ບໍ່ວ່າຈະເປັນວົງການຕ່າງ ເຊັ່ນວ່າ ວົງການ ນາງງາມ-ນາງແບບ, ຮູບເງົາລາວ ຫຼືລະຄອນ​(Series) ເຊິ່ງວ່າຫຼາຍໆເລື່ອງກໍໄດ້ອອກອາກາດໄປແລ້ວ, ບາງເລື່ອງກໍກໍາລັງຖ່າຍທໍາ ຫຼືບາງເລື່ອງຖ່າຍທໍາແລ້ວ ແລະ ຢູ່ໃນຂັ້ນຕອນລໍຖ້າການເປີດໂຕຢ່າງເປັນທາງການເທົ່ານັ້ນ ເຊັ່ນ ເລື່ອງ ສະບາຍດີຊໍາເໜືອ ທີ່ເພີ່ນໄດ້ຄັດເລືອກເອົານັກສະແດງນໍາ (ນາງເອກ) ເປັນນັກສະແດງໜ້າໃໝ່ ແລະ ເປັນຄົນເໜືອໂດຍແທ້ເພື່ອຄວາມສົມຈິງ ແລະ ແນ່ນອນຂວັນໃຈຈະພາມາຮູ້ຈັກກັບນາງເອກຄົນນີ້ກ່ອນທີ່ຮູບເງົາຈະອອກອາກາດ ເຊິ່ງບອກໄດ້ເລີຍວ່ານາງເອກຄົນນີ້ບໍ່ແມ່ນທໍາມະດາມີດີກຣີເປັນທ່ານຫມໍການຢາທີ່ຈົບຈາກຕ່າງປະເທດພຸ້ນເດີແຟນໆ!! ເຊິ່ງ ຈະແມ່ນໃຜນັ້ນ ມາອ່ານນໍາກັນເລີຍ….. ນ້ອງ ມິນຕາ ພຸດສະຫວັນ ໃນ Series ເລື່ອງ “ສະບາຍດີຊໍາເໜືອ” ເປັນ Series ຈາກໄຕ໋ບ້ານ ເຊິ່ງຕອນນີ້ຢູ່ໃນຂັ້ນຕອນລໍຖ້າການເປິດໂຕ ທີ່ນ້ອງມິນຕາໄດ້ຮັບບົດເປັນນາງເອກ ແລະ ພະເອກຄູ່ກໍແມ່ນ ໝຸ່ມ ເທເລີ້ ສີສົມບັດ ນັ້ນເອງ. ປັດຈຸບັນມິນຕາ ອາຍຸ 22 ປີ …

Read More »