Breaking News

Sport

ບໍ່ຕ້ອງລົງທຶນ ບໍ່ຕ້ອງມີອຸປະກອນ ພຽງແຕ່ເຮັດແບບນີ້…ກໍ່ຈ່ອຍໄດ້!!!

“ເຜົາຜານໄຂມັນດ້ວຍການຍ່າງ” ຄົນເຮົາເມື່ອອາຍຸຫຼາຍຂຶ້ນ ການເຮັດວຽກຂອງລະບົບເຜົາຜານກໍເລີ່ມຕໍ່າລົງ ເຮັດໃຫ້ງ່າຍທີ່ຈະມີນໍ້າໜັກຕົວທີ່ເພີ່ມຂຶ້ນ ດັ່ງນັ້ນເລີຍຢາກຊວນສາວໆມາອອກກຳລັງກາຍຫຼຸດນໍ້າໜັກກັນຢ່າງຖືກວິທີ ຫຼືຫາກໃຜທີ່ບໍ່ມີເວລາອອກກຳລັງກາຍ ເຮົາກໍມີເຄັດລັບທີ່ຈະເຮັດໃຫ້ລະບົບເຜົາຜານໄດ້ຢ່າງເຕັມທີ່ດ້ວຍການຍ່າງນັ້ນເອງ… ການຍ່າງ ຖືເປັນການອອກກຳລັງກາຍທີ່ເຮັດໄດ້ຢ່າງງ່າຍດາຍ ບໍ່ຕ້ອງລົງທຶນ ແຖມບໍ່ຕ້ອງມີອຸປະກອນຫຍັງອີກດ້ວຍ ພຽງໝັ່ນຫາເວລາຍ່າງໃຫ້ຫຼາຍໆ ບໍ່ວ່າຈະເປັນການຍ່າງຂຶ້ນຂັ້ນໄດແທນລິບ ຍ່າງໄປກິນເຂົ້າແທນການນັ່ງລົດ ເພາະການຍ່າງຈະຊ່ວຍໃຫ້ກ້າມເນື້ອສ່ວນຫຼັກໆຂອງຮ່າງກາຍເຮັດວຽກໄດ້ຢ່່າງເຕັມທີ່ ຮັບຮອງການຍ່າງຈະຊ່ວຍໃນດ້ານການເຜົາຜານໄຂມັນ ແລະ ການຫຼຸດນໍ້າໜັກທີ່ເຮົາຕັ້ງໃຈໄວ້ກໍຈະປະສົບຜົນສຳເລັດໄດ້ເປັນຢ່າງດີ. ທີ່ມາ: ວາລະສານ ຂວັນໃຈ ຮູບພາບ: google

Read More »

ສູ້ເດີ້! ເປັນກຳລັງໃຈໃຫ້ນັກກິລາລາວ ກຽມຊິງຫລຽນຄຳພົບເຈົ້າພາບ (ເຖິງຈະເຈັບປານໃດກໍ່ຂໍສູ້ເພື່ອຊາດ)

“ເຈັບປານໃດກໍ່ຈະສູ້ເພື່ອຊາດ”  ນ້ອງ ນໍ້າ ອ້ອຍ ນັກກິລາປັນຈັກສີລັດ (Pencak Silat) ທີມຊາດລາວ ຈາກການລາຍງານໄດ້ຮັບບາດເຈັບ ຫຼັງຈາກຈົບການແຂ່ງຂັນເອົາຊະນະນັກກິລາຈາກປະເທດ ສິງກະໂປ. ໃນວັນທີ 27 ສິງຫາ 2018 ເວລາ 4.00 pm ຈະໄດ້ມີການແຂ່ງຂັນເພື່ອຊິງເອົາຫຼຽນຄຳ ພົບກັບເຈົ້າພາບ ປະເທດ ອິນໂດເນເຊຍ, ຢ່າລືມຮ່ວມເຊຍ ແລະ ເປັນກຳລັງໃຈໃຫ້ທັບນັກກິລາລາວໃນ Asian Games 2018 ທີ່ປະເທດ ອິນໂດເນເຊຍ. #ລາວສູ້ໆ #ຮັກລາວເຊຍລາວ #ແຊຣໄປໃຫ້ໂລກຮູ້ ນີ້ຄືນັກກິລາໃຈສູ້ທີມຊາດລາວ  ?? ຮູບພາບ: Lao su su ລາວ ສູ້ ສູ້

Read More »

ສະແດງຄວາມຍິນດີ! ທີມຊາດ ຝຣັ່ງ ຄວ້າແຊ້ມບານໂລກ 2018

ລຸ້ນລະທຶກເຊຍໃຈຈົດໃຈຈໍ່ກັນທົ່ວໂລກ ເມື່ອແມັດການແຂ່ງຂັນ ບານໂລກຮອບຊິງຊະນະເລີດລະຫວ່າງ ຝຣັ່ງ VS ໂຄເອເຊຍ ໃນຄໍ່າຄືນຂອງວັນທີ 15 ກໍລະກົດ 2018 ທີ່ຜ່ານມາ ເຊື່ອວ່າແຟນໆກໍ່ຕ້ອງມີທີມທີ່ລຸ້ນ ແລະ ຢູ່ໃນໃຈແນ່ນອນ ແລະ ວິນາທີຕື່ນເຕັ້ນກໍ່ມາເຖິງເມື່ອການແຂ່ງຂັນດຳເນີນໄປຢ່າງດຸເດືອດ ແລະ ໃນທີ່ສຸດ ຝຣັ່ງ ກໍ່ສາມາດເອົາຊະນະ ໂຄເອເຊຍ ເຖິງ (4-2) ຂໍສະແດງຄວາມຍິນດີກັບ ທີມຊາດ ຝຣັ່ງ ທີ່ຄວ້າແຊ້ມ ບານໂລກ 2018 ທີ່ຈັດຂຶ້ນຢູ່ປະເທດ ລັດເຊຍ ໃນຄັ້ງນີ້. ສຳລັບ ປະເທດ ຝຣັ່ງ ບໍ່ແມ່ນເທື່ອທຳອິດທີ່ ຄວ້າແຊ້ມບານໂລກ ເພາະຍ້ອນໄປໃນປີ 1998 ຝຣັ່ງກໍ່ຄວ້າແຊ້ມບານໂລກ (ຂໍສະແດງຄວາມຍິນດີນຳຫຼາຍໆ) via: FB/FIFA World Cup

Read More »

ສະແດງຄວາມຍິນດີ! ທີມໝູປ່າ-ອາຄາເດມີ່ ຈະໄດ້ເປັນແຂກ VIP ໃນຮອບຊິງຊະນະເລີດບານໂລກ 2018 (ດັງໄກໄປທົ່ວໂລກອີ່ຫລີ)

ດັງໄກໄປທົ່ວໂລກ ສຳລັບກໍລະນີ 13 ຊີວິດຕິດຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດ ຊຽງລາຍ ປະເທດໄທ, ຫຼ້າສຸດ ທ່ານ ຈານນີ່ ອິນຟານຕິໂນ ປະທານສະຫະພັນບານເຕະນາໆຊາດ (FIFA) ໄດ້ສົ່ງຈົດໝາຍເຖິງ ພລ.ຕ.ອ ສົມຍົດ ພຸ່ມພັນມ່ວງ ນາຍົກສະມາຄົມກິລາບານເຕະແຫ່ງປະເທດໄທ ເພື່ອຮ່ວມສະແດງຄວາມຍິນດີທີ່ໄດ້ພົບນ້ອງໆ ທີມໝູ່ປ່າ-ອາຄາເດມີ່ ທັງ 12 ຄົນ ແລະ ຄູເຝິກ 1 ຄົນ ລວມທັງໝົດ 13 ຊີວິດ ຫຼັງຈາກທີ່ຕິດຢູ່ໃນຖໍ້າໄປເປັນເວລາກວ່າ 10 ມື້. ເຊິ່ງ ທ່ານ ຈານນີ່ ອິນຟານຕິໂນ ປະທານສະຫະພັນບານເຕະນາໆຊາດ (FIFA) ໄດ້ສົ່ງໜັງສືຮ່ວມສະແດງຄວາມຍິນດີ ລວມເຖິງໃຫ້ກຳລັງໃຈຜູ້ທີ່ມີສ່ວນກ່ຽວຂ້ອງ ໂດຍໃຈຄວາມໜັງສືໄດ້ລະບຸວ່າ: “ຂ້ອຍໄດ້ຕິດຕາມຂ່າວການຊ່ວຍຊີວິດນັກເຕະບານເຍົາວະຊົນທັງ 12 ຄົນ ແລະ ຄູເຝິກສອນອີກ 1 ຄົນ ເຊິ່ງໄດ້ຕິດຢູ່ໃນຖໍ້າທີ່ ຈັງຫວັດ ຊຽງລາຍ ປະເທດໄທ ເນື່ອງຈາກມີນໍ້າຖ້ວມປິດປາກຖໍ້າ …

Read More »

ກຣີດໆໆໆ! ສາວໆຫົວໃຈຈະວາຍ ນັກເຕະຈາກ ເຢຍລະມັນ ຫຼໍ່ຍົກທີມ (FIFA World Cup 2018 in Russia)

ມາແລ້ວໆໆໆ ເທດສະການແຂ່ງຂັນບານເຕະລະດັບໂລກ “FIFA World Cup 2018 in Russia” ບໍ່ແມ່ນແຕ່ຜູ້ຊາຍເດີ້ທີ່ໃຈຈົດໃຈຈໍ່ຖ້າເບິ່ງ ສາວໆເຮົາກໍ່ບໍ່ເວັ້ນເຊັ່ນກັນ, ຫຼ້າສຸດເປີດໂຕນັກເຕະຈາກທີມຊາດ ເຢຍລະມັນ (ໂອ້ຍ!!! ຫົວໃຈຈະວາຍ) ຫຼໍ່ຍົກທີມອີ່ຫລີ…ນີ້ພວກເຂົາມາເຕະບານແທ້ໆແມ່ນບໍ່? ເອົ້າໆໆໆ! ຢ່າມົວເບິ່ງແຕ່ນັກເຕະຈົນເພີນ ຈົນລືມເຊຍບານກັນເດີ້ສາວໆ (555) ມີໃຜເຊຍທີມໃດແດ່ ຄອມເມັ້ນບອກກັນແດ່ເດີ້. via: HAWTSOME GUYS

Read More »