Breaking News

Chic Working Women

Nissan TERRA – ເປັນລຸ້ນສືບທອດລົດ SUV ຂອງ Nissan ທີ່ມີມາຢ່າງຍາວນານກວ່າ 60 ປີ.

ລົດ SUV ຂະໜາດ 7 ບ່ອນນັ່ງ ເພື່ອຕອບສະໜອງຄວາມຕ້ອງການລົດ SUV ອະເນກປະສົງທີ່ເພີ່ມຂຶ້ນໃນອາຊີຕາເວັນອອກສຽງໃຕ້. ເດືອນຕຸລາ ປີ 2021 – ບໍລິສັດ Tan Chong Motor (Lao) Co. Ltd. (“TCML”), ຕົວແທນຈໍາໜ່າຍພາຫະນະຂອງ Nissan ພຽງໜຶ່ງດຽວ ໃນ ສປປ ລາວ ແລະ ເປັນບໍລິສັດລູກຂອງ Tan Chong Motor Holdings Berhad (Malaysia), ມີແຜນຈະເປີດໂຕແລະວາງຈໍາໜ່າຍລົດ Nissan Terra ລຸ້ນໃໝ່ໃນໄວໆນີ້ ຫຼັງຈາກເປີດໂຕໄປແລ້ວໃນບາງປະເທດເຂດອາຊີຕາເວັນອອກສຽງໃຕ້. ລົດ Nissan Terra ໃໝ່ ແມ່ນເປັນລຸ້ນສືບທອດຕະກຸນລົດ SUV ຂອງ Nissan ທີ່ມີມາຢ່າງຍາວນານກວ່າ 60 ປີ …

Read More »

Nissan ALMERA – ຍອດຂາຍກວ່າ 20,000,000 ຄັນ ນັບຕັ້ງແຕ່ມື້ເປີດໂຕຮອດປັດຈຸບັນ

Nissan ALMERA – ຍອດຂາຍກວ່າ 20,000,000 ຄັນ ນັບຕັ້ງແຕ່ມື້ເປີດໂຕຮອດປັດຈຸບັນ ເດືອນຕຸລາ ປີ 2021 – ບໍລິສັດ Tan Chong Motor (Lao) Co. Ltd. (“TCML”), ຕົວແທນຈໍາໜ່າຍພາຫະນະຂອງ Nissan ພຽງໜຶ່ງດຽວ ໃນ ສປປ ລາວ ແລະ ເປັນບໍລິສັດລູກຂອງ Tan Chong Motor Holdings Berhad (Malaysia), ຈະເປີດໂຕແລະວາງຈໍາໜ່າຍລົດເກັງຂອງ Nissan ທີ່ຂາຍດີທີ່ສຸດໃນໂລກໃນໄວໆນີ້. ກ່ອນອື່ນ, ໄປທຳຄວາມຮູ້ຈັກກັບຄວາມເປັນມາອັນຍາວນານຂອງລົດລຸ້ນດັ່ງກ່າວກັນເລີຍ. ປີ 1966-1969 – ລົດ Nissan ລຸ້ນ 1000cc ລຸ້ນທໍາອິດ ໄດ້ຖືກວາງຈໍາໜ່າຍໃນປະເທດຍີ່ປຸ່ນ. Datsun Sunny ເປັນລົດລຸ້ນນ້ອຍ …

Read More »

ການເຂົ້າຫາແຫຼ່ງທຶນ SME ໃນຍຸກໂຄວິດ-19 ລະບາດ.

ໃນວັນທີ​ 17 ກັນຍາ 2021 ທີ່ຜ່ານມາ ສະມາຄົມ ນັກທຸລະກິດແມ່ຍິງ ໄດ້ຈັດກອງປະຊຸມ ຄົບຄະນະບໍລິຫານທົ່ວປະເທດ ຜ່ານທາງອອນລາຍ ຜ່ານ Zoom ພາຍໃຕ້ຫົວຂໍ້: “ການເຂົ້າຫາແຫຼ່ງທຶນ SME ໃນຍຸກໂຄວິດ​-19 ລະບາດ” ໂດຍການເປັນປະທານ ຂອງ ທ່ານນາງ ຈັນທະ​ຈອນ ວົງໄຊ ປະທານສະມາຄົມ ນັກທຸລະກິດແມ່ຍິງ​ , ມີ ທ່ານ ນາງ ລັດທະນາ ດວງບຸບຜາ ຮອງຫົວໜ້າກົມ,​ອຳນວຍການກອງທຶນ SME ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບຸນ ໄຊຍະລາດ ຫົວໜ້າຄຸ້ມຄອງຝ່າຍຂາຍ ທະນາຄານ​ມາຣູຮານ ເຈແປນລາວ ພ້ອມດ້ວຍບັນດາປະທານ,​ ຮອງປະທານສະຫະພັນແມ່ຍິງຂັ້ນແຂວງ 4 ແຂວງ ມີ: ແຂວງຫຼວງພະບາງ, ແຂວງໄຊສົມບູນ,​ ແຂວງວຽງຈັນ​ ແລະ …

Read More »

ທະນາຄານ ລາວ-ຝຣັ່ງ ຈໍາກັດ (ທລຝ) ມອບເງິນອຸປະຖໍາຈໍານວນ 50.000 ໂດລາສະຫາລັດ ເພື່ອປະກອບສ່ວນສະໜັບສະໜູນໜ່ວຍກູ້ໄພມູນນິທິ1623

ທະນາຄານ ລາວ-ຝຣັັ່ງ ຈໍາກັດ (ທລຝ) ໄດ້ໃຫ້ການສະໜັບສະໜູນແກ່ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໂດຍການມອບເງິນອຸປະຖໍາຈໍານວນ 50.000 ໂດລາສະຫາລັດ ເພື່ອປະກອບສ່ວນສະໜັບສະໜູນໜ່ວຍກູ້ໄພມູນນິທິ1623 ໂດຍມີເປົ້າໝາຍເພື່ອເປັນການ ຊ່ວຍເຫຼືອສັງຄົມລາວຂອງພວກເຮົາ. ໃນຊ່ວງໄລຍະວິກິດການນີີ້, ໜ່ວຍກູ້ໄພມູນນິທິ1623 ແລະ ທີມງານອາສາສະໝັກຂອງພວກເຂົາ ໄດ້ເຮັດວຽກຢ່າງໜັກໜ່ວງເພື່ອໃຫ້ການບໍລິການສຸກເສີນຕະຫຼອດ 24 ຊົ່ວໂມງ ເພື່ອຊ່ວຍເຫຼືອຜູ້ປະສົບອຸປະຕິເຫດທາງທ້ອງຖະໜົນ, ໄຟໄໝ້, ນໍ້າຖ້ວມ ແລະ ອື່ນໆ ອີກຢ່າງຫຼວງຫຼາຍຢູ່ໃນຊຸມຊົນຂອງພວກເຮົາ. ສໍາລັບເງິນອຸປະທໍາດັັ່ງກ່າວ ແມ່ນຈະນໍາໄປຊື້ພາຫະນະ ເພື່ອໃຊ້ໃນການນໍາສົ່ງຄົນເຈັບໄປໂຮງໝໍຕະຫຼອດ 24 ຊົ່ວໂມງ. ພິທີດັັ່ງກ່າວ ໄດ້ໃຫ້ກຽດເປັນປະທານໂດຍທ່ານ ສະເຕຟານ ອຽກແບັງ, ຜູ້ອໍານວຍການທະນາຄານ ລາວ-ຝຣັັ່ງ ແລະ ທ່ານ ນາງ ສີສະຫຼຽວ ທໍາມະເທວາ ແລະ ທ່ານ ນາງ ພູທອນ ພູມສະຫວັນ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ. …

Read More »

5 ວິທີເບິ່ງແຍງສຸຂະພາບຮ່າງກາຍ ແລະ ຈິດໃຈໃຫ້ຊີວິດສົດໃສ…

ຫຼາຍຄົນອາດຈະຄິດວ່າຄວາມຮັ່ງມີແມ່ນແຫຼ່ງຄວາມສຸກ ແຕ່ເຈົ້າຈະມີຄວາມສຸກກັບເງິນທີ່ເຈົ້າຫາມາໄດ້ແນວໃດ? ຖ້າສຸຂະພາບບໍ່ເອື້ອອຳນວຍຕ້ອງໄປໂຮງເພື່ອໄປຫາຫຼາຍກວ່າການເດີນທາງໄປສະຖານທີ່ທ່ອງທ່ຽວ ສຸຂະພາບເປັນເລື່ອງທີ່ພວກເຮົາຕ້ອງເອົາໃຈໃສ່ທັງສຸຂະພາບທາງກາຍ ແລະ ສຸຂະພາບຈິດ. ເຊິ່ງສາມາດເຮັດໄດ້ດັ່ງນີ້: 1. ກິນອາຫານໃຫ້ຄົບ 5 ໝູ່ ແລະ ກິນໃຫ້ຕົງເວລາ ໃນທຸກໆຄາບອາຫານ, ພະຍາຍາມກິນອາຫານໃຫ້ຄົບທັງ 5 ໝູ່ໃຫ້ພຽງພໍຕາມຄວາມຕ້ອງການຂອງຮ່າງກາຍ ແລະ ຄວນກິນອາຫານໃຫ້ຕົງເວລາທຸກໆມື້. ອາຫານເຊົ້າຖືວ່າເປັນອາຫານທີ່ສຳຄັນທີ່ສຸດ, ສະນັ້ນ, ຈຶ່ງບໍ່ຄວນທີ່ຈະອົດ. ສຳລັບອາຫານຕອນແລງບໍ່ຄວນກິນຫຼັງຈາກ 6 ໂມງແລງເພາະວ່າຖ້າເຈົ້າກິນຊ້າເກີນໄປ, ໃກ້ຈະຮອດເວລານອນແລ້ວ. ອາດຈະເຮັດໃຫ້ຮ່າງກາຍບໍ່ໄດ້ພັກຜ່ອນເຕັມທີ່. 2. ດື່ມນໍ້າໃຫ້ພຽງພໍ ພະຍາຍາມດື່ມນໍ້າໃຫ້ໄດ້ຢ່າງໜ້ອຍມື້ລະ 8 ຈອກ, ເພາະວ່າການດື່ມນໍ້າໃຫ້ພຽງພໍມີປະໂຫຍດຫຼາຍຢ່າງຕໍ່ສຸຂະພາບ. ທັງດ້ານສຸຂະພາບ ແລະ ຄວາມງາມ ເພາະວ່າມັນຈະຊ່ວຍໃຫ້ລະບົບການໄຫຼວຽນຂອງເລືອດເປັນປົກກະຕິ ຊ່ວຍເຜົາຜານໄຂມັນໃນຮ່າງກາຍ ຊ່ວຍໃຫ້ຜິວມີຄວາມຊຸ່ມຊື່ນເບິ່ງສົດໃສ 3. ອອກກຳລັງກາຍເປັນປະຈຳ ເຈົ້າຄວນຫາເວລາອອກກຳລັງກາຍຢ່າງໜ້ອຍ 3-4 ເທື່ອຕໍ່ອາທິດປະມານ 30 ນາທີໃນແຕ່ລະຄັ້ງ. ເພາະຈະຊ່ວຍໃຫ້ກ້າມຊີ້ນແຂງແຮງ, ຊ່ວຍໃຫ້ປອດ ແລະ ຫົວໃຈເຮັດວຽກໄດ້ດີ, …

Read More »