Breaking News

Sport

​ເອົາ​ໃຈ​ແຟນ​ບານ!! ຄາຣສະເບີກຮ່ວມສະເຫຼີມສະຫຼອງແຊ້ມກັບແຟນບານ ລິເວີພູ ທົ່ວໂລກດ້ວຍກະປ໋ອງເບຍລຸ້ນພິເສດ…

ຄາຣສະເບີກ ຮ່ວມສະເຫຼີມສະຫຼອງການເປັນແຊ້ມລີກສູງສຸດຂອງປະເທດອັງກິດ ຫຼື Premier League ດ້ວຍການເປີດໂຕເບຍກະປ໋ອງລຸ້ນ ລິມິຕິດ ອິດິຊັນ ທີ່ມີຊື່ວ່າ “Champions can’” ໃຫ້ກັບແຟນບານໃນ 25 ປະເທດ ທົ່ວໂລກ. ໃນກະປ໋ອງລຸ້ນພິເສດນີ້ໄດ້ມີການປັບປ່ຽນຈາກສີຂຽວທີ່ເປັນສີເອກະລັກຂອງ ຄາຣສະເບີກ ມາເປັນສີແດງທີ່ເປັນສີເອກກະລັກຂອງ ລິເວີພູ. ພ້ອມກັນນັ້ນ ກະປ໋ອງລິມິຕິດ ອິດິຊັນ ນີ້ຍັງມີຈຸດເດັ່ນຢູ່ທີ່ກາສັນຍາລັກຮູບນົກຂອງສະໂມສອນລິເວີພູ, ລາຍເຊັນຂອງບັນດານັກເຕະ ແລະ ຍັງໄດ້ປ່ຽນຂໍ້ຄວາມຈາກ “1847 onwards” (ທີ່ສື່ເຖີງປະຫວັດອັນຍາວນານ 173 ປີຂອງ ຄາຣສະເບີກ)ໃຫ້ມາເປັນ “Champions, 2020 onwards”. ໃນຄໍ່າຄືນຂອງມື້ວານນີ້ Liverpool FC ຖືກຢືນຢັນເປັນທີ່ແນ່ນອນແລ້ວວ່າຈະໄດ້ເປັນແຊ້ມພຣິເມຍລີກປະຈຳລະດູການນີ້  ຫຼັງຈາກທີ່ Manchester City ບຸກໄປແພ້ Chelsea, ຫຼັງຈາກທີ່ Liverpool FC ເອົາຊະນະ Crystal Palace …

Read More »

ມາຮູ້ຈັກກັບ!! ຟຸກ ເສກສັນ ນາຍແບບຄົນເກັ່ງ ເຈົ້າຂອງຫຼຽນຄໍາກິລາຟຸດຊໍ ອຸດົມໄຊເກມ 2014 ກັບຕໍາແໜ່ງຮອງປະທານ ສະຫະພັນ ຟຸດຊໍ ທີ່ອາຍຸນ້ອຍທີ່ສຸດ…

ເວົ້າເລື່ອງຄວາມສາມາດຂອງຄົນລາວເຮົາໃນຍຸກນີ້ ຫຼາຍຄົນກໍຄົງຈະຮູ້ກັນຢູ່ແລ້ວວ່າ ຄົນເຮົານັ້ນມີຄວາມສາມາດໃນຫຼາຍໆດ້ານ ທຽບເທົ່າກັບສາກົນພຸ້ນແຫຼະ ເພາະວ່າໃນຫຼາຍວົງການການແຂ່ງຂັນທີ່ຖືກຈັດຂຶ້ນທັງໃນລະດັບພາກພື້ນ ແລະ ສາກົນທີ່ຜ່ານມາ ຄົນລາວເຮົາກໍໄດ້ເຂົ້າຮ່ວມແຂ່ງຂັນຈົນນັບບໍ່ຖ້ວນ ເຊິ່ງບາງລາຍການກໍສາມາດຍາດໄຊຊະນະມາເປັນໃບໜ້າໃບຕາໃຫ້ກັບປະເທດຊາດ ແຕ່ບາງລາຍການທີ່ບໍ່ໄດ້ຮັບໄຊຊະນະມາ ກໍຖືວ່າເປັນການເປີດປະສົບການໃຫ້ກັບໄວໜຸ່ມລາວເຮົາ… ຄືດັ່ງໜຸ່ມເຈົ້າຊູ້ທີ່ຂວັນໃຈຈະມານໍາສະເໜີໃຫ້ແຟນໆໄດ້ຮູ້ຈັກໃນມື້ນີ້!! ທີ່ຖືວ່າເປັນອີກບຸກຄົນໜຶ່ງທີ່ມີຄວາມສາມາດໃນຫຼາຍໆດ້ານ ບວກກັບໜ້າຕາ ແລະ ຮູບຮ່າງອັນເຈົ້າຊູ້ຂອງເພິ່ນແລ້ວ ຮັບຮອງວ່າຖ້າໃຜໄດ້ຮູ້ຈັກກໍຈະຕ້ອງຕົກຂຸມຮັກຢ່າງແນ່ນອນ… ໜຸ່ມ ຟຸກ ເສກສັນ ໄຊສະນັ່ນ ໜຸ່ມນ້ອຍຈາກເມືອງ ຫົງສາ ແຂວງ ໄຊຍະບູລີ ທີ່ເປັນທີ່ຮຸ້ຈັກໃນວົງການກິລາຄື ເປັນກິລາຟຸດຊໍຫລຽນຄຳ ອຸດົມໄຊເກມ ປີ 2014  ແລະ ຫຼ້າສຸດໄດ້ຖືກແຕ່ງຕັ້ງເປັນ ຮອງປະທານສະຫະພັນຟຸດຊໍ ນະຄອນຫຼວງວຽງຈັນ ພ້ອມວາງແຜນໃຫ້ຟຸດຊໍລາວ ກັບມາມີສີສັນອີກຄັ້ງໜຶ່ງໃນໄວໆນີ້.. ໜຸ່ມຟຸກ ເລີ່ມຕົ້ນຫຼິ້ນກິລາຕັ້ງແຕ່ຕອນຮຽນປະຖົມ ປໍ 5 – ມໍ 1 ໂດຍເລີ່ມຕົ້ນຫລິ້ນກິລາ ເທັກຄວັນໂດ້ ແລະ ໄດ້ປ່ຽນມາຫລິ້ນກິລາບານເຕະຕອນຮຽນ ມໍ 3 ເລີ່ມຈາກເປັນນັກເຕະ …

Read More »

ນໍ້າຕາຊຶມ!!! ນາທີເພງຊາດລາວດັງກ້ອງເທິງເວທີໂລກ ຫຼັງນັກກິລາລາວຄວ້າຫຼຽນຄໍາເປັນຄັ້ງປະຫວັດສາດ ໃນກິລາຊີເກມ ປະເທດ ຟີລິບປີນ…

ນໍ້າຕາຊຶມ!!! ນາທີເພງຊາດລາວດັງກ້ອງເທິງເວທີໂລກ ຫຼັງນັກກິລາລາວຄວ້າຫຼຽນຄໍາເປັນຄັ້ງປະຫວັດສາດ ໃນກິລາຊີເກມ ປະເທດ ຟີລິບປີນ… ຖຸືເປັນຂ່າວດີທີ່ສຸດສາລັບຄົນລາວທັງປະເທດໃນຕອນນີ້ ແລະ ທັງເປັນຂ່າວດີໃນວົງການກິລາລາວເຮົາ ເມື່ອນັກກິລາ ຄິກບ໊ອກຊິ້ງ (Kickboxing) ທີມຊາດລາວ ນ້ອງໂອ ສຸກັນ ໄຕປັນຍາວົງ ໄປແຂ່ງຂັນໃນງານ ມະຫະກໍາກິລາຊີເກມ ທີ່ປະເທດ ຟີລິບປີນ ແລະ ສາມາດຍາດໄດ້ຫຼຽນຄໍາມາໄດ້ ເປັນຄັ້ງທໍາອິດ ແລະ ຄັ້ງປະຫວັດສາດຂອງວົງການກິລາບ້ານເຮົາ!!! ແລະ ນາທີທີ່ເພງຊາດລາວດັງກ້ອງກັງວານເທິງເວທີໂລກ ທຸກຄົນຕ່າງນໍ້າຕາຊຶມດ້ວຍຄວາມດີໃຈທີ່ຫາໃສປຽບບໍ່ໄດ້ ເພາະມັນເປັນການສະແດງໃຫ້ເຫັນເຖິງຄວາມສາມາດຂອງນັກກິລາວ ກໍຄືຄົນລາວເຮົາທີ່ບໍ່ໄດ້ດ້ອຍໄປກວ່າຊາດອື່ນເລີຍ… ນໍ້າຕາຊຶມປໍ້ ສຽງເພງຊາດລາວ ດັ່ງກ້ອງທີ່ ຊີເກມ ຄັ້ງທີ່ 30ຂຶ້ນຮັບ ຫຼຽນຄໍາແລ້ວ #ແຊເລີຍ! ?????????ທ້າວ ສູກັນ ໄຕປັນຍາວົງ​ ຫຼື​ ນ້ອງໂອ ພຽງຍົກທີ 1 ນັອກ ນັກມວຍອິນໂດເນເຊຍ #ຄວ້າຫລຽນຄຳ ທຳອິດໃຫ້ທັບນັກກິລາລາວ ໃນຊີເກມ …

Read More »

ເຊຍລາວ!!! ຮ່ວມສົ່ງກໍາລັງໃຈໃຫ້ ປຸກກີ່ ຕົວແທນນັກກິລາປັນສີລັກທີມຊາດລາວ ໃນຊີເກມ ຄັ້ງທີ 30 (ປະເທດ ຟີລິບປິນ)

ເຊຍລາວ!!! ຮ່ວມສົ່ງກໍາລັງໃຈໃຫ້ ປຸກກີ່ ຕົວແທນນັກກິລາປັນສີລັກທີມຊາດລາວ ໃນຊີເກມ ຄັ້ງທີ 30 (ປະເທດ ຟີລິບປິນ) ໄລຍະນີ້ຖືເປັນໄລຍະສໍາຄັນຂອງນັກກິລາລະດັບຊາດຂອງບັນດາປະເທດໃນອາຊຽນ ເພື່ອກະກຽມໃນການລົງຊິງຂັນໃນ ມະຫາກໍາກິລາຊີເກມ ຄັ້ງທີ່ 30 ທີ່ຈະຈັດຂຶ້ນໃນວັນທີ 30 ພະຈິກ ຫາ 12 ທັນວາ 2019 ໂດຍເຈົ້າພາບ ປະເທດ ຟີລິບປິນ… ສະນັ້ນ ມື້ນີ້ແອັດມີ້ນກໍເລີຍຈະມາຊວນແຟນໆ ຂວັນໃຈ ແລະ ແຟນຄຣັບນັກກິລາມາຮ່ວມສົ່ງກໍາລັງໃຈໄປເຖິງນັກກິລາທີມຊາດທຸກໆຄົນ. ແລະ ຢາກຈະມາແນະນໍາໃຫ້ຮູ້ຈັກກັບ ນັກກິລາສາວປັນຈັກສີລັດ ສາວງາມຄົນນີ້ ນັ້ນກໍຄື ນ້ອງ ປຸກກີ່ ສະເຫຼີມບຸນຕາ ທີ່ເປັນຕົວແທນນັກກິລາໄປຮ່ວມແຂ່ງຂັນໃນງານ ມະຫາກໍາກິລາຊີເກມໃນຄັ້ງນີ້ ໃນປະເພດຟ້ອນດ່ຽວຍິງ ຫຼືລາຍການ tuggal ເຊິ່ງມີຄວາມໝັ້ນໃຈຢ່າງເຕັມຮ້ອຍເປີເຊັນ ຫຼັງໄດ້ຝຶກຊ້ອມໜັກໃນໄລຍະ 1 ເດືອນເຕັມກັບຄູຝຶກທີ່ປະສົບການລະດັບຂັ້ນສູງ ທີ່ສສ ຫວຽດນາມ ພ້ອມຈະນໍາເອົາທ່າຟ້ອນ 100 ທ່າ …

Read More »

ຈົບໄປຢ່າງຈົບງາມ!!! ງານແລ່ນປະກາດຈຸດຢືນ ຢຸດຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ກັບຜູ້ເຂົ້າຮ່ວມຫຼາຍກວ່າ 2.000 ຄົນ…

ຈົບໄປຢ່າງຈົບງາມ!!! ງານແລ່ນປະກາດຈຸດຢືນ ຢຸດຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ກັບຜູ້ເຂົ້າຮ່ວມຫຼາຍກວ່າ 2.000 ຄົນ… ຣັນຟໍເຮີ (Run for her) ແມ່ນງານແລ່ນ ເພື່ອຢຸດຄວາມຮຸນແຮງຕໍ່ແມ່ຍິງ ພາຍໃຕ້ Slogan “ທຸກບາດກ້າວຄືພະລັງ ຢຸດຢັ້ງຄວາມຮຸນແຮງ” ໂດຍ ວາລະສານ ຂວັນໃຈ ແລະ ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບ ສະຫະພັນແລ່ນແລະລານແຫ່ງຊາດລາວ ມີຈຸດປະສົງເພື່ອ: 1. ປູກຈິດສຳນຶກໃຫ້ສັງຄົມຫັນມາເອົາໃຈໃສ່ ແລະ ຮ່ວມຍຸຕິບັນຫາຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ 2.ສ້າງກິດຈະກຳແຂ່ງຂັນແລ່ນ ແລະພັດທະນານັກແລ່ນລຸ້ນໃໝ່. ເຊິ່ງໄດ້ຈັດຂຶ້ນເປັນປີທໍາອິດ ໂດຍຈັດງານຖະແຫຼງຂ່າວເປີດຢ່າງເປັນທາງການໃນວັນທີ 2 ຕຸລາ 2019 ທີ່ຜ່ານມາ ແລະ ເປີດໃຫ້ຜູ້ທີ່ສົນໃຈມາຮ່ວມລົງທະບຽນແລ່ນຕັ້ງແຕ່ວັນທີ 15 ກໍລະກົດ 2019 ຈົນຮອດ ວັນທີ 18 ຕຸລາ 2019 …

Read More »