Breaking News

ທ່ອງທ່ຽວ

ຕາດຖໍ້າພະ ສະຖານທີ່ທ່ອງທ່ຽວແຫ່ງໃໝ່ ຂອງເມືອງປາກງື່ມ

ສະບາຍດີ ສາວໆທີ່ໜ້າຮັກທັງຫຼາຍ ກັບມາພົບກັນອີກແລ້ວ ໄລຍະນີ້ແອັດເຫັນວ່າຫຼາຍຄົນມັກໄປທ່ຽວຕາດ, ມັກໄປຫຼີ້ນນໍ້າເຢັນໆ ມື້ນີ້ແອັດກໍ່ເລີຍຈະມາແນະນໍາອີກບ່ອນໜຶ່ງໄວ້ໃຫ້ ສາວໆໄດ້ໄປທ່ຽວໃນມື້ພັກຜ່ອນ ແລະ ສະຖານທີ່ນັ້ນກໍຄື: “ ຕາດຖໍ້າພະ ”.  ຕາດຖໍ້າພະ ຕັ້ງຢູ່ເຂດບ້ານ ເວີນກະເບົາ ເມືອງ ປາກງື່ມ ນະຄອນຫຼວງວຽງຈັນ ເຊິ່ງເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ຂອງ ເມືອງປາກງື່ມ ນັ້ນເອງ. ສໍາລັບ ເສັ້ນທາງແມ່ນໄປຕາມທາງ 13 ໃຕ້ໄລຍະທາງປະມານ 60 ກິໂລແມັດ ແລ້ວລ້ຽວຊ້າຍເຂົ້າໄປທາງຕາດວັງຫຼວງ ແລະ ກ່ອນທີ່ຈະຮອດຕາດວັງຫຼວງປະມານ 3 ກິໂລແມັດຈະມີປ້າຍລ້ຽວຂວາເຂົ້າໄປ 800 ແມັດ ກໍ່ຈະເຖິງຕາດຖໍ້າພະແລ້ວ. ເມື່ອໄປເຖິງຈຸດໝາຍແລ້ວ ຮັບຮອງໄດ້ເລີຍວ່າສາວໆຈະຮູ້ສຶກສົດຊື່ນຢ່າງແນ່ນອນ ເພາະບັນຍາກາດດີໆ, ນໍ້າເຢັນໆເໝາະແກ່ກັບການໄປພັກຜ່ອນ. ຕາດຖໍ້າພະແຫ່ງນີ້ຍັງມີ ອາຫານພື້ນບ້ານ, ອາຫານຕາມສັ່ງ ແລະ ເຄື່ອງດື່ມແບບຄົບຄັນໄວ້ຄອຍບໍລິການ. ນອກຈາກນີ້ຍັງມີຕູບນ້ອຍ – ໃຫຍ່ຫຼາຍກວ່າ 20 ຕູບໄວ້ຄອຍບໍລິການ. ມີຫ້ອງນໍ້າ …

Read More »

ສວນນໍ້າດົງ ແຫຼ່ງທ່ອງທ່ຽວທາງທໍາມະຊາດ ອີກແຫ່ງໜຶ່ງຂອງແຂວງຫຼວງພະບາງ

ສະບາຍດີ ສາວໆທີ່ໜ້າຮັກທັງຫຼາຍ ມື້ນີ້ແອັດມີນຈະພາໄປທ່ຽວເມືອງມໍລະດົກໂລກ ສາວໆຄົງຈະຮູ້ແລ້ວເນາະວ່າແມ່ນແຂວງໃດ. ແຂວງຫຼວງພະບາງນັ້ນຄືດັ່ງທີ່ເຮົາຮູ້ກັນຢູ່ແລ້ວວ່າ ມີແຫຼ່ງທ່ອງທ່ຽວທີ່ຫຼາກຫຼາຍບໍ່ວ່າຈະເປັນທາງດ້ານທໍາມະຊາດ, ປະຫວັດສາດ ແຕ່ມື້ນີ້ແອັດຈະພາໄປທ່ຽວສະຖານທີ່ທ່ອງທ່ຽວແຫ່ງໃໝ່ ນັ້ນກໍຄືສວນນໍ້າດົງ Nahmdong Park ຕັ້ງຢູ່ບ້ານ ຊຽງມວກ ເມືອງຫຼວງພະບາງ ແຂວງຫຼວງພະບາງ ເຊິ່ງເປັນແຫຼ່ງທ່ອງທ່ຽວໃນຮູບແບບອະນຸລັກທໍາມະຊາດ ແບບຄົບວົງຈອນເປັນດິນແດນທີ່ອຸດົມສົມບູນ ຫ່ງຈາກຕົວເມືອງຫຼວງພະບາງພຽງ 10 ກິໂລແມັດ. ຢູ່ໃນສວນແຫ່ງນີ້ຍັງມີ ກິດຈະກໍາໄວ້ໃຫ້ນັກທ່ອງທ່ຽວໄດ້ຫຼິ້ນໄດ້ຊົມເຊັ່ນ: ມີຂີ່ສະລິງ, ໄຕ່ເຊືອກ, ຫຼິ້ນນໍ້າ ແລະ ມີສວນສັດຂະໜາດນ້ອຍ, ສວນລ້ຽງເຜິ້ງ, ເຮືອນຕົ້ນໄມ້ ນອກຈາກນີ້ ຍັງມີສະຖານທີ່ຕັ້ງແຄັມສໍາລັບນັກທ່ອງທ່ຽວທີ່ຕ້ອງການຕັ້ງແຄັມໃນເວລາກາງຄືນ ຖ້າສາວໆຄົນໃດມີໂອກາດໄດ້ໄປທ່ຽວເມືອງມໍລະດົກໂລກຢ່າລືມລອງໄປສໍາຜັດເບິ່ງເດີ້. ຮູບພາບຈາກ: ສວນນໍ້າດົງ

Read More »

ສາວໆທັງຫຼາຍໄປເກືອປານໍາບໍ

ສະບາຍດີ ແຟນໆຂວັນໃຈ ມື້ນີ້ແອັດມີນຈະມາຊວນແຟນໆໄປທ່ຽວພາກເໜືອ ໄປເກືອປາ ແຟນໆຢາກໄປນໍາແອັດບໍ ແຕ່ອາດຈະພາໄປໄກໜ້ອຍໜຶ່ງເດີ້ ໄປທີ່ແຂວງຫົວພັນ ແຕ່ແອັດຂໍບອກເລີຍວ່າ ຢູ່ບ່ອນນີ້ມີໂຕປາຫຼາຍໆໆ ເຫັນແລ້ວເປັນຕາສະອອນ ແລະ ສະຖານທີ່ນັ້ນກໍຄື: ວັງສະຫງວນ ເມືອງແອດ ແຂວງຫົວພັນ ດິນແດນແຫ່ງວີລະຊົນ ນັ້ນເອງ. ປາຈະມີຫຼາຍແທ້ ຫຼື ບໍສົມກັບຄໍາແອັດເວົ້າບໍ ນັ້ນໄປເບິ່ງຮູບກັນເລີຍ!! ຮູບພາບຈາກ: ທ່ອງທ່ຽວຫົວພັນ

Read More »

ສິ່ງທີ່ທຸກຄົນຄວນຮູ້ໄວ້ ເອກະລັກຂອງແຕ່ລະແຂວງ

ແຟນໆຂວັນໃຈທີ່ໜ້າຮັກທັງຫຼາຍ ຮູ້ ຫຼື ຍັງຄໍາຂວັນປະຈໍາແຂວງຕົນເອງ ແລະ ຄໍາຂວັນຂອງແຕ່ລະແຂວງປະເທດລາວເຮົາ ຖ້າໃຜຍັງບໍ່ທັນຮູ້ມາອ່ານທາງນີ້ເລີຍ ມື້ນີ້ແອດໄດ້ນໍາເອົາຄວາມຮູ້ດີໆ, ຄວາມຮູ້ຮອບຕົວ ມາຝາກໃຫ້ແຟນຂວັນໃຈໄດ້ຮູ້ຈັກ ຖ້າໃຜຍັງບໍ່ທັນຮູ້ຄໍາຂວັນແຂວງໃດນັ້ນໄປເບິ່ງກັນເລີຍ. ນະ­ຄອນ­ຫຼວງ­ວຽງ­ຈັນ: “ ມາວຽງ­ຈັນຊົມ­ຂົວມິດຕະ­ພາບ ກາບໄຫ້ວຫໍພຣະ­ແກ້ວ ຊົມ­ສວນປະຕູໄຊ ໄຫ້ວພຣະ­ທາດ­ຫຼວງ­ມິ່ງ­ຂວັນ ຊົມ­ວິວທິວທັດແຄມ­ຂອງ ຫາດ­ຊາຍ­ສີທອງ­ດອນ­ຈັນ ຊິມລົດອາຫານນາໆ­ຊາດ ເທິງ­ຫໍຜາ­ສາດ­ສີ່­ສິບ­ຊັ້ນ ພັກຜ່ອນເທິງ­ວິມານສະ­ຫວັນ ໂຮງແຮມດອນ­ຈັນ­ພາເລສ໌ ລືນາມ ”. 2. ແຂວງ ຜົ້ງ­ສາ­ລີ: “ ຜົ້ງ­ສາ­ລີ ປຽບ­ຄືດັ່ງສະ­ຫວັນ­ສັ່ງ ວິມານດ່ານແດນ­ພູດອຍ ເປັນ­ດິນແດນ­ວິລະ­ຊົນ ຮັກ­ຄອນ­ພົງ­ພັນເຊື້ອ ງາມເຫຼືອຫຼາຍ­ພູຟ້າ ທະ­ເລຫຼວງ­ໝອກໃຫຍ່ ເຊີນ­ຊິມປາ­ພູຟ້າ ດື່ມເຫຼົ້າ­ຂຽວເອ່ວສະ­ຖານ­ທີ່ ເບິ່ງ­ຮີດ­ຄອງປະ­ເພນີ ເອກະ­ລັກ­ຫຼາຍເຜົ່າເຊື້ອ ເປັນຂອງຕ້ອນທ່ານ­ຜູ້­ຊົມ ”. 3. ແຂວງ ຫຼວງນໍ້າທາ: “ ບັ້ນ­ຮົບ­ຫຼວງນໍ້າ­ທາ ພຣະ­ທາດໃຫຍ່­ຊຽງເປງ ຊາບ­ຊຶ້ງ­ກັບ­ວັດທະ­ນະ­ທໍາ­ຫຼາຍເຜົ່າ ເຂົ້າ­ຊອຍແຊບເມືອງ­ສິງ …

Read More »

ຂີ່ເຮືອແພໄມ້ໄຜ່, ຫຼີ້ນນໍ້າເຢັນໆ ທີ່ Blue Lagoon 5 ເມືອງວັງວຽງ

ມື້ນີ້ແອັດມີນຈະມາພາໄປທ່ຽວ ເມືອງວັງວຽງ ໄປທ່ຽວທີ່ Blue Lagoon 5 ເຊິ່ງເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ ຖ້າໃຜໄດ້ໄປທ່ຽວໄປຫຼີ້ນນໍ້າຢູ່ນີ້ ແອັດມີນເຊື່ອເລີຍວ່າຕ້ອງຕິດອົກຕິດໃຈຢ່າງແນ່ນອນ. Blue Lagoon 5 ແມ່ນໄປຕາມເສັ້ນທາງດຽວກັນກັບ Blue Lagoon 3 ແຕ່ມັນຈະຢູ່ກາຍ Blue Lagoon 3. ຢູ່ໃນ Blue Lagoon 5 ແຫ່ງນີ້ນໍ້າໃສໆເຢັນໆ, ມີເຮືອແພໄມ້ໄວ້ໃຫ້ໄດ້ຂີ່ ແລະ ຍັງມີຖໍ້າໄວ້ໃຫ້ນັກທ່ອງທ່ຽວໄດ້ເຂົ້າໄປທ່ຽວຊົມພາຍໃນ ຢູ່ພາຍໃນຖໍ້າມີຄວາມງົດງາມຫຼາຍທີ່ຫາເບິ່ງໄດ້ຍາກ ແລະ ມື້ນີ້ແອັດມີນມີຮູບງາມໆຂອງ Blue Lagoon 5 ມີໃຫ້ໄດ້ຊົມອີກ. ຂອບໃຈຮູບພາບ: Wherever I Go

Read More »