Breaking News

Home

ເປັນຫຍັງກະເປົ໋າ Hermes ທີ່ຕັ້ງລາຄາສູງສຽດຟ້າ ພັດເປັນທີ່ຕ້ອງການຫຼາຍ

ສິ່ງໜຶ່ງທີ່ເຮົາຮູ້ກັນດີຄືກະເປົ໋າ Hermes ເປັນກະເປົ໋າແບຣນດັງທີ່ມີລາຄາແພງຫຼາຍ… ຊະນິດທີ່ວ່າກະເປົ໋າບາງໃບ, ບາງລຸ້ນ ມີມູນຄ່າຫຼາຍກວ່າລົດຄັນຫຼູດ້ວຍຊໍ້າ ແຕ່ເປັນຫຍັງ? ຈຶ່ງຍັງເປັນແບຣນທີ່ຂາຍດິບຂາຍດີ ຈົນຜະລິດອອກມາເກືອບບໍ່ທັນກັບຄວາມຕ້ອງການຂອງລູກຄ້າ ມາໄຂຄວາມຈິງກັນເລີຍ!! 1 ແບຣນຄລາສສິກຕະຫຼອດການ Hermes ກໍາເນີດຂຶ້ນຄັ້ງທໍາອິດໃນປີ 1837 ເຖິງຈະຜ່ານໄປເປັນຮ້ອຍປີແລ້ວແຕ່ Hermes ຍັງເປັນທີ່ຕ້ອງການຂອງເຫລົ່າຄົນມີເງິນ ເພາະຄວາມພິເສດທີ່ບໍ່ຄືໃຜ ເຮັດໃຫ້ຍັງສາມາດຄອງໃຈຄົນໄວ້ໄດ້ 2 ຄຸນນະພາບຂອງສິນຄ້າ Hermes ມີມາດຕະຖານ ແລະ ຂະບວນການຜະລິດທີ່ເຂັ້ມງວດທີ່ສຸດ ໜັງຂອງກະເປົ໋າປາສະຈາກຕໍານິ, ຮາດແວຂອງກະເປົ໋າຈະບໍ່ມີແມ່ນແຕ່ຮອຍຂີດ ແລະ ຄວາມໝອງ ເພາະຜະລິດຕະພັນທຸກອັນຜ່ານກໍາມະວິທີການຜະລິດຢ່າງພິຖີພິຖັນ ວັດສະດຸທີ່ໃຊ້ກໍເປັນວັດສະດຸຊັ້ນດີຕ້ອງເປັນເກດເອເທົ່ານັ້ນ ພ້ອມທັງໃຊ້ຊ່າງຍິບທີ່ມີຄຸນນະພາບກ່ອນຈະມາເປັນຊ່າງຍິບໄດ້ຕ້ອງໄດ້ຜ່ານການຝຶກຈົນຊໍານານໃນໂຮງງານທີ່ຝຣັ່ງເປັນເວລາ 3 ປີ 3 ຫາຊື້ຍາກ ກະເປົ໋າແບຣນເນມທີ່ບໍ່ແມ່ນມີແຕ່ເງິນແລ້ວຈະຊື້ໄດ້ ເພາະຕ້ອງມີຄວາມອົດທົນໃນການຖ້າສູງເນື່ອງຈາກ Hermes ທຸກໜ່ວຍໃຊ້ເວລາໃນການຜະລິດດົນ ແຖມຍັງຕ້ອງຈັດຄິວລໍຖ້າຊື້ດົນ ທັງນີ້ ຮ້ານຂອງ Hermes ທົ່ວໂລກມີພຽງ 300 ກວ່າສາຂາເທົ່ານັ້ນ. 4 ກໍານົດກຸ່ມລູກຄ້າ …

Read More »

ບອກຮັກແມ່ດ້ວຍການພາແມ່ໄປຮ້ານອາຫານດີໆເພື່ອເຮັດໃຫ້ວັນແມ່ເປັນມື້ທີ່ແສນພິເສດ

ວັນແມ່ປີນີ້ຫາຮ້ານອາຫານບັນຍາກາດດີໆຈັກຮ້ານ ພາແມ່ໄປກິນອາຫານແຊບໆ ເພື່ອສ້າງຄວາມສຸກ ແລະ ຄວາມປະທັບໃຈ ໃຫ້ການສະຫຼອງວັນແມ່ປີນີ້ເຕັມໄປດ້ວຍບັນຍາກາດແຫ່ງຄວາມອົບອຸ່ນ. ລອງມາເບິ່ງນໍາກັນເລີຍວ່າຈະມີຮ້ານອາຫານວັນແມ່ຮ້ານໃດແນ່ທີ່ຈະຕ້ອງໄດ້ພາແມ່ໄປເຊັກອິນຄວາມແຊບ! 1.Senglao Café ໃຫ້ວັນແມ່ປີນີ້ເປັນວັນສຸດແສນພິເສດ ດ້ວຍການພາແມ່ໄປກິນອາຫານແຊບໆ ທ່າມກາງຮ້ານບັນຍາກາດສຸດຫລູ ວັນສໍາຄັັນທັງທີກໍຕ້ອງໃຫ້ເປັນວັນທີ່ບໍ່ທໍາມະດາ  ທີ່ຕັ້ງ: ບ້ານນາໄຊ ເປີດ: ຈັນ-ອາທິດ ເວລາ: 11:00-21:00 ຕິດຕໍ່ສອບຖາມ: ໂທ: 030 588 0588 ຮູບພາບຈາກ: Senglao Café 2. Naoki Japanese Restaurant ວັນແມ່ປີນີ້ພາແມ່ໄປກິນອາຫານຍີ່ປຸ່ນແຊບໆ ອີ່ມທ້ອງພ້ອມຄວາມສຸກ ມີ 3 ສາຂາ ສາຂາດົງໂດກ ທີ່ຕັ້ງ: ຖະໜົນ ດົງໂດກ, ບ້ານຄຳຮຸ່ງ, ເມືອງໄຊທານີ ເປີດ: ຈັນ-ອາທິດ ເວລາ: 11:00-14:00 & 17:00-21:30 ຕິດຕໍ່ສອບຖາມ: ໂທ: …

Read More »

ເສີມດັງທັງທີຕ້ອງອິນເທຣນ ຂວັນໃຈອັບເດດເທຣນເສີມດັງຊົງເກົາຫລີຍອດຮິດ ປີ 2022

ເວົ້າເຖິງເລື່ອງການສັນຍະກໍານາທີນີ້ຕ້ອງຍົກໃຫ້ເກົາຫລີ ແລະ ເທຣນແບບສາວເກົາຫລີກໍເປັນທີ່ນິຍົມ ແລະ ໄດ້ເຂົ້າມາມີອິດທິພົນຢູ່ບ້ານເຮົາບໍ່ແມ່ນໜ້ອຍ ທັງນີ້ການສັນຍະກໍາເສີມດັງຢູ່ເກົາຫຼີນັ້ນກໍມັກຈະມີເທຣນປະຈໍາປີ ຫຼືເທັກນິກການຜ່າຕັດໃໝ່ໆອັບເດດຢູ່ຕະຫລອດເວລາ ມື້ນີ້ຂວັນໃຈນໍາເອົາຂໍ້ມູນກ່ຽວກັບເທຣນ ຊົງດັງ ສະໄຕລເກົາຫລີຍອດນິຍົມປະຈໍາປີ 2022 ມາຝາກ ເພື່ອເປັນຂໍ້ມູນປະກອບການຕັດສິນໃຈສໍາລັບສາວໆ ທີ່ກໍາລັງມີແຜນຈະເສີມດັງ ໄປເບິ່ງເລີຍວ່າຈະມີແບບໃດແນ່ 1.ຊົງດັງປາຍຢົດນໍ້າ ເປັນເທຣນມາໃໝ່ທີ່ບໍນ້ອຍໜ້າໄປກວ່າ ຊົງດັງຢົດນໍ້າ ດັງລັກສະນະນີ້ຄືການເນັ້ນແກ້ໄຂບໍລິເວນປາຍດັງເປັນຫລັກ ຊ່ວຍໃຫ້ໜ້າຄົມ ແລະ ມີສະໄຕລຍິ່ງຂຶ້ນ ເໝາະສໍາລັບສາວໝັ້ນ ປາຍດັງບໍ່ງຸ້ມລົງມາແມ່ນແຕ່ເວລາຍິ້ມ ຫຼືສະແດງອາລົມຕ່າງໆ 2.ຊົງດັງປາຍເຊີດ ເປັນຊົງດັງ ສະໄຕລເກົາຫລີທີ່ໄດ້ຮັບຄວາມນິຍົມມາຢ່າງຕໍ່ເນື່ອງໃນທຸກຍຸກສໄຫມ ເໝາະສໍາລັບສາວທີ່ມີຊົງດັງສັ້ນ ການຕັດແຕ່ງບໍລິເວນປາຍດັງຈະຊ່ວຍເສີມໃຫ້ດັງເບິ່ງຍາວຂຶ້ນ ລວມໄປເຖິງມີສ່ວນຊ່ວຍໃຫ້ໃບໜ້າຍາວຂຶ້ນດ້ວຍ ນອກຈາກນີ້ຫາກສາວໆຄົນໃດທີ່ມີປີກດັງກວ້າງ ການເຮັດດັງຢົດນໍ້າກໍຈະຊ່ວຍໃຫ້ດັງເບິ່ງສົມດຸນ ຫລຸດປັນຫາປີກດັງກວ້າງໄດ້ອີກດ້ວຍ 3.ຊົງດັງບາບີ້ໄລ້ ສໍາລັບພາບລວມຂອງດັງຊົງນີ້ຄືການເສີມໃຫ້ໂດ່ງແບບເປັນທໍາມະຊາດ ຊ່ວຍເສີມພາບລັກໃຫ້ສາວໆເບິ່ງເປັນສາວງາມອາລົມດີ ສົມກັບຊື່ຊົງດັງແບບບາບີ້ ແຕ່ສໍາລັບສາວໆທີມີແກ້ມ, ໜ້າກົມ ຢາກເຮັດຊົງນີ້ຄວນປຶກສາແພດໃຫ້ດີກ່ອນເພາະແກ້ມອາດຈະໄປບັງຊົງດັງໃຫ້ເບິ່ງແຄບລົງ ເຮັດໃຫ້ໜ້າເສຍສົມດຸນໄດ້.

Read More »

ບັນຍາກາດດີ ພາກິນບິງຊູແຊບ

ອາກາດດີແບບນີ້ ມານັ່ງກິນບິງຊູຫວານໆແຊບໆ ກິນເຂົ້າໄປແລ້ວເຢັນສົດຊື່ນ ຟິນກັນໄປຍາວໆ ອິ່ມກາຍສະບາຍໃຈກັບບິງຊູ ຮ້ານ Bingsu Tree ບິງຊູທຣີ ຊະນິດທີ່ວ່າສາວໆສາຍຂອງຫວານພາດບໍ່ໄດ້ທີ່ຈະໄປລອງ! ຈະໄປກິນບິງຊູທັງທີ ບັນຍາກາດຮ້ານຕ້ອງດີພ້ອມ ກັບການຕົບແຕ່ງຮ້ານເຂົ້າທາງໄວລຸ້ນ ສີສັນສົດໃສ ແຖມມີບ່ອນໃຫ້ໄດ້ເຊວຟີ້ງາມໆ ແບບນີ້ແຫຼະທີ່ໃຈຕ້ອງການ! ເມນູຂອງຮ້ານມີໃຫ້ເລືອກຫຼາກຫຼາຍລົດຊາດ ຫຼາກຫຼາຍທ໋ອບປິ້ງເລືອກໄດ້ແບບບໍ່ອັ້ນບໍ່ໜ້າເບື່ອແນ່ນອນ ສ່ວນເມນູແນະນໍາທີ່ໄປແລ້ວຕ້ອງໄດ້ສັ່ງນີ້ເລີຍ ບິງຊູ chocolate ແລະ ບິງຊູແຄນຕາລູບ ເພາະເປັນໂຕເດັດຂອງຮ້ານ ແອັດມິນປັກໝຸດໃຫ້ ມາຕາມນີ້ໄດ້ເລີຍ… Bingsu trees ມີ 2 ສາຂາ ສາຂາ1 ນາໄຊ ທີ່ຕັ້ງ: ໜ້າປໍ້າ ສາມແຍກ ປຕທ ນາໄຊ ເປີດວັນ: ຈັນ-ອາທິດ ເວລາ: 09:00-20:00 ຕິດຕໍ່ສອບຖາມ: ໂທ: 78880800 ສາຂາ2 ສີຫອມ ທີ່ຕັ້ງ: ຢູ່ສີຫອມ ໜ້າຮ້ານອາຫານລ່ຽງຊ່ຽງ …

Read More »

5 ພິກັດຟິດເນັດ ນະຄອນຫຼວງວຽງຈັນ ທີ່ຄົບເຄື່ອງເລື່ອງອອກກໍາລັງກາຍ

ໃນປັດຈຸບັນເທຣນຮັກສຸຂະພາບກໍາລັງມາແຮງ ຫຼາຍໆຄົນທີ່ເລີ່ມໃຫ້ຄວາມສົນໃຈກ່ຽວກັບສຸຂະພາບ ການເຂົ້າຟິດເນັດເລີຍກາຍເປັນໂຕເລືອກທໍາອິດທີ່ສໍາຄັນ ເພາະສະດວກສະບາຍ ມີອຸປະກອນຕ່າງໆໃຫ້ບໍລິຫານຄົບທຸກສ່ວນຂອງຮ່າງກາຍ ແຕ່ການເລືອກຟິດເນັດທີ່ຈະໃຊ້ນັ້ນກໍຕ້ອງເລືອກໃຫ້ດີ ເຮົາຄວນເລືອກຟິດເນັດທີ່ໃຊ້ແລ້ວຄຸ້ມຄ່າກັບເງິນທີ່ເສຍໄປໃຫ້ໄດ້ຫຼາຍທີ່ສຸດ ມື້ນີ້ຂວັນໃຈຈະມາແນະນໍາ 5 ພິກັດຟິດເນັດ ນະຄອນຫຼວງວຽງຈັນ ທີ່ຄົບເຄື່ອງເລື່ອງອຸປະກອນການອອກກໍາລັງກາຍ ຈະມີຟິດເນັດໃດແນ່ຕາມຂວັນໃຈມາເລີຍ…! K33 Fitness Studio Laos ສູນອອກກໍາລັງກາຍຄົບວົງຈອນ ອຸປະກອນນໍາເຂົາຈາກ USA ທັນສະໄໝ ແລະ ໄດ້ມາດຕະຖານ ທີ່ຕັ້ງ: ບ້ານ ໂພນສີນວນ (ຮ່ອມ 7), ເມືອງ ໄຊເສດຖາ ຕິດຕໍ່ສອບຖາມ: ໂທ: 030 2883311 2. sengdara fitness ສູນອອກກຳລັງກາຍທີ່ໃຫຍ່ ຄົບວົງຈອນທີ່ສຸດ ອັດແໜ້ນໄປດ້ວຍຄຸນນະພາບ ທັນສະໄໝ, ຄົບວົງຈອນ, ມາດຕະຖານສາກົນລະດັບໂລກເຮົາມີປະສົບການດ້ານທຸລະກິດຟິດເນັດຍາວນານກ່ວາ 25ປີ ມີ 2 ສາຂາ  ແສງດາລາ ສາຂາຫຼັກ 6 …

Read More »