Breaking News

Home

ເຜັດໆໆໆ! ແອັບເປີ້ນ ຈັດເຊັກຊີ່ທະລຸອົງສາ (ໝາກເຜັດຂີ້ໜູໝົດສວນກັນເລີຍ)

ເຜັດໆໆໆເວີ້!!! ແອັບເປີ້ນ ສີສະຫງຽນ ຫຼ້າສຸດທ່ອງທ່ຽວທະເລກັບຫວານໃຈ ໜຸ່ມ ຟຣຸກ ຈິລະ ພ້ອມທັງນຳເອົາຄວາມເຜັດ ຄວາມແຊບມາຝາກແຟນໆ ໂດຍນາງຈັດ Bikini ຂໍບອກເລີຍວ່າງານນີ້ ແຊບ ເຜັດໆໆໆ ພ້ອມທັງອວດຜິວທີ່ຂາວນຽນ ເບິ່ງແລ້ວງາມແຖມເຊັກຊີ່ເວີ້ໆໆໆ ບໍ່ເຊື່ອມາເບິ່ງມີຮູບນາງມາຝາກ… ເອີ້ນໄດ້ວ່າມີຄວາມແຊບ…ໝາກເຜັດຂີ້ໜູໝົດສວນກັນເລີຍ!!! ໂອ້ຍ!!! ຖ້າຈະເຊັກຊີ່ເວີ້ແບບນີ້ ຊະນີIndy ແລະ ແຟນໆຂໍຍອມ ສາວ ແອັບເປີ້ນ ກໍ່ແລ້ວກັນເດີ້!!! ຮູບພາບ: Appleminiberry

Read More »

ງາມຫຼາຍ! ບັນດານາງສາວ Miss World Laos 2018 ລົງເຮັດກິດຈະກຳທີ່ເປັນເອກະລັກແບບລາວ.

ວ້າວໆໆ…ງາມຫຼາຍ! ກັບບັນດານາງສາວຜູ້ເຂົ້າປະກວດ ມິສເວີຣລາວ 2018 (Miss World Laos) ທີ່ໄດ້ລົງເຮັດກິດຈະກຳຮຽນຮູ້ການຕໍ່າທໍຜ້າໄໝລາວແບບດັ້ງເດີມ ໃນວັນທີ 6 ກັນຍາ 2018. ເຊິ່ງກິດຈະກຳດັ່ງກ່າວ ເປັນກິດຈະກຳທີ່ອະນຸລັກຄວາມເປັນລາວຂອງບັນດາຜູ້ເຂົ້າປະກວດ Miss World Laos 2018 ແລະ ບັນດານາງສາວງາມຜູ້ເຂົ້າປະກວດທັງໝົດຍັງໄດ້ຮຽນຮູ້ການຕໍ່າທໍຜ້າໄໝລາວແບບດັ້ງເດີມ ຢູ່ທີ່ ພິພິຕະພັນຜ້າໄໝບູຮານ ຫ້ວຍຫົງ ແລະ ຍັງໄດ້ນຸ່ງຜະລິດຕະພັນຜ້າໄໝລາວຢ່າງງົດງາມ ອ່ອນຊ້ອຍອີກດ້ວຍ. ເບິ່ງແລ້ວງົດງາມ ແຖມອ່ອນຊ້ອຍ #ແບບນີ້ຕ້ອງແຊຣໄປໃຫ້ໂລກຮູ້ນີ້ແຫຼະແມ່ຍິງລາວ ຂໍຂອບໃຈຮູບພາບ: Miss World Laos ມີສເວີຣ ລາວ

Read More »

ເຜັດໆໆໆ…! ອາເລັກຊານດຼາ ມາໃນລຸກໃໝ່!!!

ເຜັດໆໆໆ!!! ອາເລັກຊານດຼາ ທິດາວັນ ບຸນຊ່ວຍ ຫຼ້າສຸດມາໃນລຸກໃໝ່ ຂໍບອກເລີຍວ່າຕ້ອງຕະລຶງກັບລຸກນີ້ຂອງນາງໄປ 5 ວິ ເພາະເບິ່ງແລ້ວ ງາມ ແລະ ເຊັກຊີ່ສຸດໆ. ສຳລັບລຸກນີ້ຂອງ ອາເລັກຊານດຼາ ທິດາວັນ ແຟນໆວ່າແນວໃດ ງາມ ເຊັກຊີ່ ບາດໃຈກັນແດ່ບໍ່? ແລະ ໃນໄວໆນີ້ໄດ້ຍິນມາວ່ານາງກຳລັງຈະມີຜົນງານໃໝ່ “I BELIEVE IN LOVE” ມາໃຫ້ແຟນໆໄດ້ຕິດຕາມກັນນຳເດີ້. ຮູບພາບ: Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ

Read More »

ກຽມລຸ້ນ! ຜົນການສອບເສັງເຂົ້າ ມະຫາວິທະຍາໄລແຫ່ງຊາດ (ຈະອອກໄວໆນີ້)

ເຊື່ອວ່າໝູ່ເພື່ອນທຸກຄົນຄົງກຳລັງໃຈຈົດໃຈຈໍ່ ລໍຖ້າລຸ້ນ ຖ້າເບິ່ງຜົນການສອບເສັງເຂົ້າ ມະຫາວິທະຍາໄລແຫ່ງຊາດ, ເຊິ່ງຜົນຂອງການສອບເສັງຄາດວ່າຈະປະກາດໃຫ້ຮູ້ໃນທ້າຍເດືອນກັນຍາ ທີ່ຈະມາເຖິງນີ້. ສໍາລັບການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ມະຫາວິທະຍາໄລແຫ່ງຊາດໃນສົກສຶກສາ 2018-2019 ນີ້, ທາງມະຫາວິທະຍາໄລແຫ່ງຊາດ ໄດ້ຈັດການສອບເສັງເປັນເວລາ 1 ວັນ ແລະໄດ້ແບ່ງອອກເປັນ 03 ສາຍ ຄື ສາຍ A, B ແລະ C ຕາມຊັດສ່ວນການເລືອກໝາຍຂອງຜູ້ມາລົງທະບຽນສະໝັກສອບເສັງ ແລະໄດ້ແບ່ງອອກເປັນຫຼາຍສູນການສອບເສັງ ຄື: ສູນວິທະຍາເຂດດົງໂດກ, ສູນໂສກປ່າຫຼວງ, ໂຮງຮຽນມິດຕະພາບວຽງຈັນ-ໂຮ່ຈິມິນ, ມສ ໜອງບອນ, ມສ ຕານມີໄຊ ແລະ ມສ ວຽງຈັນ; ເຊິ່ງສູນບັນຊາການຫຼັກແມ່ນສູນ ວິທະຍາເຂດດົງໂດກ. ມີຜູ້ສະໝັກລົງທະບຽນສອບເສັງທັງໝົດ 18 ພັນກວ່າຄົນ, ມີໜ້າສອບເສັງຕົວຈິງ ລວມທັງ 03 ສາຍ A, B ແລະສາຍC ແມ່ນ 14,490 …

Read More »

So cute!!! ມາເບິ່ງຄວາມໜ້າຮັກຂອງນ້ອງໆອະນຸບານໃນມື້ເປີດສົກຮຽນໃໝ່

ມື້ເປີດສົກຮຽນໃໝ່ ມັນກໍ່ຈະ Cute2 ແດ່ ມາເບິ່ງພາບບັນຍາກາດ ຄວາມໜ້າຮັກຂອງນ້ອງໆນັກຮຽນຊັ້ນອະນຸບານ ໂຮງຮຽນ ນານາຊາດປັນຍາທິບ (Panyathip Kindergarten) ໃນມື້ເປີດສົກຮຽນໃໝ່.   ເຫັນແລ້ວກໍ່ຕ້ອງຍິ້ມໄປກັບຄວາມໜ້າຮັກຂອງນ້ອງໆກັນເລີຍແມ່ນບໍ່ແຟນໆ ຂໍບອກເລີຍວ່ານ້ອງໆແຕ່ລະຄົນໜ້າຮັກແທ້ໆ, ຢ່າງໃດກໍ່ຈົ່ງຕັ້ງໃຈຮໍ່າຮຽນເດີ້ນ້ອງໆ ເພາະພວກເຈົ້າຄືອະນາຄົດຂອງຊາດ. ຮູບພາບ: Panyathip International School Nonsavanh Campus

Read More »