Breaking News

Kuanjai Life Stlye

ນາທີນີ້ມີໃຜແນ່ທີ່ຍັງບໍ່ຮູ້ຈັກຈີຈີ້?

ຂວັນໃຈພາມາສ່ອງ ຄວາມງາມ ແລະ ໜ້າຮັກພ້ອມ Lifestyle ຂອງ ຈີຈີ້ ສີວິໄລ ຈີຈີ້ ຫຼືພອຍໄພລິນ ເລີ່ມເປັນເນັດໄອດໍ້ ແລະ ເປັນທີ່ຮູ້ຈັກມາຕັ້ງແຕ່ອາຍຸ 12 ປີ ຈົນຕອນນີ້ອາຍຸ25ປີແລ້ວ ແລະ ຖານແຟນຄຣັບຍິ່ງເພີ່ມຂຶ້ນ ຕອນນີ້ ບໍ່ວ່າຈີຈີ້ຈະໂພສຮູບ ຫຼື ເຄື່ອນໄຫວຫຍັງກໍດຶງດູດຄວາມສົນໃຈຈາກຊາວເນັດຢ່າງຫຼວງຫຼາຍ ດ້ວຍຄວາມງາມ, ໜ້າຮັກ ແລະ Lifestyle ການແຕ່ງໂຕຂອງຈີຈີ້ນັ້ນເອງ ທຸກຮູບທີ່ໂພສລົງຍອດໄລ້ຍອດແຊບໍ່ຕໍ່າກວ່າພັນ ທັງເຟສບຸກ ແລະ ໄອຈີ ຕອນນີ້ຍອດຜູ້ຕິດຕາມໃນເຟສບຸກມີເຖິງ 4 ແສນກວ່າຄົນ ສ່ວນໄອຈີ 6 ແສນກວ່າຄົນ. ແຟນຄຣັບຂອງຈີຈີ້ບໍ່ແມ່ນສະເພາະແຕ່ຄົນລາວຍັງມີຈາກປະເທດເພື່ອນບ້ານ ທັງໜ້າຮັກ ແລະ ງາມ ຂະໜາດນນີ້ໃຜເຫັນກໍຕ້ອງລະລາຍເປັນທໍາມະດາ ເຮັດໃຫ້ໜຸ່ມໆໃຈບາງເປັນແຖວກັນເລີຍເຮົາຈະເຫັນຮູບຂອງຈີຈີ້ເກືອບທຸກຮູບຈະເປັນສະໄຕລໜ້ານິ້ງ ແຕ່ຄວາມເປັນຈິງຖ້າໃຜຕິດຕາມຈະຮູ້ວ່າຈີຈີ້ເປັນຄົນເວົ້າເກັ່ງຕະຫຼົກເຮຮາເຫັນງາມໆແບບນີ້ບອກເລີຍວ່າຈີຈີ້ບໍ່ໄດ້ຂາຍຄວາມງາມແຕ່ຢ່າງດຽວ ຈີຈີ້ເປັນສາວເກັ່ງຄົນໜຶ່ງເຊິ່ງຈົບຈາກນານາຊາດ ແລະ ຈົບ Fashion Marketing ຈາກປະເທດອັງກິດ …

Read More »

ໄກເທົ່າໃດກໍໃກ້ໄດ້!!

ສະໄໝນີ້ຊື້ມືຖືທັງທີຕ້ອງມີດີໃຫ້ຄົບ!! ກ້ອງ, ເລນເປັນອີກຕົວເລືອກຫຼັກໆໃນການເລືອກຊື້ ກ້ອງຊູມໄດ້ໄກ ແລະ ຊັດ ຈຶ່ງເປັນອີກຟັງຊັນສໍາຄັນ ແລ້ວຈະມີຄ້າຍໃດແນ່ມາເບິ່ງກັນເລີຍ! 1 Samsung Galaxy S21 Ultra ຊູມໄກ 10 ເທົ່າ ມືຖືຮຸ່ນທັອບຂອງ Galaxy S21 ທີ່ມາພ້ອມໜ້າຈໍ Dynamic AMOLED 2X 6.8 ນິ້ວ ຄວາມລະອຽດ 1440 x 3200 ພິກເຊວ. ຮອງຮັບ Refresh Rate 120Hz ໃຊ້ຊິບ Exynos 2100 ແຣມ 12GB/16GB ກ້ອງຫຼັງ 4 ເລນ 108MP ຮອງຮັບການຖ່າຍວິດີໂອ 8 K ມີຟິວເຈີ Super Steady ເພື່ອຄວາມນິ້ງ ແລະ ຄວາມຊັດ ພ້ອມ …

Read More »

ໝົດປັນຫານໍ້າມັນຂຶ້ນລາຄາ ລໍ້າໜ້າໄປອີກ…

ກັບລົດພະລັງງານໄຟຟ້າເຕັມຮູບແບບ 100% ຮັກໂລກ ຫຼຸດຜ່ອນມັນລະພິດ ເໝາະກັບໂລກຍຸກໃໝ່ບອກເລີຍວ່າງາມ ແລະ ຫຼູຫຼາແຮງ!!! ກັບພາບຢ່າງເປັນທາງການຂອງ “TOYOTA bZ4X” ເຊິ່ງຄວາມພິເສດສຸດເທ້ຂອງຄັນນີ້ຄື SUV ທີ່ໃຊ້ພະລັງງານໄຟຟ້າເຕັມຮູບແບບ 100% ຂັບໄດ້ໄວສູງສຸດ 500 ກິໂລແມັດ ຕໍ່ການສາກ 1 ຄັ້ງ ອີທັງຍັງຮອງຮັບການສາກໄວ 150 w ແບັດເຕີລີ້ 0-80% ພາຍໃນ 30 ນາທີເທົ່ານັ້ນ ສໍາລັບລາຍລະອຽດອື່ນໆເບິ່ງໄດ້ຈາກພາບເລີຍ!! ລາຄາຍັງບໍ່ເປີດເຜີຍ!!

Read More »

ປຸກຄວາມເປັນຕົວແມ່ໃນໂຕຂອງສາວໆ!!!

ໃຜທີ່ຍັງຄິດວ່າໝົດໂຄວິດນີ້ຈະເຮັດຜົມສີຫຍັງດີ ຫາຍຫ່ວງເລີຍ!! ມື້ນີ້ເຮົາມີໄອເດຍ ເທຣນສີຜົມ 2022 ມາຟາດກັນແບບຈຸກໆ. ເທຣນກໍາລັງມາແຮງ ແລະ ຄາດວ່າຈະແຊງໂຄ້ງໄປຮອດປີໜ້າແນ່ນອນ!!! ຈະມີສີຫຍັງແນ່ຕາມຂວັນໃຈມາເລີຍ… ຮ້ານສີຜົມທີ່ອິນເທຮນໃນວຽງຈັນ ເພື່ອນໆວ່າຮ້ານໃດເດັດ? ມາແຊກັນເລີຍ!!! 1 ສີຜົມ Platinum Hair ແນວໃດກໍຈະປ່ຽນລຸກແລ້ວກໍປ່ຽນໃຫ້ມັນແຊ໊ບໆໄປເລີຍ ເອີ້ນໄດ້ວ່າເສດສີນີ້ມາແຮງຊ່ວງປາຍປີ ແລະ ຈະຮິດໄປຕໍ່ເຖິງປີໜ້າແນ່ນອນ!! ບໍ່ວ່າຈະເຮັດເປັນຊົງຊື່ ຫຼືລອນກໍສະກົດທຸກສາຍຕາ ແຕ່ໃຜທີ່ຈະເຮັດສີນີ້ກໍຕ້ອງໄດ້ຟອກສີໜັກແນ່ ດັ່ງນັ້ນຢ່າລືມເບິ່ງແຍງຫຼັງເຮັດສີນໍາເດີ້!! 2 ສີຜົມ สีผม White Blonde ທີ່ຈິງເທຣນທຸກປີຕ້ອງມີສີ ບລອນຕິດເທຣນຢູ່ຕະຫຼອດ ແຕ່ບລອນໃດຈະຕິດເທຣນ 2022 ກໍຕ້ອງບອກວ່າເປັນບຣອນຂາວເທົ່ານນັ້ນ ໂດຍສະເພາະສາວໆ ທີ່ມີຜິວຂາວ ເຮັດສີນີ້ປຸບເປັ່ງປະກາຍອໍລ້າປັ໊ບ ຍິ່ງແຕ່ງໜ້າແຕ່ງໂຕຈັດເຕັມເພີ່ມອີກບອກໄດ້ຄໍາດຽວເລີດ…!!! 3 ສີຜົມ Walnut ໂອະ…ໂອ່…!! ສີນີ້ງາມແຮງຊີສ! ໂທນນໍາຕານປະການທອງໝົ່ນຂຽວ ເຕີມຄວາມລະມຸນໃຫ້ກັບໃບໜ້າ ເປັນນໍ້າຕານທໍາມະຊາດທີ່ບໍ່ທໍາມະດາ ມີສະເໜ່ໜ້າຄົ້ນຫາ ທີ່ສໍາຄັນເໝາະກັບສາວເອເຊຍແບບສຸດໆ ແລະ …

Read More »

7 ຕົ້ນໄມ້ນໍາໂຊກປີ 2022 ປູກແລ້ວດີປຸກແລ້ວລວຍ

ເອົາໃຈສາຍຮັກຕົ້ນໄມ້ຊຸດໃຫຍ່ໄປເລີຍ!!! ຕົ້ນໄມ້ນອກຈາກຈະງາມແລ້ວຕົ້ນໄມ້ບາງຊະນິດຍັງນໍາມາສູ່ເລື່ອງລາວດີໆ ທັງຄວາມມັ່ງຄັ້ງ, ສົມຫວັງໃນຄວາມຮັກ, ມີເງິນມີທອງ (ຕາມຄວາມເຊື່ອຂອງບຸກຄົນ) ແລ້ວເຮົາມາເບິ່ງກັນວ່າມີຕົ້ນໄມ້ໃດແນ່ທີ່ຈະນໍາໂຊກລາບ ແລະຄວາມຮັ່ງມີ ມາໃຫ້ໃນປີ 2022 ນີ້!! 1 ພຣູດ່າງ ໃນດ້ານຄວາມເຊື່ອ ເຊື່ອວ່າພຣູດ່າງເປັນໄມ້ມຸງຄຸນ ທີ່ຊ່ວຍສົ່ງເສີມສິຣິມຸງຄຸນໃຫ້ກັບເຮືອນ, ໃຫ້ທຸກຄົນຢູ່ເຢັນເປັນສຸກ. 2 ເສດຖີເຮືອນໃນ ຄົນສ່ວນໃຫຍ່ນິຍົມປູກໄວ້ໃນອາຄານ ເພາະເນື່ອງຈາກເປັນຕົ້ນໄມ້ທີ່ມີຄຸນສົມບັດໃນການດູດສານພິດ ແລະ ຟອກອາກາດໄດ້ ດ້ານຄວາມເຊື່ອເຊື່ອວ່າ ເສດຖີເຮືອນໃນ ຊ່ວຍເລື່ອງເມດຕາມະຫານິຍົມ, ປ້ອງກັນໄພ ແລະ ເສີມສິຣິມຸງຄຸນ. 3 ຢາງອິນເດຍ ເຊື່ອວ່າຢາງອິນເດຍຕົ້ນໄມ້ມຸງຄຸນນີ້ຈະຊ່ວຍສົ່ງເສີມຜູ້ຢູ່ອາໄສໃນເຮືອນໃຫ້ມີຄວາມຈະເລີນເຕີບໂຕ ຫຼືຫາກວາງໄວ້ໃນມຸມມືດຂອງເຮືອນຈະຊ່ວຍເພີ່ມພະລັງຊີວິດໃຫ້ແກ່ຜູ້ຢູ່ອາໄສໄດ້. 4 ແກ້ວການຈະນາ ຫຼຶຂຽວໝື່ນປີ ເປັນຕະກູນຕົ້ນໄມ້ປະດັບທີ່ມີຄວາມງາມທີ່ໃບ ໄດ້ຊື່ວ່າເປັນລາຊາແຫ່ງໄມ້ປະດັບ ປັດຈຸບັນມີການປັບປຸງພັນເພື່ອໃຫ້ສີສັນສວຍງາມຍິ່ງຂຶ້ນ ນິຍົມລ້ຽງເພື່ອຄວາມສວຍງາມ ແລະ ຈັດເປັນໄມ້ມຸງຄຸນ. 5 ໄຜ່ກວນອິມ ໄດ້ຮັບຄວາມນິຍົມປູກລ້ຽງເປັນງານອະດິເລກ ນອກຈາກນີ້ຍັງຊ່ວຍບໍາບັດສານເຄມີ ເຊັ່ນ ໄຜ່ກວນອິມ ສາມາດຫຼຸດຄວາມເປັນພິດຂອງເບນຊິນໄດ້ ທາງດ້ານຄວາມເຊື່ອໄຜ່ກວນອິມຈະນໍາຄວາມມັ່ງຄັ້ງມາໃຫ້. …

Read More »