Breaking News

Kuanjai Life Stlye

Angela Dorothea Merkel ຜູ້ຍິງທີ່ມີອິດທິພົນທີ່ສຸດໃກໂລກ

ແອັງເຈີລາ ດໍຣາເທຍ ແມເຄິລ (Angela Dorothea Merkel) ນາຍົກລັດຖະມົນຕີ ເຢຍລະມັນ ແລະ ເປັນຜູ້ຍິງທີ່ມີອິດທິພົນທີ່ສຸດໃນໂລກ 2019 ເຊິ່ງນັກວິຈານສ່ວນຫຼາຍຍົກໃຫ້ລາວເປັນ “ຜູ້ນຳແຫ່ງໂລກເສລີ”. Angela Merkel ເກີດໃນວັນທີ 17 ກໍລະກົດ 1954 ທີ່ປະເທດເຢຍລະມັນ ໂດຍມີຊື່ເກີດວ່າ: ອັງເກລາ ໂດໂຣເທອາ ທັສເນີ ຈົບການສຶກສາສາຂາຟີຊິກສາດ, ຈົບປະລິນຍາເອກປັດຊະຍາ ສາຂາ ເຄມີ ແລະ ເຮັດວຽກເປັນນັກວິທະຍາສາດຈົນເຖິງປີ 1989 ແລະ ເຂົ້າສູ່ເສັ້ນທາງການເມືອງ ແລະ ອັງເກລາ ຍັງໄດ້ຮັບເລືອກຕັ້ງເປັນສະມາຊິກສະພາລ່າງຂອງລັດເມກເລິນບວກຄ໌ ໄດ້ຮັບແຕ່ງຕັ້ງໂດຍລັດຖະມົນຕີ ເຮັລມູທ ໂຄ ໃຫ້ດຳລົງຕໍາແໜ່ງລັດຖະມົນຕີກະຊວງສະຫະພັນແມ່ຍິງ ແລະ ເຊົາວະຊົນ ໃນປີ 1991 ເຊິ່ງຕໍ່ມາໄດ້ດຳລົງຕຳແໜ່ງ ລັດຖະມົນຕີກະຊວງສິ່ງແວດລ້ອມ-ອະນຸລັກທຳມະຊາດ ແລະ ຄວາມປອດໄພທາງນິວເຄຣຍ ໃນປີ 1994. …

Read More »

ຄວນຮູ້ 7 ວິທີ ທີ່ຈະເຮັດໃຫ້ສະຫຼາດຂຶ້ນ

ນັກວິໄຈຫຼາຍຄົນໄດ້ຊີ້ີແຈງວ່າ ຄວາມສະຫຼາດບໍ່ໄດ້ເກີດຈາກການຮຽນ-ການສຶກສາພຽງຢ່າງດຽວ, ແຕ່ເກີດຈາກການຝຶກສະໝອງດ້ວຍວິທີອື່ນໆດ້ວຍ ເຊິ່ງມື້ນີ້ ແອັດຈະນຳເອົາ 7 ວິທີ ທີ່ຄວນຮູ້ ເພື່ອເພີ່ມຄວາມສະຫຼາດ ແລະ ສະໝອງໃສ ມາເບິ່ງນຳກັນເລີຍ! 1 ອະທິບາຍໃຫ້ຄົນອື່ນຟັງ ການອະທິບາຍໃຫ້ຄົນອື່ນຟັງ ເປັນການບັງຄັບໃຫ້ເຮົາຮຽບຮຽງຄວາມຄິດ ແລະ ຂະບວນການຮຽບຮຽງຄວາມຄິດນັ້ນເອງ ທີ່ຈະເຮັດໃຫ້ເຮົາເຂົ້າໃຈຫຼາຍຂຶ້ນ ແລະ ມີຄວາມຈື່ຈຳດີອີກດ້ວຍ. 2 ມີໝູ່ເພື່ອນສະຫຼາດ ການມີໝູ່ເພື່ອນສະຫຼາດ ເຮົາຈະຮຽນຮູ້ຈາກປະສົບການຂອງເຂົາ ແລະ ມີການແລກປ່ຽນຄວາມຄິດນຳກັນຢູ່ສະເໝີ ເຮົາຈະໄດ້ຄວາມຮູ້ຕ່າງໆຈາກພວກເຂົາ. 3 ໃຊ້ເວລາໃນການຫຼິ້ນອິນເຕີເນັດໃຫ້ມີປະໂຫຍດຫຼາຍຂຶ້ນ ເຊື່ອວ່າຫຼາຍຄົນ ໃຊ້ເວລາຈຳນວນຫຼາຍໃນການຫຼິ້ນສື່ອິນເຕີເນັດຕ່າງໆ ບໍ່ວ່າຈະເປັນ Facebook, Whatsapp, Wechat, Instagram… ເຊິ່ງມັນຈະດີກວ່າບໍ ຖ້າເຮົາເອົາເວລາດັ່ງກ່າວໄປອ່ານບົດຄວາມທີ່ມີປະໂຫຍດ ຫຼືຮຽນອອນລາຍ. 4 ຈື່ຈຳສິ່ງໃໝ່ໆທີ່ຮູ້ໃນແຕ່ລະມື້ ຄວນທີ່ຈະມີປຶ້ມບັນທຶກຫົວໜຶ່ງ ຫຼືເຄື່ອງມືໃນການບັນທຶກເຊັ່ນ: ຄອມພິວເດີ, ໂທສະສັບມືຖື… ພະຍາຍາມບັນທຶກສິ່ງທີ່ຕົນເອງຮູ້ໃໝ່ ເພາະເຮົາຈະບໍ່ລືມ ແລະ ສາມາດນໄປໃຊ້ໄດ້. …

Read More »

ຕຸກ The Wow ສາຍາ “ເອົາຂາຍ່າງບໍ່ໄດ້ເອົາແຂ້ວຍ່າງ”

ມາລາວອນ ຫຼືຕຸກ The Wow ນັກສະແດງ, ນາງແບບ ແລະ ພິທີກອນ. ຜ່ານມາ ຕຸກເຄີຍຖືກ Bully ໃນລາຍການ The Wow Laos ໂດຍທີ່ຕຸກເຂົ້າປະກວດ The Wow Laos ໃນປີ 2016 ເຊິ່ງໃນໄລຍະປະກວດ ຕຸກເອງຖືກ Bully ເລື່ອງໜ້າຕາຈາກຫຼາຍຄົນ ທີ່ເວົ້າວ່າຕຸກບໍ່ງາມ ຈົນມີສາຍາ “ເອົາຂາຍ່າງບໍ່ໄດ້ເອົາແຂ້ວຍ່າງ” ເຊິ່ງຄຳດູຖູກຕ່າງໆເຮັດໃຫ້ຕຸກເສຍກຳລັງໃຈຫຼາຍ, ແຕ່ຕຸກກໍບໍ່ຍອມແພ້ ດຶງເອົາຄວາມສາມາດຂອງຕົນເອງອອກມາສະແດງໃຫ້ເຫັນ ຈົນກາຍເປັນ ຕຸກ The Wow. ສິ່ງທີ່ແມ່ຍິງຄົນນີ້ມີ ຄືຄວາມຕັ້ງໃຈ, ຄວາມຈິງໃຈ ແລະ ຄວາມສູ້ຊົນ. ຍັງເຄີຍເວົ້າກັບລາຍການໜຶ່ງວ່າ: “ຖ້າເຮົາເຫັນແຕ່ຄວາມງາມຂອງຄົນຫຼາຍກວ່າຄວາມສາມາດ ແລ້ວຄົນທີ່ບໍ່ງາມມີຄວາມສາມາດຈະຢືນຢູ່ຈຸດໃດຂອງສັງຄົມ” ພ້ອມກັນນັ້ນ ຕຸກ ຍັງໄດ້ເວົ້າອີກວ່າ:​”ຂໍຂອບໃຈຄຳດູຖູກທີ່ເຮັດໃຫ້ຕຸກມີມື້ນີ້ ແລະ ຂໍໃຫ້ທຸກຄົນເອົາຄຳດູຖູກມາເປັນກຳລັງໃຈ ເພື່ອພັດທະນາຕົນເອງໃຫ້ດີຂຶ້ນ.” ເຊິ່ງຄຳເວົ້ານີ້ເຮັດໃຫ້ຫຼາຍຄົນເກີດມີພະລັງບວກ …

Read More »

ແມ່ຕູ້ລິນ ຊີວິດບັ້ນປາຍຄືສຽງເພງ ແລະ ຫມານ້ອຍ

ແມ່ຕູ້ລິນ ເປັນທີ່ຮູ້ຈັກກັນດີໃນສັງຄົມໃນສາຍາ “ແມ່ຕູ້ຊະລາກັບໝານ້ອຍ” ແມ່ຕູ້ລິນມັກດີດກິຕ້າຮ້ອງເພງລົງຊ່ອງໃນ You Tube ແລະ ມີຄົນຕິດຕາມແມ່ຕູ້ລິນຈຳນວນຫຼາຍ. ກ່ອນທີ່ແມ່ຕູ້ລິນຈະດີດກິຕ້າຮ້ອງເພງ ແມ່ຕູ້ຫຼິນເກີດອຸບັດຕິເຫດເຮັດໃຫ້ໃບໜ້າບິດບ້ຽວ, ໝໍບອກໃຫ້ແມ່ຕູ້ເວົ້າຫຼາຍໆ, ລູກຫລານແມ່ຕູ້ບອກໃຫ້ແມ່ຕູ້ຮ້ອງເພງ ແລະ ມີລູກຊາຍຊື້ກິຕ້າມາໃຫ້ຮຽນ ແມ່ຕູ້ມັກຮ້ອງເພງ ແລະ ພໍມີພື້ນຖານແດ່ກໍເລີຍຫຼິ້ນເປັນປະຈຳ, ຫຼັງຈາກນັ້ນກໍເລີ່ມຫຼີ້ນແລ້ວໂພສວິດີໂອລົງ You Tube ແລະ ມີຄົນຕິດຕາມເພີ່ມຂຶ້ນທຸກມື້ ແລະ ມີໝານ້ອຍມາປະກອບສ່ວນນຳ ຈົນກາຍເປັນ “ແມ່ຕູ້ຊະລາກັບໝານ້ອຍ”. ປັດຈຸບັນ, ແມ່ຕູ້ລິນ ອາຍຸ 70 ປີ ແລ້ວ ແມ່ຕູ້ລິນໃຊ້ຊີວິດຢູ່ກັບສຽງເພງ ແລະ ໝານ້ອຍ. ແມ່ຕູ້ໄດ້ເວົ້າວ່າຢາກໃຫ້ຊີວິດມີຄວາມສຸກຢູ່ກັບສຽງເພງ ແລະ ໝານ້ອຍ. ຮູບພາບຈາກ: https://www.google.com/url? ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : …

Read More »

10 ນິໄສ ທີ່ແມ່ຍິງຍຸກໃໝ່ຄວນມີ ແລະ ເຮັດໃຫ້ປະສົບຜົນສຳເລັດໃນຊີວິດ

1 ເລືອກພັດທະນາຈຸດແຂງທີ່ມີຢູ່ ແມ່ຍິງທີ່ປະສົບຜົນສຳເລັດນັ້ນ ມັກຈະເລືອກເສັ້ນທາງວຽກງານ ໂດຍຄຳນຶງເຖິງສິ່ງທີ່ພວກເຂົາເຮັັດໄດ້ດີເປັນອັນດັບທຳອິດ ແລະ ຮອງລົງມາຈຶ່ງເຮັດສິ່ງທີ່ພວກເຂົາຮັກ. 2 ມີຄວາມທະເຍີທະຍານສູງ ແມ່ຍິງທີ່ປະສົບຜົນສຳເລັດບໍ່ໄດ້ຝັນຈະເປັນພຽງແຕ່ທີ່ສຸດຂອງແຜນການ ຫຼືໜ່ວຍງານ ແຕ່ພວກເຂົາຕັ້ງເປົ້າໝາຍທີ່ຈະເປັນທີ່ສຸດຂອງອົງກອນລະດັບປະເທດ. 3 ເບິ່ງໂລກໃນແງ່ດີ ແມ່ຍິງທີ່ຈະປະສົບຄວາມສຳເລັດຈະຮູ້ວ່າຈະຮັບມືກັບຄວາມຜິດຫວັງໄດ້ແນວໃດ ເພື່ອບໍ່ໃຫ້ຮູ້ສຶກເສົ້າ ຫຼືຫົດຫູ່ ພວກເຂົາເຊື່ອວ່າອະນາຄົດຕ້ອງດີກ່ອນນີ້ສະເໝີ. 4 ເປັນນັກຈັດການທີ່ດີ ແມ່ຍິງທີ່ປະສົບຜົນສຳເລັດສ່ວນໃຫຍ່ ຈະຈັດການປະຕິທິນຂອງຕົົນເອງ ເລື່ອງວັນເວລາຕ່າງໆ ໂດຍສິ່ງທີ່ພວກເຂົາຕັດສິນໃຈເຮັດແຕ່ລະຢ່າງນັ້ນ ພວກເຂົາຈະເຮັດຕາມລຳດັບຂັ້ນຕອນ. 5 ຮຽນຮູ້ຢູ່ສະເໝີ ແມ່ຍິງເຫຼົ່ານີ້ ມັກຈະພັດທະນາຕົນເອງຢູ່ສະເໝີ ພ້ອມທັງຍັງມີທີ່ປຶກສາ ຫຼືຜູ້ຊ່ວຍເພື່ອເລັ່ງການພັດທະນາຂອງພວກເຂົາໃຫ້ດີຂຶ້ນອີກດ້ວຍ. 6 ມີຄູ່ຄິດທີ່ດີ ສ່ວນຫຼາຍແມ່ຍິງທີ່ຈະປະສົບຜົນສຳເລັດ ມັກມີຄູ່ຄິດ ຫຼືສະມາຊິກໃນຄອບຄົວທີ່ຊ່ວຍສະໜັບສະໜູນສິ່ງທີ່ພວກເຂົາເຮັດຢູ່. 7 ຮູ້ວ່າຄວາມລົ້ມເຫຼວ ແລະ ຄວາມສຳເລັດ ເປັນເລື່ອງຄູ່ກັນ ທຸກໆຄົນ ລ້ວນແຕ່ເຄີຍພົບກັບຄວາມລົ້ມເຫຼວ ກ່ອນທີ່ຈະກ້າວໄປເຖິງເປົ້າໝາຍ ຫຼືຄວາມສຳເລັດທັງນັ້ນ. ສະນັ້້ນ,​ ໃຫ້ຮູ້ຢູ່ສະເໝີວ່າ ມີສຳເລັດກໍຕ້ອງມີລົ້ມເຫຼວ,​ ມີລົ້ມເຫຼວກຕ້ອງມີສຳເລັດ. 8 …

Read More »