Breaking News

ໜັງ

ແອນ ທອງປະສົມ ເຈົ້າຫຍິງແຫ່ງວົງການບັນເທີງ

ແອນ ທອງປະສົມ ນັກສະແດງ ແລະ ນາງແບບ ຂອງປະເທດໄທ ເປັນນັກສະແດງຊ່ອງ 3 ທີ່ຫຼາຍຄົນຮູ້ຈັກ. ນອກຈາກນັ້ນ, ​ແອນ ທອງປະສົມ ຍັງມີໜ້າທີ່ເປັນຜູ້ກຳກັບລະຄອນອີກດ້ວຍ, ແອນ ທອງປຣະສົມ ເປັນແມ່ຍິງຄົນທຳອິດທີ່ໄດ້ຮັບລາງວັນນັກສະແດງຍິງດີທີ່ສຸດ (รางวัลนักแสดงหญิงยอดเยี่ยม) ຈາກທຸກສະຖາບັນຢ່າງເປັນເອກະສັນຈາກຮູບເງົາເລື່ອງດຽວກັນ. ແອນ ທອງປະສົມ ເປັນນາງເອກ ທີ່ເປັນຕຳນານໃນວົງການບັນເທີງ ແລະ ປະພຶດຕົນດີຕະຫຼອດມາ, ຈົນຫຼາຍໆສື່ຍົກໃຫ້ນາງເປັນ “ເຈົ້າຫຍິງແຫ່ງວົງການບັນເທີງ” ເພາະທັງຄວາມສາມາດ,​ ກິລິຍາ ມາລະຍາດ ແລະ ການວາງໂຕ ເປັນນາງເອກທັງໃນຈໍ ແລະ ນອກຈໍ. ແອນ ທອງປະສົມ ໄດ້ເວົ້າໃນຕອນສຳພາດລາຍການໜຶ່ງວ່າ:​ “ຊື່ສຽງແອນໃນວົງການບັນເທີງບໍ່ໄດ້ມາແຕ່ເກີດ ແຕ່ແອນສ້າງຂຶ້ນມາດ້ວຍຄວາມມັກ” ແລະ ແອນຍັງເວົ້າອີກວ່າ: “ຈົ່ງສ້າງຄຸນຄ່າຂອງຕົນເອງໃຫ້ຄົນຮູ້ວ່າເຮົາເຮັດຫຍັງໄດ້ແດ່?” ສຳຫຼັບຄວາມສຳເລັດໃນວົງການບັນເທີງ, ນອກຈາກລາງວັນທາງການສະແດງທີ່ໄດ້ຮັບມາຫຼາຍປີຕິດຕໍ່ກັນ ລວມເຖິງລາງວັນ Popular Vote ທີ່ຈັດຂຶ້ນໂດຍອົງກອນ ແລະ ວາລະສານບັນເທີງຕ່າງໆອີກຫຼວງຫຼາຍ …

Read More »

ປະຫວັດສາດ!! Netflix ທໍາລາຍສະຖິຕິ ມີຊື່ເຂົ້າຊິງ Primetime Emmy Awards ຫຼາຍທີ່ສຸດ 160 ສາຂາ ຂະນະທີ່ HBO ເຈົ້າຂອງສະຖິຕິເກົ່າມີພຽງ 107 ສາຂາ….

ກາຍເປັນອີກໜຶ່ງທີ່ປີທີ່ຄ່າຍ ສະຕຣີມມິ່ງຍັກໃຫຍ່ Netflix ໄດ້ສະແດງສັກກາຍະພາບ ແລະ ຄວາມນິຍົມກັບການໄດ້ເຂົ້າຊິງລາງວັນ Primetime Emmy Awards ຄັ້ງທີ 72 ສູງເຖິງ 160 ສາຂາ ໃນຂະນະທີ່ຄູ່ແຂ່ງສໍາຄັນໃນທຸກປີຄື HBO ໄດ້ໄປພຽງ 107 ສາຂາ ພ້ອມຍັງສ້າງປະຫວັດສາດເປັນຄ່າຍທີ່ໄດ້ເຂົ້າຊິງຫຼາຍທີ່ສຸດໃນ 1 ປີ. ໂດຍເອົາຊະນະສະຖິຕິຂອງ HBO ທີ່ເຮັດໄວ້ເມື່ອປີ 2019 ທີ່ 137 ສາຂາ. ແຕ່ເຖິງ Netflix ຈະຢູ່ໃນອັນດັບໜຶ່ງດ້ານຈໍານວນສາຂາທັງໝົດລວມກັນ HBO ກໍຍັງສາມາດສະຫຼອງໄດ້ ເພາະມິນິຊີຣີ່ເລື່ອງ Watchmen ທີ່ນໍາສະແດງໂດຍ ເຣິຈິນາ ຄິງ ແລະ ດັດແປງຈາກກາຕູນ ຊຸບເປີຮີໂຣ່ຂອງ DC Comics ກໍເປັນລາຍການທີ່ໄດ້ຮັບການສະເໜີຊື່ເຂົ້າຊິງຫຼາຍທີ່ສຸດເຖິງ 26 ສາຂາ ສ່ວນຊີຣີ່ Succession ຂອງ …

Read More »

ພາສາວໆມາທໍາຄວາມຮູ້ຈັກກັບ!!! ​ໜຸ່ມສຸດເຈົ້າຊູ້ Michele Morrone ພະ​ເອກຮູບເງົາ Netflix 365 DHI ​ທີ່​ກຳ​ລັງ​ມາ​ແຮງ​ທີ່ສຸດໃນຕອນນີ້..

ນາທີນີ້ບໍ່ມີໃຜທີ່ບໍ່ຮູ້ຈັກຮູບເງົາຢູ່ Netflix 365 DHI ເຊິ່ງທັງໃນ Facebook, IG, Twitter ເກືອບທົ່ວໂລກແມ່ນເວົ້າເຖິງຮູບເງົາເລື່ອງນີ້ເປັນຈໍານວນຫຼວງຫຼາຍ ເຊິ່ງຫຼັກແລ້ວໆແມ່ນມີການເວົ້າເຖິງເນື້ອໃນເລື່ອງ (ຈົນຫຼາຍຄົນອົດທີ່ຈະເຂົ້າໄປເບິ່ງບໍ່ໄດ້) ແຕ່ທີ່ຖືກເວົ້າເຖິງຫຼາຍກວ່າເນື້ອໃນເລື່ອງ ກໍຄືພະເອກສຸດແຊ໋ບ ທີ່ເປັນຈຸດດຶງດູດໃຫ້ສາວໆເກືອບທົ່ວໂລກອົດໃຈບໍ່ໄຫວທີ່ຈະເຂົ້າໄປເບິ່ງ ເຊິ່ງມື້ນີ້ແອັດກໍຈະພາສາວໆມາທໍາຄວາມຮູ້ຈັກກັບ ພະເອກຮູບເງົາເລື່ອງນີ້ກັນ… ເປັນແນວໃດນັ້ນເຮົາມາເບິ່ງນໍາກັນເລີຍ!! ພະເອກຄົນນີ້ມີຊື່ວ່າ Michele Morrone ເກີດ​ເມື່ອ​ວັນ​ທີ  3 ​ຕຸ​ລາ 1990 ​ເມືອງ Apulia ​ປະ​ເທດ​ອີ​ຕາ​ລີ ເຊື້ອ​ຊາດ​ອີ​ຕາ​ລີ ອາ​ຍຸ 30 ປີ ສູງ 189 ຊັງ​ຕີ​ແມັດ ເປັນ​ນັກ​ສະ​ແດງ​ທີ່​ມີ​ຄວາມ​ສາ​ມາດຫຼາກຫຼາຍ ງານອະດິເລກມັກຫຼິ້ນ​ກິ​ລາ​ຍິມ​ນາ​ສ​ຕິກ (ກິ​ລາ​ໃຊ້​ຮ່າງ​ກາຍ, ໂດດ​ເຕັ້ນ​ດ ຕີ​ລັງ​ກາ), ຂີ່​ມ້າ, ລອຍ​ນ້ຳ ແລະ ເຕັ້ນ (ເຕັ້ນ​ເກັ່ງຫຼາຍ) ​ປັດ​ຈຸ​ບັນ​ໂສດ​ເດີ້ຢູ່ສາວໆ (ເປັນ Single Dad) Michele Morrone  …

Read More »

ເກັ່ງຫຼາຍ!! ນຸ້ຍ ສຸພາພອນ Miss Universe Laos 2017 ດັງໄກ ສະແດງເປັນຕົວລະຄອນຫຼັກໃນຊີຣີ່ “ເຈົ້າຄືດວງໃຈ” ທີ່ປະເທດໄທ

ເປັນອີກນາງງາມທີ່ເຕັມໄປດ້ວຍຄວາມສາມາດຂອງລາວເຮົາອີກຄົນໜຶ່ງສໍາລັບ ສາວນຸ້ຍ ສຸພາພອນ Miss Universe Laos 2017 ທີ່ເຮົາມັກຈະເຫັນຜົນງານຂອງສາວນຸ້ຍ ໃນຫຼາຍໆບົດບາດ ບໍ່ວ່າຈະເປັນ ນາງງາມ, ນາງແບບ, ນາງເອກໂຄສະນາ ແລະອື່ນໆ ເຊິ່ງເຮົາຈະເຫັນໄດ້ວ່າ ສາວນຸ້ຍ ນັ້ນມີຄວາມສາມາດ ເຮັດໄດ້ດີໃນທຸກບົດບາດ ແລະ ອີກຢ່າງໜຶ່ງທີ່ສາວນຸ້ຍ ເຮັດໄດ້ດີບໍ່ໜ້ອຍໄປກວ່າສິ່ງຕ່າງໆ ກໍຄືເລື່ອງການສະແດງ. ເຊິ່ງບໍ່ດົນມານີ້ ສາວນຸ້ຍກໍໄດ້ໂດງດັງຈາກນາງເອກຮູບເງົາຂອງຜູ້ກໍາກັບພັນລ້ານ ຄືອ້າຍເຈ້ຍ ປາຊີຟິກ ເລື່ອງ ຮັກມະຍ່ອມມະແຍ່ມ ໂດຍງານນີ້ສາວນຸ້ຍຂອງເຮົາກໍຕີບົດນາງເອກສາຍຫ້າວແບບແຕກກະຈາຍ ແລະ ໄດ້ຮັບຄວາມຍ່້ອງຍໍຈາກແຟນຄຣັບຢ່າງລົ້ນຫຼາມ… ຮູບເງົາ ຮັກມະຍ່ອມມະແຍ່ມ ກະແສຍັງບໍ່ໝົດ ແຕ່ນາງເອກສາວຂອງເຮົາ ນຸ້ຍ ສຸພາພອນ ກໍໄດ້ຮັບວຽກການສະແດງເຂົ້າມາອີກ ເປັນບົດຕົວລະຄອນຫຼັກໃນ ຊີຣີ່ ALZHIMER / เธอคือดวงใจ ແປລາວກໍຄື ເຈົ້າຄືດວງໃຈ ນັ້ນເອງ ເຊິ່ງເປັນຊີຣີ່ຈາກປະເທດເພື່ອນບ້ານເຮົາ ຄືປະເທດໄທນັ້ນເອງ… ສໍາລັບຊີຣີ່ເລື່ອງ ເຈົ້າຄືດວງໃຈນີ້ ແມ່ນຫາກໍປ່ອຍອອກມາ Ep ທໍາອິດໃນວັນທີ …

Read More »

“ຮັກມະຍ່ອມມະແຍ່ມ” ກຽມລະເບີດຄວາມຮາແບບຈັດເຕັມ ແຕ່ວັນທີ 19-29 ທັນວານີ້ື ທຸກໂຮງຮູບເງົາ… ກາລັນຕີຄວາມຮາ ໂດຍຜູ້ກໍາກັບຊື່ດັງ ເຈ້ຍ ປາຊີຟິກ!!!

“ຮັກມະຍ່ອມມະແຍ່ມ” ກຽມລະເບີດຄວາມຮາແບບຈັດເຕັມ ແຕ່ວັນທີ 19-29 ທັນວານີ້ື ທຸກໂຮງຮູບເງົາ… ກາລັນຕີຄວາມຮາ ໂດຍຜູ້ກໍາກັບຊື່ດັງ ເຈ້ຍ ປາຊີຟິກ!!! ອົດໃຈຖ້າອີກໜ້ອຍດຽວ ກໍຈະໄດ້ຮາແບບເຕັມຮູບແບບແລ້ວ ສໍາລັບຮູບເງົາແຫ່ງປີທີ່ທຸກຄົນຄອຍຖ້າມາດົນ “ຮັກມະຍ່ອມມະແຍ່ມ” ຜົນງານການກັບກໍາຂອງຜູ້ກໍາກັບແຖວໜ້າຂອງປະເທດລາວຄື ອ້າຍ ເຈ້ຍ ປາຊີຟິກ ແລະ ໄດ້ທີ່ປຶກສາຈາກຜູ້ກໍາກັບຊື່ດັງຈາກປະເທດເພື່ອນບ້ານຫຼາຍຄົນ ໃນນັ້ນກໍມີຜູ້ກໍາກັບ ແລະ ຕະລົກຊື່ດັງຄື ອ້າຍໝໍ່າ ຈົກມົກ ເຂົ້າຮ່ວມສະແດງນໍາ ເຊິ່ງງານນີ້ບອກໄດ້ເລີຍວ່າ ບໍ່ຮາ, ບໍ່ມັນ ບໍ່ແມ່ນຜົນງານຂອງ ອ້າຍເຈ້ຍ… ໃນຮູບເງົາເລື່ອງນີ້ແມ່ນເຕັມໄປດ້ວຍນັກສະແດງມືອາຊີບຈາກທັງໄທ ແລະ ລາວ ຮ່ວມສະແດງນໍາ ເຊັ່ນ: ນຸ້ຍ ສຸພາພອນ, ນູ່ນີ່, ແກ້ວຕາ, ໂອລ່າ ແບລກອ່າຍ, ອ້າຍຕູ່, ສາວ ວາວ (ນັກສະແດງຈາກໄທ), ໜຸ່ມເອັກ  (ນັກສະແດງຈາກໄທ) ແລະ ດາວຕະລົກອີກຫຼາກຫຼາຍ… ເຊິ່ງຮູບເງົາ “ຮັກມະຍ່ອມມະແຍ່ມ” ກໍໄດ້ຈັດງານເປີດຕົວ ແລະ …

Read More »