Breaking News

Kuanjai Life Stlye

ທໍາຄວາມຮູ້ຈັກກັບ!! ບ໊ອບບີ່ ສີລະປິນໜ້າຫວານ ດາວດວງໃໝ່ໃນວົງການບັນເທີງລາວ…

ໃຜມັກກິນເດັກ ເອີ່ຍ!! ໃຜມັກລ້ຽງເດັກ ເອີ່ຍ!!! ໃຜມັກເດັກຂໍສຽງແນ່ 555 ເລີ່ມຕົ້ນຕອນເຊົ້າດ້ວຍຄວາມສົດໃສ ເພາະມື້ນີ້ຈະພາມາທໍາຄວາມຮູ້ຈັກກັບໜຸ່ມໜ້າຫວານ ຈາກໂຄສະນາເຄື່ອງດືມຍີ່ຫໍ້ໜຶ່ງທີ່ໃຜເຫັຮແລ້ວຕ້ອງຕົກຂຸມຮັກແບບຂຶ້ນບໍ່ໄດ້… ໂດຍໜຸ່ມຄົນນີ້ມີຊື່ວ່າ ບ໊ອບບີ່ ອານັນດາ ພະກອນຄໍາ ໜຸ່ມໄວ 16 ປີ ຜູ້ມີໃຈມັກຮັກໃນຄວາມເປັນສີລະປິນ ເຊິ່ງປັດຈຸບັນສັງກັດຢູ່ຄ້າຍ A-List Agency. ໂດຍ ບ໊ອບບີ່ ເລີ່ມເຂົ້າວົງການມາດ້ວຍການປະກວດຮ້ອງເພງ-ເຕັ້ນ ໄດ້ຮັບລາງວັນກາລັນຕີຄວາມສາມາດຈາກຫຼາຍເວທີ ແລະ ເລີ່ມມີຜົນງານໃຫ້ເປັນທີ່ຮູ້ຈັກຫຼາຍຂຶ້ນແມ່ນຈາກຜົນງານ ການຖ່າຍໂຄສະນາໃຫ້ກັບເຄື່ອງດື່ມຍີ່ຫໍ່ດັງຊະນິດໜຶ່ງ!!! ຈົນເຮັດໃຫ້ສາວນ້ອຍ-ໃຫຍ່ ສາວແທ້-ສາວທຽມ ຕ່າງຖາມເປັນສຽງດຽວກັນວ່າ ໜຸ່ມນ້ອຍຄົນນີ້ແມ່ນໃຜ??? ນອກຈາກຈະເຮັດວຽກໃນວົງການບັນເທີງແລ້ວ ເນື່ອງຈາກ ບ໊ອບບີ່ ຫາກໍ 16 ປີ ການຮຽນກໍຍັງບໍ່ທັນຈົບຂັ້ນມັດທະຍົມເທື່ອ ແຕ່ກໍບໍ່ໄດ້ປະການຮຽນ ແຖມຍັງເຮັດໄດ້ດີທັງສອງບົດບາດ… ຊົມເຊີຍໃນຄວາມສາມາດເດີ້!!! ຮູບພາບຈາກ: Ananda’s Svk

Read More »

ເຊັກຕົວເອງດ່ວນ!!! 5 ພຶດຕິກໍາການໃຊ້ເງິນທີ່ອັນຕະລາຍ ຂອງມະນຸດເງິນເດືອນ…

ລາຊາເງິນຜ່ອນ: ເມືອເລີ່ມມີເງິນເດືອນປະຈຳບັນດາທະນາຄານຕ່າງໆ ກໍພ້ອມຍິນດີຢືນຂໍ້ສະເໜີໃຫ້ມີບັດເຄດິດ ໄວ້ໃຊ້ໃນຢາມສຸກເສີນດ້ວຍວົງເງິນທີ່ຫຼາຍກວ່າອາດຈະເຮັດໃຫ້ຫຼາຍຄົນຕື່ນຕາຕື່ນໃຈ ເພາະເລີ່ມເຫັນທາງທີ່ຈະໄດ້ສິ່ງຂອງໄດ້ມາຢ່າງງ່າຍດາຍ ແຕ່ຖ້າໃຊ້ກັບສິ່ງຂອງຊຸມເຟືອຍ ແລະ ຜ່ອນຈ່າຍບໍ່ຖືກກຳນົດໃນທີ່ສຸດດອກເບ້ຍຈະເພີ່ມຂຶ້ນຈົນກາຍເປັນບັນຫາ. ສັງຄົມອອນໄລ໌: ຄົນເຮັດວຽກໃໝ່ຫຼາຍຄົນມັກຕິດ ພາບໃນໂລກສັງຄົມອອນໄລ໌ຂອງໝູ່ເພື່ອນທີ່ມັກໂພສ໌ແຕ່ເລື່ອງດີໆ, ຫຼູໆ, ຮ້ານອາຫານດັງໆ, ເສື້ອຜ້າງາມໆ ຂອງແບຣນເນມຕ່າງໆ ຈຶ່ງເຮັດໃຫ້ເກີດຄວາມຢາກໄດ້ຢາກມີ, ຈົນຍອມທຸ່ມເງິນເດືອນ ຫຼື ຍອມເປັນລາຊາເງິນຜ່ອນ ເພື່ອໃຫ້ໄດ້ຂອງເຫຼົ່ານັ້ນ ໂດຍບໍ່ຄິດເຖິງວ່າມັນເໝາະສົມກັບລາຍໄດ້ຂອງຕົນເອງ ຫຼື ບໍ່, ເພາະຄົນເຮັດວຽກໃໝ່ສະໄໝນີ້ມີ ທັດສະນະຄະຕິທີ່ວ່າ “ເສຍເງິນບໍ່ວ່າ ແຕ່ເສຍໜ້າບໍ່ໄດ້” ຊິວິດຫຼູຫຼາ: ຄົນເຮັດວຽກຍຸກໃໝ່ໃຊ້ຊີວິດຕ່າງຈາກຄົນລຸ້ນກ່ອນ, ດ້ວຍສັງຄົມ, ຄ່ານິຍົມ, ທັດສະນະຄະຕິທີ່ປ່ຽນໄປເມືອຊີວິດເລີ່ມຕົ້ນການເຮັດວຽກ ເລີຍຢາກຈະມີຊັບສິນເປັນຂອງຕົນເອງເຊັ່ນ ເຮືອນ, ລົດໃໝ່,… ເພື່ອໂຊຊີວິດສຸດຫຼູ ໂດຍບໍ່ໄດ້ຄິດຫາລາຍໄດ້ ຫຼື ຄວາມໝັ້ນຄົງໃນອາຊີບທີ່ເຮັດຢູ່, ບາງຄົນມີລາຍໄດ້ໜ້ອຍ ແຕ່ຄິດຊື້ທັງລົດ ແລະ ເຮືອນ ສຸດທ້າຍຄ່າໃຊ້ຈ່າຍເພີ່ມຂຶ້ນ ກັບກາຍເປັນຈະເປັນໜີ້ ແລະ ຖືກຍຶດຄືນ. ເຂົ້າສັງຄົມ, ສ້າງສັນ: ນີ້ກໍຄືອີກໜຶ່ງບ່ວງອັດຕະລາຍກັບຄົນເຮັດວຽກໃໝ່ ເພາະໃນສັງຄົມຫ້ອງການມັກມີການສ້າງສັນ, ທ່ອງທ່ຽວ,…ນໍາກັນສະເໜີ ຈົນມີບາງຄົນເສບຈົນຕິດ, …

Read More »

ອ່ານດ່ວນ!!! 9 ສູດສ້າງສະເໜ່ ຍົກລະດັບຄຸນຄ່າໃນຕົວເອງ ໃຫ້ກາຍເປັນແມ່ຍິງທີ່ງາມ ແລະດູແພງ….

ສໍາລັບສາວໆຜູ້ທີ່ມີນິໄສມັກເກັບຕົວ ຫຼືມີບັນຫາໃນການສື່ສານກັບຄົນອື່ນ ຍິນດີນໍາເດີ້… ເຈົ້າມີຄວາມຫວັງແລ້ວ!! ສະເໜ່ບໍ່ແມ່ນຄຸນສົມບັດທີ່ຕິດຕົວຄົນເຮົາມາຕັ້ງແຕ່ເກີດ ແຕ່ມັນເປັນຜົນລັບຈາກພຶດຕິກໍາການຮຽນຮູ້ຕ່າງຫາກ ແລະ ນີ້ຄື 9 ວິທີສ້າງສະເໜ່ໃຫ້ເຈົ້າຕົວເອງຈ່າາາາ ໃຊ້ຄໍາເວົ້າທີ່ຄົນອື່ນໆສາມາດເຂົ້າໃຈໄດ້: ການສື່ສານທີ່ມີປະສິດທິພາບສູງສຸດຄື ການໃຊ້ພາສາທີ່ຊັດເຈນ ເຂົ້າໃຈງ່າຍ ແທນທີ່ຈະເປັນພາສາທີ່ຄຸມເຄືອ ສະແດງຄວາມຮູ້ສຶກຂອງຕົວເອງ: ຜູ້ທີ່ມີສະເໜຈະສະແດງຄວາມຮູ້ສຶກຂອງຕົວເອງອອກມາຢ່າງເປັນທໍາມະຊາດ ແລະ ຈິງໃຈ ເຊິ່ງຈະສົ່ງຜົນຕໍ່ອາລົມ ແລະ ຄວາມຮູ້ສຶກຂອງອີກຝ່າຍນໍາ ນີ້ຄືການແຜ່ລະບາດທາງອາລົມ ຫຼື ການຮຽນແບບ ແລະ ເຊື່ອມຕໍ່ອາລົມ ດັ່ງນັ້ນ ຖ້າເຈົ້າຮູ້ສຶກຕື່ນເຕັ້ນຄົນອື່ນກໍຈະຮູ້ສຶກຕື່ນເຕັ້ນໄປນໍາ ເວົ້າເຖິງສັກກາຍະພາບຂອງເຈົ້າ ເພາະມັນໜ້າປະທັບໃຈກວ່າຄວາມສໍາເລັດທີ່ເຈົ້າສະສົມມາ: ຄວາມສໍາເລັດບໍ່ແມ່ນສິ່ງທີ່ດຶງດູດຄວາມສົນໃຈຂອງຄົນອື່ນ ແຕ່ເປັນຄວາມສາມາດຂອງເຈົ້າຕ່າງຫາກ ເບິ່ງຄືວ່າຄວາມບໍ່ແນ່ນອນທີ່ມາພ້ອມກັບໂອກາດ ຈະໜ້າສົນໃຈກວ່າການສະທ້ອນເຖິງຄວາມເປັນຈິງທີ່ມີຢູ່ແລ້ວ ຮຽນແບບຄົນທີ່ກໍາລັງໂອ້ລົມຢູ່ນໍາ: ກຸ່ມນັກຈິດຕະວິທະຍາພົບວ່າ ເມື່ອຄົນສອງຄົນກໍາລັງໂອ້ລົມກັນໄດ້ແບບເຂົ້າຂາກັນດີ ພວກເຂົາຈະເລີ່ມຮຽນແບບທ່າທາງຂອງອີກຝ່າຍ ເຊິ່ງເປັນສັນຍານບົ່ງບອກເຖິງຄວາມເຊື່ອໃຈ ຖ້າອີກຝ່າຍນັ່ງໄຂວ່ຂາ ເຈົ້າກໍຈະນັ່ງໄຂ່ວຂາຄືກັນ ຫຼືຖ້າເຈົ້າຈິບນໍ້າດື່ມອີກຝ່າຍກໍຈະຈິບນໍ້າຄືກັນ ແລະ ຖ້າຕ້ອງການປະສົບຄວາມສໍາເລັດໃນການເຈລະຈາ ງານວິໄຈໄດ້ບອກໄວ້ວ່າ ເຈົ້າຄວນຮຽນແບບພຶດຕິກໍາຂອງຝ່າຍກົງກັນຂ້າມ ອ້າແຂນກວ້າງເພື່ອສົ່ງສັນຍານວ່າເຈົາຍິນດີຕ້ອນຮັບ: ຜູ້ຊ່ຽວຊານດ້ານພາສາກາຍເຫັນດີນໍາວ່າ ການສະແດງທ່າທາງຍ່ອມເຫັນໄດ້ຊັດເຈນກວ່າຄໍາເວົ້າ ການເອົາມືລ້ວງກະເປົາ ແລະ ຫໍ່ບ່າໄຫຼ່ ຄືການສົ່ງສັນຍານວ່າ ເຈົາບໍ່ສົນໃຈ ແຕ່ການອ້າແຂນກວ້າງຈະເປັນການສື່ວ່າ ເຈົາພ້ອມແລ້ວ …

Read More »

ຈົບຄວາມສໍາພັນດ້ວຍດີ!! ອາເລັກ-ເຕີ້ຍ ປະກາດຫຼຸດສະຖານະຈາກແຟນເຫຼືອພຽງໝູ່… ເຜີຍ 3 ປີທີ່ຄົບກັນຄືຊ່ວງເວລາທີ່ດີທີ່ສຸດແລ້ວ!!!

ຂ່າວລືກາຍເປັນຂ່າວແທ້ ແຕ່ເປັນຂ່າວທີ່ແຟນຄຣັບບໍ່ຢາກໃຫ້ເກີດຂຶ້ນ ແຕ່ມັນກໍເກີດຂຶ້ນມາແລ້ວ… ເມື່ອໜຸ່ມອາເລັກ ແຟນໜຸ່ມຂອງສາວເຕີ້ຍ ຈະລິນພອນ ນາງເອກຊື່ດັງ (ປະເທດໄທ) ໄດ້ອອກມາເຜີຍວ່າ: “ເຮົາຄົບກັນມາເກືອບ 3 ປີ ພະຍາຍາມປັບຈູນ ທໍາຄວາມເຂົ້າໃຈກັນແລ້ວ ບໍ່ຮູ້ວ່າອາດຈະມີທາງທີ່ດີກວ່ານີ້ບໍ່ ແຕ່ເຮົາຊອກມັນບໍ່ພົບ ຈຶ່ງຕ້ອງຫຼຸດສະຖານະເຫຼືອພຽງແຕ່ຄໍາວ່າ ໝູ່ຄືເກົ່າ… ຊ່ວງໄລຍະທີ່ຄົບກັນ ເຮົາສອງຄົນໄດ້ໃຫຍ່ຂຶ້ນ ເຮົາມີເວລາດີໆຮ່ວມກັນ ລາວກໍເຮັດໃຫ້ອາເລັກໃຫຍ່ຂຶ້ນ ຕ້ອງຂອບໃຈລາວຫຼາຍໆເລີຍ ອາເລັກເວົາໄດ້ເຕັມປາກເລີຍວ່າ ຊ່ວງເວລາທີ່ຜ່ານມາ ເປັນຊ່ວງເວລາໜຶ່ງທີ່ມີຄຸນຄ່າຫຼາຍທີ່ສຸດໃນຊີວິດ” ຫຼັງຈາກນັ້ນກໍໄດ້ແຟນຄຣັບເຂົ້າໄປໃຫ້ກໍາລັງໃຈທັງສອງເປັນຈໍານວນຫຼວງຫຼາຍ ແຕ່ກໍຍັງມີຊາວເນັດບາງຄົນທີ່ຍັງຕິດໃຈກັບສາວໆແກ໊ງ ເຟີບີ່ ວ່າທຸກຄົນຈະຕ້ອງຄົບກັບໄຮໂຊທຸກຄົນ ເຊິ່ງໜຶ່ງໃນນັ້ນກໍມີສາວ ແຕ້ວ ນັດຖະພອນ ທີ່ຫາກໍປະກາດເລີກກັບໜຸ່ມຕົ້ນ ແລ້ວມາຄົບກັບໄຮໂຊໜຸ່ມນອກວົງການ ສຸດທ້າຍກໍເຫຼືອພຽງ ເຕີ້ຍ ຈະຣິນພອນ ຄົນດຽວ ແຕ່ຕອນນີ້ກໍຊັດເຈນແລ້ວວ່າ ເຕີ້ຍ-ອາເລັກໄດ້ຕັດສິນໃຈຈົບຄວາມສໍາພັນກັນແລ້ວ… ແຕ່ງານນີ້ ໜຸ່ມອາເລັກ ກໍໄດ້ອອກມາຢືນຢັນວ່າ ເຕີ້ຍ ບໍ່ແມ່ນຄົນແບບນັ້ນ ເຕີ້ຍ ບໍ່ແມ່ນຄົນທີ່ເລືອກຄົບຄົນທີ່ຖານະ ໜ້າຕາ ແຕ່ອະນາຄົດ ເຕີ້ຍ ຈະເລືອກໃຜນັ້ນກໍເປັນສິດຂອງລາວ ອ່ອຍຍຍ ຜູ້ຊາຍອີ່ຫຍັງຈັ່ງແມ່ນເປັນສຸພາບບູລຸດຂະໜາດນີ້!! …

Read More »

ຮູ້ຈັກກໍານົດທິດທາງໃນການເຮັດວຽກ ເພື່ອຄວາມກ້າວໜ້າໃນອາຊີບ ແລະ ປະສົບຄວາມສໍາເລັດໃນຊີວິດ!!

ໃນໂລກຂອງການເຮັດວຽກ ເຮົາຄວນຕັ້ງເປົ້າໝາຍ ກຳນົດທິດທາງໃນການເຮັດວຽກ ເພື່ອໃຫ້ໄປເຖິງຈຸດໝາຍໄດ້ໃນເວລາທີ່ກຳນົດ ຜູ້ທີ່ປະສົບຄວາມສຳເລັດໃນການເຮັດວຽກນັ້ນ ມີວິທີການປະຕິບັດຕົວດັ່ງຕໍ່ໄປນີ້: ທ່ານຈະເຮັດວຽກໄດ້ດີຄື ຕ້ອງມ່ວນຊື່ນໄປກັບວຽກທີ່ເຮັດ ເມື່ອທ່ານເຮັດວຽກດ້ວຍຄວາມມ່ວນຊື່ນ ທ່ານຈະມີແຮງຂັບເຄື່ອນ ໃນຄວາມພະຍາຍາມ. ຕ້ອງໃສ່ຄວາມຈິງຈັງມຸ່ງໝັ້ນສູ່ຄວາມສຳເລັດລົງໄປດ້ວຍຄວາມພາກພຽນພະຍາຍາມ ຈະນຳພາທ່ານໄປພົບກັບຄວາມສຳເລັດໃນທີ່ສຸດ. ຄວາມເຊື່ອໝັ້ນໃນຕົນເອງຕ້ອງມີຢູ່ສະເໝີ ເພາະນັ້ນຈະເຮັດໃຫ້ທ່ານກ້າຄິດກ້າທຳ ແລະ ກ້າຮັບຜິດຊອບ ເຊິ່ງຈະເຮັດໃຫ້ທ່ານໄດປຽບກວ່າຄົນອື່ນໆ. ມີຄວາມຄິດສ້າງສັນ ປະດິດ ຫຼື ສ້າງນະວັດຕະກຳໃໝ່ໆຂຶ້ນ ຖ້າທ່ານເປັນນັກຄິດຮັບຮອງໄດ້ວ່າຈະສຳເລັດ. ການປັບຕົວໄດ້ໄວວາ ເພາະຄົນຈາກຫຼາກຫຼາຍສັງຄົມມາຢູ່ລວມກັນໃນສັງຄົມໃໝ່. ເປັນຄົນທີ່ຄິດບວກ ແລະ ສະແດງທ່າທີໃນທາງບວກ ບໍ່ຫຍໍ້ທໍ້ຕໍ່ອຸປະສັກ ມີມະນຸດສຳພັນດີ ເປັນທີ່ຮັກ ແລະ ຊື່ນຊົມຂອງຄົນອ້ອມຂ້າງ. ມີລະບຽບວິໄນເຊັ່ນ: ຕ້ອງມາເຮັດວຽກໃຫ້ກົງເວລາ, ສົ່ງວຽກກົງເວລາ, ປະຕິບັດຕາມກົດບໍລິສັດຢ່າງເຄັ່ງຄັດ. ມີຄວາມຊື່ສັດ ແລະ ຊ່ວຍເຫຼືອຜູ້ອື່ນໃຫ້ປະສົບຄວາມສຳເລັດ ຄົນດີມີນ້ຳໃຈ ຢູ່ໃສກະມີແຕ່ຄົນຮັກເອັນດູ ແລະ ຄອຍສະໜັບສະໜູນ. ກ້າຫານທີ່ຈະສ່ຽງ ແນ່ນອນວ່າບໍ່ມີວຽກໃດຈະລຽບງ່າຍໄປໝົດທຸກວຽກ ເມື່ອພົບພໍ້ກັບອຸປະສັກ ທ່ານຕ້ອງກ້າພໍທີ່ຈະສ່ຽງ. ທ່ານຄວນພັດທະນາການຕໍ່ການສື່ສານກັບຜູ້ອື່ນຢູ່ສະເໝີ ເພື່ອໃຫ້ທ່ານສາມາດຖ່າຍທອດແນວຄິດຕ່າງໆເຂົ້າເຖິງທຸກຄົນໄດ້ຢ່າງຖືກຕ້ອງ.

Read More »