Breaking News

Kuanjai Foodie

ທຸກໆ ວັນເສົາອາທິດຫຼາຍໆທ່ານ ອາດເຄີຍພົບເຫັນ ລົດສີຟ້າຂາວ ຈາກຮ້ານ Kaogee Cafe ທີ່ບຶງທາດຫຼວງ That Luang Lake

ທຸກໆ ວັນເສົາອາທິດຫຼາຍໆທ່ານ ອາດເຄີຍພົບເຫັນ ລົດສີຟ້າຂາວ ຈາກຮ້ານ Kaogee Cafe ທີ່ບຶງທາດຫຼວງ, ພ້ອມທັງສຳຜັດກິ່ນຫອມຂອງເຂົ້າຈີ່ອົບໃໝ່ ເຂົ້າໜົມຫຼາກຫຼາຍຊະນິດ ແລະ ກາເຟສົດໆຫອມໆ. ຫຼັງຈາກຢ່າງອອກກຳລັງກາຍແລ້ວ ກໍ່ສາມາດມານັ່ງຫຼີ້ນ ແລະ ດື່ມກາເຟ ຈາກເມັດກາເຟແທ້ ທີ່ຄັດສັນມາຢ່າງດີ ເລີ່ມຕົ້ນວັນດີໆ ຂອງທ່ານດ້ວຍການອອກກຳລັງກາຍ, ພົບປະຫມູ່ເພື່ອນ ແລະ ເຂົ້າຈີ່ແຊບໆ ກາເຟຫອມໆ~ ພໍ້ກັນຢູ່ທີ່ ບຶງທາດຫລວງຄືເກົ່າເດີ້ ທຸກຄົນ —————Don’t forget to join us every weekend at Kaogee en Route! We are open every Saturday and Sunday from 6:00am – 9:00am. Start …

Read More »

ມີໄມໂຄເວບເຄື່ອງດຽວ ກໍເຮັດອາຫານຄີນກິນເອງໄດ້ ສຸຂະພາດີແຖມປະຢັດເງິນ!

ຢ່າງທີ່ຮູ້ກັນວ່າອາຫານຄີນມັກມີລາຄາແພງກວ່າອາຫານທົ່ວໄປ. ດັ່ງນັ້ນ, ມາເຮັດກິນເອງເລີຍດີກວ່າບໍ່? ຫຸ່ນກໍດີໄດ້ປະຢັດເງິນນໍາອີກ ແລ້ວຄົນຢູ່ຫ້ອງເຊົ່າທີ່ບໍ່ໄດ້ມີອຸປະກອນເຄື່ອງຄົວແບບຄົບເຊັດ ຈະເຮັດອາຫານກິນເອງໄດ້ບໍ່? ຕອບໄດ້ເລີຍວ່າໄດ້ສະບາຍ ມີພຽງໄມໂຄເວບເຄື່ອງດຽວກໍເອົາຢູ່ ຖ້າຢາກຮູ້ວ່າໄມໂຄເວບເຄື່ອງດຽວເຮັດອາຫານຄີນແບບໃດໄດ້ແນ່ຕາມແອັດມາເລີຍ!! 1. ຜັດຜັກ . ຊອຍຜັກເຊັ່ນ: ແຄລັອດ, ບ໊ອກຄໍລີ້, ດອກກະຫຼໍ່າ ກຽມໄວ້ໃສ່ລົງໃນຖ້ວຍໄມໂຄເວບ . ໃສ່ນໍ້າມັນໝາກກອກໜ້ອຍໜຶ່ງ ຕື່ມນໍ້າເປົ່າລົງໄປພໍປະມານ ຈາກນັ້ນນໍາເຂົ້າໄມໂຄເວບ . ຕັ້ງໄຟປານກາງໃຊ້ເວລາປະມານ 2-3 ນາທີ ນໍາອອກມາຊາວໃຫ້ເຂົ້າກັນ ປຸງລົດຊາດ ແລ້ວນໍາເຂົ້າໄມໂຄເວບອີກຄັ້ງປະມານ 2-3 ນາທີ ເບິ່ງວ່າບໍ່ໃຫ້ມັນແຫ້ງເກີນໄປກໍເປັນອັນສໍາເລັດແລ້ວ 2. ສະເຕັກແຊວມ້ອນ . ນໍາແຊວມ້ອນເອືອບພິກໄທປົ່ນ ເຂົ້າໄມໂຄເວບໄຟປານກາງປະມານ 5 ນາທີ . ນໍາອອກມາກເບິ່ງວ່າສຸກໄດ້ທີ່ແລ້ວບໍ່ ຖ້າຍັງກໍເອົາເຂົ້າໄປອົບຕໍ່ ໝັ່ນກວດເບິ່ງທຸກໆ 2 ນາທີ 3. ໄຂ່ຕຸ໋ນ                            . ຕີໄຂ່ໃຫ້ລະອຽດເປັນເນື້ອດຽວກັນ ໃສ່ລົງໃນຖ້ວຍທີ່ໃຊ້ສໍາລັບເວບ . …

Read More »

ອີກໜຶ່ງທາງເລືອກທີ່ບໍ່ຢາກໃຫ້ພາດ!! ກັບຮ້ານເຂົ້າປຸ້ນແຈ່ວຂີງ249

ມື້ນີ້ຂວັນໃຈພາໄປຊິມເມນູເດັດ! ເຂົ້າປຸ້ນແຈ່ວຂີງ… ທີ່ເຊື່ອວ່າຕ້ອງເປັນອາຫານຈານໂປດຂອງຫຼາຍໆຄົນ! ຄວາມຈິງແລ້ວກໍເປັນອາຫານທີ່ຫາກິນໄດ້ບໍ່ຍາກ ແຕ່ຈະຫາຮ້ານທີ່ເຮັດແຊບໄດ້ຖືກໃຈຄົງຈະບໍ່ແມ່ນງ່າຍຄືກັນ! ແອບສົງໃສຢູ່ວ່າເປັນຫຍັງເຂົ້າປຸ້ນແຈ່ວຂີງຂອງຮ້ານນີ້ຄືແຊບ ໂດຍສະເພາະເສັ້ນເຂົ້າປຸ້ນຄືນຸ້ມແຮງ! ແອັດເລີຍໄດ້ສອບຖາມເຈົ້າຂອງຮ້ານມາເພີ່ນບອກວ່າ ເຂົ້າປຸ້ນທາງຮ້ານໄດ້ບີບໃໝ່ເສີບແບບສົດໆຮ້ອນໆທຸກມື້! ອົງປະກອບທຸກຢ່າງຄືຕ້ອງໃຊ້ມື້ຕໍ່ມື້ເທົ່ານັ້ນ (ເຮັດໃໝ່ທຸກມື້)ກໍວ່າແລະເປັນຫຍັງຈຶ່ງແຊບຂະໜາດນີ້ ແຖມຍັງລູກຄ້າເຕັມຕະຫຼອດ. ຮ້ານນີ້ບໍ່ໄດ້ມີດີແຕ່ເຂົ້າປຸ້ນແຈ່ວຂີງເທົ່ານັ້ນຍັງມີເມນູຫຼາກຫຼາຍຢ່າງໃຫ້ໄດ້ເລືອກຊິມແບບອິ່ມອົກອິ່ມໃຈກັນເລີຍ ທີ່ສໍາຄັນແຕ່ລະເມນູຄືເດັດໆທັງນັ້ນ… ບໍ່ວ່າຈະເປັນປິ້ງໄກ່ທາປາແດກ, ຕໍາແຊບໆ, ແກງໜໍ່ໄມ້… ນອກນັ້ນຍັງ ມີຕູບໄວ້ໃຫ້ລູກຄ້ານັ່ງແບບສະບາຍສະບາຍ (ທີ່ສໍາຄັນລາຄາບໍ່ແພງຈາ…) ຄືວ່າແຫຼະໃຊ້ຊີວິດຍຸກນີ້ກິນແຊບໄດ້ແຕ່ກໍຕ້ອງປະຢັດເງິນໃນກະເປົ໋າພ້ອມເນາະ!

Read More »

ສາຍຄາເຟ່ພາດບໍ່ໄດ້ ໄປກ່ອນເຊັກອິນກ່ອນຈະໄດ້ບໍ່ຕົກເທຣນ!

ມື້ນີ້ຂວັນໃຈພາມາອັບເດດ #ຄາເຟ່ເປີດໃໝ່ສົດໆຮ້ອນໆ ກັບຮ້ານ ໂມນາກ Monarch Restaurant & Cafe ໃຜທີ່ເປັນສາຍຄາເຟ່ພາດບໍ່ໄດ້ ໄປກ່ອນເຊັກອິນກ່ອນຈະໄດ້ບໍ່ຕົກເທຣນ! ບອກໄດ້ເລີຍວ່າຮ້ານນີ້ເຫັນປຸບສະດຸດຕາປັ໊ບ ເພາະຮ້ານມີສະໄຕລການຕົບແຕ່ງທີ່ໂດດເດັ່ນ ມີຄວາມຫລູແຕ່ກໍແຝງດ້ວຍຄວາມຮູ້ສຶກສະບາຍສາມາດນັ່ງຜ່ອນຄາຍແບບຊິວໆໄດ້ ຈະນັດໝູ່ໄປລົມວຽກ ຫລືເມົ້າມອຍກໍສະບາຍ ມີຫລາຍມຸມໃຫ້ນັ່ງ. ທີ່ສໍາຄັນມີມຸມຖ່າຍຮູບງາມໆໄວ້ເຊັກອິນນໍາອີກ! ຍັງບໍ່ໝົດເທົ່ານັ້ນ ຍັງມີເມນູໃຫ້ໄດ້ເລືອກແບບຫຼາກຫຼາຍທັງອາຫານ, ເຄື່ອງດື່ມເຢັນ-ຮ້ອນ ແລະ ເບເກີຣີ້ ທີ່ຈັດໜັກອັດເຕັມຄວາມແຊບ! ແບບນີ້ບໍ່ລອງລະວັງພາດເດີ້… ບັນຍາກາດນອກຮ້ານໂລ່ງສະບາຍ ນັ່ງແບບຊິວໆ ຕົບແຕ່ງດ້ວຍຕົ້ນໄມ້ສີຂຽວເຮັດໃຫ້ຮູ້ສຶກຜ່ອນຄາຍ… ພາຍໃນຮ້ານມີຄວາມຫລູ ແລະ ເກ໋ມີສະໄຕລ ກວ້າງຂວາງພ້ອມ! ເຮັດໃຫ້ນັ່ງໄດ້ແບບສະບາຍສະບາຍ ແມ່ນແຕ່ມຸມນັ່ງຍັງສາມາດຖ່າຍຮູບອອກມາໄດ້ງາມເລີຍ ອີກມຸມຂອງບັນຍາກາດພາຍໃນຮ້ານມັກມຸມໃດເລືອກນັ່ງໄດ້… ມາພ້ອມເມນູເຄື່ອງດື່ມທີ່ຫຼາກຫຼາຍມີທັງເຄື່ອງດື່ມແບບຮ້ອນ, ແບບເຢັນ ແລະ ຍັງມີເມນູເບເກີຣີ້ໃຫ້ໄດ້ໄດ້ຊິມ. ບໍ່ໄດ້ມີສະເພາະເຄື່ອງດື່ມ ແລະ ຂອງຫວານເທົ່ານັ້ນ ຍັງມີອາຫານແຊບໆໃຫ້ໄດ້ເລືອກແບບບໍ່ອັ້ນ!! ພຽງແຕ່ເຫັນກໍຫິວແລ້ວ…🥰 ທີ່ຕັ້ງ: ວົງວຽນໂພນຕ້ອງສະຫວາດ, ບ້ານໂພນຕ້ອງສະຫວາດ, ເມືອງຈັນທະບູລີ ເປີດ: ວັນຈັນ – …

Read More »

ບອກຮັກແມ່ດ້ວຍການພາແມ່ໄປຮ້ານອາຫານດີໆເພື່ອເຮັດໃຫ້ວັນແມ່ເປັນມື້ທີ່ແສນພິເສດ

ວັນແມ່ປີນີ້ຫາຮ້ານອາຫານບັນຍາກາດດີໆຈັກຮ້ານ ພາແມ່ໄປກິນອາຫານແຊບໆ ເພື່ອສ້າງຄວາມສຸກ ແລະ ຄວາມປະທັບໃຈ ໃຫ້ການສະຫຼອງວັນແມ່ປີນີ້ເຕັມໄປດ້ວຍບັນຍາກາດແຫ່ງຄວາມອົບອຸ່ນ. ລອງມາເບິ່ງນໍາກັນເລີຍວ່າຈະມີຮ້ານອາຫານວັນແມ່ຮ້ານໃດແນ່ທີ່ຈະຕ້ອງໄດ້ພາແມ່ໄປເຊັກອິນຄວາມແຊບ! 1.Senglao Café ໃຫ້ວັນແມ່ປີນີ້ເປັນວັນສຸດແສນພິເສດ ດ້ວຍການພາແມ່ໄປກິນອາຫານແຊບໆ ທ່າມກາງຮ້ານບັນຍາກາດສຸດຫລູ ວັນສໍາຄັັນທັງທີກໍຕ້ອງໃຫ້ເປັນວັນທີ່ບໍ່ທໍາມະດາ  ທີ່ຕັ້ງ: ບ້ານນາໄຊ ເປີດ: ຈັນ-ອາທິດ ເວລາ: 11:00-21:00 ຕິດຕໍ່ສອບຖາມ: ໂທ: 030 588 0588 ຮູບພາບຈາກ: Senglao Café 2. Naoki Japanese Restaurant ວັນແມ່ປີນີ້ພາແມ່ໄປກິນອາຫານຍີ່ປຸ່ນແຊບໆ ອີ່ມທ້ອງພ້ອມຄວາມສຸກ ມີ 3 ສາຂາ ສາຂາດົງໂດກ ທີ່ຕັ້ງ: ຖະໜົນ ດົງໂດກ, ບ້ານຄຳຮຸ່ງ, ເມືອງໄຊທານີ ເປີດ: ຈັນ-ອາທິດ ເວລາ: 11:00-14:00 & 17:00-21:30 ຕິດຕໍ່ສອບຖາມ: ໂທ: …

Read More »